ໂຣເບີດ ດອຍລ໌ ມາຊໍ ຈູເນຍ (ອັງກິດ: Robert Doyle Marshall Jr.)[1] ເກີດເມື່ອວັນທີ 17 ຕຸລາ 1960[2] ເປັນຜູ້ກຳກັບຮູບເງົາ ແລະ ລະຄອນເວທີ ຜູ້ອຳນວຍການສ້າງ ແລະ ນັກອອກແບບທ່າເຕັ້ນຊາວອາເມຣິກາ ຜົນງານທີ່ໂດດເດັ່ນທີ່ສຸດຂອງລາວແມ່ນຮູບເງົາທີ່ໄດ້ຮັບລາງວັນອ໋ອດສະກາເລື່ອງ ຊິຄາໂກ (2002) ເຊິ່ງລາວໄດ້ຮັບລາງວັນ ດີຈີເອ ອາຫວອດສ໌ ນອກເໜືອຈາກນັ້ນລາວໄດ້ຮັບການສະເໜີຊື່ເຂົ້າຊີງ ລາງວັນອ໋ອດສະກາ ສາຂາຜູ້ກຳກັບຮູບເງົາດີເດັ່ນ ລາງວັນລູກໂລກຄຳ ສາຂາຜູ້ກຳກັບຮູບເງົາດີເດັ່ນ ແລະ ບຣິຕິຊ ອະຄາດິມີ ຟີມ ອາຫວອດສ໌ ສາຂາຜູ້ກຳກັບຮູບເງົາດີເດັ່ນ ລາວຍັງໄດ້ຮັບການສະເໜີຊື່ເຂົ້າຊີງ ລາງວັນໂທນີ ເຖິງ ຫ້າຄັ້ງ ລາວຍັງໄດ້ຮັບ ພຣາຍ ທາມ ເອັມມີ ອາຫວອດສ໌ ສຳລັບການອອກແບບທ່າເຕັ້ນຂອງລາວໃນຮູບເງົາໂທລະພາບເລື່ອງ Annie (1999)

ຣັອບ ມາຊໍ
ມາຊໍ ໃນປີ 2011
ເກີດໂຣເບີດ ດອຍລ໌ ມາຊໍ ຈູເນຍ
(1960-10-17) 17 ຕຸລາ ຄ.ສ. 1960 (63 ປີ)
ແມດິສັນ, ລັດວິດຄອນຊິນ, ສະຫະລັດອາເມຣິກາ
ຖິ່ນພຳນັກນະຄອນນິວຢອກ, ນິວຢອກ, ສະຫະລັດອາເມຣິກາ
ການສຶກສາມະຫາວິທະຍາໄລ ຄານິກີ ເມລລອນ
ອາຊີບ
  • ຜູ້ກຳກັບຮູບເງົາ
  • ຜູ້ອຳນວຍການສ້າງ
  • ຜູ້ກຳກັບລະຄອນເວທີ
  • ນັກອອກແບບທ່າເຕັ້ນ
ບ້ານເກີດພິດທ໌ສະເບີກ, ລັດເພນຊິນເວເນຍ, ສະຫະລັດອາເມຣິກາ
ຍາດພີ່ນ້ອງແຄດລີນ ມາຊໍ (ນ້ອງສາວ)

ອ້າງອີງ ດັດແກ້

  1. http://www.alumni.cmu.edu/s/1410/images/editor_documents/alumnirelations/getinvolved/alumniawards/all_honorees_2018june1.pdf[dead link]
  2. "Rob Marshall Biography (1960-)". FilmReference.com. Retrieved December 3, 2018.

ແຫຼ່ງຂໍ້ມູນອື່ນ ດັດແກ້