ຢູເຣນັສ (ອັງກິດ: Uranus) ຫຼື ອູຣານອສ (ເກຣັກບູຮານ: Οὐρανός) ເປັນເທບພະເຈົ້າແຫ່ງທ້ອງຟ້າ ເປັນທັງບຸດ ແລະ ສະຫວາມີຂອງພະແມ່ໄກອາ ເທພີແຫ່ງພື້ນດິນ ທ່ານທັງສອງສົມຫວັງກັນດ້ວຍອີຣອສ (ຄິວປິດ) ເທບພະເຈົ້າແຫ່ງຄວາມຮັກ. ເຫດຜົນທີ່ທັງສອງຮັກກັນໄດ້ນັ້ນກໍຄື ພື້ນດິນນັ້ນແນມເຫັນທ້ອງຟ້າທຸກວັນ ຈົນເທບອີຣອສທົນບໍ່ໄຫວຈຶ່ງແຜງສອນໃຫ້ທັງສອງຮັກກັນ ແລະ ມີລູກດ້ວຍກັນຄື ເຫຼົ່າຍັກ, ຜີສາດຜູ່ອັບປະລັກ ເຮັດໃຫ້ຢູເຣນັສບໍ່ພໍໃຈຫຼາຍ ຈຶ່ງຈັບໄປຂັງທີ່ນາລົກທີ່ເລິກທີ່ສຸດນັ້ນກໍຄື ນາລົກທາທາຣັສ. ຢູເຣນັສເກີດຄວາມຄຽດແຄ້ນໃຈຕໍ່ໄກອາເປັນຢ່າງຍິ່ງ. ບຸດກຸ່ມຕໍ່ມາຄື ໄທທັນ ເຊິ່ງມີຮູບລັກສວຍງາມ ເຮັດໃຫທ່ານພໍໃຈ ຍິ່ງເຮັດໃຫ້ເກີດຄວາມຄຽດແຄ້ນຕໍ່ໄກອາເປັນເທົ່າທະວີຄູນ ນາງຈຶ່ງຂໍຮ້ອງໃຫ້ພວກລູກໆ ເຫຼົ່າໄທທັນສັງຫານຢູເຣນັສ. ໂຄຣນອສ ໜຶ່ງໃນເຫຼົ່າໄທທັນຕອບຕົກລົງທີ່ຈະຊ່ວຍ. ຕໍ່ມາຢູເຣນັສຈຶ່ງຖືກໂຄ່ນລົ້ມໂດຍລູກຊາຍຂອງຕົນເອງ.

ຢູເຣນັສ

ແມ່ແບບ:ຕຳນານເທບເກຣັກ

ໝວດໝູ່:ເທບພະເຈົ້າເກຣັກ ແມ່ແບບ:ໂຄງ