ພາສາແອັດສະປາຍ: Difference between revisions

Content deleted Content added
No edit summary
Tags: ດັດແກ້ຈາກອຸປະກອນມືຖື ດັດແກ້ຈາກເວັບສໍາລັບອຸ​ປະ​ກອນ​ມື​ຖື
No edit summary
ແຖວ 2:
 
ພາສາແອສະປາໂຍນແມ່ນພາສານຶ່ງເຊິ່ງຈັດຢູ່ໃນ[[ກຸ່ມພາສາອີເບໂລ-ໂລມັງ]] ເຊິ່ງມີການວິວັດທະນາການມາຈາກພາສາຖິ່ນຕ່າງໆ ຂອງ[[ພາສາລາແຕັງ|ພາສາລາແຕັງສາມັນ]]ໃນ[[ຄາບສະໝຸດອີເບລີ|ແຄວ້ນອີເບລີ]] ລຸນຫຼັງການຫຼົ້ມສະຫຼາຍຂອງ[[ອານາຈັກໂລມັງຕາເວັນຕົກ]]ໃນສະຕະວັດທີ 5. ພາສາແອສະປາໂຍນມີການບັນທຶກຂຽນເທື່ອທຳອິດໃນແຄວ້ນອີເບລີເໜືອກາງໃນສະຕະວັດທີ 9 ແລະມີການຂະຫຍາຍໂຕທີແລະໜ້ອຍໄປພ້ອມກັບການຂະຫຍາຍໂຕຂອງ[[ອານາຈັກກາສະຕີ]] ຈົນໄປຮອດພາກກາງແລະພາກໃຕ້ຂອງແຄວ້ນອີເບລີ. ທຳອິດຄຳສັບພາສາແອສະປາໂຍນໄດ້ຮັບອິດທິພົນຈາກ[[ພາສາບາດ]]ແລະພາສາອີເບໂລ-ໂລມັງອື່ນໆ ແລະພາຍຫຼັງພາສາແອສະປາໂຍນໄດ້ຮັບຄຳສັບຈາກ[[ພາສາອາລັບ]] ລະຫວ່າງທີ່[[ຊາວມຸສະລິມ]]ຄອງ[[ຄາບສະໝຸດອີເບລີ]]. ພາສາແອສະປາໂຍນຍັງໄດ້ຮັບຄຳສັບເຊິ່ງບໍ່ໄດ້ມາຈາກກຸ່ມພາສາອີເບລີອີກນຳ ເຊັ່ນ[[ພາສາອົກຊີຕັງ]] [[ພາສາຝະລັ່ງ]] [[ພາສາອິຕາລີ]] [[ພາສາຊາກ]] ແລະເລີ່ມມີຄຳຈາກ[[ພາສາອັງກິດ]]ໃນຍຸດປັດຈຸບັນອີກນຳ. ພາສາແອສະປາໂຍນໄດ້ມີການໃຊ້ແພ່ໄປຮອດ[[ຫົວເມືອງ]]ຂອງ[[ອານາຈັກແອສະປາຍ]]ໃນສະຕະວັດທີ 16 ທີ່ເປັນທີ່ຮູ້ຈັກກັນດີແມ່ນໃນພື້ນທີ່ໃນ[[ທະວີບອາເມລິກາ]] ແລະບ່ອນອື່ນໆ ໃນ[[ທະວີບອາຟະລິກ]] [[ທະວີບໂອຊີອານີ]] ແລະ [[ປະເທດຟີລິບປິນ|ຟີລິບປິນ]].
 
{{ພາສາທາງການຂອງສະຫະປະຊາຊາດ}}
 
[[ໝວດ:ພາສາ]]