ອາລີຊະຕົດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 6:
 
== ປະຫວັດ ==
ອາລີຊະຕົດເກີດປະມານ 384 ຫຼື 383 ປີກ່ອນຄິດຕະການທີ່ເມືອງ[[ຊະຕາຊີ]] (Stagire) ໃນແຄວ້ນ[[ມາເຊດວນ]] (Macédoine) ເຊິ່ງແມ່ນແຄວ້ນທີ່ແຫ້ງແລ້ງທາງຕອນເໜືອສຸດຂອງ[[ທະເລເອເຊ]] (Mer Égée) ຂອງ[[ປະເທດກະເລັດປະເທດກະແລັດ|ກະເລັດກະແລັດ]]. ເປັນລູກຂອງນີໂກມັກ (Nicomaque) ເຊິ່ງມີອາຊີບທາງການແພດປະຈຳຢູ່ຊະຕາຊີ ແລະເປັນແພດປະຈຳພະອົງຂອງ[[ພະເຈົ້າອາມີນຕັດທີ 3]] (Amyntas III) ແຫ່ງມາເຊດວນ.
 
ຍາມເດັກຜູ້ທີ່ໃຫ້ການສຶກສາແກ່ອາລີຊະຕົດ ແມ່ນພໍ່ຂອງເພິ່ນເອງ ເຊິ່ງເນັ້ນໄປໃນດ້ານ[[ທຳມະຊາດວິທະຍາ]] ເມື່ອອາຍຸ 18 ປີກໍໄດ້ເດີນທາງໄປສຶກສາຕໍ່ກັບ[[ປະລາຕົງ]]ຜູ້ເປັນນັກປັດຊະຍາທີ່ຍິ່ງໃຫຍ່ສຸດໃນຍຸກນັ້ນໃນເມືອງ[[ອາແຕນ]] (Athènes). ການສຶກສາຢູ່ກັບປະລາຕົງ 20 ປີ ເຮັດໃຫ້ອາລີຊະຕົດເປັນນັກປາດທີ່ລືນາມຕໍ່ມາຈາກປະລາຕົງ. ຕໍ່ມາເມື່ອປະລາຕົງເຖິງແກ່ກຳໃນປີ 347 ປີກ່ອນຄິດຕະສັກກະຫຼາດ ອາລີຊະຕົດກໍເດີນທາງໄປຮັບຕຳແໜ່ງເປັນພະອາຈານຂອງ[[ອາເລັກຊັງດະເລີມະຫາລາດ|ພະເຈົ້າອາເລັກຊັງດະເລີ]] ໃນປີ 343 - 342 ກ່ອນຄິດຕະສັກກະຫຼາດ. ຕໍ່ມາໃນປີ 336 ກ່ອນຄິດຕະສັກກະຫຼາດ [[ອາເລັກຊັງດະເລີມະຫາລາດ|ພະເຈົ້າອາເລັກຊັງດະເລີ]]ໄດ້ຂຶ້ນຄອງລາຊະສົມບັດຕໍ່ຈາກ[[ຟີລິບທີ 2 ແຫ່ງມາເຊດວນ|ພະເຈົ້າຟີລິບ]] (Philippe II de Macédoine) ພະອົງຈຶ່ງໄດ້ພະລາຊະທານທຶນໃຫ້ແກ່ອາລີຊະຕົດເພື່ອຕັ້ງໂຮງຮຽນຊື່[[ລີເຊ]] (Lycée).
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ອາລີຊະຕົດ"