ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 90:
==== ການຕໍ່ຕ້ານລາວອິດສຣະ ====
 
[[ຮູບ:Chao_Phetsarath_(au_centre)_lors_de_l'inauguration_de_l'Institut_d'études_bouddhiques_à_Vientiane,_en_1931.jpg|thumb|left|upright=0.9|ເຈົ້າເພັຊຣາດ ມື້ເປີດສຖາບັນທັມມະສຶກສາ ນະຄອນວຽງຈັນ ປີ 1931]]
 
ວັນທີ 15 ສິງຫາ 1945 ອນາຈັກຍີ່ປຸ່ນລົ້ມທະລາຍ ເນື່ອງຈາກສະຫະຣັດອາເມຣິກາຖີ້ມລະເບີດນິວເຄຼັ່ຽໃສ່ເມືອງຮີໂຣຊີມາແລະນາກາຊັກກີ ເປັນການເປີດໂອກາດໃຫ້ຣັຖບານຝຣັ່ງກັບຄືນມາມີອຳນາດໃນຂົງເຂດອິນໂດຈີນອີກຄັ້ງຫນື່ງ. ເຈົ້າສີສວ່າງວົງ ພະເຈົ້າແຜ່ນດິນລາວ ປະກາດເປັນທາງການວ່າ ລາວຍັງຢູ່ໃນຄວາມອາຣັກຂາຂອງຝຣັ່ງຕໍ່ໄປ. ແຕ່ວ່າໃນວັນທີ 11 ກັນຍາ 1945 ເຈົ້າເພັຊຣາດ ຣັຕຕະນະວົງສາ ທີ່ໄດ້ຮັບການສນັບສນູນຈາກຈີນຄນະຊາດ ແລະວຽດມິນ ຮ່ວມກັບນ້ອງຊາຍສອງພະອົງ (ເຈົ້າສຸວັນນະພູມມາ ແລະເຈົ້າສຸພານຸວົງ) ປະກາດຕັ້ງຣັຖບານລາວອິດສຣະ ປະຕິເສດການເຈຣະຈາໃດໆກັບປະເທດຝຣັ່ງ ແລະປະກາດໃຫ້ລາວເປັນປະເທດເອກຣາດໂດຍທັນທີທັນໃດ<ref name="lgpg/histoire">{{Cite web|language=fr|url=http://lgpg.free.fr/histoire/histoire_laos.htm|title=11.Indépendance du Laos|work=lgpg.free.fr|}}</ref>. ໃນສະພາບການເມືອງດັ່ງກ່າວນັ້ນ ການປະທະລະຫວ່າງທັງສອງຝ່າຍກໍເລີ້ມມີຂຶ້ນ.