ກຸ ວໍຣະວົງສ໌
ພນະທ່ານ ກຸ ວໍຣະວົງສ໌ ເປັນນັກການເມືອງລາວຜູ້ໜຶ່ງ ເກີດເມື່ອວັນທີ 6 ເດືອນທັນວາ 1914 ທີ່ເມືອງສະຫວັນນະເຂດ ແລະໄດ້ເຖິງແກ່ມໍຣະນະກັມ ຍ້ອນການຄາດທະກັມ ໃນຕຳແໜ່ງຣັຖມົນຕຣີກະຊວງປ້ອງກັນປະເທດ ໃນວັນທີ 18 ເດືອນກັນຍາ 1954 ຢູ່ນະຄອນວຽງຈັນ. ໃນລະຍະເວລາສົງຄາມໂລກຄັ້ງທີສອງ ທ່ານກຸ ວໍຣະວົງສ໌ ສັງກັດຢູ່ໃນຂະບວນການຕໍ່ຕ້ານການຄອບຄອງຊົ່ວຄາວຂອງຈັກກະພັດຍີ່ປຸ່ນ ແລະຕໍ່ມາກໍຮ່ວມໃນຄນະຕ້ານຂະບວນການລາວອິດສຣະ. ຕັ້ງແຕ່ປີ 1941 ເຖິງປີ 1954 ທ່ານກຸ ວໍຣະວົງສ໌ ໄດ້ດຳຣົງຕຳແໜ່ງເປັນ ເຈົ້າເມືອງ ເຈົ້າແຂວງ ຜູ້ແທນລາສດອນ ແລະຣັຖມົນຕຣີຂອງຣັຖບານພຣະຣາຊອານາຈັກລາວ.
ພຽງປະມານສອງເດືອນ ຫຼັງຈາກການເຊັນສັນຍາເຊີແນ໋ວວ໌ (Accords de Genève) ເພື່ອຕຽມສ້າງສັນຕິພາບໃນອິນໂດຈີນໃນປີ 1954 ວິກິຈການທາງການເມືອງຕໍ່ເນື່ອງຈາກການຄາດທະກັມຂອງທ່ານກຸ ວໍຣະວົງສ໌ ກໍເປັນເຫດໃຫ້ຣັຖບານທ່າອ່ຽງກາງ (ຝຣັ່ງສນັບສນູນ) ຕ້ອງລົ້ມທະລາຍລົງ. ແລະຕໍ່ມາ ກໍແມ່ນຣັຖບານກ້າວໜ້າ (ສນັບສນູນຈາກສະຫະຣັດອາເມຣິກາ) ເປັນຜູ້ຂຶ້ນກຳອຳນາດ. ເຫດການດັງກ່າວ ພໍດີເກິດຂຶ້ນໃນລະຍະທີ່ມີຄວາມເຄັ່ງຕຶງຂອງສົງຄາມເຢັນ ລະຫວ່າງສະຫະພາບໂຊວຽດ ແລະສະຫະຣັດອາເມຣິກາ ຊຶ່ງພໍຈະວິເຄາະໄດ້ວ່າ ນັບແຕ່ປີ 1955 ເປັນຕົ້ນໄປ ປະວັດສາດການເມືອງຂອງປະເທດລາວ ທີ່ເປັນປະເທດນ້ອຍໆ ແລະບໍ່ມີທາງອອກສູ່ທະເລ ກໍໄດ້ຕົກຢູ່ໃນແຮ້ວຢ່າງບໍ່ປະນອມຂອງການປະທະທາງດ້ານອຸດົມການ ລະຫວ່າງສະຫະຣັດອາເມຣິກາ (ທຶນນິຍົມ) ແລະສະຫະພາບໂຊວຽດ (ຄອມມູນິສ). ເປັນເຫດຜົນປະການໜື່ງ ທີ່ເຮັດໃຫ້ການສ້າງຕັ້ງຄວາມປອງດອງຊາດລາວ ບໍ່ໄດ້ຮັບຜົນສຳເຫລັດດັ່ງປາຣຖນາ.
ຢູ່ເມືອງສະຫວັນນະເຂດ (ປັດຈຸບັນເມືອງໄກສອນ ພົມວິຫານ) ມີຖນົນແລະສນາມກີລາໃສ່ຊື່ທ່ານກຸ ວໍຣະວົງສ໌ ແລະ ຢູ່ເມືອງທ່າແຂກ ກໍມີຖນົນໃສ່ຊື່ທ່ານ ເຊັ່ນດຽວກັນ. ນອກຈາກນີ້ ຕັ້ງແຕ່ປີ 1995 ເປັນຕົ້ນມາ ມີຮູບຫລໍ່ ສະຖິດຢູ່ເດີ່ນເຮືອນກຳເນີດ ສຖານທີ່ໆທ່ານກຸ ວໍຣະວົງສ໌ ເຄີຍດຳເນີນຊີວິດມາແຕ່ຍັງໜຸ່ມນ້ອຍ.
ຊີວະປະຫວັດ
ດັດແກ້ຄອບຄົວແລະຊີວິດແຕ່ຍັງໜຸ່ມນ້ອຍ
ດັດແກ້ສະພາບປະວັດສາດ
ດັດແກ້ເພື່ອຕ້ານການຂຍາຍອິດທິພົນຂອງຣາຊອານາຈັກອັງກິດໃນພາກພື້ນນີ້ ປະເທດຝຣັ່ງໄດ້ເລີ່ມລ່າຫົວເມືອງຂຶ້ນໃນອິນໂດຈີນ ແລະໄດ້ເລີ່ມມີຄວາມສົນໃຈໃນໂຂງເຂດລຸ່ມແມ່ນໍ້າຂອງ ມາຕັ້ງແຕ່ສະຕະວັດທີ 19. ຕັ້ງແຕ່ສມັຍນັ້ນມາ ຄນະສຳຫຼວດຂອງຝຣັ່ງຫຼາຍຄນະ[n 1] ກໍໄດ້ມາທຳການສຳຫຼວດຊັພຍາກອນໃນແດນດິນຂອງລາວ ພ້ອມດ້ວຍມີຜູ້ນຳສຳຄັນຜູ້ໜຶ່ງ ນາມວ່າ ທ່ານໂອກຸສຕ໌ ປາວີ (Auguste Pavie). ພະເຈົ້າມະຫາຊີວິດອຸ່ນຄຳ ແຫ່ງຫຼວງພະບາງ ຊຶ່ງອານາຈັກຂອງພະອົງກຳລັງຖືກກົດດັນນານາປະການຈາກປະເທດເພື່ອນບ້ານ (ສຍາມ ພະມ້າ ຈີນ) ແລະພ້ອມກັນນີ້ ຈຳຕ້ອງຜະເຊີນກັບການແບ່ງແຍກຣາຊວົງສ໌ ຍ້ອນການສືບທອດບັນລັງ ຈຶ່ງຂໍຄວາມອາຣັກຂາຈາກປະເທດຝຣັ່ງເສດໃນປີ 1887 ອີງຕາມຄຳປຶກສາຂອງທ່ານປາວີ. ການເຊັນສັນຍາ ຝຣັ່ງ-ສຍາມ ວັນທີ 3 ຕຸລາ 1893 ໄດ້ສະກັດໝາຍເຂດຊາຍແດນໃໝ່ລະຫວ່າງສຍາມແລະລາວ ພ້ອມທັງວາງຮ່າງການປົກຄອງອາຣັກຂາຂອງຝຣັ່ງ. ດັ່ງນັ້ນ ຣາຊອານາຈັກລ້ານຊ້າງຈືງໄດ້ຖືກປົກຄອງໂດຍຣັຖບານຫົວເມືອງຂຶ້ນຂອງຝຣັ່ງ. ໃນສມັຍນັ້ນ ຝຣັ່ງໄດ້ມີການປົກຄອງຂເມນ ຕົງແກງ ອັນນາມ ແລະ ໂກແຊງຊີນ ມາກ່ອນເປັນເວລາດົນນານແລ້ວ.
ເຂດນໍ້າແດນດິນຂອງລາວກໍໄດ້ແບ່ງເປັນແຂວງ,[n 2] ທີ່ປະກອບດ້ວຍເມືອງ ແລະບ້ານ. ນັກປົກຄອງທ້ອງຖິ່ນ ຕ່າງກໍທຳການປົກຄອງທ້ອງຖິ່ນຂອງຕົນ ພ້ອມທັງເປັນຜູ້ສື່ສານລະຫວ່າງປະຊາລາສດອນ ແລະເຈົ້າໜ້າທີ່ “ຜູ້ມີອຳນາດ” (fonctionnaires d'autorité) ຂອງຝຣັ່ງ ດັ່ງເຊັ່ນ ກອມມີແຊຣຂອງຣັຖບານ (commissaire du gouvernement) ແລະ ເຣຊີດັງ (résident). ຜູ້ສຳເລັດຣາຊການ (résident supérieur) ປະຈຳຢູ່ນະຄອນວຽງຈັນ ທີ່ຖືເປັນເມືອງເອກຂອງການບໍລິຫານ. ຂ້າຣາຊການທຸກຄົນຂອງລະບົບປົກຄອງທົ່ວໄປ ຕ່າງກໍ່ມີຜູ້ຊົດຊ່ວຍ ດັ່ງເຊັ່ນ : ອຸປະຮາດ ຜູ້ຊ່ວຍ ແລະສະໝຽນ.
ອີງໃສ່ສະພາບດັ່ງກ່າວ ໃນປີ 1902 ພຍາປຸ້ຍ ພໍ່ເຖົ້າຂອງທ່ານກຸ ວໍຣະວົງສ໌ ໄດ້ຖືກແຕ່ງຕັ້ງເປັນເຈົ້າເມືອງຜູ້ທຳອິດຂອງເມືອງຂັນທະບຸຣີ[n 3] (ແຂວງສະຫວັນນະເຂດ ພາກໃຕ້ຂອງລາວ). ແລະນັບແຕ່ປີ 1922 ຕໍ່ໄປຈົນເຖິງ 1928 ເຈົ້າເມືອງຕານ ວໍຣະວົງສ໌ ນ້ອງຊາຍຂອງພຍາປຸ້ຍ ກໍໄດ້ຮັບໜ້າທີ່ແທນອ້າຍ.
ກຳເນີດແລະການສຶກສາ
ດັດແກ້ທ່ານກຸ ວໍຣະວົງສ໌ ເກີດຢູ່ເມືອງຂັນທະບຸຣີ ປີ 1914 ໃນຄອບຄົວທີມິພື້ນຖານ. ເປັນລູກຄົນດຽວ[n 4] ຂອງທ່ານຄຣູໝັ້ນ ນັກພູມິນ ແລະນາງຈັນເຮືອງ ລູກສາວຜູ້ໜຶ່ງຂອງພຍາປຸ້ຍ ໃນຈຳນວນລູກຫຼາຍຄົນ. ເນື່ອງຈາກພໍ່ແມ່ມີການຢ່າຮ້າງກັນ ນາງກຽງຄຳ (ພັລຍາຂອງເຈົ້າເມືອງຕານ) ເອື້ອຍກົກຂອງນາງຈັນເຮືອງ ໄດ້ເອົາມາລ້ຽງເປັນລູກບຸນທັມແຕ່ຍັງນ້ອຍ[1] ເພາະວ່ານາງກຽງຄຳແລະເຈົ້າເມືອງຕານບໍ່ມີລູກ. ໃນລະຍະນັ້ນ ເຈົ້າເມືອງຕານເປັນນາຍພາສາ ສັງກັດຢູ່ນຳທ່ານເຣຊີດັງ.
ທ່ານກຸ ວໍຣະວົງສ໌ ໃຫຍ່ເຕີບໂຕທີ່ເມືອງສະຫວັນນະເຂດ ແລະກໍຮຽນປະຖົມສຶກສາທີ່ນັ້ນ. ທ່ານໄດ້ຮຽນຈົບປະຖົມສຶກສາບໍຣິບູນ ໄດ້ຮັບປະກາສນິຍາບັດ CEPCI (« Certificat d’études primaires complémentaires indochinoises » [2]) ໃນປີ 1930. ຫລັງຈາກນັ້ນກໍ່ໄປຮຽນຕໍ່ມັທຍົມປີທີ ໑ ຢູ່ໂຮງຮຽນມັທຍົມປາວີ ທີ່ນະຄອນວຽງຈັນ. ແຕ່ວ່າໃນປີດຽວກັນນັ້ນ ພໍ່ບຸນທັມຂອງທ່ານກຸ ວໍຣະວົງສ໌ ຊື່ງແມ່ນເຈົ້າເມືອງຕານ ກໍມີການວິວາດກັບການປົກຄອງຝຣັ່ງ[n 5] ເລີຽຖືກຈຳຄຸກ. ເມື່ອເປັນເຊັ່ນນັ້ນ ທ່ານກຸ ວໍຣະວົງສ໌ ເລີຽອອກໂຮງຮຽນມັທຍົມ ແລະກັບຄືນລົງມາຢູ່ສະຫວັນນະເຂດ. ທ່ານບໍ່ເຂົ້າຮຽນ ແລະຂ້າເວລາໂດຍການຫຼີ້ນກິລາ ໂດຍສະເພາະບານເຕະ.[n 6]
ມື້ໜຶ່ງ ຫຼັງຈາກການແຂ່ງກິລາບານເຕະ ທ່ານກຸ ວໍຣະວົງສ໌ແລະເພື່ອນໆ ແໝ້ນໝາກພ້າວທີ່ຢູ່ຮິມຮົ້ວມາກິນ ເພື່ອແກ້ຄວາມຫິວນໍ້າ. ມາດາມມານເປັດ (madame Malpuech) ພັລຍາຂອງທ່ານກອມມີແຊຄົນກ່ອນ ເອີ້ນດ່າພວກນັກກິລາໜຸ່ມນ້ອຍ ຍ້ອນນາງຖືວ່າເປັນການລັກຂອງສະທາຣະນະ. ໃນນາມຫົວໜ້າທີມນັກກິລາ ທ່ານກຸ ວໍຣະວົງສ໌ ຖົກຖຽງປົກປ້ອງເພື່ອນນັກກິລາດ້ວຍກັນດ້ວຍຄວາມຮຸນແຮງ ຈົນເຮັດໃຫ້ມາດາມມານເປັດ ໄປຟ້ອງຕຳຫລວດວ່າໄດ້ມີການທຳຮ້າຍ.
ເມື່ອທ່ານເຣຊີດັງປະຈຳການ[n 7] ຮູ້ວ່າ ຊາຍໜຸ່ມທີ່ບໍ່ຢ້ານກົວຕໍ່ຕົນນັ້ນ ເປັນລູກຂອງເຈົ້າເມືອງຕານ ແລະມີຄວາມປະຫຼາດໃຈຕໍ່ພື້ນຖານຄວາມຮູ້ ໂດຍສະເພາະຄວາມຊຳນານໃນພາສາຝຣັ່ງ ທ່ານກໍຕັດສິນໃຈເອົາເຂົ້າການເປັນສະໜຽນສ່ວນຕົວ. ທ່ານກຸ ວໍຣົວົງສ໌ ຈຶ່ງກັບຄືນໄປເຂົ້າໂຮງຮຽນມັທຍົມປາວີອີກເທື່ອໃໝ່ ແລະຍັງໄດ້ສຶກສາເພີ້ມ ທີ່ໂຮງຮຽນກົດໝາຍແລະການປົກຄອງ (École de droit et d'administration) ຢູ່ນະຄອນຫຼວງວຽງຈັນ ຈົນໄດ້ຮັບປະກາສນິຍາບັດໃນປີ 1933. ໃນເວລາຕໍ່ໄປ ກໍໄດ້ຮັບຕຳແໜ່ງໃນການປົກຄອງເປັນລະດັບໆຂຶ້ນໄປ. ຮອດປີ 1941 ທ່ານເປັນຮອງເຈົ້າແຂວງວຽງຈັນ. ປີ 1942 ທ່ານກຸ ວໍຣະວົງສ໌ ເປັນເຈົ້າເມືອງປາກຊັນ ແຂວງບໍຣິຄຳໄຊ.[3][4] ພໍດີຕົກໃນລະຍະທີ່ຈັກກະພັດຍີ່ປຸ່ນ ຊື່ງເປັນພັນທະມິດກັບເຢັຽຣະມັນນາຊີ ກຳລັງພຍາຍາມແຜ່ຂຍາຍອິດທິພົນຂອງຕົນ ໃນພາກພື້ນອາຊີ.
ໜ້າທີ່ການ
ດັດແກ້ການຕໍ່ຕ້ານຍີ່ປຸ່ນ
ດັດແກ້ປີ 1939 ເປັນປີທີ່ສົງຄາມໂລກຄັ້ງທີສອງເກີດຂຶ້ນໃນທະວີບຢູໂຣບ. ປະເທດຍີ່ປຸ່ນທີ່ເປັນພະລັງເດັດຂາດຢູ່ໃນເຂດອາຊີຕາເວັນອອກສຽງໃຕ້ ແລະທັງເປັນສມາຊິກເຄືອກຳລັງ “ອັກສີສ”, ເຂົ້າຮຸກຮານປະເທດລາວໃນປີ 1941 ໂດຍຕົກລົງກັບຣັຖບານວິຊີຂອງຝຣັ່ງ. ພ້ອມດຽວກັນນັ້ນ ປະເທດສຍາມ ທີ່ເປັນພັນທະມິຕບາງຄັ້ງຄາວກັບຈັກກະພັດຍີ່ປຸ່ນໃນ ”ຂອບເຂດຂອງພາກພື້ນການຮ່ວມວັທນາໃນອາຊີຕາເວັນອອກທີ່ກວ້າງໃຫຍ່” ໄດ້ສວຍໂອກາດໃນຂນະທີ່ປະເທດຝຣັ່ງກຳລັງປະລາໄຊ ເພື່ອລວບລວມເອົາແຂວງໄຊຍະບຸຣີແລະແຂວງຈຳປາສັກຂອງລາວ ທີ່ຢູ່ດ້ານຕາເວັນອອກຂອງແມ່ນໍ້າຂອງ.
ເລີ້ມແຕ່ປີ 1940 ເຖິງ 1945 ພັນທະມິຕສອງປະເທດອາຊີ ສະແດງຕົນເປັນຜູ້ປົດປ່ອຍປະຊາຊົນ ປະຈານການເປັນຫົວເມືອງຂຶ້ນຂອງປະເທດຕາເວັນຕົກ ແລະໄດ້ສົ່ງເສີມ ການລຸກຮືທຳການຕໍ່ຕ້ານຂຶ້ນ. ຊະນັ້ນ ເພື່ອສະກັດຄວາມກະຫາຍຂອງສັມພັນຍີ່ປຸ່ນ-ສຍາມ ຈອມພົລຊັງ ເດີກູ (Jean Decoux) ຊື່ງເປັນຜູ້ສຳເລັດຣັຖການຝຣັ່ງປະຈຳອິນໂດຈີນ (Gouverneur général d'Indochine) ຈື່ງພະຍາຍາມຮັດແໜ້ນຄວາມສັມພັນລະຫວ່າງລາວ-ຝຣັ່ງ. ນະໂຍບາຍການເມືອງເຊັ່ນນີ້ ພາໃຫ້ເກີດມີຂະບວນການຊາດນີຍົມລາວສອງຝ່າຍ ຝ່າຍໜຶ່ງເຂົ້າຂ້າງຝຣັ່ງ ອີກຝ່າຍໜຶ່ງບໍ່ເຫັນດີໃຫ້ຝຣັ່ງຢູ່ຕໍ່. ຂະບວນການສອງຝ່າຍນັ້ນ ກໍເລີຽຂັດແຍ້ງຕໍ່ສູ້ກັນ ເມື່ອການວິວາດລະດັບສາກົນສິ້ນສຸດລົງ.
ທ່ານກຸ ວໍຣະວົງສ໌ ສນັບສນູນນະໂຍບາຍຂອງຝຣັ່ງ ຊື່ງໃຫ້ລາວມີເອກຣາດເປັນຂັ້ນໆໄປ ແລະຄັດຄ້ານຂະບວນການຊາດນິຍົມລາວອິດສຣະ[4][5] ສະເໜີໂດຍສເດັດເຈົ້າເພັຊຣາຊ ຣັຕຕະນະວົງສາ ທີ່ມີຈຸດປະສົງຢາກຕໍ່ສູ້ກັບອຳນາດຫົວເມືອງຂຶ້ນ ແລະປະກາດເອກຣາດລາວໃນທັນທີ ຫຼັງຈາກສົງຄາມໂລກສິ້ນສຸດລົງ.[6]
ວັນທີ 9 ມີນາ 1945 ກອງທັບຍີ່ປຸ່ນບຸກລຸກຄ້າຍທະຫານຝຣັ່ງຢູ່ອິນໂດຈີນ ແລະໂດຍໃຊ້ການຣັຖປະຫານ ໄດ້ເຂົ້າຄວບຄຸມການປົກຄອງທັງໝົດ. ເຈົ້າໜ້າທີ່ຝຣັ່ງຖືກຈັບກຸມແລະພະເຈົ້າສີສວ່າງວົງກໍປະກາດເອກຣາດປະເທດລາວພາຍໃຕ້ການຂົ່ມຂູ່. ຣະຍະທຳອິດໃນການເຂົ້າມາຍຶດປະເທດຂອງຍີ່ປຸ່ນ ນາຍທະຫານຝຣັ່ງບາງຄົນໄດ້ມາໂດດຈ້ອງລົງ ແລະຈັດການຕໍ່ຕ້ານທາງລັບຢູ່ໃນປ່າຕືບໜາ. ທ່ານກຸ ວໍຣະວົງສ໌ ກໍຕິດຕໍ່ກັບໝວດຕໍ່ຕ້ານຍີ່ປຸ່ນຂອງຝຣັ່ງ ທີ່ໂຕນລົງໃນເມືອງປາກຊັນ ໃນທັນທີໂລດ. ນາຍທະຫານຝຣັ່ງໝວດນັ້ນບັນຊາໂດຍພັນເອກເດີວ (Jean Deuve).[n 8] ທ່ານກຸ ວໍຣະວົງສ໌ ປະຕິບັດຕາມຄຳສັ່ງ ໂດຍປະຈຳການໜ້າທີ່ເຈົ້າເມືອງ ເພື່ອເປັນກຳລັງກອງປາບທາງລັບຝຣັ່ງ-ລາວ ໂດຍກຳກັບ: ການເກນອາສາສມັກ ການລໍ່າລຽງອາຫານການກິນ ການສືບຂ່າວ ການເສື່ອງອາວຸດແລະອຸປະກອນຕ່າງໆ. ໃນນາມ “ຫົວໜ້າຂອງການປົກຄອງເທົ່າທຽມຂອງຝຣັ່ງ” (« chef de l'administration parallèle ») ທ່ານກຸ ວໍຣະວົງສ໌ ໂຄສະນາຄັດຄ້ານຍີ່ປຸ່ນຢູ່ໃນເມືອງແລະໃນຊົນນະບົດ ຈັດການສ້າງຕາໜ່າງຕໍ່ຕ້ານແລະສືບຂ່າວ. ເດືອນມິຖຸນາ 1945 ເມື່ອມີການເຜີຽພຶດຕິການ ແລະຮຽກຄ່າຫົວ ທ່ານກຸ ວໍຣະວົງສ໌ ຖືກຈັບກຸມ ແຕ່ກໍລັກໜີໄດ້. ຫລັງຈາກນັ້ນ ທ່ານກຸ ວໍຣະວົງສ໌ ກໍຈັບອາວຸດໄປເຂົ້າສູ່ກຳລັງຕໍ່ຕ້ານ ພ້ອມກັບອາສາສມັກ 150 ຄົນ ແລະດຳເນີນການຕໍ່ສູ້ ຄຽງບ່າຄຽງໃລ່ກັບນັກຕໍ່ສູ້ທະຫານຝຣັ່ງ-ລາວ ຈົນສິ້ນສົງຄາມ.[5]
ການຕໍ່ຕ້ານລາວອິດສຣະ
ດັດແກ້ວັນທີ 15 ສິງຫາ 1945 ອນາຈັກຍີ່ປຸ່ນລົ້ມທະລາຍ ເນື່ອງຈາກສະຫະຣັດອາເມຣິກາຖີ້ມລະເບີດນິວເຄຼັ່ຽໃສ່ເມືອງຮີໂຣຊີມາແລະນາກາຊັກກີ ເປັນການເປີດໂອກາດໃຫ້ຣັຖບານຝຣັ່ງກັບຄືນມາມີອຳນາດໃນຂົງເຂດອິນໂດຈີນອີກຄັ້ງຫນື່ງ. ເຈົ້າສີສວ່າງວົງ ພະເຈົ້າແຜ່ນດິນລາວ ປະກາດເປັນທາງການວ່າ ລາວຍັງຢູ່ໃນຄວາມອາຣັກຂາຂອງຝຣັ່ງຕໍ່ໄປ. ແຕ່ວ່າໃນວັນທີ 11 ກັນຍາ 1945 ເຈົ້າເພັຊຣາດ ຣັຕຕະນະວົງສາ ທີ່ໄດ້ຮັບການສນັບສນູນຈາກຈີນຄນະຊາດ ແລະວຽດມິນ ຮ່ວມກັບນ້ອງຊາຍສອງພະອົງ (ເຈົ້າສຸວັນນະພູມມາ ແລະເຈົ້າສຸພານຸວົງ) ປະກາດຕັ້ງຣັຖບານລາວອິດສຣະ ປະຕິເສດການເຈຣະຈາໃດໆກັບປະເທດຝຣັ່ງ ແລະປະກາດໃຫ້ລາວເປັນປະເທດເອກຣາດໂດຍທັນທີທັນໃດ.[7] ໃນສະພາບການເມືອງດັ່ງກ່າວນັ້ນ ການປະທະລະຫວ່າງທັງສອງຝ່າຍກໍເລີ້ມມີຂຶ້ນ.
ທ່ານກຸ ວໍຣະວົງສ໌ ທີ່ໄດ້ຖືກແຕ່ງຕັ້ງເປັນເຈົ້າແຂວງວຽງຈັນແຕ່ທ້າຍປີ 1945 ນັ້ນ ກໍ່ໄດ້ຕັ້ງກອງອາຣັກຂາພົລເຮືອນ ນຳພາການເມືອງແລະການທະຫານໃນເມືອງເອກວຽງຈັນ ເພື່ອນຳພາການຕໍ່ສູ້ກັບລາວອິດສຣະ ຈີນ ແລະວຽດມິນ ທີ່ຄອບຄອງເມືອງໃຫຍ່ຂອງປະເທດ. ແຕ່ວ່າ ບໍ່ພໍເທົ່າໃດເດືອນ ເມື່ອຖືກປິດລ້ອມ ປະນາມ ແລະຂົ່ມຂູ່ ທ່ານກຸ ວໍຣະວົງສ໌ ກໍ່ເລີຍຈຳເປັນຕ້ອງຖອນຕົວໄປສູ່ຊົນນະບົດ ເພື່ອສຶບຕໍ່ການນຳພາຕໍ່ສູ້ໃນຣະດັບຕໍ່ໄປ.[5] ວັນທີ 24 ເມສາ 1945 ເມື່ອກອງທະຫານຝຣັ່ງເຂົ້າສູ່ວຽງຈັນ ຣັຖບານລາວອິດສຣະຈຳຕ້ອງລີ້ໄພການເມືອງ ຂ້າມໄປຝັ່ງຂວາຂອງແມ່ນໍ້າຂອງ. ຕໍ່ມາໃນປີ 1949 ຣັຖບານດັ່ງກ່າວຍຸບຕົນເອງ ແລະແຍກອອກເປັນ 3 ຝ່າຍຢ່າງຈະແຈ້ງ:
- ສາຂາຂອງເຈົ້າເພັຊຣາດ ທີ່ມີປະວັດການ ແລະບໍ່ອ່ອນນ້ອມ ຊຶ່ງດຳເນີນການຕໍ່ສູ້ຢູ່ປະເທດໄທຍ໌
- ສາຂາຂອງເຈົ້າສຸວັນນະພູມມາ ທີ່ມີທ່າທີອ່ອນໂຍນ ຍິນດີການເຈຣະຈາກັບຝຣັ່ງ ແລະກັບຄືນເມືອປະເທດລາວ
- ສາຂາຂອງເຈົ້າສຸພານຸວົງ ທີ່ຮ່ວມມືກັບຜູ້ນຳວຽດມິນ ແລະທຳການປະກອບອາວຸດຢູ່ຫາໂນຽ
ເມຶ່ອເມືອງວຽງຈັນຖືກປົດປ່ອຍ ທ່ານກຸ ວໍຣະວົງສ໌ ກໍ່ຍັງຮັກສາຕໍ່າແໜ່ງເຈົ້າແຂວງວຽງຈັນຢູ່ ແລະຕໍ່ມາ ໃນປີ 1947 ກໍ່ໄດ້ຮັບຕໍ່າແໜ່ງເຈົ້າແຂວງຄຳມ່ວນ ຊຶ່ງເມືອງເອກແມ່ນເມືອງທ່າແຂກ.
ການຖືກລັດຍິງຢູ່ປາກນໍ້າຫີນບູນ
ດັດແກ້ມາຮອດ ເດືອນສິງຫາ ປີ 1946 ເມື່ອສັນຕິພາບຄ່ອຍໆກັບຄືນມາ ປະເທດຝຣັ່ງເສດທີ່ຫາກໍ່ລຸກຟື້ນຢ່າງລຳບາກຈາກສົງຄາມໂລກຄັ້ງທີ່ສອງ ແລະໃນເວລາດຽວກັນກໍເລີ້ມປະເຊີນໜ້າກັບການທັດທວງເອກຣາຊຂອງຂະບວນການຮັກຊາດວຽດນາມຂອງໂຮຈີມິນ ຈຶ່ງຍິນດີໃຫ້ລາວກ້າວສູ່ຄວາມເປັນຕົນເອງເປັນຂັ້ນໆໄປ. ໃນເວລາທີ່ກຳລັງຫົວລ້ຽວຫົວຕໍ່ຢູ່ນັ້ນ ບັນດາຄອມມີແຊຂອງຣັຖບານຝຣັ່ງກໍຖືກປ່ຽນເປັນຄນະທີ່ປຶກສາປະຈຳເຈົ້າແຂວງ (délégations de conseillers auprès des gouverneurs de province).
ວັນທີ 11 ຕຸລາ 1946 ໄດ້ມີການເລືອກຕັ້ງທົ່ວໄປ ຈັດຂຶ້ນໃນ 11 ແຂວງ ເລືອກເອົາຜູ້ແທນລາສດອນ 44 ທ່ານ ເພື່ອປະກອບສະພາຮ່າງຣັຖທັມມະນູນ.[n 9] ແຂວງຄຳມ່ວນມີຜູ້ແທນລາສດອນ 4 ທ່ານ. ທ່ານກຸ ວໍຣະວົງສ໌ ຄືຜູ້ໜຶ່ງໃນຈຳນວນນີ້ ທີ່ຕ້ອງຂຶ້ນເມືອງວຽງຈັນເພື່ອຮ່າງຣັຖທັມມະນູນ. ວັນທີ 6 ມີນາ 1947 ທ່ານກຸ ວໍຣະວົງສ໌ ເລີ່ມອອກເດີນທາງໄປວຽງຈັນພ້ອມດ້ວຍຜູ້ແທນອີກ 2 ທ່ານແລະທີ່ປຶກສາຝຣັ່ງປະຈຳການຢູ່ນຳເຈົ້າແຂວງສະຫວັນນະເຂດອີກທ່ານໜື່ງ.[n 10] ຕາມຖນົນລະຫວ່າງທ່າແຂກແລະປາກຊັນທາງພາກຕາເວັນຕົກ ພວກເພິ່ນໄດ້ຕົກຢູ່ໃນການລັດລອບຍິງຂອງກອງກຳລັງວຽດມິນມາຈາກຝັ່ງໄທຍ໌ ຊຶ່ງລອບຖ້າຢູ່ໄກ້ໆກັບຂົວ ຢູ່ເທິງປາກນໍ້າຫີນບູນ ແລະແມ່ນໍ້າຂອງ. ທີ່ປຶກສາຝຣັ່ງແລະຜູ້ແທນລາສດອນສອງທ່ານຖືກຍິງຕາຍກັບທີ່. ທ່ານກຸ ວໍຣະວົງສ໌ ຖືກບາດເຈັບໜັກສາຫັດປະວ່າຕາຍແລ້ວ. ກະສຸນປືນຫຼາຍນັດຖືກ ຂາ ຮ່າງກາຍ ແລະຫົວ ແຕ່ທ່ານພຍາຍາມເລືອໜີປ່າປະມານ 1 ກິໂລແມຕ ເອົາໂຕຕະລູດເຂົ້າເຮືອ ແລ້ວພາຍມືເລາະນຳຫ້ວຍ ຈົນກວ່າຈະພົບຜູ້ມາຊ່ອຍ. ທ່ານເອົາຊີວິດລອດຕາຍໄດ້ ໂດຍເຂົ້າປິ່ນປົວຢູ່ໂຮງພະຍາບານເມືອງທ່າແຂກ.[4][8][9]
ວັນທີ 11 ພຶສພາ 1947 ຣັຖທັມມະນູນກໍໄດ້ຮັບສາຕະຍາບັນ ແລະດ້ວຍການດຳຣິລົງວັນທີ 10 ກໍຣະກະດາ 1947 ກໍມີຣັຖບານໃໝ່ ທີ່ເຈົ້າສຸວັນນະຣາດ[n 11] ເປັນນາຍົກຣັຖມົນຕຣີ. ປະເທດປົກຄອງໃໝ່ນີ້ ໄດ້ຮັບທຸງຊາດຊ້າງສາມຫົວ ມີເພງຊາດລາວ ແລະຣັຖທັມມະນູນທີ່ວາງພື້ນຖານຂອງລະບອບການປົກຄອງແບບປະຊາທິປະໄຕ ທີ່ມີສະພາ ແລະມີພະຣາຊາເປັນປະມຸກ.
ເປັນຣັຖມົນຕຣີຂອງຣັຖບານພະຣາຊອານາຈັກ
ດັດແກ້ຢູ່ໃນຣັຖບານຣາຊອານາຈັກຊຸດທຳອິດນີ້ ທ່ານກຸ ວໍຣະວົງສ໌ ຊື່ງຍັງເປັນນັກການເມືອງຜູ້ໜຸ່ມນ້ອຍ ໄດ້ຮັບຕຳແໜ່ງຣັຖມົນຕຣີກະຊວງໂຍທາທິການ ກະຊວງຍຸຕິທັມ ແລະກະຊວງທັມມະການ.[10] ໃນປີດຽວກັນນີ້ ທ່ານໄດ້ຕັ້ງພັກການເມືອງລາວພັກທຳອິດ ຮ່ວມກັບທ່ານຣັຖມົນຕຣີບົງ ສຸວັນນະວົງ ຮຽກຊື່ເປັນທາງການວ່າ “ພັກລາວຮ່ວມສຳພັນ”[11] ຊຶ່ງເປັນພັກປະຊາທິປະໄຕທີ່ມີຫົວຄິດແບບໃໝ່ ມີອຸດົມການຊາດນິຍົມຢ່າງດູດດື່ມ ແຕ່ສະມາຊິກຂອງພັກຕຽມພ້ອມທີ່ຈະຮ່ວມມືກັບເຈົ້າໜ້າທີ່ຝຣັ່ງ ເພື່ອຕຽມປະເທດໃຫ້ໄດ້ຮັບເອກຣາດຢ່າງສົມບູນ. ປີໜຶ່ງຕໍ່ມາ ໃນປີ 1948 ການບໍ່ຕົກລົງກັນຫຼາຍຢ່າງນຳໃຫ້ໄດ້ແຍກກັນ ແລະທ່ານກຸ ວໍຣະວົງສ໌ ກໍໄດ້ຕັ້ງພັກຂອງຕົນເອງຂຶ້ນ ຊື່ວ່າ “ພັກປະຊາທິປະໄຕ”[12] ເປັນພັກທີ່ມີອຸດົມການຕໍ່ສູ້ເພື່ອເປັນປະເທດເອກຣາດ ພາຍໃຕ້ລະບອຍກະສັດເປັນປະມຸກ ມີຣັຖທັມມະນູນໃນຣະບົບປະຊາທິປະໄຕ ເທົ່າທີ່ຈະເປັນໄປໄດ້.
ຢູ່ໃນຄຳປາໃສ ຫຼື ໃນ “ສຽງລາວ” ຊຶ່ງແມ່ນໜັງສືພິມຂອງພັກ ທ່ານກຸ ວໍຣະວົງສ໌ ໄດ້ຖແລງວ່າ ການສຳພັນກັບປະເທດຝຣັ່ງນັ້ນແມ່ນດ້ວຍຄວາມຈຳເປັນ. ແຕ່ຈະບໍ່ອະນຸຍາດໃຫ້ຝຣັ່ງມີການ “ຮຸກຮານ” ໃນການປົກຄອງຂອງປະເທດເປັນອັນຂາດ.[8] ໃນເດືອນພຶສພາ 1941 ເວລາທ່ານເປັນຮອງເຈົ້າແຂວງວຽງຈັນ ຕາມທີ່ຂຽນໃນບົດຄວາມ “ຮຽກຮ້ອງເຖິງໜຸ່ມລາວ” ພິມລົງໃນວາລະສານ “ອິນໂດຈີນ[n 12]” ທ່ານກຸ ວໍຣະວົງສ໌ ປາຖນາໃຫ້ທຸກພະແນກການປົກຄອງແລະພະນັກງານທ້ອງຖິ່ນຂອງລາວມີການເປັນຕົນເອງຫຼາຍຂຶ້ນ ໂດຍການລົບລ້າງການຝຶກຫັດທີ່ພະນັກງານວຽດເປັນຄຣູສອນອອກ. ທ່ານຮ້ອງຂໍການລົບລ້າງລະບອບສັກດີນາ ການຈຳກັດອຳນາດສູງສຸດຂອງສະຫະພັນອິນໂດຈີນໃນລາວ ແລະການເນັ້ນໜັກໃນການປົກຄອງຕາມຣະບອບປະຊາທິປະໄຕຫຼາຍຂຶ້ນ.[13]
ວັນທີ 19 ກໍຣະກະດາ 1949 ດ້ວຍສັນຍາເຊັນໂດຍປະທານຝຣັ່ງ ທ່ານແວງຊັງ ໂອຣິຮົນ (Vincent Auriol) ແລະພະເຈົ້າແຜ່ນດິນ ໂດຍມີນາຍົກຣັຖມົນຕຣີເຈົ້າບຸນອູ້ມເປັນຜູ້ຕ່າງໜ້າ ປະເທດຝຣັ່ງຮັບຮູ້ຫຼັກການເປັນເອກຣາດພາຍໃຕ້ການປົກຄອງຂອງພະເຈົ້າແຜ່ນດິນສີສະວ່າງວົງ ແຫ່ງຫຼວງພະບາງ. ມີການຕັ້ງກັມມະການຝຣັ່ງ-ລາວ ຊຶ່ງມີໜ້າທີ່ຕຽມອະນາຄົດການໂອນອຳນາດ ເພື່ອໃຫ້ລາວດຳເນີນໄປສູ່ການປົກຄອງໂດຍຕົນເອງຢ່າງສົມບູນ. ຢູ່ໃນຣັຖບານຣາຊອານາຈັກຊຸດທີສອງນີ້ ທ່ານກຸ ວໍຣະວົງສ໌ ໄດ້ເປັນຣັຖມົນຕຣີກະຊວງເສດຖະກິດ ແລະໃນການສົນທະນາແລະການອະພິປາຍໃນວາຣະຂອງການຕຽມການໂອນອຳນາດໃຫ້ແກ່ຣັຖບານລາວນັ້ນ ທ່ານກຸ ວໍຣະວົງສ໌ ກໍຍັງໄດ້ເປັນປະທານກຳມະທິການແຜນຜັງ ໂຍທາທິການ ເສດຖະກິດ ແລະກິຈການທະຫານເຊັ່ນດຽວກັນ.[8]
ປະເທດລາວເປັນປະເທດທີ່ມີການປົກຄອງເປັນຂອງຕົນເອງຢ່າງສົມບູນ ຊຶ່ງປະກອບດ້ວຍ: ການຍຸຕິທັມ ກອງທັບ ຕຳຫຼວດ ແລະການເງິນ. ມີແຕ່ປະໂຫຍດຮ່ວມກັນລະຫວ່າງ 4 ປະເທດທີ່ຮ່ວມຢູ່ໃນສະຫະພັນຝຣັ່ງ (ຂເມນ ຝຣັ່ງ ລາວ ວຽດນາມ) ແລະສະພາບສົງຄາມທີ່ກຳລັງມີຢູ່ໃນອິນໂດຈີນເທົ່ານັ້ນ ທີ່ຣະບຸການຈຳກັດບາງກໍຣະນີໄວ້ໃນສົນທິສັນຍາທົ່ວໄປ.[14] ຖານະໃໝ່ທີ່ປະເທດລາວໄດ້ຮັບໃນຄັ້ງນີ້ ຈະເອື້ອອຳນວຍໂອກາດໃຫ້ລາວເຂົ້າເປັນສະມາຊິກຂອງອົງການສະຫະປະຊາຊາດ.
ນັບໄດ້ວ່າເປັນຄັ້ງທຳອິດໃນປະວັດສາດ ທີ່ຖືວ່າປະເທດລາວເປັນຣັຖທີ່ແທ້ຈິງໃນສາຍຕາຂອງບັນດາປະເທດຕາເວັນຕົກ. ລາວມີສິດຜູກສາຍສັມພັນທາງການທູດຕາມມັກໄດ້ ແລະເຂົ້າບັນຈຸໃນສະຖາບັນແລະອົງການນານາຊາດໄດ້ເຊັ່ນດຽວກັນ. ສະພາບໃໝ່ທີ່ອຳນວຍນີ້ ເປີດໂອກາດໃຫ້ມີນັກຊ່ຽວຊານຂອງອົງການສະຫະປະຊາຊາດມາຄຳນວນສະພາບການພັທນາ ແລະຄວາມຕ້ອງການແທ້ຈິງຂອງປະເທດ. ໃນຜູ້ຄົນກຸ່ມນີ້ ກໍມີຄນະຊ່ຽວຊານເສດຖະກິດຂອງອາເມຣິກັນ ຊຶ່ງໃນເບື້ອງຕົ້ນ ກໍມາທຳໃຫ້ວົງການເມືອງລາວມີຄວາມສົນລະວົນ ດ້ວຍເອົາເງິນດອລໃບຂຽວມາຢາຍ.[7] ສະພາບດັ່ງກ່າວນີ້ ຕື່ມໃສ່ການຖອນໂຕຢ່າງເປັນບາດກ້າວຂອງຝຣັ່ງ ຈະອຳນວຍໃຫ້ບັນດາກຸ່ມທຶນນິຍົມ (ສນັບສນຸນໂດຍອະເມຣິກັນ) ແລະກຸ່ມສັງຄົມນິຍົມປະກອບອາວຸດ (ສນັບສນຸນໂດຍວຽດມິນ) ມາມີບົດບາດສຳຄັນໃນສັງຄົມການເມືອງລາວ.
ດັ່ງນີ້ ການເປັນເອກພາບຂອງລາວ ການມີສະເຖັຽຣະພາບ ແລະການຮັບຮູ້ຈາກສາກົນທີ່ຫາກໍ່ໄດ້ມາແລະຍັງບໍ່ທັນແຂງແຮງດີນັ້ນ ກໍຈະຖືກໜີບເຕັງໃນການແຂ່ງຂັນກິລາຍຸດທະສາດ ລະຫວ່າງສອງອຸດົມການໆເມືອງທີ່ກົງກັນຂ້າມກັນ. ຕັ້ງແຕ່ຊຸມປີ 1950 ໄປເຖິງ 1973 ຍ້ອນສະພາບພູມສາດຂອງປະເທດ ລາວຈຶ່ງກາຍເປັນ “ສນາມຮົບ” ລຶກລັບ ຂອງສົງຄາມປິດລັບ ລະຫວ່າງເຊອີອາແລະວຽດມິນ. ຢູ່ໃນພາກພື້ນຣາຊອານາຈັກລາວເອງນັ້ນ ກໍ່ມີການຕໍ່ສູ້ເພື່ອຍາດອຳນາດທາງການເມືອງລະຫວ່າງເຄືອຍາຕ[n 13] ການປະທະທາງທະຫານ ການປາບນັກປຸ້ນຢູ່ຊາຍແດນລາວ-ວຽດນາມ-ໄທຍ໌ ເຊັ່ນດຽວກັນກັບການກໍ່ການໂຈຣະກັມຕໍ່ຕ້ານອຳນາດການປົກຄອງໃນລາວຫຼາຍແຫ່ງ ໂດຍສະເພາະຕາມຊາຍແດນສອງຝັ່ງແມ່ນໍ້າຂອງ.
ການປາບປາມການປຸ້ນຈີ້ຕາມຊາຍແດນ
ດັດແກ້ແຕ່ປີ 1951 ເຖິງ 1953 ອຳນາດຂອງຣັຖບານກາງຂອງລາວທີ່ກຳລັງກໍ່ສ້າງຂຶ້ນນັ້ນ ອີງໃສ່ສະພາບທົ່ວໄປແລ້ວ “ມີຄວາມງຽບສງົບພໍສົມຄວນ”. ເຖິງແມ່ນວ່າ ໃນຣະຍະດຽວກັນ ສົງຄາມກຳລັງທະວີຄູນຂຶ້ນທົ່ວອິນໂດຈີນກໍ່ຕາມ. ບັນດາຜູ້ນຳຕ່າງກໍ່ບໍ່ພາກັນຮູ້ເມື່ອ ແລະພາກັນເມີນເສີຽຕໍ່ຜົນສະທ້ອນທາງດ້ານການເມືອງຂອງການແຊກຊືມຢ່າງບໍ່ລົດລະຂອງຂະບວນຕໍ່ຕ້ານຕາມຊາຍແດນ. ປະເທດລາວກຳລັງມີການຂຍາຍໂຕທາງການເມືອງກໍ່ຈິງ ແຕ່ວ່າເປັນປະເທດທີ່ມີການປົກຄອງບໍ່ທົ່ວເຖິງກັນ. ທັ້ງນີ້ກໍ່ຍ້ອນວ່າປະເທດລາວມີເນື້ອທີ່ 23ຼ6.800 ກລມ ມົນທົນ ມີຊາຍແດນຍືດຍາວ ມີປ່າໄມ້ຕຶບໜາ ມີຊົນເຜົ່າຫຼວງຫຼາຍເຜົ່າ ຊື່ງມາຈາກເຄືອຍາຕດຽວກັນແລະໃຊ້ຊີວິຕຢູ່ທັງສອງຝັ່ງຊາຍແດນດຽວກັນ. ການຄົມມະນາຄົມໄປມາກໍ່ຍັງຕ້ອງອາສັຍທາງແມ່ນໍ້າລຳເຊແລະທາງຍ່າງຜ່ານດົງປ່າຮ້ອນເອົ້າ ສຖານະການດັ່ງກ່າວປາກົດວ່າສຸດຍາກທີ່ຈະຄວບຄຸມໄດ້. ສ່ວນຜູ້ນຳນັ້ນ ຕ່າງກໍ່ພາກັນຈຸ້ມຢູ່ໂຕເມືອງໃຫຍ່ ສົນລະວົນນຳແຕ່ການວິວາດລະຫວ່າງກຸ່ມທີ່ມີຖານະດີ ປະດັບດ້ວຍການສໍ້ລາສບັງຫລວງ ການປຸກປັ້ນອຳນາດແລະປະໂຫຍດສ່ວນຕົວ ບໍ່ປະຕິບັດການປົກຄອງ ແລະບໍ່ຮັບຮູ້ແກ້ໄຂບັນຫາຂອງພວກຊົນເຜົ່າທີ່ຢູ່ອາສັຍໃນເຂດສອກຫຼີກ. ບັນຫາເຫລົ່ານີ້ຈື່ງເຕີບໃຫຍ່ຂຍາຍຕົວຂຶ້ນ[n 14] ຈົນຊາວບ້ານມີຄວາມຮູ້ສຶກວ່າຕົນຖືກຖີ້ມປະລະເລີຽຈາກພະຣາຊາ ແລະເລີ້ມເຊື່ອຟັງຄຳໂຄສະນາຂອງສາຂາຄອມມິວນິສຂອງປະເທດລາວທີ່ເຈົ້າສຸພານຸວົງເປັນຜູ້ສ້າງຕັ້ງຂື້ນ ຫຼັງຈາກເນຣະເທດໄປຢູ່ນອກປະເທດໃນປີ 1950. ໂດຍສະເພາະຊົນເຜົ່າທີ່ຢູ່ໃນແຂວງຫົວພັນແລະຜົ້ງສາລີ ຊື່ງມີຊາຍແດນຕິດກັບວຽດນາມເໜືອ. ສາຂາເຫຼົ່ານັ້ນມີອຸດົມການທາງການເມືອງໜັກແໜ້ນ ໄດ້ຮັບການຝຶກອົບຮົມວິຊາທະຫານແລະວິຊາໂຄສະນາຢ່າງເປັນລະບົບ ແລະໄດ້ຮັບການອຸດໜູນຈາກພັກພວກຂອງໂຮຈີມິນທີ່ບັນຊາຢູ່ຕາມຊາຍແດນລາວ-ວຽດນາມ ແລະຊາຍແດນໄທຍ໌.[15]
ວັນທີ 13 ກຸມພາ 1950 ເມື່ອສະເດັດເຈົ້າບຸນອູ້ມລາອອກຈາກຕຳແໜ່ງນາຍົກຣັຖມົນຕຣີ ແມ່ນທ່ານຜຸຍ ຊນະນິກອນ ເປັນຜູ້ປະຈຳຕຳແໜ່ງຕໍ່ມາໃນຣັຖບານຊຸດທີສາມຂອງພຣະຣາຊອານາຈັກລາວ. ຣັຖບານຊຸດນີ້ ໄດ້ຜ່ານສະພາໃນວັນທີ 27 ເດືອນກຸມພາ ສອງເດືອນກ່ອນການໂອນອຳນາດຈາກຝຣັ່ງໃນວັນທີ່ 13 ເມສາ 1950 ຊຶ່ງເປັນມື້ສຸດທ້າຍຂອງ ພ.ສ. 2492.[16] ທ່ານກຸ ວໍຣະວົງສ໌ ໃນນາມຣັຖມົນຕຣີກະຊວງພາຍໃນຂອງຣັຖບານຊຸດນີ້ ໄດ້ເປັນຜູ້ຕັດສິນໃຈລີເລີ້ມສ້າງຕັ້ງຕຳຫຼວດແຫ່ງຊາດໃນປີ 1949. ດັ່ງນັ້ນ ທ່ານຈຶ່ງມີຄວາມທະນຸຖນອມໃຫ້ມີການພັທນາ ແລະຕົກລົງໃຫ້ພັນເອກຊັງ ເດີວວ໌ ຜູ້ມີຄວາມຊຳນິຊຳນານ[n 15] ເປັນອະທິບໍດີກົມຕຳຫລວດ. ທ່ານກຸ ວໍຣະວົງສ໌ ມີຄວາມໄວ້ວາງໃຈຢ່າງເຕັມປ່ຽມຕໍ່ພັນເອກເດີວວ໌ ທ່ານທັງສອງໄດ້ຕໍ່ສູ້ກັບຍີ່ປຸ່ນແລະລາວອິສະຣະຮ່ວມກັນເປັນເວລານານເຖິງ 4 ປີ[8][17]
ສາຍສືບທີ່ຂຶ້ນກັບສະຫະພັນອິນໂດຈີນຈຶງຖືກລົບລ້າງ ແລະທົດແທນໂດຍກົມຮັກສາຄວາມປອດໄພທົ່ວໄປ ທີ່ມີໜ້າທີ່ຕັກເຕືອນແລະປາບປາມສິ່ງທີ່ເປັນໄພອັນຕະລາຍແກ່ປະຊາຊົນລາວພາຍໃນແລະພາຍນອກຣາຊອານາຈັກ. ສຖານະການປັ່ນປ່ວນໃນຊຸມປີ 1949-1950 ສ່ວນຫລາຍນັ້ນ ແມ່ນການຂົ່ມຂູ່ທີ່ມາຈາກຂະບວນການຈັດຕັ້ງກໍ່ກວນຢູ່ໄທຍ໌ແລະວຽດນາມ ແລະຈາກກອງທັບປະຕິວັດຂອງເມົາເຊີຕຸງຕາມຊາຍແດນຈີນ ທີ່ໃຫ້ຄວາມສນັບສນູນວຽດມິນ ຊຶ່ງເປັນເພື່ອນຮົບຕ້ານຈັກກະພັດຕະເວັນຕົກທີ່ເປັນສັດຕຣູຣ່ວມກັນ. ຊາຍແດນປະເທດລາວມີລວງຍາວທັງໜົດ 4351 ກລມ ມີຄອບຄົວຊົນເຜົ່າຢູ່ຕາມຊາຍແດນສອງຟາກຝັ່ງ ເປັນການຍາກທີ່ຈະຄວບຄຸມໄດ້ທົ່ວເຖີງ. ສະພາບດັ່ງກ່າວຕາມຊາຍແດນນີ້ອຳນວຍໃຫ້ນັກປຸ້ນຈີ້ ນັກໂຄສະນາ ຫຼື ແລະກຸ່ມເຄື່ອນໄຫວຕ່າງໆ ສາມາດແຊກຊຶມເຂົ້າໄປໃນເຂດໄກແລະມົວສຸມໄດ້ງ່າຍ ຈົນເຖິງກຸ່ມຊົນເຜົ່າທີ່ຖືວ່າຕົນຖືກປະປ່ອຍຫລົງລືມຈາກລະບອບການປົກຄອງໃນສະໝັຍນັ້ນ.[18][19]
ແຕ່ແລ້ວ ແທນທີ່ຈະແກ້ບັນຫາຂອງຊົນເຜົ່າຕ່າງໆດ້ວຍການສື່ຂ່າວແລະການເວົ້າໂລມ ຣັຖບານກັບມາມອບການຕໍ່ຕ້ານກຸ່ມເຄື່ອນໃຫວດັງກ່າວໃຫ້ແກ່ນັກຮົບກອງທັບສະຫະພັນອິນໂດຈີນ. ແຕ່ທວ່າພລັງຕໍ່ສູ້ຂອງສອງຝ່າຍບໍ່ເທົ່າທຽມກັນ. ກຸ່ມເຄື່ອນໄຫວຄອມມູນິສລາວ-ວຽດປະກອບດ້ວຍນັກຣົບຫລວງຫລາຍ ຊື່ງແມ່ນຊົນເຜົ່າທ້ອງຖິ່ນທີ່ມີຄວາມກະຕືລືລົ້ນ ແລະຖືກອົບລົມທາງການທະຫານຢ່າງດີ ສ່ວນກອງທັບສະຫະພັນອິນໂດຈີນ-ຣາຊອານາຈັກລາວນັ້ນ ແມ້ແຕ່ວຽກການປົກປັກຮັກສາຄຸ້ມຄອງປະເທດ ກໍ່ຍັັງບໍ່ມີພນັກງານພຽງພໍ[n 16] ແລະບໍ່ສາມາດຕອບສນອງຄວາມຕ້ອງການທ້ອງຖິ່ນໄດ້ທົ່ວເຖິງ.[n 17] ໃນເມື່ອການເຄື່ອນໄຫວຂອງກອງໂຈນລາວ-ວຽດມີການກະທົບຕໍ່ຄວາມປອດໄພພາຍໃນຂອງປະເທດຢ່າງຮ້າຽແຮງ ທ່ານກຸ ວໍຣະວົງສ໌ ແລະ ທ່ານຊັງ ເດີວວ໌ ກໍທຳການຕໍ່ຕ້ານກອງໂຈນຊາຍແດນຢ່າງບໍ່ລົດລະ ຕັ້ງແຕ່ປີ 1950 ເປັນຕົ້ນມາ. ທັງສອງໄດ້ມີການຈັດຕັ້ງພະແນກສົງຄາມຈິດຕະສາດ (Section de Guerre psychologique) ແລະຫ້ອງການພິເສດຂອງຕຳຫຼວດ (Bureau spécial de la police) ຂຶ້ນ ເພື່ອຊ່ອຍກອງທັບທະຫານຢ່າງຕັ້ງໜ້າ ໂດຍນຳໃຊ້ວິທິການປາບປາມຫລາຍແບບຫລາຍວິທີ ດັ່ງເຊັ່ນການສື່ສານໂຄສະນາຕ້ານກອງໂຈນໂດຍໜໍລຳທ້ອງຖິ່ນ ແລະການສຶກສາອົບລົມພຸດທະທັມ ເປັນຕົ້ນ ຊື່ງກໍ່ໄດ້ຜົນດີພໍສົມຄວນ.[20]
ປີ 1953 ທ່ານກຸ ວໍຣະວົງສ໌ ໄດ້ຖືກເລືອກຕັ້ງເປັນຜູ້ແທນລາສດອນຂອງແຂວງກຳເນີດຂອງຕົນ ແລະໄດ້ຖືກເລືອກເປັນປະທານສະພາຜູ້ແທນແຫ່ງຊາດ. ໃນເມື່ອຄວາມເຄັ່ງຕຶງທາງທະຫານຕາມຊາຍແດນມີຄວາມກົດດັນແຮງຂຶ້ນເລື້ອຽໆ ຣັຖບານຣາຊອານາຈັກລາວໃໝ່ ຊຶ່ງນາຍົກຣັຖມົນຕຣີແມ່ນເຈົ້າສຸວັນນະພູມມາ (ຊຸດທີ 4) ຕັ້ງຂຶ້ນໃນວັນທີ 21 ພຶສຈິກາ 1953 ຈຶ່ງໄດ້ຮ້ອງຂໍໃຫ້ທ່ານກຸ ວໍຣະວົງສ໌ ທີ່ມີປະສົບການເປັນນັກຮົບເກົ່າ ເປັນຜູ້ນຳກະຊວງປ້ອງກັນປະເທດ.[8][10]
ການເຊັນສັນຍາເຊີແນວວ໌
ດັດແກ້ສົງຄາມໃນອິນໂດຈີນລະຫວ່າງປະເທດຝຣັ່ງແລະພວກວຽດມິນ ຊື່ງນຳໂດຍໂຮຈີມິນ ດຳເນີນມາຕັ້ງແຕ່ປີ 1946 ແລະກໍຍັງບໍ່ທັນສິ້ນສຸດ. ສົງຄາມນີ້ເຮັດໃຫ້ມີການເຄື່ອນໄຫວຂອງຄນະປະເທດລາວຊຶ່ງນຳພາໂດຍເຈົ້າສຸພານຸວົງຕັ້ງແຕ່ປີ 1950 ເປັນຕົ້ນມາ ແລະຕັ້ງທີ່ໝັ້ນລວມສູນຢູ່ຊຳເໜືອ ແຂວງຫົວພັນ ທາງພາກເໜືອຂອງລາວ.
ໃນປີ 1953 ເມື່ອຄນະປະເທດລາວລຸກຮືຂຶ້ນແລະທຳການຂຍາຍຕົວອອກຢ່າງກັນດານທີ່ສຸດຈົນຍຶດເອົາເຂດແຂວງຜົ້ງສາລີ ໃນເວລາດຽວກັນພັນທະມິຕວຽດມິນກໍໄດ້ສາມາດຄວບຄຸມດິນແດນພາກເໜືອຂອງລາວຊື່ງເປັນທາງເຂົ້າໄປຫາຕົງແກງ ຈົນສາມາດຂົ່ມຂູ່ນະຄອນຫຼວງພະບາງ ເມືອງເອກຊຶ່ງເປັນທີ່ປະທັບຂອງພຣະເຈົ້າມະຫາຊີວິດ ຣັຖບານລາວຈຶ່ງຖືກແກ່ເຂົ້າໄປໃນສົງຄາມອິນໂດຈີນລະຫວ່າງຝຣັ່ງແລະວຽດມິນ. ວັນທີ 23 ຕຸລາ 1953 ມີການເຊັນສັນຍາມິຕະພາບແລະການຮ່ວມມືກັນ ຊຶ່ງປະເທດຝຣັ່ງເສດຕົກລົງປ້ອງກັນລາວ ເພື່ອຕໍ່ຕ້ານການຮຸກຮານຂອງຂະບວນຄອມມິວນິສທີ່ຄືບໜ້າເຂົ້າມາໃກ້ກັບຊາຍແດນລາວທາງພາກຕາເວັນຕົກຂອງຕົງແກງ. ກຳລັງທັບຝຣັ່ງເສດບັນຊາໂດຍນາຍພົນນາວາຣ໌ (Général Navarre) ທີ່ມີໜ້າທີ່ສະກັດກັ້ນການແຊກຊືມຂອງສັຕຣູວຽດມິນເຂົ້າໄປຍັງລາວ ຈຶ່ງຕົກລົງປັກຫຼັກຢູ່ໃນເຂດຍຸດທະສາດສຳຄັນ ທີ່ມີເດີ່ນເຮືອບິນເສື່ອມໂຍງຕໍ່ຫຼວງພະບາງໄປຍັງທົ່ງຫົ້ງຂອງດຽນບຽນຟູ.
ວັນທີ 7 ພຶສພາ 1954 ຝຣັ່ງຖືກປະລາໄຊທາງທະຫານຢ່າງຕັບໃໜ້ ແລະຄ້າຍໃຕ້ດິນຂອງຝຣັ່ງທີ່ດຽນບຽນຟູຕົກຢູ່ໃນກຳມືຂອງກອງທັບປະຊາຊົນວຽດນາມຂອງນາຍພົນໂວຫງຽນຢ໋ຽບ (Võ Nguyên Giáp). ຍ້ອນມີການປະລາໄຊເຊັ່ນນີ້ ກໍໄດ້ມີການຈັດກອງປະຊຸມຢູ່ເຊີແນ໋ວວ໌ (ປະເທດສະຫວິດ) ໃນວັນທີ 20 ກໍຣະກະດາ 1954 ເພື່ອຢຸດການວິວາດລະຫວ່າງກອງທັບຝຣັ່ງແລະກອງທັບປະຊາຊົນວຽດນາມ ຊຶ່ງເປັນການລົງທ້າຍໃນລະຍະເວລາ 8 ປີແຫ່ງສົງຄາມໃນອິນໂດຈີນ. ໃນໂອກາດດຽວກັນນັ້ນ ກໍມີການຮັບຮູ້ໃນການເປັນເອກຣາດຂອງລາວແລະຂເມນຢ່າງຖາວອນ.
ຢູ່ກອງປະຊຸມເຊີແນ໋ວວ໌ ຄນະຮ່ວມປະຊຸມຂອງພຣະຣາຊອານາຈັກລາວປະກອບດ້ວຍທ່ານຜຸຍ ຊນະນິກອນ (ຣັຖມົນຕຣີກະຊວງການຕ່າງປະເທດ ຊຶ່ງເປັນຫົວໜ້າຄນະ) ທ່ານກຸ ວໍຣະວົງສ໌ (ຣັຖມົນຕຣີກະຊວງປ້ອງກັນປະເທດ ຊຶ່ງເປັນຮອງຫົວໜ້າຄນະ) ແລະຍັງມີຜູ້ແທນລາສດອນອີກ 8 ທ່ານ.[21][22] ຄນະປະເທດລາວຊຶ່ງນຳໂດຍເຈົ້າສຸພານຸວົງ ແລະຖືໜັງສືຜ່ານແດນວຽດນາມເໜືອ ກໍຖືກບັນຈຸເຂົ້າໃນຄນະຮ່ວມປະຊຸມຂອງວຽດມິນ.[23]
ຖະແຫຼງການສຸດທ້າຍຂອງກອງປະຊຸມສັນຍາເຊີແນ໋ວວ໌ 1954 ຣະບຸໄວ້ສຳລັບຣາຊອານາຈັກລາວວ່າ:
- ຮັບຮູ້ເອກຣາດອະທິປະໄຕທັງໝົດຂອງຣາຊອານາຈັກລາວ
- ຮັບຮູ້ຣັຖບານພຣະຣາຊອານາຈັກລາວຂອງວຽງຈັນເປັນຣັຖບານຖືກຕ້ອງຕາມກົດໝາຍ
- ຮັບຮູ້ “ກອງກຳລັງສູ້ຮົບຝ່າຍປະເທດລາວ” ທີ່ກຳໜົດວ່າຕ້ອນໂຮມກັນຢູ່ແຂວງຊຳເໜືອແລະແຂວງຜົ້ງສາລີ ເພື່ອລໍການສັງກັດເຂົ້າໃນກອງທັບແຫ່ງຊາດ. ມີການຕົກລົງທາງການເມືອງດ້ວຍການເລືອກຜູ້ແທນລາສດອນຢ່າງມີອິດສະຣະ ຊຶ່ງຄາດຄະເນວ່າຈະຈັດຂຶ້ນໃນປີ 1955 ແລະຈະໄດ້ຮັບການຄວບຄຸມໂດຍກຳມະການສາກົນ (ເຊອີເຊ - CIC)
- ຖອນທະຫານຝຣັ່ງແລະວຽດມິນອອກຈາກເຂດນໍ້າແດນດິນລາວ ຈົ່ງໄວ້ແຕ່ນາຍຄູຝຶກການທະຫານຝຣັ່ງໃຫ້ກອງທັບແຫ່ງຊາດລາວ
- ມີມາຕການຄວາມເປັນກາງ ທີ່ຫ້າມລາວ: ນຶ່ງ ສັງກັດບໍ່ໃຫ້ຮ່ວມອົງການທາງທະຫານໃດໆ ແລະສອງ ຫ້າມບໍ່ໃຫ້ເອົາທະຫານແລະອາວຸດເຂົ້າໄປໃນປະເທດຂອງຕົນ
ໃນຂນະທີ່ຂໍ້ຄວາມປີກຍ່ອຍຂອງການຢຸດຍິງໃນວຽດນາມໄດ້ມີການຕົກລົງຮຽບຮ້ອຽກັນແລ້ວ ສັນຍາຕົກລົງນໍ້າເບີ 3 ທີ່ໝາຍເຖິງການຮັບຮູ້ “ກອງກຳລັງສູ້ຮົບຝ່າຍປະເທດລາວ” ຢ່າງເປັນທາງການນັ້ນ ກໍພາໃຫ້ຄນະກອງປະຊຸມຂອງພຣະຣາຊອານາຈັກລາວມີການແບ່ງແຍກແຕກກັນ ແລະການເຈຣະຈາກໍ່ຍືດຍາວຈົນຮອດຄໍ່າຄືນວັນທີ 20 ກໍຣະກະດາ. ແຕ່ວ່າໃນທີ່ສຸດ ຫຼັງຈາກທ່ຽງຄືນໄປບໍ່ນານ ເຖິງແມ້ວ່າຈະມີການຄັດຄ້ານຈາກຫົວໜ້າຄນະເຂົ້າປະຊຸມ ທ່ານກຸ ວໍຣະວົງສ໌ ກໍຕັດສິນໃຈລົງລາຍເຊັນສັນຍາ ເປັນການປິດການປະກາດສຸດທ້າຍຂອງກອງປະຊຸມເຊີແນ໋ວວ໌ໃນວັນທີ 21 ກໍຣະກະດາ 1954.[24]
ທັງໆທີ່ມີການຕໍ່ລອງສຳຄັນຈາກຄນະປະເທດລາວ ບໍ່ວ່າທາງດ້ານການເມືອງ (ການຮັບຮູ້ຣັຖບານວຽງຈັນ) ແລະການທະຫານ (ການຖອນກຳລັງປະກອບອາວຸດໃນເຂດປົດປ່ອຍ ແລະການເຕົ້າໂຮມກັນຢູ່ແຂວງຊຳເໜືອແລະແຂວງຜົ້ງສາລີ) ກໍຣະນີທີ່ມີຜູ້ຕ່າງໜ້າຄນະປະເທດລາວຢ່າງເປັນທາງການຢູ່ວຽງຈັນເພື່ອລໍການເລືອກຜູ້ແທນລາສດອນ ກໍເປັນເຫດໃຫ້ມີການປະຕິເສດ ແລະບໍ່ຍອມຮັບຮູ້ສັນຍາດັງກ່າວຈາກບາງຝ່າຍ. ເຊັ່ນກໍຣະນີອາເມຣິກັນ ທີ່ປະຕິເສດບໍ່ລົງລາຍເຊັນແລະບໍ່ປະຕິບັດຕາມຂໍ້ຣະບຸໃນສັນຍາເຊີແນ໋ວວ໌ ໂດຍອ້າງວ່າສັນຍານັ້ນ ໃຫ້ໄຊຊະນະຢ່າງໃຫ່ຽຫຼວງແກ່ຂະບວນການປົດປ່ອຍອິນໂດຈີນ ທີ່ມີວຽດມິນເປັນຜູ້ນຳ ໂດຍໄດ້ຮັບການສນັບສນູນຈາກຈີນແລະໂຊວຽດ. ກະແສຂອງການພ່າຍແພ້ຊຶ່ງບັນດາຜູ້ນໍາກອງທັບອາເມຣິກັນຫາກໍ່ໄດ້ຮັບຈາກສົງຄາມເກົາຫຼີຍັງຄົງຝັງຢູ່ໃນຈິດວິນຍານຂອງພວກເຂົາເຈົ້າ. ສະນັ້ນ ເປົ້າໝາຍທາງການເມືອງປະການໜື່ງຂອງວໍຊິງຕັນໃນການຕໍ່ສູ້ຄອມມູນິສ ຈຶ່ງແມ່ນການປະຕິບັດຕໍ່ຕ້ານສັນຍາເຊີແນ໋ວວ໌ ຊຶ່ງແນ່ນອນຈະຕ້ອງມີຜົນກະທົບຕໍ່ການເຄື່ອນໃຫວທາງການເມືອງໃນພາກອາຊີອາຄະເນ.[25]
ວັນທີ 8 ກັນຍາ 1954 ໂດຍຫົວຄິດລິເລີ້ມຂອງຜູ້ນຳສະຫະຣັດອາເມຣິກາ ອົງການທະຫານ ໂອຕາສ໌(OTASE) ໄດ້ຖືກຈັດຕັ້ງຂຶ້ນ ໂດຍມີຈຸດປະສົງເປັນທາງການວ່າເປັນ “ເສັ້ນພະຍາບານ” ("quarantine line") ຕ້ານການຂຍາຍຣະບອບຄອມມິວນິສ. ອົງການໂອຕານສ໌ຣະບຸວ່າ ເນື່ອງດ້ວຍສະພາບພູມສາດແລະຍຸດທະສາດຂອງສອງປະເທດນັ້ນ ຂເມນແລະໂດຍສະເພາະລາວ ຈະຕ້ອງຢູ່ໃນເຂດປ້ອງກັນຂອງຕົນຢ່າງເປັນທາງການ. ຣັຖມົນຕຣີປ້ອງກັນປະເທດຂອງລາວ ຊຶ່ງແມ່ນທ່ານກຸ ວໍຣະວົງສ໌ ທີ່ເປັນຜູ້ສນັບສນູນໃຫ້ມີການປະຕິບັດຕາມສັນຍາເຊີແນ໋ວວ໌ຢ່າງເຄັ່ງຄັດໃນມາຕການຄວາມເປັນກາງນັ້ນ ຈຶ່ງບໍ່ອະນຸຍາດໃຫ້ລາວມີການສຳພັນທາງທະຫານໃດໆ ບໍ່ຍອມຮັບຮູ້ສັນຍາ ແລະປະຕິເສດການປົກປ້ອງດິນແດນລາວຈາກໂອຕານສ໌ ຊຶ່ງຖືໄດ້ວ່າເປັນການຂັດຂວາງ “ການເມືອງທີ່ປິດລ້ອມ” ("containment") ອຸດົມການຄອມມິວນິສຂອງຣັຖບານອາເມຣິກັນ.[22]
ຫຼັງຈາກທີ່ຄນະຜູ້ແທນຮ່ວມປະຊຸມເຊີແນ໋ວວ໌ກັບຄືນເມືອງລາວແລ້ວອີກບໍ່ນານ ກໍ່ມີການທະເລາະວິວາດເກີດຂຶ້ນໃນຣັຖບານພຣະຣາຊອານາຈັກລາວ. ໃນລະຍະດຽວກັນນັ້ນ ມີຂ່າວເລົ່າລືວ່າ ຈະມີການຣັຖປະຫານກໍ່ຂຶ້ນຈາກພວກກະບົດຫົວຮຸນແຮງ ເພື່ອສນັບສນູນເຈົ້າເພັຊຣາດໃຫ້ການຄືນມາມີອຳນາດໃນລາວ. ຂ່າວດັ່ງກ່າວນັ້ນແຜ່ໄປທົ່ວ ແລະສ້າງຄວາມກະທົບກະເທືອນແລະເຄັ່ງຕຶງຢ່າງໃຫຍ່ຫຼວງໃນປະເທດ ຈົນເຖິງລະດັບສູງສຸດໃນສອງເດືອນຕໍ່ມາ ເມື່ອມີການຄາດຕະກັມເກີດຂຶ້ນໃນວັນທີ 18 ກັນຍາ 1954 ໃນງານກິນລ້ຽງທີ່ບ້ານພັກຂອງທ່ານຜຸຍ ຊນະນິກອນ ຊຶ່ງແມ່ນບຸກຄົນຜູ້ນຶ່ງໃນຄນະຮ່ວມປະຊຸມສັນຍາເຊີແນ໋ວວ໌. ທ່ານກຸ ວໍຣະວົງສ໌ ຊຶ່ງເປັນແຂກຜູ້ນຶ່ງໃນງານກິນລ້ຽງນັ້ນ ຖືກກະສຸນປືນຍິງໃສ່ດ້ານຫຼັງ ທ່ານຂາດໃຈຕາຍເຄິ່ງຊົ່ວໂມງຕໍ່ມາ ຢູ່ໂຮງໝໍມະໂຫສົດທີ່ນະຄອນວຽງຈັນ.
ການຄາດທະກັມແລະຜົນສະທ້ອນດ້ານການເມືອງ
ດັດແກ້ການຄາດທະກັມເມື່ອວັນທີ 18 ກັນຍາ 1954
ດັດແກ້ສະຖານະການແລະຂໍ້ມູນ
ດັດແກ້ການຄາດຕະກັມເກີດຂື້ນເວລາ 22 ໂມງ 15 ຢູ່ເຮືອນຂອງທ່ານຜຸຍ ຊນະນິກອນ ຊຶ່ງເປັນເຮືອນປະຈຳຕໍ່າແໜ່ງ ມີຮົ້ວຕິດກັນກັບເຮືອນຄອບຄົວວໍຣະວົງສ໌. ຜູ້ທຳຮ້າຍໄດ້ແກ່ງລູກລະເບີດ 3 ລູກເຂົ້າທາງປ່ອງຢ້ຽມຫ້ອງກິນເຂົ້າ ຢູ່ຊັ້ນລ່າງເຮືອນ ໄດ້ຍິງລູກກະສຸນປືນນ້ອຍ 3 ຫຼື 4 ນັດ ແລ້ວກໍຫຼົບໜີໄປ. ທ່ານກຸ ວໍຣະວົງສ໌ ທີ່ນັ່ງຕັ່ງປິ່ນຫຼັງໃສ່ຝາປ່ອງຢ້ຽມ ຖືກກະສຸນເຂົ້າໃນໝາກໄຂ່ຫຼັງ ຊອດອອກມາທາງສະບື ຜ່ານຕັດເສັ້ນເລືອດໃຫຍ່ ແລະຊອດຕັບແລະລຳໃສ້. ການມໍຣະນະກັມຂອງທ່ານກຸ ວໍຣະວົງສ໌ ກໍໄດ້ປະກາດຫຼັງເອົາເຂົ້າໄປໂຮງໝໍມະໂຫສົດບໍ່ທັນພໍຄາວ ໃນເວລາປະມານ 30 ນາທີ. ມີຜູ້ຄົນປະມານ 10 ກວ່າຄົນທີ່ໄດ້ຮັບບາດເຈັບ ແຕ່ວ່າບໍ່ສາຫັດ ໃນການລະເບີດແຕກນັ້ນ.[26][27]
ເວລາເຈົ້າໜ້າທີ່ຕຳຫຼວດມາຮອດສະຖານທີ່ຄາດຕະກັມໃນຣະຍະ 15 ນາທີຕໍ່ມາ ກໍ່ມີການອົນລະວົນສັບສົນກັນຢ່າງໜັກໜ່ວງ ເວທີຂອງອາຊຍະກັມຖືກຢຽບຍ່ຳໃນການສົນລະວົນ ແລະກໍບໍ່ມີສິ່ງໃດທີ່ພໍຈະເກັບກຳມາປະກອບຂໍ້ມູນໄດ້. ອີງຕາມບົດສອບສວນຈາກພະຍານຫລາຍຄົນ ມີຊາຍ 2 ຄົນເຂົ້າມາຊ້ອນໂຕໃນສວນຫຼັງບ້ານ ພວກເຂົາໄດ້ຫຼົບໜີໄປທາງບຶງເມືອງນ້ອຍ (ບ້ານນ້ອຍຊຽງດາ) ຕັ້ງຢູ່ປະມານ 20 ກລມ ຫ່າງຈາກນະຄອນວຽງຈັນ. ພວກຄົນຮ້າຍສອງຄົນທີ່ບັນດາພະຍານຮູ້ຈັກແນ່ຊັດວ່າເປັນຜູ້ກໍ່ກວນນັ້ນ ມີຊື່ວ່ານາຍອຸດົມ ລູກສຸຮິນ ແລະນາຍມີ ຊຶ່ງເຈົ້າໜ້າທີ່ຕຳຫຼວດກໍຮູ້ຈັກເປັນທາງການ ຈື່ງພາກັນອອກຕິດຕາມໄປລ່າຈັບກຸມ. ເຖິງແມ້ວ່າອຸດົມ ລູກສຸຣິນ ຈະຖືກຍິງບາດເຈັບທີ່ຕີນແລະແຂນກໍ່ຕາມ ເຂົາທັງສອງກໍ່ຍັງສາມາດເອົາຕົວຫຼົບໜີໄດ້. ແລະຍ້ອນດ້ວຍໄດ້ຮັບຄວາມຊ່ອຍເຫຼືອຈາກຜູ້ສົມຮູ້ຮວມຄິດໃນທ້ອງຖິ່ນ ພວກເຂົາຈື່ງສາມາດຫລົບໜີຂ້າມໄປເມືອງໜອງຄາຍ ທາງຟາກຝັ່ງຂວາຂອງຊາຍແດນແມ່ນໍ້າຂອງໄດ້ສຳເຣັດ.[28]
ຕາມການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ ແມ່ນລູກກະສຸນລູກໜຶ່ງທີ່ອຸດົມລູກສຸຣິນຍິງເຂົ້າໄປຖືກທ່ານກຸ ວໍຣະວົງສ໌ ທີ່ເຮັດໃຫ້ເພິ່ນບາດເຈັບ ຈົນເຖິງແກ່ຄວາມຕາຍ. ນາຍອຸດົມເປັນນັກປຸ້ນຈີ້ທີ່ລືຊື່ ໄດ້ກໍ່ການຄາດທະກັມ ທີ່ເຂົາຮັບສາລະພາບມາແລ້ວເຖິງ 15 ຄັ້ງ ຖືກຈຳຄຸກໃນວຽງຈັນແຕ່ 1950 ແລະແຫກຄຸກໃນເດືອນກໍຣະກະດາ 1954. ຫລັງຈາກນັ້ນກໍສົມຮູ້ຮ່ວມຄິດກັນກັບນາຍມີ ໄປສັງກັດຢູ່ນຳກຸ່ມນັກປຸ້ນຈີ້ ທີ່ມີຜູ້ນຳໜ້າຊື່ວ່ານາຍບຸນກອງ ມະນີວົງ ຊຶ່ງເປັນນັກຮົບເກົ່າຂອງລາວອິດສຣະ ທີ່ມີຄວາມຈົງຮັກພັກດີຕໍ່ເຈົ້າເພັຊຣາດ ແລະປັກຫຼັກຢູ່ພາກອີສານ ທາງພາກຕາເວັນອອກສຽງເໜືອຂອງປະເທດໄທຍ໌.[29]
ໃນບັນດາພັກພວກທີ່ປໍລະປັກຕໍ່ປະເທດຝຣັ່ງ ແລະກໍ່ຄວາມວຸ້ນວາຍໃຫ້ຣັຖບານພຣະຣາຊອານາຈັກລາວນັ້ນ ສ່ວນໜຶ່ງແມ່ນທະຫານທີ່ໄດ້ແຫກຈາກຄ້າຍທີ່ພວກເຂົາປະຈຳຢູ່ ແລະສ່ວນຫລາຍກໍ່ມາຈາກຄ້າຍຈິນາຍໂມ້ ຊຶ່ງຕັ້ງຢູ່ໃນເຂດກຳແພງນະຄອນວຽງຈັນ. ສະມາຊິກຂອງພວກປໍຣະປັກນີ້ ເພິ່ງພາອາໄສ ແລະໄດ້ຮັບການລ້ຽງເກືອຈາກຕຳຫຼວດໄທຍ໌ ຊຶ່ງຢູ່ໃຕ້ການບັງຄັບບັນຊາຂອງພັນເອກປຣະເສິດ ທີ່ໜອງຄາຍ ເມືອງຊາຍແດນໄກຈາກວຽງຈັນປະມານ 20 ກລມ. ມັນເປັນປາກົດການທີ່ຟ້ອງໃຫ້ເຫັນວ່າ ຕຳຫຼວດໄທຍ໌ກຸ່ມໜື່ງສນັບສນູນການກໍ່ກະບົດຢູ່ຄ້າຍຈິນາຍໂມ້ ແລະຮ່ວມມືກັບກຸ່ມຂອງນາຍບຸນກອງ ມະນີວົງ ທີ່ຫວັງໂຄ່ນລົ້ມຣັຖບານເຈົ້າສຸວັນນະພູມາ ແລະມອບອຳນາດໃຫ້ເຈົ້າເພັຊຣາດ ຊຶ່ງລີ້ໄພການເມືອງຢູ່ບາງກອກມາແຕ່ປີ 1946. ເມື່ອວິເຄາະເບິ່ງແລ້ວ ກໍ່ເຫັນວ່າເຈົ້າໜ້າທີ່ໄທຍ໌ກໍມີສ່ວນບໍ່ແຈ້ງຂາວໃນເຫດການດັ່ງກ່າວນີ້. ໃນຕອນເລີ້ມຕົ້ນພວກເຂົາເຈົ້າພາກັນປົກປ້ອງຜູ້ຕ້ອງຫາຂອງພັກພວກບຸນກອງ ກ່ອນທີ່ຈະບາງແຜນສັງຫານຫຼາຍຄົນໃນກຸ່ມນັ້ນ.[30] ເຈົ້າໜ້າທີ່ໄທຍ໌ປະຕິເສດທຸກຄັ້ງທີ່ຣັຖບານລາວຂໍຮັບເອົາໂຕ ນາຍອຸດົມ ລູກສຸຣິນ ໄປຂຶ້ນສານຢູ່ວຽງຈັນ. ດ້ວຍສະຖານະການດັ່ງກ່າວນີ້ ນາຍອຸດົມ ລູກສຸຣິນ ຈຶ່ງພຽງແຕ່ຖືກຕັດສິນປະຫານຊີວິດໂດຍມີການຝາກໂທດ ໃນກໍລະນີຂອງການຄາດທະກັມທ່ານກຸ ວໍຣະວົງສ໌ ຈາກສານວຽງຈັນ ໃນປີ 1959. ເວລານັ້ນ ນາຍອຸດົມ ລູກສຸຣິນ ເຮັດວຽກເປັນນາຍຮ້ອຍເອກໃນກົມຕຳຫຼວດໄທຍ໌.[31]
ການສັນນິຖານ
ດັດແກ້ເຖິງແມ້ວ່າຈະບໍ່ມີຄວາມສົງໄສປະການໃດໃນຕົວຕົນຂອງຜູ້ລັ່ນປືນກໍ່ຕາມ ຈະມີການສັນນິຖານຕ່າງໆນາໆເພື່ອຊອກຫາຜູ້ທີ່ສະຫນັບສະຫນູນການຄາດຕະກໍາ ຈາກຫຼາຍທ່ານໃນຫຼາຍລັກສນະ ແລ້ວແຕ່ຈະຂຶ້ນກັບຕໍາແຫນ່ງ ອຸດົມການທາງການເມືອງ ຫຼືວ່າການພົວພັນທາງຄອບຄົວຂອງແຕ່ະຄົນ. ການສັນນິຖານຕ່າງໆກ່ຽວກັບການຄາດຕະກໍາທ່ານກຸ ວໍຣະວົງສ໌ ມີຢູ່ 3 ປະເດັນໃຫຍ່ ດັ່ງນີ້:
- ບັນດາພວກປໍຣະປັກທີ່ກໍ່ຄວາມວຸ້ນວາຍ ຊື່ງມີຫົວໜ້າຊື່ນາຍບຸນກອງ ໄດ້ຮັບການສນັບສນູນຈາກເຈົ້າໜ້າທີ່ໄທຍ໌ ທີ່ຍິນດີຮ່ວມມືກັບວຽດມິນ ແລະພ້ອມທັງສນັບສນູນເຈົ້າເພັຊຣາດນີ້ ມີພຶດທິການຕໍ່ຕ້ານຝຣັ່ງຢ່າງເດັດຂາດ. ການເລີ່ມຕົ້ນແຫກຄ້າຍຂອງທະຫານຫຼາຍບ່ອນ[n 18] ຊຶ່ງມີທະຫານຄ້າຍຈິນາຍໂມ້ໂຮມສ່ວນຢູ່ນັ້ນ ພໍດີຕົງກັນກັບລະຍະເວລາຫຼັງຈາກທີ່ເຈົ້າເພັຊຣາດແລະພະຊາຍາຄົນໄທຍ໌ຂອງພະອົງ ໄດ້ຊົງໄປຢ້ຽມຢາມຊາຍແດນໃນເຂດພາກອິສານ.[32] ເຈົ້າໜ້າທີ່ຕຳຫຼວດລາວຈຶ່ງຕັ້ງຄຳຖາມວ່າການຄາດທະກັມນັ້ນ ອາດແມ່ນການປະຕິບັດຕາມຄຳສັ່ງຂອງເຈົ້າເພັຊຣາດບໍ່? ຫຼືວ່າແມ່ນການປະຕິບັດຂອງພວກປໍຣະປັກໃນນາມຂອງພະອົງເທົ່ານັ້ນ?[33] ການສືບຂ່າວຂອງເຈົ້າໜ້າທີ່ຕຳຫຼວດເປີດເຜີຽວ່າ ທ່ານບົງ ສຸວັນນະວົງ ຊຶ່ງເປັນຜູ້ຈົງຮັກພັກດີຢາກໃຫ້ເຈົ້າເພັຊຣາດກັບຄືນມາລາວ ໄດ້ມີການຕິດຕໍ່ກັບສະມາຊິກພວກກໍ່ກວນຢ່າງສມໍ່າສເມີ. ແມ່ນທ່ານບຸດສະບົງ ສຸວັນນະວົງ ລູກຊາຍຂອງທ່ານບົງ ສຸວັນນະວົງເອງ ທີ່ແຈ້ງໃຫ້ພວກທຳອາຊຍາກັມຊາບວ່າ ຈະມີງານກິນລ້ຽງຢູ່ບ້ານທ່ານຜຸຍ ຊນະນິກອນ ງານທີ່ໄດ້ຕົກລົງຈັດຂື້ນໃນຕອນບ່າຍຂອງວັນນັ້ນໂລດ. ດ້ວຍເຫດນີ້ ທ່ານບົງ ສຸວັນນະວົງ ຈຶງຖືກເຈົ້າໜ້າທີ່ຕຳຫຼວດຈັບກຸມແລະກັກຂັງໃນວັນທີ 6 ຕຸລາ 1954. ຈາກການໃຫ້ການຂອງພວກທຳອາຊຍາກັມນັ້ນ ການຄາດທະກັມຄັ້ງນີ້ ແນໃສ່ທ່ານຜຸຍ ຊນະນິກອນ ທີ່ພວກເຂົາເຈົ້າຕໍານິວ່າມີພຶດທິການອະຄະຕິຕໍ່ຄນະປະເທດລາວ ແລະບໍ່ມີຄວາມສາມາດຕໍ່ຕ້ານຄວາມກົດດັນຂອງປະເທດຕາເວັນຕົກໃນກອງປະຊຸມເຊີແນ໋ວວ໌. ບາງຄົນກໍວ່າ ການມໍຣະນະກັມຂອງທ່ານກຸ ວໍຣະວົງສ໌ນັ້ນ ຈະຫຼົງຫຼືບໍ່ຫຼົງຄົນກໍ່ຕາມ ເປັນການຂົ່ມຂູ່ສະມາຊິກຣັຖບານທີ່ສນັບສນູນຫຼືອ່ຽງທ່າເປັນກາງໄປນຳຣັຖບານຝຣັ່ງ.[34] ພວກໜຶ່ງອີກກໍອ້າງວ່າ ອາດຈະເປັນຜົນສະທ້ອນຮ້າຍແຮງຈາກການຕໍ່ຕ້ານຢ່າງເອົາຈິງເອົາຈັງ ຕໍ່ການແຊກຊືມຂອງກອງໂຈນຕາມຊາຍແດນ ຂອງທ່ານກຸ ວໍຣະວົງສ໌ ເວລາທ່ານຮັບໜ້າທີ່ເປັນຣັຖມົນຕຣີກະຊວງພາຍໃນ. ແລະກໍຍັງມີພວກໜຶ່ງອີກວ່າ ມາຈາກມູນຖານຂອງຣັຖບານຝຣັ່ງ ທີ່ທ່ານກຸ ວໍຣະວົງສ໌ ພຍາຍາມຂະຈັດລະບອບສັກດີນາ ແລະຈຳກັດອຳນາດສູງສຸດຂອງສະຫະພັນອິນໂດຈີນໃນປະເທດລາວຢ່າງຮຸນແຮງ ເພື່ອໃຫ້ມີການປົກຄອງນຳພາໂດຍຄົນລາວເອງ.[35]
- ຫຼັງຈາກການເຊັນສັນຍາ ໂອຕາສ໌(OTASE) ໃນວັນທີ 8 ກັນຍາ 1955 ທີ່ເມືອງມານີລາ (ປະເທດຟີລິບປີນ) ບໍ່ເທົ່າໃດ ກອງທັບໄທຍ໌ກໍໄດ້ສົ່ງທະຫານມາຕັ້ງຄ້າຍຢູ່ຕາມຊາຍແດນລາວ ໃນພາກເໜືອແລະຕາເວັນອອກຂອງແມ່ນໍ້າຂອງ. ຫຼັງຈາກທີ່ມັດຊາໃຫຍ່ຂອງອົງການສະຫະປະຊາຊາດໄດ້ປະຕິເສດການຊ່ອຍເຫລືອກອງທັບໄທຍ໌[n 19] ໃນການລາດຕາເວັນຊາຍແດນຕໍ່ຕ້ານການແຊກຊືມຄອມມິວນິສແລ້ວ ຄວາມຢ້ານກົວຂອງຣັຖບານບາງກອກ ທີ່ຈະສູນສຽຍເອກະລາດໃຫ້ແກ່ສັດຕູວຽດມິນນັ້ນ ປາກົດວ່າຈະຮຸນແຮງຂື້ນກ່ອນເກົ່າອີກ ແລະການທີ່ທ່ານກຸ ວໍຣະວົງສ໌ ປະຕິເສດເຂົ້າໃນອົງການໂອຕາສ໌ນັ້ນ ກໍສະກັດກັ້ນການເຂົ້າຮ່ວມການທະຫານໃດໆກັບອາເມຣິກັນ ແລະເປັນການຂັດຂວາງນະໂຍບາຍ “ປິດລ້ອມ” ທີ່ໄທຍ໌ມີສ່ວນຢູ່ນຳ. ໃນເວລາດຽວກັນ ກໍມີການປະຈັກວ່າ ໃນສະຖານະການນີ້ ເຈົ້າໜ້າທີ່ໄທຍ໌ໄດ້ມີບົດບາດສຳຄັນໃນຄະດີ ກຸ ວໍຣະວົງສ໌ ທີ່ຍັງຊອກຫາຄວາມຈິງກັນຢູ່. ຢູ່ໃນກອງປະຊຸມສະພາຜູ້ແທນລາສດອນສໄມໜຶ່ງ ທ່ານກຸ ວໍຣະວົງສ໌ ໄດ້ເປີດເຜີຽວ່າ ສະຫະຣັດອາເມຣິກາໄດ້ໃຊ້ຄວາມກົດດັນຢ່າງຮຸນແຮງ ໃສ່ຫົວໜ້າຄນະຂອງລາວທັງສອງທ່ານ ເພື່ອບໍ່ໃຫ້ລົງລາຍເຊັນສັນຍາກ່ຽວກັບລາວ ຢູ່ໃນທີ່ປະຊຸມຂອງສັນຍາເຊີແນ໋ວວ໌. ມີການສົງສັຍວ່າ ທ່ານຜຸຍ ຊນະນິກອນ ອາດໄດ້ຮັບເງິນຊື້ຈ້າງໜຶ່ງລ້ານໂດລາ ຊຶ່ງຈ່າຍສົ່ງໃນທະນາຄານສະວິດ ເນື່ອງຈາກທ່ານບໍ່ໄດ້ລົງລາຍເຊັນດັງກ່າວ. ທ່ານກຸ ວໍຣະວົງສ໌ ກໍຍັງໄດ້ເປີດເຜີຽໃນການກ່າວຄຳປາໄສອີກວ່າ ກຳລັງທະຫານຝ່າຍຂວາມີການວາງແຜນລົບລ້າງກອງກຳລັງທະຫານຝ່າຍຄນະປະເທດລາວ ໃນເວລາທີ່ຈະຖອນອອກຈາກແຂວງຊຳເໜືອແລະຜົ້ງສາລີຕາມຣະບຸໄວ້ໃນສັນຍາເຊີແນ໋ວວ໌. ນອກຈາກນີ້ແລ້ວ ກ່ອນມີການຄາດທະກັມ 9 ມື້ ທ່ານກຸ ວໍຣະວົງສ໌ ກຳລັງທຳການຈັດພົບລະຫວ່າງເຈົ້າສຸວັນນະພູມມາ ນາຍົກຣັຖມົນຕຣີ ແລະເຈົ້າສຸພານຸວົງ ນ້ອງຊາຍຂອງເພິ່ນທີ່ເປັນຫົວໜ້າຄນະປະເທດລາວ ເພື່ອໃຫ້ມີການສົນທະນາຈັດຕັ້ງການເລືອກຕັ້ງຜູ້ແທນລາສດອນ ຢ່າງມີອິດສຣະພາບ ດັງຣະບຸໄວ້ໃນສັນຍານັ້ນ. ຕາມຄວາມເຫັນຂອງຜູ້ສັນນິຖານບາງກຸ່ມ ໂດຍສະເພາະຝ່າຍຊ້າຍຄອມມິວນິສ ປາກົດວ່າ ທ່ານກຸ ວໍຣະວົງສ໌ ອາດເປັນເປົ້າໝາຍຂອງຝ່ານຂວາລາວ-ໄທຍ໌ແລະອົງການເຊອີອາ. ຍ້ອນປາກົດວ່າຣັຖບານໄທຍ໌ແລະອາເມຣິກັນເປັນຜູ້ໄດ້ຮັບຄວາມພຶງພໍໃຈທີສຸດ ຈາກການສູນສິ້ນຊີວິດໄປຂອງທ່ານກຸ ວໍຣະວົງສ໌ ທັ້ງນີ້ກໍ່ຍ້ອນວ່າ ສຳຫລັບພວກເຂົາເຈົ້ານັ້ນ ການເຊັນສັນຍາເຊີແນ໋ວວ໌ເປັນການຜິດພາດຮ້າຍແຮງ ໃນເມື່ອຣັຖບານຝຣັ່ງໄດ້ມີການຍອມເສັຽປຽບໃຫ້ຄອມມິວນິສຢ່າງໃຫຍ່ຫລວງ.[36][37][38]
- ເລື້ອງນີ້ເປັນຕົ້ນເຫດໃຫ້ 3 ຄອບຄົວທີ່ມີຊື່ສຽງໃນລາວ ໄດ້ກາຍເປັນສັຕຣູຢ່າງປະເຊີນໜ້າກັນ ຊຶ່ງແມ່ນ ຄອບຄົວຊນະນິກອນ ຄອບຄົວສຸວັນນະວົງ ແລະຄອບຄົວວໍຣະວົງສ໌. ລັກສນະພິເສດໃນເວທີການເມືອງລາວຄື ການສົນລະວົນລະຫວ່າງຄອບຄົວຫຼືບຸກຄົນສຳຄັນໄນເຄືອຍາຕ ແລະການບໍຣິຫານຂອງຊາດ. ທ່ານກຸ ວໍຣະວົງສ໌ ເປັນຜູ້ໜຶ່ງທີ່ສນັບສນຸນການເມືອງ "ເປັນກາງ" ແລະຄັດຄ້ານການເມືອງ "ອຽງຂວາ" ຕ້ານຄອມມິວນິສຂອງອາເມຣິກັນ ຊຶ່ງນັບເອົາທ່ານຜຸຍ ຊນະນິກອນ ເຂົ້າໃນຈຳນວນນັ້ນ ສ່ວນທ່ານບົງ ສຸວັນນະວົງ ຜັດມີຫົວຄິດສນັບສນູນ "ຝ່າຍຊ້າຍ". ບັງເອີນ ທ່ານກຸ ວໍຣະວົງສ໌ ເສັຽຊີວິດໃນເຮືອນຂອງທ່ານຜຸຍ ຊນະນິກອນ ທີ່ເປັນຣັຖມົນຕຣີກະຊວງພາຍໃນ ຊຶ່ງກໍສັ່ງຈັບທ່ານບົງ ສຸວັນນະວົງ ໃນທັນທີທັນໃດ ໃນກໍຣະນີເປັນຜູ້ໜູນຫຼັງການລູກຮື້ຢູ່ຄ້າຍທະຫານຈີ້ນາຍໂມ້ ແລະເປັນຜູ້ບັນຊາການຄາດທະກັມ. ໃນວັນທີ 5 ມົກຣາ 1955 ເຈົ້າໜ້າທີ່ຕຳຫຼວດໄທຍ໌ຈັບກຸມນາຍອຸດົມ ລູກສຸຣິນ ຢູ່ບາງກອກ ແລະໄດ້ຖະແຫຼງວ່າ ນາຍອຸດົມໄດ້ສາລະພາບວ່າໄດ້ຮັບຄ່າຈ້າງຈາກທ່ານຜຸຍ ຊນະນິກອນ ເພື່ອສັງຫານທ່ານກຸ ວໍຣະວົງສ໌ ແຕ່ວ່າຣັຖບານໄທຍ໌ກໍຍັງປະຕິເສດບໍ່ຍອມສົ່ງຕົວນາຍອຸດົມໄປຂຶ້ນສານລາວ. ຫລັງຈາກນັ້ນ ໜັງສືພິມພັກການເມືອງຂອງຄອບຄົວສຸວັນນະວົງ ແລະຄອບຄົວວໍຣະວົງ ກໍ່ພາກັນໂຄສະນາຊັດທອດໂຈມຕີທ່ານຜຸຍ ຊນະນິກອນ ຢ່າງຮຸນແຮງ. ຈົນໃນທີ່ສຸດ ວັນທີ 9 ເດືອນມີນາ 1955 ຄອບຄົວວໍຣະວົງສ໌ກໍໄດ້ຍື່ນການກ່າວຫາໃນກໍຣະນີຄາດຕະກໍາໃສ່ທ່ານຜຸຍ ຊນະນິກອນ ຢູ່ສານສູງສຸດວຽງຈັນ. ເຖິງແມ້ວ່າສານຈະໄດ້ຕັດສິນລົບລ້າງຄະດີ ຍ້ອນບໍ່ມີຫລັກຖານອ້າງອີງພຽງພໍກໍ່ຕາມ ຄວາມຮູ້ສຶກໃນເລື້ອງນີ້ກໍຍັງຄ້າງຄາ ແລະການຕູ່ຫາກໍຍັງຮັກສາໄວ້ຢູ່ໃນຄວາມຊົງຈຳຂອງແຕ່ລະຝ່າຍ ມັນເຮັດໃຫ້ມີຂຸມເລີກຂຸດເຂົ້າໄປໃນຄວາມສຳພັນລະຫວ່າງຄອບຄົວຊນະນິກອນ ແລະຄອບຄົວວໍຣະວົງສ໌.[39][40] ໃນການຕໍ່ສູ້ຄັ້ງນີ້ ແມ່ນຫົວໜ້າເສນາທິການຂອງກອງທັບແຫ່ງຊາດລາວຄົນໃໝ່ ຄືທ່ານນາຍພົນພູມີ ໜໍ່ສວັນ ຊຶ່ງເປັນພີ່ນ້ອງ ເປັນຜູ້ນຳພາຄອບຄົວວໍຣະວົງສ໌ ແລະການຂັດແຍ້ງກັນໃນເລື້ອງນີ້ ຈະມີບົດບາດຢ່າງໃຫຍ່ຫຼວງໃນເຫດການໆເມືອງໃນຊຸມປີ 1960-1962 ເມື່ອທ່ານນາຍພົນພູມີ ໜໍ່ສວັນ ເປັນຜູ້ນຳຄົນສຳຄັນຜູ້ໜຶ່ງຂອງຊາດ.
ກ່ຽວກັບຄະດີທີ່ກ່ຽວຂ້ອງເຖິງ “ຄວາມປອດໄພຂອງປະເທດ”[n 20] ຄະດີນີ້ ມີບຸກຄົນການເມືອງສຳຄັນຫຼາຍຄົນມີສ່ວນຮ່ວມພົວພັນຢູ່ນຳ ມີຄຳຖາມຫຼາຍຫົວຂໍ້ທີ່ບໍ່ໄດ້ຮັບຄຳຕອບ ແລະບັນດາພວກທີ່ມີສ່ວນກ່ຽວຂ້ອງກໍ່ບໍ່ໄດ້ຂຶ້ນສານຕັດສິນແຕ່ປະການໃດ.[n 21] ເດຶອນມີນາ 1955 ຜູ້ຖືກກ່າວຟ້ອງທັງໜົດ (ທະຫານທີ່ໂຕນຄ້າຍຈິນາຍໂມ້) ກໍໄດ້ຮັບອິດສຣະພາບຕາມເງື່ອນໄຂການປົດປ່ອຍຕາມຄຳສັ່ງຂອງນາຍົກໃໝ່: ທ່ານກະຕ່າຍ ໂດນສະໂສຣິດ ທີ່ເປັນທັງຣັຖມົນຕຣິກະຊວງພາຍໃນແລະກະຊວງຍຸຕິທັມ. ທ່ານບໍ່ມີຈຸດປະສົງເປີດຄະດີນີ້ ທີ່ຈະມີການກ່າວຊື່ຂອງທ່ານອອກມາ ແລະຈະມີການສືບສວນຊັກທອດໃສ່ເພື່ອນຮ່ວມພັກການເມືອງຂອງທ່ານ.[41]
ເພື່ອເປັນການປິດຄະດີນີ້ຢ່າງສີ້ນເຊີງ ໃນເດືອນກໍຣະກະດາ 1959 ຣັຖບານພຣະຣາຊອານາຈັກລາວຊຸດທີ 9 ທີ່ມີທ່ານຜຸຍ ຊນະນິກອນ ເປັນນາຍົກຣັຖມົນຕຣີ ຈື່ງໃຫ້ມີການຕັດສິນແຕ່ຄະດີເລື້ອງການຄາດຕະກັມທ່ານກຸ ວໍຣະວົງສ໌ ທໍ່ນັ້ນ. ເປັນການຕັດສິນແບບໄວໆ ບໍ່ເປີດເຜີຽ ແລະບໍ່ໃຫ້ຮື້ຟື້ນ “ເລື້ອງເກົ່າແກ່” ຂຶ້ນມາ. ບໍ່ໄດ້ກ່າວຊື່ໃຜໝົດ ນອກຈາກຊື່ຂອງນາຍອຸດົມທີ່ສານຕັດສິນປະຫານຊີວິດດ້ວຍການຝາກໂທດ ແລະການຕັດສິນນັ້ນ ກໍບໍ່ມີການກ່າວຫາທ່ານຜຸຍ ຊນະນິກອນ ແຕ່ປະການໃດ.
-
ງານສົງສະການທ່ານກຸ ວໍຣະວົງສ໌ ວັນທີ 20 ກັນຍາ 1954 ເຈົ້າສຸວັນນະພູມມານ້ອມຄຳມັບສົບ
-
ຍາປູ່ຕານ ວໍຣະວົງສ໌ ຈູດໄຟເຜົາ
-
ເຊີນຝຸ່ນກັບຄືນສູ່ສະຫວັນນະເຂດ
-
ນຳຝຸ່ນເຂົ້າທາດ
-
ທາດທ່ານກຸ ວໍຣະວົງສ໌ ຢູ່ວັດໃຫຍ່ໄຊຍະພູມ ເມືອງສະຫວັນນະເຂດ
ຜົນສະທ້ອນທາງດ້ານການເມືອງ
ດັດແກ້ການລາອອກຂອງຄນະຣັຖບານ
ດັດແກ້ຫຼັງຈາກການຄາດທະກັມຂອງທ່ານກຸ ວໍຣະວົງສ໌ ໃນມື້ຕິດຕໍ່ມາ ທ່ານຜຸຍ ຊນະນິກອນ ກໍຍື່ນໄບລາອອກຈາກຕຳແໜ່ງຣັຖມົນຕຣີ. ແຕ່ວ່າ ທາງຣັຖບານຍັງບໍ່ເປີດເຜີຽໃຫ້ປະຊາຊົນໄດ້ຮູ້ຈັກເທື່ອ ຍ້ອນຢ້ານວ່າ ການລາອອກຂອງທ່ານຜຸຍ ຊນະນິກອນ ຈະມີວິກິຈການໆເມືອງກໍ່ກວນຮ້າຍແຮງເກິດຂື້ນໃນທົ່ວປະເທດລາວ ອີງໃສ່ບັນຍາກາດທີ່ກຳລັງເຄັ່ງຕຶງ ພາຍຫຼັງກອງປະຊຸມເຊີແນ໋ວວ໌. ພາຍໄຕ້ການສນັບສນູນຂອງປະເທດຝຣັ່ງ ຣັຖບານຊຸດນັ້ນ ຊື່ງນຳໂດຍເຈົ້າສຸວັນນະພູມມາ ກໍໃຊ້ຄວາມພະຍາຍາມປະຕິບັດຕາມຂໍ້ຣະບຸຂອງສັນຍາເຊີແນ່ວວ໌ທີ່ໄດ້ເຊັນມາ ໂດຍສະເພາະໃນດ້ານການຮັກສາຄວາມເປັນກາງທາງການເມືອງ ແລະການເອົາຄນະປະເທດລາວເຂົ້າຮ່ວມໃນວົງຄະນາຍາຕ. ແຕ່ວ່າ ຄືດັ່ງທີ່ຄາດຄະເນໄວ້ແລ້ວ ວິກິຈການຮ້າຍແຮງດັ່ງກ່າວກໍລະເບີດຂຶ້ນ ຫຼັງຈາກເປີດເຜີຽການລາອອກຂອງທ່ານຜຸຍ ຊນະນິກອນ. ເປັນຕົ້ນເຫດໃຫ້ຣັຖບານທັງໝົດຂອງເຈົ້າສຸວັນນະພູມມາ ຊື່ງມີຈຸດອ່ອນຢູ່ແລ້ວ ໃນການທະເລາະວິວາດແລະການຄາດທະກັມຂອງທ່ານກຸ ວໍຣະວົງສ໌ ຈຳຕ້ອງລົ້ມທະລາຍລົງ.[42]
ການເຈຣະຈາເພື່ອປະກອບຣັຖບານພຣະຣາຊອານາຈັກລາວຊຸດທີ 5[10] ແສນຈະຍຸ້ງຍາກ ແລະກິນເວລາຍາວນານ. ໃຊ້ເວລາກວ່າໜຶ່ງເດືອນໃນບັນຍາກາດເຄັ່ງຕຶງແລະຮຸນແຮງ ໃນການອະພີປາຍທີ່ບໍ່ສິ້ນສຸດຈັກເທື່ອ ແລະບາງພວກກໍສວຍໂອກາດຍົກການຄາດທະກັມທ່ານກຸ ວໍຣະວົງສ໌ ຂຶ້ນມາ ເພື່ອເປັນການຂົ່ມຂູ່ຝ່າຍກົງກັນຂ້າມ. ຝ່າຍນຳຈະຕ້ອງໄດ້ຮັບຄະແນນສຽງ 2 ສ່ວນ 3 ເພື່ອຜ່ານສະພາ ແຕ່ວ່າແຕ່ລະຝ່າຍການເມືອງທີ່ຕໍ່ສູ້ກັນ ບໍ່ສາມາດຮວບໂຮມຄະແນນສຽງໄດ້ພໍ. ສະນັ້ນ ຈື່ງມີການປະນິປະນອມກັນ ໂດຍເລືອກຕັ້ງສະມາຊິກຂອງອະດີດຣັຖບານກາງ (ທ່າອ່ຽງຝຣັ່ງແລະສນັບສນູນການປະຕິບັດສັນຍາເຊີແນ໋ວວ໌ຢ່າງເຂັ້ມງວດ) ທີ່ໄດ້ຮັບແບ່ງຕັ່ງຣັຖມົນຕຣີເຄິ່ງນຶ່ງ ແລະ ສະມາຊິກກ້າວໜ້າຝ່າຍຄ້ານ (ທ່າອ່ຽງອາເມຣິກັນແລະຕ້ານເຊັນສັນຍາເຊີແນ໋ວວ໌) ອີກເຄິ່ງໜຶ່ງ ທັ້ງໆເປັນທີ່ຮູ້ກັນດີວ່າ ແຕ່ລະຝ່າຍຈະບໍ່ລົງຮອຍຍອມໃຫ້ກັນ. ສ່ວນນາຍົກຣັຖມົນຕຣີນັ້ນ ເພິ່ນເລືອກທ່ານກະຕ່າຍ ໂດນສະໂສຣິດ ສະມາຊິກກ້າວໜ້າ ແທນທີ່ຈະແມ່ນເຈົ້າສຸວັນນະພູມມາ ຄູ່ຕໍ່ສູ້ຜູ້ເປັນກາງ ທີ່ອາເມຣິກັນເຫັນວ່າວ່າມີອຸດົມຄະຕິອ່ຽງຊ້າຍ"ຫຼາຍໂພດ". ໃນຣະຍະຫຼັງນີ້ ປາກົດວ່າອາເມຣິກັນໄດ້ເຂົ້າມາທຳໜ້າທີ່ແທນຝຣັ່ງ ໃນວົງການເມືອງຂອງລາວ ຢ່າງເຕັມທີ່ແລ້ວ.
ບົດບາດຂອງອາເມຣິກັນ ແລະສົງຄາມປິດລັບ
ດັດແກ້ກ່ອນຮອດກອງປະຊຸມສັນຍາເຊີແນ໋ວວ໌ ບົດບາດຂອງອາເມຣິກັນໃນເມືອງລາວ ຄືການເຂົ້າມາສະເໜີຄວານຊ່ວຍເຫຼືອ ຫຼືສອນສາສນາຢ່າງງຽບໆ ແລະກໍບໍ່ມີຜົນສະທ້ອນຕໍ່ປະຊາຊົນທ້ອງຖິ່ນແຕ່ປະການໃດ. ມີແຕ່ອຸປະທູດແລະພວກສາສນາເຍຊູຈຳນວນໜຶ່ງ ພ້ອມດ້ວຍພນັກງານຢູຊິສແລະເຊອີອາ ທີ່ເຂົ້າມາຕັ້ງອົງການຢູ່ວຽງຈັນໃນປີ 1953 ພາຍຫຼັງໄດ້ມີການເຊັນຍາບັນເທົາເສຖກິດແລະການທະຫານ (ໃນສ່ວນເລັກນ້ອຍ) ລະຫວ່າງສະຫະຣັດອາເມຣິກາແລະຣັຖບານຣາຊອານາຈັກລາວໃນວັນທີ 9 ເດືອນກັນຍາ 1951. ເນື່ອງດ້ວຍ ຢູ່ປະເທດວຽດນາມ ຂະບວນການຕໍ່ສູ້ເພື່ອເອກຣາດນຳໂດຍພັກຄອມມິວນິສ ແລະວຽດນາມກໍມີຊາຍແດນຕິດກັບຈີນ ຊື່ງນຳພາໂດຍມາວເຊີຕຸງ ແລະກໍແມ່ນປະເທດທີ່ບໍ່ໄກຈາກເກົາຫຼີໄຕ້ ຈຶ່ງພາໃຫ້ສະຫະຣັດອາເມຣິກາມີຄວາມສົນໃຈໃນການຕໍ່ສູ້ໃນແຄວ້ນອິນໂດຈີນ. ໃນການເຂົ້າມາມີບົດບາດໃນອີນໂດຈີນຄັ້ງນີ້ ສະຫະຣັດອາເມຣິກາໃຫ້ເຫດຜົນໃນທິສດີສວມໜ້າກາກ ທີ່ເອີ້ນກັນວ່າ “ທິສດີໂດມີໂນ” (Domino Theory). ເພີ່ນອະທິບາຍວ່າ ຖ້າຫາກວຽດນາມຕົກຢູ່ໃນກຳມືຂອງລະບອບຄອມມິວນິສ ບັນດາປະເທດເພື່ອນບ້ານຈະກໍຕົກຢູ່ໃນກຳມືດຽວກັນ ຍ້ອນການພົວພັນກັນຢ່າງສນິດສນົມ ຫຼືວ່າ ການຮຸກຮານຢ່າງຮ້າຍແຮງຂອງກອງກຳລັງຮາໂນຽ. ການກະເດື່ອງທີ່ຈະເກິດຂື້ນນີ້ ຈະເປັນເຫດໃຫ້ມີການປ່ຽນແປງຢ່າງເລິກຊຶ້ງ ໃນການດຸ່ນດ່ຽງລະຫວ່າງກຳລັງຕາເວັນອອກແລະຕາເວັນຕົກ ໃນຂວາງເຂດອາຊີທັງໝົດ.
ສະເພາະຝ່າຍຊ້າຍນັ້ນ ໄຊຊະນະຢູ່ດຽນບຽນຟູເປີດໂອກາດໃຫ້ວຽດມິນເຂົ້າຄອບຄອງເຂດລາວພາກເໜືອ ແຕ່ຫາກວ່າໂຮຈີມິນຍັງມີຄວາມທະເຍີທະຍານສູງກວ່ານັ້ນອີກ ສຳຫລັບເຂດອິນໂດຈີນ. ເຖິງແມ້ວ່າ ສັນຍາເຊີແນ໋ວວ໌ຈະຣະບຸຄວາມເປັນກາງຂອງຂເມນແລະລາວໄວ້ກໍ່ຕາມ ຣັຖບານຮາໂນຽກໍຍັງຖືວ່າ ເອກຣາດຂອງວຽດນາມຍັງບໍ່ໄດ້ສົມບູນ ຕຣາບໃດທີ່ສອງປະເທດຂ້າງຄຽງຍັງຢູ່ໃນ “ຄວາມຄອບງຳຂອງຣະບອບຈັກກະພັດ”.[43] ໃນທ້າຍປີ 1950 ຣັຖບານຮາໂນຍ ຈື່ງໄດ້ສນັບສນູນພວກກອງໂຈນແຊກຊືມເຂົ້າໄປວຽດນາມໃຕ້ ແລະມີການສະສົມຕາໜ່າງວັດຖຸອຸປະກອນລັບໆໃນເຂດຊາຍແດນ ເປັນສາຍທາງເລິກເຂົ້າໄປໃນແດນລາວ ຊື່ງຕໍ່ມາມີຊື່ເອີ້ນກັນວ່າ “ສາຍທາງໂຮຈີມິນ”. ໃນກິດຈະການນີ້ ໂຮຈີມິນໄດ້ຮັບການຊ່ອຍເຫຼືອທາງເສຖກິດ ວິຊາການ ແລະທາງທະທານ ຈາກໂຊວຽດແລະຈີນ ຢ່າງຫລວງຫລາຍ.
ເມື່ອຫັນມາເບິ່ງໃນແງ່ “ທິສດີໂດມີໂນ” ຂອງຝ່າຍຂວານັ້ນ ທາງອາເມຣິກັນກໍມີການຄາດຄະເນວ່າ ຂື້ນກັບສະພາບຫຼັກຂອງແຜນຍຸດທະສາດໃນລາວນັ້ນ ການປ້ອງກັນວຽດນາມໃຕ້ໂດຍປະສິດທິພາບຈາກຣະບອບຄອມມູນິສຈະຕ້ອງຜ່ານການປ້ອງກັນລາວກ່ອນ.[44] ຣັຖບານວໍຊິງຕັນ ຈຶ່ງເລີ້ມຕົ້ນຊອກຊ່ອງທາງເຊື່ອມເຂົ້າວົງການໆເມືອງລາວ ເພື່ອຍູ້ໃຫ້ຣັຖບານລາວຢູ່ວຽງຈັນອ່ຽງໄປນຳນະໂຍບາຍອາເມຣີກັນ ກ່ອນທີ່ຈະຕັດສີນໃຈໃຊ້ການເມືອງແຊກແຊງທາງທະຫານໂດຍກົງ ໃນຫລາຍປີຕໍ່ມາ.
ດັ່ງນັ້ນ ໂດຍບໍ່ຮັບຮູ້ສັນຍາເຊີແນ໋ວວ໌ກ່ຽວກັບຄວາມເປັນກາງຂອງລາວ ກະຊວງກະລາໂຫມຂອງສະຫະຣັດອາເມຣິກາໄດ້ຕັ້ງອົງການທະຫານທາງລັບ ທຽມອົງການເສຖກິດຊື່ວ່າ ອົງການ PEO[35] “ຫ້ອງການປະເມີນໂຄງການ” ຂຶ້ນ ຊຶ່ງເລີ້ມດຳເນີນງານມາແຕ່ເດືອນທັນວາ 1955 ແລະປະກອບດ້ວຍນາຍທະຫານໃສ່ຊຸດພົນລະເຮືອນ ທີ່ມີໜ້າທີ່ນຳຄວາມຊ່ອຍເຫຼືອມາສູ່ປະຊາຊົນ.[45] ແຕ່ວ່າຈຸດປະສົງທີ່ແທ້ຈິງນັ້ນ ຄືການນຳຄວາມຊ່ອຍເຫຼືອທາງທະຫານມາໃຫ້ກອງທັບຝ່າຍຂວາທີ່ຕ້ານຄອມມິວນິສຕ໌. ແຕ່ປີ 1955 ເຖິງປີ 1963 ໃນງົບປະມານໂຄງການຊ່ອຍເຫຼືອລາວທັງໝົດ 481 ໂດລາ ສະຫະຣັດອາເມຣິກາໄດ້ສລະເງິນ 153 ລ້ານໂດລາ ເພື່ອອົບຮົມ ຝຶກຫັດ ແລະປະກອບອາວຸດໃຫ້ກອງທັບແຫ່ງຊາດລາວແລະ “ກອງທັບປິດລັບ” ໂມ້ງ ທີ່ຕໍ່ສູ້ກັບຄນະປະເທດລາວ ກອງທັບບັງຄັບບັນຊາໂດຍນາຍພົນວັງປາວ. ຫຼັງຈາກນັ້ນເລີ້ມແຕ່ເດືອນພຶສພາ 1964 ເປັນຕົ້ນໄປ ສະຫະຣັດໄດ້ຖີ້ມລະເບີດຈາກເຄື່ອງບິນຢ່າງຫຼວງຫຼາຍ ໂດຍສະເພາະຖີ້ມລົງໃສ່ທາງສາຍໂຮຈີມິນແລະແຂວງຊຽງແຂວງ ໃນຂນະທີ່ພວກພັນທະມິຕທ້ອງຖິ່ນຊ່ອຍສາຍສືບຊີໄອເອດຳເນີນການທາງພື້ນດິນ. ສະຫະຣັດອາເມຣິກາເປັນຜູ້ຮັບນຳພາເຮັດສົງຄາມອິນໂດຈີນຄັ້ງທີສອງ ຈົນຮອດການຢຸດຍິງໃນປີ 1973 ໂດຍທີ່ຝ່າຍລາວບໍ່ມີສິດອອກຄວາມເຫັນຫຼືຈົ່ມວ່າແຕ່ປະການໃດ.[46]
ໃນເດືອນມິຖຸນາ 1958 ໄດ້ມີການຕິດຕັ້ງ "ກຳມະການປ້ອງກັນປະໂຫຍດຂອງຊາດ" (Committee for the Defense of National) ຂຶ້ນຢູ່ວຽງຈັນ. ແຜນການຂອງກຳມະການດັງກ່າວ ຄືເຂັ່ຽຣັຖມົນຕຣີຝ່າຍແນວລາວຮັກຊາດແລະຝ່າຍເປັນກາງອອກຈາກຣັຖບານ ເພື່ອໃຫ້ລາວດຳຣົງຢູ່ໃນເຄືອຂ່າຍຂອງສະຫະຣັດອາເມຣິກາ. ຫົວໜ້າຂະບວນພົນລະເຮືອນຂອງພວກໜຸ່ມນ້ອຍທີ່ມີແນວຄິດປະຕິຮູບແລະຕ້ານຄອມມິວນິສຊຸດນີ້ ແມ່ນທ່ານນາຍພົນພູມີ ໜໍ່ສວັນ ຊື່ງມີຕົ້ນກຳເນີດມາຈາກເຂດຊາຍແດນໄທຍ໌-ລາວ (ມຸກດາຫານ-ສວັນນະເຂດ). ທາງຝັ່ງໄທຍ໌ ນາຍພົນພູມີ ໜໍ່ສວັນ ເປັນຫຼານຂອງຈອມພົນສະຣິດ ທະນະຣັດ ຊື່ງເປັນຜູ້ກຳອຳນາດເດັດຂາດຂອງຣັຖບານໄທຍ໌. ສ່ວນທາງຝັ່ງລາວນັ້ນ ນາຍພົນພູມີກໍເປັນທັງຍາຕ ແລະນ້ອງເຂີຽຂອງທ່ານກຸ ວໍຣະວົງສ໌.
ຮູບຫລໍ່
ດັດແກ້ຫລໍ່ຮູບຢູ່ບາງກອກ
ດັດແກ້ໃນການປະທະລະຫວ່າງຣັຖບານຝຣັ່ງແລະຣັຖບານລາວອິດສຣະໃນປີ 1946 ທ່ານພູມີ ໜໍ່ສວັນ ໄດ້ເຂົ້າຮ່ວມຕໍ່ສູ້ໃນກອງທັບຂອງເຈົ້າເພັຊຣາດ ແລະຕິດຕາມເຈົ້າເພັຊຣາດລີ້ພັຍການເມືອງໄປຢູ່ໄທຍ໌ຫຼັງການປະລາໄຊ. ທ່ານຕັດສິນໃຈກັບຄືນມາລາວໃນປີ 1949 ແລ້ວສມັກເຂົ້າກອງທັບແຫ່ງຊາດລາວ ຊຶ່ງຫາກໍ່ຕັ້ງຂຶ້ນໃໝ່ໃນເດືອນມີນາ 1949.
ຕົ້ນປີ 1950 ໃນລະຍະທີ່ບຸນກອງແລະພັກພວກກໍ່ການວຸ້ນວາຍ ແລະທຳການໂຄສະນາຕ້ານຣັຖບານຢ່າງດຸເດືອດ ທ່ານກຸ ວໍຣະວົງສ໌ ໄດ້ຕັ້ງ “ໜ່ວຍສ້າງຄວາມສງົບຢູ່ພາກໃຕ້ຂອງລາວ” (Mission de pacification du Sud-Laos) ເພື່ອຕ້ານການແຊກຊຶມພາຍໃນປະເທດ ແລະປາບການປຸ້ນຈີ້ຕາມຊາຍແດນ. ອົງການດັ່ງກ່າວ ທີ່ມີເສນາທິການຢູ່ປາກເຊນັ້ນ ມີພາລະເຕົ້າໂຮມທະຫານບ້ານ ອາສາສມັກ ແລະພວກສະມາຊິກເກົ່າຂອງຂະບວນການລາວອິດສຣະ ເພື່ອປະກອບເປັນຈຸ ປາບການແຊກຊືມແລະໂຈຣະກັມ. ເນື່ອງຈາກມີວຽກປະຈຳກະຊວງຢູ່ວຽງຈັນ ທ່ານກຸ ວໍຣະວົງສ໌ ໄດ້ມອບການບັນຊາໃຫ້ນາຍຮ້ອຍໂທພູມີ ໜໍ່ສວັນ ຍາຕແລະນ້ອງເຂີຽທີ່ຍັງໜຸ່ມນ້ອຍຢູ່. ເມື່ອຮູ້ວ່າ ພັກພວກຂອງບຸນກອງລືຊື່ຢູ່ໃນແຂວງ ຮ້ອຍໂທພູມີ ໜໍ່ສວັນ ກໍທຳການຕິດຕໍ່ກັບພວກດັ່ງກ່າວແລະສເນີການເຈຣະຈາກັນ ເພື່ອໃຫ້ພວກກໍ່ຄວາມວຸ້ນວາຍໃນທ້ອງຖິ່ນປົງອາວຸດ ແລະເຂົ້າມາຮ່ວມໃນພາລະກິຈຂອງຊາດ. ແຕ່ວ່າ ຍ້ອນຄວາມຊື່ແລະຂາດປະສົບການຂອງຮ້ອຍໂທໜຸ່ມພູມີ ໜໍ່ສວັນ ພວກໂຈຣະກັມພາກັນສວຍໂອກາດສືບຂ່າວ ແລະທຳການຕ້ານຣັຖບານຢ່າງບໍ່ຢຸດບໍ່ຢັ້ງອີກຕໍ່ໄປເປັນຫຼາຍເດືອນ ໂດຍໃຊ້ໃບອະນຸຍາດຜ່ານສະດວກ ອຸປະກອນ ແລະກ້ອນທຶນ ທີ່ທ່ານພູມີປະກອບໃຫ້. ເຖິງແມ່ນວ່າ “ໜ່ວຍສ້າງຄວາມສງົບຢູ່ພາກໃຕ້ຂອງລາວ” ຈະບໍ່ໄດ້ຮັບຜົນສຳເລັດ ແລະເກືອບພາໃຫ້ຊີວິດການເມືອງຂອງທ່ານຫຼົ້ມຈົມກໍຕາມ ທ່ານກຸ ວໍຣະວົງສ໌ ກໍຍັງໃຫ້ຄວາມໄວ້ວາງໃຈຕໍ່ທ່ານພູມີ ໜໍ່ສວັນ ຈົນທ່ານໄດ້ເປັນຫົວໜ້າເສນາທິການກອງທັບແຫ່ງຊາດລາວໃນປີ 1955.[47]
ຫຼັງຈາກການມໍຣະນະພາບຂອງທ່ານກຸ ວໍຣະວົງສ໌ ນາຍພົນພູມີ ໜໍ່ສວັນກໍໄດ້ນຳພາຄອບຄົວຊອກຄົ້ນຫາຄວາມຈິງໃນການຄາດທະກັມ. ໃນການໂຄສະນາເລືອກຕັ້ງຜູ້ແທນລາສດອນໃນປີ 1960 ນາຍພົນພູມີ ໜໍ່ສວັນ ຮ່ວມກັນກັບທ່ານອຸ ວໍຣະວົງສ໌ ແລະທ່ານບຸນທົງ ວໍຣະວົງສ໌ ທີ່ເປັນນ້ອງແມ່ດຽວຂອງທ່ານກຸ ວໍຣະວົງສ໌ ໄດ້ປະຕິຍານຕໍ່ປະຊາຊົນຊາວສວັນນະເຂດວ່າ ໃນກໍຣະນີທີ່ໄດ້ຮັບການເລືອກຕັ້ງ ພວກທ່ານຈະສະແດງຄວາມໄວ້ອາໄລຫາທ່ານກຸ ວໍຣະວົງສ໌ ບຸຣຸດຂອງປະເທດ ທີ່ຖືກຄາດທະກັມໃນເວລາທີ່ທ່ານພວມມີຄວາມກ້າວໜ້າ. ທ່ານອຸ ວໍຣະວົງສ໌ ແລະທ່ານບຸນທົງ ວໍຣະວົງສ໌ ກໍໄດ້ຖືກເລືອກຕັ້ງເປັນຜູ້ແທນລາສດອນແຂວງສວັນນະເຂດໃນປີນັ້ນ.
ນັບແຕ່ປີ 1959 ເປັນຕົ້ນໄປ ແລະເປັນເວລາ 6 ປີ ທ່ານນາຍພົນພູມີ ໜໍ່ສວັນ ໄດ້ກາຍເປັນບຸກຄົນສຳຄັນທີ່ສຸດຢູ່ໃນເວທີການເມືອງຂອງລາວ ໂດຍໄດ້ຮັບການຊ່ອຍເຫຼືອທາງການເງິນແລະທາງທະຫານຈາກອົງການຊີໄອເອ. ໃນເດືອນພຶສພາ 1960 ເມື່ອທ່ານຮອດລະດັບສູງສຸດຂອງລັດສະຫມີພາບ ແລະເນື່ອງຈາກເປັນເຄືອຍາຕຂອງຈອມພົນສະຣີດທະນາຣັດ ນາຍົກຣັຖມົນຕຣີໄທຍ໌ໃນເວລານັ້ນ ທ່ານນາຍພົນພູມີ ໜໍ່ສວັນ ຮ່ວມກັບທ່ານອຸ ວໍຣະວົງສ໌ ແລະທ່ານບຸນທົງ ວໍຣະວົງສ໌ ໄດ້ໃຫ້ກົມສິລປະກອນຂອງກະຊວງວັທນະທັມໄທຍ໌ຫລໍ່ຮູບທ່ານກຸ ວໍຣະວົງສ໌ ໃນຮູບແບບທີ່ເປັນລວງສູງຕົວຈິງຂອງທ່ານ. ສ່ວນຢູ່ເມືອງສວັນນະເຂດກໍມີການສ້າງຖນົນກຸ ວໍຣະວົງສ໌. ຢູ່ເໜືອສຸດຂອງຖນົນເສ້ນນີ້ ກໍສ້າງສນາມກິລາໃສ່ຊື່ດຽວກັນ ແລະຢູ່ຕໍ່ໜ້າທາງເຂົ້າ ກໍມີໂຄງການກໍ່ສ້າງແທ່ນ ເພື່ອກະກຽມໄວ້ປະດິດສຖານຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌.
ແຕ່ວ່າ ໃນລະຍະນັ້ນ ປະເທດລາວກຳລັງຕົກຢູ່ໃນສົງຄາມກາງເມືອງຢ່າງໜັກໜ່ວງ ເປັນສົງຄາມທີ່ສັງກັດຢູ່ໃນຂອບເຂດສົງຄາມເຢັນ. ປີ 1963 ຫຼັງຈາກການມໍຣະນະພາບຂອງຈອມພົນສະຣິດ ລູງຂອງທ່ານ ນາຍພົນພູມີ ໜໍ່ສວັນ ຈຶ່ງຂາດການສນັບສນູນຈາກຣາຊອານາຈັກໄທຍ໌ ສ່ວນສະຫະຣັດອາເມຣິກາກໍປຽນນະໂບາຍການເມືອງ ມາສນັບສນູນການປະທະທາງທະຫານໂດຍກົງ. ທ້າຍເດືອນມົກຣາ 1965 ຫຼັງຈາກໄດ້ປະຕິເສດຄຳປຶກສາຂອງທີ່ປຶກສາອາເມຣິກັນ ແລະຫຼັງຈາກມີການປະຕິວັດ ນຳໂດຍທ່ານກຸປຣະສິດ ອະພັຍ ຕໍ່ຕ້ານຣັຖບານຂອງທ່ານ ນາຍພົນພູມີຈຳເປັນຕ້ອງຂໍລີ້ໄພການເມືອງຢູ່ປະເທດໄທຍ໌ພ້ອມດ້ວຍພັກພວກ. ຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ ຈຶ່ງຈຳຕ້ອງລໍຖ້າຕໍ່ໄປຢູ່ກົມສິລະປະກອນເປັນເວລານານເຖີງ 30 ກວ່າປີ.
ການກັບມາເມືອງສວັນນະເຂດ
ດັດແກ້ທ່ານກຸ ວໍຣະວົງສ໌ ໄດ້ລູກຄົນທຳອິດກັບນາງເມັງຊື່ວ່າ ທ້າວບົວເພັດ. ຫລັງຈາກນັ້ນ ຂນະທີ່ເປັນຂ້າຣາຊການໜຸ່ມຢູ່ວຽງຈັນ ໃນປີ 1938 ທ່ານໄດ້ແຕ່ງງານກັບນາງສູນທອນ ສຸວັນນະວົງ ທີ່ເຮັດວຽກເປັນນາງພຍາບານພດຸງຄັນ ຢູ່ໂຮງໝໍມະໂຫສົດ. ໃນການສ້າງຄອບຄົວຄັ້ງທີ່ສອງນີ້ ທ່ານກຸ ວໍຣະວົງສ໌ ໄດ້ບຸດອີກ 4 ຄົນ: ທ້າວອາໂນຣາດ ນາງໂພຄຳ ນາງໂພເງິນ ແລະທ້າວອະນຸຣົດ.
ໃນປີ 1965 ທ້າວບົວເພັດແລະນາງໂພຄຳ ພ້ອມດ້ວຍຄອບຄົວ ຍ້າຍໄປຢູ່ໄທຍ໌ ໃນຄວາມອຸປະຖັມຂອງນາຍພົນພູມີ ໜໍ່ສວັນ ຜູ້ເປັນອາວ.[n 22] ສ່ວນທ້າວອາໂນຣາດນັ້ນ ກໍເຖິງແກ່ກັມ ຫຼັງຈາກຖືກປົດປ່ອຍຈາກການໄປສັບພະທຸກຢູ່ຊຳເໜືອ. ໃນທີ່ສຸດ ແຕ່ປີ 1976 ເປັນຕົ້ນໄປ ທຸກຄົນກໍໄດ້ຍົກຍ້າຍໄປໃຊ້ຊີວິດຢູ່ປະເທດຝຣັ່ງເສດ ພາຍຫຼັງທີ່ພັກຄອມມິວນິສແນວລາວຮັກຊາດ ໄດ້ປະກາດເປັນປະເທດສາທາຣະນະຣັດປະຊາທິປະໄຕປະຊາຊົນລາວ ໃນເດືອນທັນວາ 1975.
ປີ 1985 ເມື່ອທ່ານນາຍພົນພູມີມໍຣະນະກັມຢູ່ບາງກອກ ກໍໄດ້ມີການທວງທາວຫາຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ ຊຶ່ງກຳນົດເວລາຝາກທີ່ໄດ້ພຽງ 30 ປີ ຢູ່ກົມສິລປະກອນຂອງໄທຍ໌ ກໍພໍດີສິ້ນສຸດລົງ. ໃນປີ 1989 ເມື່ອສະຫະພາບໂຊວຽດແຕກສະຫຼາຍລົງ ຣັຖບານລາວກໍເປີດຊາຍແດນເປັນເສດຖະກິດຕະຫຼາດ ແລະອນຸຍາດໃຫ້ມີການລົງທຶນຈາກຕ່າງປະເທດ ຊື່ງເປັນໂອກາດທີ່ອຳນວຍໃຫ້ບັນດາລູກໆຂອງທ່ານກຸ ວໍຣະວົງສ໌ ດຳເນີນການຕິດຕໍ່ກັບອຳນາດການປົກຄອງລາວ ເພື່ອໄດ້ຮັບອະນຸຍາດໃຫ້ນຳຮູບຫລໍ່ຂອງພໍ່ພວກເຂົາເຈົ້າ ກັບຄືນສູ່ເມືອງສະຫວັນນະເຂດ.[48] ປີ 1992 ຫຼັງຈາກໄດ້ຊົດໃຊ້ຄ່າຝາກໃຫ້ກົມສິລປະກອນແລ້ວ ຮູບຫລໍ່ກໍຍົກຄືນໃຫ້ເປັນສົມບັດຂອງຄອບຄົວວໍຣະວົງສ໌. ໃນລະຍະເວລາທີ່ລໍຖ້າຄຳຕອບຈາກຣັຖບານລາວ ນາງໃຫ່ຽ ລູກສາວກົກຂອງທ້າວບົວເພັດ ທີ່ຢູ່ບາງກອກ ກໍໄດ້ເອົາຮູບຫລໍ່ທ່ານກຸ ວໍຣະວົງສ໌ ໄປຝາກໄວ້ທີ່ວັດອຳພະວັນໃນກຸງເທບ.
ການອະນຸຍາດໃຫ້ນຳເອົາຮູບຫລໍ່ມາເມືອງສວັນນະເຂດຈາກຣັຖບານສປປລາວ ໄດ້ຮັບໃນຕົ້ນປີ 1994 ແຕ່ວ່າກຽວກັບສຖານທີ່ປະດິສະຖານນັ້ນ ຍັງບໍ່ທັນມີຫຍັງລຽບລ້ອຍເຖື່ອ. ສະນັ້ນ ຈື່ງຝາກຮູບຫລໍ່ໄວ້ອີກຄັ້ງໜຶ່ງທີ່ວັດໃຫ່ຽໄຊຍະພູມຂອງເມືອງຄັນທະບູຣີ (ປັດຈຸບັນເປັນເມືອງໄກສອນພົມວິຫານ) ເປັນເວລາຕໍ່ໄປອີກປີໜຶ່ງ. ໃນວັນເສົາທີ 7 ມົກຣາ 1995 ຮູບຫລໍ່ທ່ານກຸ ວໍຣະວົງສ໌ ກໍໄດ້ຂື້ນປະດິສະຖານ ໃນຂອບເຂດດິນສ່ວນຕົວຂອງຄອບຄົວ ໂດຍມີພີ່ນ້ອງແລະເຈົ້າໜ້າທີ່ການປົກຄອງມາຮ່ວມພິທີສູ່ຂວັນ.[1] ໃນໂອກາດນີ້ ນາງສົມນຶກ ສີມຸກດາ (ພັນລະຍາຂອງທ່ານຝັ້ນ ສີມຸກດາ) ຊຶ່ງເປັນໜຶ່ງໃນສາມຂອງນ້ອງສາວຕ່າງພໍ່ຂອງທ່ານກຸ ວໍຣະວົງສ໌ ຮ່ວມກັບທ້າວອະນຸຣົດ ລູກຊາຍຫຼ້າຂອງທ່ານກຸ ວໍຣະວົງສ໌ ໄດ້ສ້າງກຸຕິໃຫ້ພຣະສົງຄ໌ແລະສາລາໃຫ້ແຂກໄດ້ພັກເຊົາ ມອບໃຫ້ວັດໃຫ່ຽໄຊຍະພູມ.
ຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ນັ້ນ ເຖິງແມ້ວ່າ ຈະຢູ່ໃນບໍລິເວນດິນສ່ວນຕົວຂອງຄອບຄົວ ແລະຕາມຫລັກການຖືວ່າເປັນອະນຸສາວະຣີເອກຊົນກໍ່ຕາມ ຍັງເປັນອະນຸສາວະຣີທີ່ປະຊາຊົນຊົມ ແລະຮູ້ເຫັນທົ່ວໄປໄດ້.[49] ທີ່ວາງຮູບຫລໍ່ຂອງທ່ານກຸ ວໍຣະວົງສ໌ ຢູ່ສີ່ແຍກຖນົນສຸດທະນູ ແລະ ຖນົນກຸ ວໍຣະວົງສ໌ ກໍບັງເອີນຢູ່ຕໍ່ໜ້າເຮືອນທ່ານໄກສອນ ພົມວິຫານ ປະທານປະເທດຄົນທຳອິດຂອງສປປລາວ ຈຶ່ງເປັນສຖານທີ່ໆໄດ້ຮັບຄວາມສົນໃຈຈາກຊາວເມືອງສວັນນະເຂດ ແລະບັນດາພວກນຳພາທ່ອງທ່ຽວຕ່າງປະເທດ.[50]
ສ່ວນຢູ່ເມືອງທ່າແຂກ ຊື່ງເປັນເມືອງເອກຂອງແຂວງຄຳມ່ວນນັ້ນ ກໍໄດ້ມີການລະລຶກເຖິງບຸນຄຸນອະດີດເຈົ້າແຂວງ ໂດຍໃສ່ຊື່ຖນົນກຸ ວໍຣະວົງສ໌ ທີ່ໄດ້ສ້າງສຳເລັດລົງໃນປີ 2003./.[51]
-
1954: ຮູບຖ່າຍທີ່ເປັນແບບຢ່າງຫລໍ່ຮູບ
-
1995: ວັນເສົາທີ 7 ມົກຣາ ການຂື້ນປະດິສະຖານຢູ່ເມືອງສວັນນະເຂດ
-
2015: ທີ່ວາງຮູບຫລໍ່ ຢູ່ໜ້າບ້ານຄອບຄົວວໍຣະວົງສ໌
-
2018: ຮູບຫລໍ່ຖ່າຍໃກ້ໆ
ຂໍ້ມູນເພີ່ມເຕີມ
ດັດແກ້- ↑ Henri Mouhot ໃນປີ 1860, Francis Garnier ໄຕ້ການບັງຄັບບັນຊາຂອງ capitaine Doudart de Lagrée ໃນປີ 1864. Auguste Pavie ເປັນຮອງກົງສຸນຝຣັ່ງຢູ່ຫລວງພະບາງ Luang Prabang ໃນເດືອນພຶສຈິກາ ປີ 1885.
- ↑ ມີປະມານ 10 ແຂວງຕອນຕົ້ນສັດຕະວັດ 12 ໃນຊຸມປີ 1947 ແລະ 17 ໃນສມັຍປັດຈຸບັນ
- ↑ ຊື່ຂອງເມືອງສະຫວັນນະເຂໃນສມັຍນັ້ນ ແລະຂອງເມືອງໄກສອນ ພົມວິຫານ ໃນສມັຍປັດຈຸບັນ
- ↑ ໃນການແຕ່ງງານຄັ້ງທີ່ສອງກັບທ່ານຄຣູດີ ວໍຣະວົງ, ມານດາຂອງທ່ານກຸ ວໍຣະວົງສ໌ ໄດ້ລູກອີກຫ້າຄົນ ຊາຍສອງ ຍິງສາມ. ນາງສົມໃຈ ນ້ອງສາວຜູ້ໜຶ່ງ ແຕ່ງດອງກັບນາຍພົນພູມີ ໜໍ່ສວັນ ຊຶ່ງຕໍ່ມາກາຍເປັນບຸກຄົນສຳຄັນທ່ານໜື່ງໃນປະເທດ ຕັ້ງແຕ່ປີ 1957 ເຖິງປີ 1964. ນາຍພົນພູມີ ໜໍ່ສວັນ ເປັນຜູ້ທີ່ອອກຄຳສັ່ງຫລໍ່ຮູບທ່ານກຸ ວໍຣະວົງສ໌
- ↑ ຄົງແມ່ນທ່ານມານເປັດ (Urbain Malpuech) ຊຶ່ງປະຈຳຕຳແໜ່ງເປັນກອມມີແຊໃນລະຍະຊຸມປີ 1921-1930 ຢູ່ເມືອງສະຫວັນນະເຂດ ທີ່ກ່າວຫາ ວ່າເຈົ້າເມືອງຕານລັກເງິນຫລວງ
- ↑ ຢູ່ເມືອງສະຫວັນນະເຂດ ເຄີຍມີເດີ່ນເຕະບານໃສ່ຊື່ທ່ານກຸ ວໍຣະວົງສ໌ ປັດຈຸບັນເປັນສວນສາທາລະນະ ແລະເດິ່ນອອກກຳລັງກາຍ ໂດຍຢັງຮັກສາຫໍນັບເລກ ໂຄມໄຟ ແລະບ່ອນນັ່ງສຳຫລັບຜູ້ຊົມໄວ້ຢູ່ Savannakhet, la ville et son histoire
- ↑ ກອມມີແຊປະຈຳຕຳແໜ່ງຢູ່ເມືອງສະຫວັນນະເຂດແມ່ນ Mr Delmas (1929) ແລະ Mr Détrie (1930)
- ↑ Force 136 ໂດດຈ້ອງລົງມາທັງໜົດ 9 ຄົນ ພ້ອມກັບພັນເອກເດີວ ໃນຄືນວັນທີ່ 21 ຫາ 22 ມົກຣາ 1945.
- ↑ ແຕ່ເໜືອຮອດໄຕ້ : ຜົ້ງສາລີ ຫ້ວຍຊາຍ ຫລວງພຣະບາງ ຊຳເໜືອ (ຫົວພັນ) ຊຽງຂວາງ ໄຊຍະບຸຣີ ວຽງຈັນ ຄຳໝ່ວນ (ທ່າແຂກ) ສວັນນະເຂດ ສາລະວັນ ແລະ ປາກເຊ (ຈຳປາສັກ) Jean Deuve. Le royaume du Laos 1949-1965 (in ຝຣັ່ງ). p. 18 (note n°1,2).
- ↑ ປາກົດວ່າແມ່ນ ທ້າວເຕັມ ຈຸນລະມຸນຕຣີ ແລະ ທ້າວໜໍ່ເງິນ ຊຶ່ງເປັນເຈົ້າແຂວງສວັນນະເຂດຄົນເກົ່າ
- ↑ ນ້ອງຊາຍຕ່າງແມ່ອີກຜູ້ໜຶ່ງຂອງເຈົ້າເພັຊຣາດ ທີ່ໄດ້ຕໍ່ຕ້ານຂບວນການລາວອິດສຣະ ຄຽງຂ້າງຝຣັ່ງ
- ↑ "Indochine - Hebdomadaire illustré". Archived from the original on 2015-07-26. Retrieved 2017-11-24.
- ↑ ບັນຫາສ່ວນໃຍ່ທີ່ເຈົ້າສຸວັນນະພູມມາຕ້ອງແກ້ໄຂໃນຕຳແໜ່ງນາຍົກ ຄືການຫຼຸດຜ່ອນຂໍ້ຂັດແຍ່ງລະຫວ່າງອ້າຍນ້ອງ (ເຈົ້າສຸພານຸວົງທາງຕະເວັນອອກ ແລະເຈົ້າເພັຊຣາດທາງດ້ານຕະເວັນຕົກ) ເພື່ອສ້າງຕັ້ງຄວາມປອງດອງຊາດລາວ
- ↑ ຄວາມທຸກຍາກ ການປຸ້ນຈີ້ ການຣັບຟັງໂຄສະນາຕໍ່ຕ້ານລັດຖະບານຢ່າງຕໍ່ເນື່ອງ ແລະການຖືກເກນບັງຄັບໄປຝຶກຫັດໃນການຕໍ້ສູ້ຈາກບັນດາຂະບວນການປະຕິວັດຕ່າງໆນານາ
- ↑ ພັນເອກຊັງ ເດີວວ໌ ເປັນຜູ້ບັງຄັບບັນຊາກຳລັງທະຫານຝຣັ່ງເສດຢູ່ລາວມາໄດ້ສາມປີແລ້ວ ເພີ່ນຮູ້ຈັກເວົ້າ ອ່ານ ແລະຂຽນພາສາລາວ ພ້ອມທັງມີພັລຍາເປັນຄົນລາວ
- ↑ 8 ກອງພັນ ສຳຫລັບ 12 ແຂວງ
- ↑ ການຄຸ້ມຄອງເຈົ້ານາຍ ພນັກງານເກັບພາສີ ພນັກງານກໍ່ສ້າງ ແລະການຄຸ້ມຄອງຂົວ
- ↑ ທັງໝົດປະມານ 135 ຄົນ
- ↑ ວາງຂໍທ້າຍເດືອນພຶດສະພາ ແລະໄດ້ຮັບຄຳປະຕິເສດວັນທີ 18 ກໍຣກົດ 1954
- ↑ ຂຽນຢູ່ເທິງຫົວຂໍ້ເອກສານ ທີ່ກ່ຽວກັບຄະດີຄາດຕະກໍາທ່ານກຸ ວໍຣະວົງສ໌
- ↑ ເຈົ້າເພັຊຣາດກັບຄືນເມືອງລາວໃນປີ 1957 ໂດຍບໍ່ມີບົດບາດທາງການເມືອງແຕ່ປະການໃດ. ນາຍບຸນກອງ ມະນີວົງ ຮັບຣາຊການເປັນຕຳຫລວດຢູ່ໄທຍ໌. ນອກຈາກຈະປະຕິເສດບໍ່ຍອມສົ່ງຕົວໄປຂຶ້ນສານລາວແລ້ວ ຣັຖບານໄທຍ໌ກ່ຍັງຮັບເອົານາຍອຸດົມ ລູກສຸຮິນ ທີ່ຖືກຕັດສິນປະຫານຊີວິດໂດຍມີການຝາກໂທດ ໃນປີ 1959 ເຂົ້າເຣັດວຽກຢູ່ກົມຕຳຫລວດອີກດ້ວຍ. ສ່ວນບັນດາທະຫານທີ່ແຫກຄ້າຍນັ້ນ ໄດ້ຮັບອນຸຍາດກັບຄືນເມືອງລາວຕົ້ນປີ 1955
- ↑ ໃນສມັຍນັ້ນ ທ້າວບົວເພັດຮັບຣາຊການເປັນເຈົ້າໜ້າທີ່ຕຳຫລວດ ແລະນາງໂພຄຳເປັນພັລຍາຂອງທ່ານວາລິນຕະ ພະໄຊຍະວົງສ໌ ຊື່ງເປັນນັກບິນໃນກອງທັບອາກາດແຫ່ງຊາດລາວ
ອ້າງອິງ
ດັດແກ້- ↑ 1.0 1.1 "ຮູບຫລໍ່ພນະທ່ານ ກຸ ວໍຣະວ໌ງ" (in lao). ໜັງສືພິມຂ່າວລາວ [Khao Lao, Registered by Australia Post Publication]. ເດືອນພິຈິກ 1995: 4.
{{cite journal}}
: Cite journal requires|journal=
(help); Check date values in:|date=
(help)CS1 maint: unrecognized language (link) - ↑ Bulletin d'information et de liaison de L'association des anciens du Lycée Albert Sarraut de Hanoi, numéro 198, pages=33, [1]
- ↑ Collectif - Jean Deuve. Hommes et Destins: Asie (in ຝຣັ່ງ). p. 216.
- ↑ 4.0 4.1 4.2 Martin Stuart-Fox. "Historical Dictionary of Laos" (in ອັງກິດ). p. 169.
- ↑ 5.0 5.1 5.2 Collectif - Jean Deuve. Hommes et Destins: Asie (in ຝຣັ່ງ). p. 217.
- ↑ "Laos - Le " Pays du million d'éléphants " - Chronologie". clio.fr (in ຝຣັ່ງ).
- ↑ 7.0 7.1 "11.Indépendance du Laos". lgpg.free.fr (in ຝຣັ່ງ).
{{cite web}}
: Cite has empty unknown parameter:|1=
(help) - ↑ 8.0 8.1 8.2 8.3 8.4 Collectif - Jean Deuve. Hommes et Destins: Asie (in ຝຣັ່ງ). p. 218.
- ↑ Hugh Toye. "LAOS: Buffer State or Battleground" (PDF) (in ອັງກິດ). p. 79.
- ↑ 10.0 10.1 10.2 (en) Vang Geu, « 4.3 Administrative System », unforgettable-laos.com,
- ↑ Martin Stuart-Fox. Historical Dictionary of Laos (in ອັງກິດ). p. 191.
{{cite book}}
: Cite has empty unknown parameter:|1=
(help) - ↑ Martin Stuart-Fox. Historical Dictionary of Laos (in ອັງກິດ). p. 79.
{{cite book}}
: Cite has empty unknown parameter:|1=
(help) - ↑ Jean Deuve. Le royaume du Laos 1949-1965 (in ຝຣັ່ງ). p. 348.
- ↑ Jean Deuve. Le royaume du Laos 1949-1965 (in ຝຣັ່ງ). p. 19..
- ↑ Jean Deuve. Le royaume du Laos 1949-1965 (in ຝຣັ່ງ). pp. 5, 6, 25.
- ↑ Jean Deuve. Histoire de la police nationale du Laos (in ຝຣັ່ງ). p. 39.
- ↑ Jean Deuve. Histoire de la police nationale du Laos (in ຝຣັ່ງ). p. 42.
- ↑ Jean Deuve. Histoire de la police nationale du Laos (in ຝຣັ່ງ). p. 13.
- ↑ Jean Deuve. Le royaume du Laos 1949-1965 (in ຝຣັ່ງ). pp. 271, annexe 4 - Maquis lao-viet au Laos 1950–1953.
- ↑ Jean Deuve. Histoire de la police nationale du Laos (in ຝຣັ່ງ). pp. 66, 86, 100.
- ↑ Wilfred Burchett. The Second Indochina War (in ອັງກິດ). p. 114.
- ↑ 22.0 22.1 "Histoire du pays - 16. Événements politiques marquants, page 06 : 1954" (in ຝຣັ່ງ). Retrieved 13 November 2015.
- ↑ "The First Coalition". U.S. Library of Congress (in ອັງກິດ). Retrieved 23 November 2015.
- ↑ International War Crimes Tribunal records, #4285. Division of Rare and Manuscript Collections, Cornell University Library.[2]
- ↑ Xavier Roze. Géopolitique de l'Indochine (in ຝຣັ່ງ). p. 44.
- ↑ Wilfred Burchett. The Second Indochina War - Cambodia and Laos (in ອັງກິດ). p. 115.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). p. 77.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). p. 80.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). p. 22.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). p. 92.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). p. 108.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). p. 48.
- ↑ Arthur J. Dommen. The Indochinese Experience of the French and the Americans (in ອັງກິດ). p. 306.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). pp. 78, 81, 107.
- ↑ 35.0 35.1 "Initial Difficulties". U.S.Library of Congress (in ອັງກິດ). Retrieved 27 November 2015.
- ↑ Savèng Phinith. Histoire du Pays Lao (in ຝຣັ່ງ). p. 149.
- ↑ "Laos - Encore un "domino" de tombé", 23 May 1975 (in fr) Archived 2015-12-08 at the Wayback Machine
- ↑ Wilfred Burchett. The Furtive War (in ອັງກິດ). pp. A Fateful Assassination. Retrieved 20 September 2015.
- ↑ Savèng Phinith. Cav Bejráj burus hlek hen râjaânâckrlâv (in ຝຣັ່ງ). p. 328. Retrieved 20 September 2015.
- ↑ Phetsarath Rattanavongsa; John B. Murdoch. Iron man of Laos (in ອັງກິດ). p. 86.
- ↑ Jean Deuve. Le complot de Chinaïmo (in ຝຣັ່ງ). p. 104.
- ↑ Hugh Toye. LAOS - Buffer State or Battleground - The Problem of Neutrality (PDF) (in ອັງກິດ). pp. 106–107. Retrieved 3 October 2015.
- ↑ Chanda Nayan (1987). Presses du CNRS (ed.). Les Frères ennemis - La péninsule indochinoise après Saïgon (in ອັງກິດ). Paris. p. 115. ISBN 2-87682-002-1.
- ↑ Henry Kissinger (1996). Fayard (ed.). Diplomatie (in ອັງກິດ). Paris. p. 584. ISBN 978-2-213-59720-1.
- ↑ Viliam Phraxayavong. "Chapter 4: 1955-1975". History of Aid to Laos.
- ↑ Xavier Roze. Géopolitique de l'Indochine (in ຝຣັ່ງ). p. 47.
- ↑ Jean Deuve. Histoire de la police nationale du Laos (in ຝຣັ່ງ). pp. 77–80.
- ↑ Collective work - Grant Evans. Cultural Crisis and Social Memory (in ອັງກິດ). pp. 161–162.
- ↑ Collective work - Grant Evans. Cultural Crisis and Social Memory (in ອັງກິດ). p. 167.
- ↑ Jan Düker (2013). Savannakhet-Museen und Monumente (in ເຢຍລະມັນ). Retrieved 19 December 2015.
- ↑ "ເສັ້ນທາງ ກຸ ວໍລະວົງ ແລະ ເຈົ້າອນຸ ຈະກໍ່ສ້າງໃຫ້ສຳເລັດປີ ໒໐໐໓ [The project completion of the avenues "Kou Voravong" and "Chao Ano" planned for 2003]". ປະຊາຊົນ [Newspaper Passasson] (in lao) (9050). 31 December 2002.
{{cite journal}}
: CS1 maint: unrecognized language (link)
ບັນນານຸກົມ
ດັດແກ້- Collectifve work, Dir. Robert Cornevin (1985). Académie des sciences d'outre-mer (ed.). Hommes et Destins : dictionnaire biographique d'outre-mer - Asie (in ຝຣັ່ງ). Vol. VI. Paris. pp. 216–218.
- Jean Deuve (2003). L'Harmattan (ed.). Le royaume du Laos 1949-1965 - Histoire événementielle l'indépendance à la guerre américaine (in ຝຣັ່ງ). Paris. pp. 1–63. ISBN 2-7475-4391-9.
- Jean Deuve (1986). Travaux du Centre d'histoire et civilisations de la péninsule indochinoise - Histoire des peuples et des États de la Péninsule Indochinoise (ed.). Le complot de Chinaïmo - Un épisode oublié de l'histoire du Laos (1954-1955) (in ຝຣັ່ງ). Paris. pp. 76–108. ISBN 290495502X.
- Jean Deuve (1998). L'Harmattan (ed.). Histoire de la police nationale du Laos (in ຝຣັ່ງ). Paris. pp. 145–147. ISBN 2-7384-7016-5.
- Savèng Phinith (1971). Bulletin de l’École française d'Extrême-Orient - Comptes rendus (ed.). Cav Bejráj burus hlek hen râjaânâckrlâv toy 3349 (in ຝຣັ່ງ). pp. 314–328.
- Collective work from Savèng Phinith, Phou-Ngeun Souk-Aloun, Vannida Thongchan (1998). L'Harmattan (ed.). Histoire du Pays Lao - De la Préhistoire à la République (in ຝຣັ່ງ). p. 149. ISBN 2738468756.
{{cite book}}
: CS1 maint: multiple names: authors list (link). - Phetsarath Rattanavongsa (1978). "The Murder of Kou Voravong, Defense Minister of Laos". In David K.Wyatt - Data papers ; 110 / Cornell university, Southeast Asia program (ed.). Iron man of Laos: prince Phetsarath Ratanavonga (in ອັງກິດ). Ithaca, New York: Cornell university. p. 86. ISBN 0-87727-110-0.
{{cite book}}
: CS1 maint: multiple names: editors list (link) - Martin Stuart-Fox (2008). Scarecrow Press, 3rd edition (ed.). Historical Dictionary of Laos (in ອັງກິດ). pp. 79, 169, 191, 322. ISBN 0810864118..
- Wilfred Burchett (1970). "Laos and its Problems". In International Publishers (ed.). The Second Indochina War - Cambodia and Laos (in ອັງກິດ). New York. pp. 87–96. ISBN 0717803074..
- Wilfred Burchett (1963). International Publishers (ed.). The Furtive War - The United States in Laos and Vietnam - Fateful Assassination (in ອັງກິດ). New York. ISBN 9781463721596..
- Arthur J. Dommen (2002). Indiana University Press (ed.). The Indochinese Experience of the French and the Americans - Nationalism and Communism in Cambodia, Laos, and Vietnam (in ອັງກິດ). pp. 306–308. ISBN 978-0-253-33854-9..
- Grant Evans (2002). Allen & Unwin (ed.). A Short History of Laos - The Land in Between (in ອັງກິດ). Australia. ISBN 9781741150537..
- ກຣານສ໌ ເອແວນສ໌ (2006). Silkworm Books (ed.). ປະຫວັດສາດໂດຍຫຍໍ້ຂວງປະເທດລາວ - ເມືອງຢູ່ໃນກາງແຜ່ນດິນໃຫຍ່ອາຊີອາຄະເນ (in lao). Bangkok. ISBN 9789749511213.
{{cite book}}
: CS1 maint: unrecognized language (link). - Hugh Toye (1968). Oxford University Press (ed.). LAOS - Buffer State or Battleground (PDF) (in ອັງກິດ). London. p. 79..
- Andreas Schneider (2001). Institut für Asien und Afrikawissenschaften - Hurnboldt Universität - Südostasien Working Papers (ed.). Laos im 20. Jahrhundert: Kolonie und Königreich, Befreite Zone und Volksrepublik (PDF) (in ເຢຍລະມັນ). Berlin. pp. 43, 48, 63. ISSN 1432-2811. Archived from the original (PDF) on 2015-12-22. Retrieved 2017-11-30..
- Viliam Phraxayavong (2009). Mekong Press (ed.). History of Aid to Laos - Motivations and Impacts (in ອັງກິດ). OCLC 320802507..
- Christian Taillard (1989). Reclus-La documentation française (ed.). Laos, stratégies d'un État-tampon (in ຝຣັ່ງ). Montpellier.
- Charles F. Keyes; Shigeharu Tanabe (2013). Routledge (ed.). Cultural Crisis and Social Memory - Modernity and Identity in Thailand and Laos (in ອັງກິດ). ISBN 9781136827327.
{{cite book}}
: Cite has empty unknown parameter:|1=
(help). - Xavier Roze (2000). Economica (ed.). Géopolitique de l'Indochine - La péninsule éclatée (in ຝຣັ່ງ). Paris. ISBN 2-7178-4133-4..
- Collective work (2014). Petit futé - Country Guide (ed.). Laos 2014-2015 (in ຝຣັ່ງ). Paris. ISBN 9782746972896..
- Jan Düker (2016). Mair Dumont DE (ed.). Laos: Zentrallaos: Ein Kapitel aus dem Stefan Loose Reiseführer Laos (in ເຢຍລະມັນ). ISBN 9783616407456..