ກຸ ວໍຣະວົງສ໌: Difference between revisions

Content deleted Content added
No edit summary
ແຖວ 79:
 
ເລີ້ມແຕ່ປີ 1940 ເຖິງ 1945 ພັນທະມິຕສອງປະເທດອາຊີ ສະແດງຕົນເປັນຜູ້ປົດປ່ອຍປະຊາຊົນ ປະຈານການເປັນຫົວເມືອງຂຶ້ນຂອງປະເທດຕາເວັນຕົກ ແລະໄດ້ສົ່ງເສີມ
ການລຸກຮືທຳການຕໍ່ຕ້ານຂຶ້ນ. ຊະນັ້ນ ເພື່ອສະກັດຄວາມກະຫາຍຂອງສັມພັນຍີ່ປຸ່ນ-ສຍາມ ຈອມພົລຊັງ ເດີກູ ([//fr.wikipedia.org/wiki/Jean_Decoux Jean Decoux]) ຊື່ງເປັນຜູ້ສຳເລັດຣັຖການຝຣັ່ງປະຈຳອິນໂດຈີນ ({{lang|fr|Gouverneur général d'Indochine}}) ຈື່ງພະຍາຍາມຮັດແໜ້ນຄວາມສັມພັນຣະຫວ່າງລາວຈື່ງພະຍາຍາມຮັດແໜ້ນຄວາມສັມພັນລະຫວ່າງລາວ-ຝຣັ່ງ. ນະໂຍບາຍການເມືອງເຊັ່ນນີ້ ພາໃຫ້ເກີດມີຂະບວນການຊາດນີຍົມລາວສອງຝ່າຍ ຝ່າຍໜຶ່ງເຂົ້າຂ້າງຝຣັ່ງ ອີກຝ່າຍໜຶ່ງບໍ່ເຫັນດີໃຫ້ຝຣັ່ງຢູ່ຕໍ່. ຂະບວນການສອງຝ່າຍນັ້ນ ກໍເລີຽຂັດແຍ້ງຕໍ່ສູ້ກັນ ເມື່ອການວິວາດລະດັບສາກົນສິ້ນສຸດລົງ. 
 
ທ່ານກຸ ວໍຣະວົງສ໌ ສນັບສນູນນະໂຍບາຍຂອງຝຣັ່ງ ຊື່ງໃຫ້ລາວມີເອກຣາດເປັນຂັ້ນໆໄປ ແລະຄັດຄ້ານຂະບວນການຊາດນິຍົມລາວອິດສຣະ<ref name="MSF169"/><ref name="H&D217">{{cite book|language=fr|author=Collectif - Jean Deuve|title=Hommes et Destins: Asie|pages=217}}</ref> ສະເໜີໂດຍສເດັດເຈົ້າເພັຊຣາຊ ຣັຕຕະນະວົງສາ ທີ່ມີຈຸດປະສົງຢາກຕໍ່ສູ້ກັບອຳນາດຫົວເມືອງຂຶ້ນ ແລະປະກາດເອກຣາດລາວໃນທັນທີ ຫຼັງຈາກສົງຄາມໂລກສິ້ນສຸດລົງ<ref name="clio-chronologie">{{Cite web|language=fr|url=https://www.clio.fr/CHRONOLOGIE/chronologie_laos.asp|title=Laos - Le " Pays du million d’éléphants " - Chronologie|work=clio.fr}}</ref>.
ແຖວ 107:
ວັນທີ 11 ຕຸລາ 1946 ໄດ້ມີການເລືອກຕັ້ງທົ່ວໄປ ຈັດຂຶ້ນໃນ 11 ແຂວງ ເລືອກເອົາຜູ້ແທນລາສດອນ 44 ທ່ານ ເພື່ອປະກອບສະພາຮ່າງຣັຖທັມມະນູນ<ref group="n">ແຕ່ເໜືອຮອດໄຕ້ : ຜົ້ງສາລີ ຫ້ວຍຊາຍ ຫລວງພຣະບາງ ຊຳເໜືອ (ຫົວພັນ) ຊຽງຂວາງ ໄຊຍະບຸຣີ ວຽງຈັນ ຄຳໝ່ວນ (ທ່າແຂກ) ສວັນນະເຂດ ສາລະວັນ ແລະ ປາກເຊ (ຈຳປາສັກ) {{cite book|language=fr|author=Jean Deuve|title=Le royaume du Laos 1949-1965|page=18 (note n°1,2)}}</ref>. ແຂວງຄຳມ່ວນມີຜູ້ແທນລາສດອນ 4 ທ່ານ. ທ່ານກຸ ວໍຣະວົງສ໌ ຄືຜູ້ໜຶ່ງໃນຈຳນວນນີ້ ທີ່ຕ້ອງຂຶ້ນເມືອງວຽງຈັນເພື່ອຮ່າງຣັຖທັມມະນູນ. ວັນທີ 6 ມີນາ 1947 ທ່ານກຸ ວໍຣະວົງສ໌ ເລີ່ມອອກເດີນທາງໄປວຽງຈັນພ້ອມດ້ວຍຜູ້ແທນອີກ 2 ທ່ານແລະທີ່ປຶກສາຝຣັ່ງປະຈຳການຢູ່ນຳເຈົ້າແຂວງສະຫວັນນະເຂດອີກທ່ານໜື່ງ <ref group="n">ປາກົດວ່າແມ່ນ ທ້າວເຕັມ ຈຸນລະມຸນຕຣີ ແລະ ທ້າວໜໍ່ເງິນ ຊຶ່ງເປັນເຈົ້າແຂວງສວັນນະເຂດຄົນເກົ່າ</ref>. ຕາມຖນົນລະຫວ່າງທ່າແຂກແລະປາກຊັນທາງພາກຕາເວັນຕົກ ພວກເພິ່ນໄດ້ຕົກຢູ່ໃນການລັດລອບຍິງຂອງກອງກຳລັງວຽດມິນມາຈາກຝັ່ງໄທຍ໌ ຊຶ່ງລອບຖ້າຢູ່ໄກ້ໆກັບຂົວ ຢູ່ເທິງປາກນໍ້າຫີນບູນ ແລະແມ່ນໍ້າຂອງ. ທີ່ປຶກສາຝຣັ່ງແລະຜູ້ແທນລາສດອນສອງທ່ານຖືກຍິງຕາຍກັບທີ່. ທ່ານກຸ ວໍຣະວົງສ໌ ຖືກບາດເຈັບໜັກສາຫັດປະວ່າຕາຍແລ້ວ. ກະສຸນປືນຫຼາຍນັດຖືກ ຂາ ຮ່າງກາຍ ແລະຫົວ ແຕ່ທ່ານພຍາຍາມເລືອໜີປ່າປະມານ 1 ກິໂລແມຕ ເອົາໂຕຕະລູດເຂົ້າເຮືອ ແລ້ວພາຍມືເລາະນຳຫ້ວຍ ຈົນກວ່າຈະພົບຜູ້ມາຊ່ອຍ. ທ່ານເອົາຊີວິດລອດຕາຍໄດ້ ໂດຍເຂົ້າປິ່ນປົວຢູ່ໂຮງພະຍາບານເມືອງທ່າແຂກ<ref name="MSF169"/><ref name="H&D218">{{cite book|language=fr|author1=Collectif - Jean Deuve|title=Hommes et Destins: Asie|pages=218}}</ref><ref name="HT79">{{cite web|language=en|author1=Hugh Toye|title=LAOS: Buffer State or Battleground|pages=79|url=http://renincorp.org/bookshelf/laos-buffer-state-or-battle.pdf}}</ref>.
 
ວັນທີ 11 ພຶສພາ 1947 ຣັຖທັມມະນູນກໍໄດ້ຮັບສາຕະຍາບັນ ແລະດ້ວຍການດຳຣິລົງວັນທີ 10 ກໍຣະກະດາ 1947 ກໍມີຣັຖບານໃໝ່ ທີ່ເຈົ້າສຸວັນນະຣາດ<ref group="n">ນ້ອງຊາຍຕ່າງແມ່ອີກຜູ້ໜຶ່ງຂອງເຈົ້າເພັຊຣາດ ທີ່ໄດ້ຕໍ່ຕ້ານຂບວນການລາວອິດສຣະ ຄຽງຂ້າງຝຣັ່ງ</ref>ເປັນນາຍົກຣັຖມົນຕຣີ. ປະເທດປົກຄອງໃໝ່ນີ້ ໄດ້ຮັບທົງຊາດຊ້າງສາມຫົວໄດ້ຮັບທຸງຊາດຊ້າງສາມຫົວ ມີເພງຊາດລາວ ແລະຣັຖທັມມະນູນທີ່ວາງພື້ນຖານຂອງລະບອບການປົກຄອງແບບປະຊາທິປະໄຕ ທີ່ມີສະພາ ແລະມີພະຣາຊາເປັນປະມຸກ.
 
==== ເປັນຣັຖມົນຕຣີຂອງຣັຖບານພະຣາຊອານາຈັກ ====
ແຖວ 116:
[[ຮູບ:Kou_Voravong,_conférence_d'ECAFE,_Singapour_1950.jpg|alt=Texte alternatif|thumb|upright=1.2|''ທ່ານກຸ ວໍຣະວົງສ໌'' ຣັຖມົນຕຣີກະຊວງເສດຖະກິດ ໃນກອງປະຊຸມ [//th.wikipedia.org/wiki/คณะกรรมการเศรษฐกิจและสังคมแห่งเอเชียและแปซิฟิก ECAFE] ຢູ່ສິງຄະໂປ 1950. ''ທ່ານພູມີ ໜໍ່ສວັນ'' ຢືນຢູ່ດ້ານຊ້າຍ]]
 
ຢູ່ໃນຄຳປາໃສ ຫຼື ໃນ “ສຽງລາວ” ຊຶ່ງແມ່ນໜັງສືພິມຂອງພັກ ທ່ານກຸ ວໍຣະວົງສ໌ ໄດ້ຖແລງວ່າ ການສຳພັນກັບປະເທດຝຣັ່ງນັ້ນແມ່ນດ້ວຍຄວາມຈຳເປັນ. ແຕ່ຈະບໍ່ອະນຸຍາດໃຫ້ຝຣັ່ງມີການ “ຮຸກຮານ” ໃນການປົກຄອງຂອງປະເທດເປັນອັນຂາດ<ref name="H&D218"/>. ໃນເດືອນພຶສພາ 1941 ເວລາທ່ານເປັນຮອງເຈົ້າແຂວງວຽງຈັນ ຕາມທີ່ຂຽນໃນບົດຄວາມ “ຮຽກຮ້ອງເຖິງໜຸ່ມລາວ” ພິມລົງໃນວາລະສານ “ອິນໂດຈີນ<ref group="n">[http://www.indochine-souvenir.com/magazines/ Indochine - Hebdomadaire illustré]</ref>” ທ່ານກຸ ວໍຣະວົງສ໌ ປາດຖນາໃຫ້ທຸກພະແນກການປົກຄອງແລະພະນັກງານທ້ອງຖິ່ນຂອງລາວມີການເປັນຕົນເອງຫຼາຍຂຶ້ນປາຖນາໃຫ້ທຸກພະແນກການປົກຄອງແລະພະນັກງານທ້ອງຖິ່ນຂອງລາວມີການເປັນຕົນເອງຫຼາຍຂຶ້ນ ໂດຍການລົບລ້າງການຝຶກຫັດທີ່ພະນັກງານວຽດເປັນຄຣູສອນອອກ. ທ່ານຮ້ອງຂໍການລົບລ້າງລະບອບສັກດີນາ ການຈຳກັດອຳນາດສູງສຸດຂອງສະຫະພັນອິນໂດຈີນໃນລາວ ແລະການເນັ້ນໜັກໃນການປົກຄອງຕາມຣະບອບປະຊາທິປະໄຕຫຼາຍຂຶ້ນ<ref name="JD-RdL348">{{cite book|language=fr|author1=Jean Deuve|title=Le royaume du Laos 1949-1965|page=348}}</ref>.
 
ວັນທີ 19 ກໍຣະກະດາ 1949 ດ້ວຍສັນຍາເຊັນໂດຍປະທານຝຣັ່ງ ທ່ານແວງຊັງ ໂອຣິຮົນ ([//fr.wikipedia.org/wiki/Vincent_Auriol Vincent Auriol]) ແລະພະເຈົ້າແຜ່ນດິນ ໂດຍມີນາຍົກຣັຖມົນຕຣີເຈົ້າບຸນອູ້ມເປັນຜູ້ຕ່າງໜ້າ ປະເທດຝຣັ່ງຮັບຮູ້ຫຼັກການເປັນເອກຣາດພາຍໃຕ້ການປົກຄອງຂອງພະເຈົ້າແຜ່ນດິນສີສະວ່າງວົງ ແຫ່ງຫຼວງພະບາງ. ມີການຕັ້ງກັມມະການຝຣັ່ງ-ລາວ ຊຶ່ງມີໜ້າທີ່ຕຽມອະນາຄົດການໂອນອຳນາດ ເພື່ອໃຫ້ລາວດຳເນີນໄປສູ່ການປົກຄອງໂດຍຕົນເອງຢ່າງສົມບູນ. ຢູ່ໃນຣັຖບານຣາຊອານາຈັກຊຸດທີສອງນີ້ ທ່ານກຸ ວໍຣະວົງສ໌ ໄດ້ເປັນຣັຖມົນຕຣີກະຊວງເສດຖະກິດ ແລະໃນການສົນທະນາແລະການອະພິປາຍໃນວາຣະຂອງການຕຽມການໂອນອຳນາດໃຫ້ແກ່ຣັຖບານລາວນັ້ນ ທ່ານກຸ ວໍຣະວົງສ໌ ກໍຍັງໄດ້ເປັນປະທານກຳມະທິການແຜນຜັງ ໂຍທາທິການ ເສດຖະກິດ ແລະກິຈການທະຫານເຊັ່ນດຽວກັນ<ref name="H&D218"/>. 
 
ປະເທດລາວເປັນປະເທດທີ່ມີການປົກຄອງເປັນຂອງຕົນເອງຢ່າງສົມບູນ ຊຶ່ງປະກອບດ້ວຍ: ການຍຸຕິທັມ ກອງທັບ ຕຳຫຼວດ ແລະການເງິນ. ມີແຕ່ປະໂຍດຮ່ວມກັນລະຫວ່າງມີແຕ່ປະໂຫຍດຮ່ວມກັນລະຫວ່າງ 4 ປະເທດທີ່ຮ່ວມຢູ່ໃນສະຫະພັນຝຣັ່ງ (ຂເມນ ຝຣັ່ງ ລາວ ວຽດນາມ) ແລະສະພາບສົງຄາມທີ່ກຳລັງມີຢູ່ໃນອິນໂດຈີນເທົ່ານັ້ນ ທີ່ຣະບຸການຈຳກັດບາງກໍຣະນີໄວ້ໃນສົນທິສັນຍາທົ່ວໄປ<ref name="JD-RdL19">{{cite book|language=fr |author1=Jean Deuve|title=Le royaume du Laos 1949-1965 |pages=19}}.</ref>. ຖານະໃໝ່ທີ່ປະເທດລາວໄດ້ຮັບໃນຄັ້ງນີ້ ຈະເອື້ອອຳນວຍໂອກາດໃຫ້ລາວເຂົ້າເປັນສະມາຊິກຂອງອົງການສະຫະປະຊາຊາດ. 
 
ນັບໄດ້ວ່າເປັນຄັ້ງທຳອິດໃນປະວັດສາດ ທີ່ຖືວ່າປະເທດລາວເປັນຣັຖທີ່ແທ້ຈິງໃນສາຍຕາຂອງບັນດາປະເທດຕາເວັນຕົກ. ລາວມີສິດຜູກສາຍສັມພັນທາງການທູດຕາມມັກໄດ້ ແລະເຂົ້າບັນຈຸໃນສະຖາບັນແລະອົງການນານາຊາດໄດ້ເຊັ່ນດຽວກັນ. ສະພາບໃໝ່ທີ່ອຳນວຍນີ້ ເປີດໂອກາດໃຫ້ມີນັກຊ່ຽວຊານຂອງອົງການສະຫະປະຊາຊາດມາຄຳນວນສະພາບການພັທນາ ແລະຄວາມຕ້ອງການແທ້ຈິງຂອງປະເທດ. ໃນຜູ້ຄົນກຸ່ມນີ້ ກໍມີຄນະຊ່ຽວຊານເສຖກິດຂອງອາເມຣິກັນກໍມີຄນະຊ່ຽວຊານເສດຖະກິດຂອງອາເມຣິກັນ ຊຶ່ງໃນເບື້ອງຕົ້ນ ກໍມາທຳໃຫ້ວົງການເມືອງລາວມີຄວາມສົນລະວົນ ດ້ວຍເອົາເງິນດອລໃບຂຽວມາຢາຍ<ref name="lgpg/histoire"/>. ສະພາບດັ່ງກ່າວນີ້ ຕື່ມໃສ່ການຖອນໂຕຢ່າງເປັນບາດກ້າວຂອງຝຣັ່ງ ຈະອຳນວຍໃຫ້ບັນດາກຸ່ມທຶນນິຍົມ (ສນັບສນຸນໂດຍອະເມຣິກັນ) ແລະກຸ່ມສັງຄົມນິຍົມປະກອບອາວຸດ (ສນັບສນຸນໂດຍວຽດມິນ) ມາມີບົດບາດສຳຄັນໃນສັງຄົມການເມືອງລາວ.
 
ດັ່ງນີ້ ການເປັນເອກພາບຂອງລາວ ການມີສະເຖັຽຣະພາບ ແລະການຮັບຮູ້ຈາກສາກົນທີ່ຫາກໍ່ໄດ້ມາແລະຍັງບໍ່ທັນແຂງແຮງດີນັ້ນ ກໍຈະຖືກໜີບເຕັງໃນການແຂ່ງຂັນກິລາຍຸດທະສາດ ລະຫວ່າງສອງອຸດົມການໆເມືອງທີ່ກົງກັນຂ້າມກັນ. ຕັ້ງແຕ່ຊຸມປີ 1950 ໄປເຖິງ 1973 ຍ້ອນສະພາບພູມສາດຂອງປະເທດ ລາວຈຶ່ງກາຍເປັນ “ສນາມຮົບ” ລຶກລັບ ຂອງສົງຄາມປິດລັບ ລະຫວ່າງ[//th.wikipedia.org/wiki/สำนักข่าวกรองกลาง ເຊອີອາ]ແລະວຽດມິນ. ຢູ່ໃນພາກພື້ນຣາຊອານາຈັກລາວເອງນັ້ນ ກໍ່ມີການຕໍ່ສູ້ເພື່ອຍາດອຳນາດທາງການເມືອງລະຫວ່າງເຄືອຍາຕ<ref group="n">ບັນຫາສ່ວນໃຍ່ທີ່ເຈົ້າສຸວັນນະພູມມາຕ້ອງແກ້ໄຂໃນຕຳແໜ່ງນາຍົກ ຄືການຫຼຸດຜ່ອນຂໍ້ຂັດແຍ່ງຣະຫວ່າງອ້າຍນ້ອງຄືການຫຼຸດຜ່ອນຂໍ້ຂັດແຍ່ງລະຫວ່າງອ້າຍນ້ອງ (ເຈົ້າສຸພານຸວົງທາງຕະເວັນອອກ ແລະເຈົ້າເພັຊຣາດທາງດ້ານຕະເວັນຕົກ) ເພື່ອສ້າງຕັ້ງຄວາມປອງດອງຊາດລາວ</ref> ການປະທະທາງທະຫານ ການປາບນັກປຸ້ນຢູ່ຊາຍແດນລາວ-ວຽດນາມ-ໄທຍ໌ ເຊັ່ນດຽວກັນກັບການກໍ່ການໂຈຣະກັມຕໍ່ຕ້ານອຳນາດການປົກຄອງໃນລາວຫຼາຍແຫ່ງ ໂດຍສະເພາະຕາມຊາຍແດນສອງຝັ່ງແມ່ນໍ້າຂອງ.
 
==== ການປາບປາມການປຸ້ນຈີ້ຕາມຊາຍແດນ ====
ແຖວ 130:
[[ຮູບ:Numérisation_20151107_(2).jpg|thumb|upright=1.1|ຄຳປຣາສັຍຂອງ ''ນາຍົກຣັຖມົນຕຣີຜຸຍ ຊນະນິກອນ'' ໃນໂອກາດການໂອ່ນອຳນາດຈາກຝຣັ່ງ ວັນທີ 13 ເມສາ 1950. ທ່ານກຸ ວໍຣະວົງສ໌ ແມ່ນຄົນທີ 5 ນັບຈາກເບື້ອງຊ້າຍ ຢືນຢູ່ຂ້າງເຈົ້າສຸວັນນະພູມມາ]]
 
ແຕ່ປີ 1951 ເຖິງ 1953 ອຳນາດຂອງຣັຖບານກາງຂອງລາວທີ່ກຳລັງກໍ່ສ້າງຂຶ້ນນັ້ນ ອີງໃສ່ສະພາບທົ່ວໄປແລ້ວ “ມີຄວາມງຽບສງົບພໍສົມຄວນ”. ເຖິງແມ້ວ່າເຖິງແມ່ນວ່າ ໃນຣະຍະດຽວກັນ ສົງຄາມກຳລັງທະວີຄູນຂຶ້ນທົ່ວອິນໂດຈີນກໍ່ຕາມ. ບັນດາຜູ້ນຳຕ່າງກໍ່ບໍ່ພາກັນຮູ້ເມື່ອ ແລະພາກັນເມີນເສີຽຕໍ່ຜົນສະທ້ອນທາງດ້ານການເມືອງຂອງການແຊກຊືມຢ່າງບໍ່ລົດລະຂອງຂະບວນຕໍ່ຕ້ານຕາມຊາຍແດນ. ປະເທດລາວກຳລັງມີການຂຍາຍໂຕທາງການເມືອງກໍ່ຈິງ ແຕ່ວ່າເປັນປະເທດທີ່ມີການປົກຄອງບໍ່ທົ່ວເຖິງກັນ. ທັ້ງນີ້ກໍ່ຍ້ອນວ່າປະເທດລາວມີເນື້ອທີ່ 23723ຼ6.000800 ກລມ ມົນທົນ ມີຊາຍແດນຍືດຍາວ ມີປ່າໄມ້ຕຶບໜາ ມີຊົນເຜົ່າຫຼວງຫຼາຍເຜົ່າ ຊື່ງມາຈາກເຄືອຍາຕດຽວກັນແລະໃຊ້ຊີວິຕຢູ່ທັງສອງຝັ່ງຊາຍແດນດຽວກັນ. ການຄົມມະນາຄົມໄປມາກໍ່ຍັງຕ້ອງອາສັຍທາງແມ່ນໍ້າລຳເຊແລະທາງຍ່າງຜ່ານດົງປ່າຮ້ອນເອົ້າ ສຖານະການດັ່ງກ່າວປາກົດວ່າສຸດຍາກທີ່ຈະຄວບຄຸມໄດ້. ສ່ວນຜູ້ນຳນັ້ນ ຕ່າງກໍ່ພາກັນຈຸ້ມຢູ່ໂຕເມືອງໃຫຍ່ ສົນລະວົນນຳແຕ່ການວິວາດລະຫວ່າງກຸ່ມທີ່ມີຖານະດີ ປະດັບດ້ວຍການສໍ້ລາສບັງຫລວງ ການປຸກປັ້ນອຳນາດແລະປະໂຍດສ່ວນຕົວການປຸກປັ້ນອຳນາດແລະປະໂຫຍດສ່ວນຕົວ ບໍ່ປະຕິບັດການປົກຄອງ ແລະບໍ່ຮັບຮູ້ແກ້ໄຂບັນຫາຂອງພວກຊົນເຜົ່າທີ່ຢູ່ອາສັຍໃນເຂດສອກຫຼີກ. ບັນຫາເຫລົ່ານີ້ຈື່ງເຕີບໃຫຍ່ຂຍາຍຕົວຂຶ້ນ<ref group="n">ຄວາມທຸກຍາກ ການປຸ້ນຈີ້ ການຣັບຟັງໂຄສະນາຕໍ່ຕ້ານລັດຖະບານຢ່າງຕໍ່ເນື່ອງ ແລະການຖືກເກນບັງຄັບໄປຝຶກຫັດໃນການຕໍ້ສູ້ຈາກບັນດາຂະບວນການປະຕິວັດຕ່າງໆນານາ</ref> ຈົນຊາວບ້ານມີຄວາມຮູ້ສຶກວ່າຕົນຖືກຖີ້ມປະລະເລີຽຈາກພະຣາຊາ ແລະເລີ້ມເຊື່ອຟັງຄຳໂຄສະນາຂອງສາຂາຄອມມິວນິສຂອງປະເທດລາວທີ່ເຈົ້າສຸພານຸວົງເປັນຜູ້ສ້າງຕັ້ງຂື້ນ ຫຼັງຈາກເນຣະເທດໄປຢູ່ນອກປະເທດໃນປີ 1950. ໂດຍສະເພາະຊົນເຜົ່າທີ່ຢູ່ໃນແຂວງຫົວພັນແລະຜົ້ງສາລີ ຊື່ງມີຊາຍແດນຕິດກັບວຽດນາມເໜືອ. ສາຂາເຫຼົ່ານັ້ນມີອຸດົມການທາງການເມືອງໜັກແໜ້ນ ໄດ້ຮັບການຝຶກອົບລົມວິຊາທະຫານແລະວິຊາໂຄສະນາຢ່າງເປັນລະບົບໄດ້ຮັບການຝຶກອົບຮົມວິຊາທະຫານແລະວິຊາໂຄສະນາຢ່າງເປັນລະບົບ ແລະໄດ້ຮັບການອຸດໜູນຈາກພັກພວກຂອງໂຮຈີມິນທີ່ບັນຊາຢູ່ຕາມຊາຍແດນລາວ-ວຽດນາມ ແລະຊາຍແດນໄທຍ໌.<ref name="JD-RdL5,6,25">{{cite book|language=fr|author1=Jean Deuve|title=Le royaume du Laos 1949-1965|pages=5, 6, 25}}</ref>
 
ວັນທີ 13 ກຸມພາ 1950 ເມື່ອສະເດັດເຈົ້າບຸນອູ້ມລາອອກຈາກຕຳແໜ່ງນາຍົກຣັຖມົນຕຣີ ແມ່ນທ່ານຜຸຍ ຊນະນິກອນ ເປັນຜູ້ປະຈຳຕຳແໜ່ງຕໍ່ມາໃນຣັຖບານຊຸດທີສາມຂອງພຣະຣາຊອານາຈັກລາວ. ຣັຖບານຊຸດນີ້ ໄດ້ຜ່ານສະພາໃນວັນທີ 27 ເດືອນກຸມພາ ສອງເດືອນກ່ອນການໂອນອຳນາດຈາກຝຣັ່ງໃນວັນທີ່ 13 ເມສາ 1950 ຊຶ່ງເປັນມື້ສຸດທ້າຍຂອງ ພ.ສ. 2492.<ref name="JD-HPN39">{{cite book |language=fr |author1=Jean Deuve |title=Histoire de la police nationale du Laos|page=39}}</ref> ທ່ານກຸ ວໍຣະວົງສ໌ ໃນນາມຣັຖມົນຕຣີກະຊວງພາຍໃນຂອງຣັຖບານຊຸດນີ້ ໄດ້ເປັນຜູ້ຕັດສິນໃຈລີເລີ້ມສ້າງຕັ້ງຕຳຫຼວດແຫ່ງຊາດໃນປີ 1949. ດັ່ງນັ້ນ ທ່ານຈຶ່ງມີຄວາມທະນຸຖນອມໃຫ້ມີການພັທນາ ແລະຕົກລົງໃຫ້ພັນເອກຊັງ ເດີວວ໌ ຜູ້ມີຄວາມຊຳນິຊຳນານ<ref group="n">ພັນເອກຊັງ ເດີວວ໌ ເປັນຜູ້ບັງຄັບບັນຊາກຳລັງທະຫານຝຣັ່ງເສດຢູ່ລາວມາໄດ້ສາມປີແລ້ວ ເພີ່ນຮູ້ຈັກເວົ້າ ອ່ານ ແລະຂຽນພາສາລາວ ພ້ອມທັງມີພັລຍາເປັນຄົນລາວ</ref> ເປັນອະທິບໍດີກົມຕຳຫລວດ. ທ່ານກຸ ວໍຣະວົງສ໌ ມີຄວາມໄວ້ວາງໃຈຢ່າງເຕັມປ່ຽມຕໍ່ພັນເອກເດີວວ໌ ທ່ານທັງສອງໄດ້ຕໍ່ສູ້ກັບຍີ່ປຸ່ນແລະລາວອິສະຣະຮ່ວມກັນເປັນເວລານານເຖິງ 4 ປີ<ref name="H&D218" /><ref name="JD-HPN42">{{cite book|language=fr|author1=Jean Deuve|title=Histoire de la police nationale du Laos|page=42}}</ref>
 
[[File:Battle_of_Dien_Bien_Phu_map.png|thumb|upright=0.8|ຊາຍແດນລາວຊາຍແດນລາວມີລວງຍາວ 1693 ກລມ ແລະລະຍະທາງຈາກຫລວງພະບາງຫາດຽນບຽນຟູ]]
 
ສາຍສືບທີ່ຂຶ້ນກັບສະຫະພັນອິນໂດຈີນຈຶງຖືກລົບລ້າງ ແລະທົດແທນໂດຍກົມຮັກສາຄວາມປອດໄພທົ່ວໄປ ທີ່ມີໜ້າທີ່ຕັກເຕືອນແລະປາບປາມສິ່ງທີ່ເປັນໄພອັນຕະລາຍແກ່ປະຊາຊົນລາວພາຍໃນແລະພາຍນອກຣາຊອານາຈັກ. ສຖານະການປັ່ນປ່ວນໃນຊຸມປີ 1949-1950 ສ່ວນຫລາຍນັ້ນ ແມ່ນການຂົ່ມຂູ່ທີ່ມາຈາກຂະບວນການຈັດຕັ້ງກໍ່ກວນຢູ່ໄທຍ໌ແລະວຽດນາມ ແລະຈາກກອງທັບປະຕິວັດຂອງເມົາເຊີຕຸງຕາມຊາຍແດນຈີນ ທີ່ໃຫ້ຄວາມສນັບສນູນວຽດມິນ ຊຶ່ງເປັນເພື່ອນຮົບຕ້ານຈັກກະພັດຕະເວັນຕົກທີ່ເປັນສັດຕຣູຣ່ວມກັນ. ຊາຍແດນປະເທດລາວມີລວງຍາວທັງໜົດ 4351 ກລມ ມີຄອບຄົວຊົນເຜົ່າຢູ່ຕາມຊາຍແດນສອງຟາກຝັ່ງ ເປັນການຍາກທີ່ຈະຄວບຄຸມໄດ້ທົ່ວເຖີງ. ສະພາບດັ່ງກ່າວຕາມຊາຍແດນນີ້ອຳນວຍໃຫ້ນັກປຸ້ນຈີ້ ນັກໂຄສະນາ ຫຼື ແລະກຸ່ມເຄື່ອນໄຫວຕ່າງໆ ສາມາດແຊກຊຶມເຂົ້າໄປໃນເຂດໄກແລະມົວສຸມໄດ້ງ່າຍ ຈົນເຖິງກຸ່ມຊົນເຜົ່າທີ່ຖືວ່າຕົນຖືກປະປ່ອຍຫລົງລືມຈາກລະບອບການປົກຄອງໃນສະໝັຍນັ້ນ.<ref name="JD-HPN13">{{cite book|language=fr|author1=Jean Deuve|title=Histoire de la police nationale du Laos|pages=13}}</ref><ref name="JD-RdL5,271">{{cite book|language=fr|author=Jean Deuve|title=Le royaume du Laos 1949-1965|pages=271, annexe 4 - Maquis lao-viet au Laos 1950–1953}}</ref>
ແຖວ 149:
[[ຮູບ:Victory_in_Battle_of_Dien_Bien_Phu.jpg|thumb|upright=1.1|ທະຫານຝຣັ່ງຖືກປະລາໄຊທີ່ດຽນບຽນຟູ]]
 
ໃນປີ 1953 ເມື່ອຄນະປະເທດລາວລຸກຮືຂຶ້ນແລະທຳການຂຍາຍຕົວອອກຢ່າງກັນດານທີ່ສຸດຈົນຍຶດເອົາເຂດແຂວງຜົ້ງສາລີ ໃນເວລາດຽວກັນພັນທະມິຕວຽດມິນກໍໄດ້ສາມາດຄວບຄຸມດິນແດນພາກເໜືອຂອງລາວຊື່ງເປັນທາງເຂົ້າໄປຫາຕົງແກງ ຈົນສາມາດຂົ່ມຂູ່ນະຄອນຫຼວງພະບາງ ເມືອງເອກຊຶ່ງເປັນທີ່ປະທັບຂອງພຣະເຈົ້າມະຫາຊີວິດ ຣັຖບານລາວຈຶ່ງຖືກແກ່ເຂົ້າໄປໃນສົງຄາມອິນໂດຈີນຣະຫວ່າງຝຣັ່ງແລະວຽດມິນຣັຖບານລາວຈຶ່ງຖືກແກ່ເຂົ້າໄປໃນສົງຄາມອິນໂດຈີນລະຫວ່າງຝຣັ່ງແລະວຽດມິນ. ວັນທີ 23 ຕຸລາ 1953 ມີການເຊັນສັນຍາມິຕະພາບແລະການຮ່ວມມືກັນ ຊຶ່ງປະເທດຝຣັ່ງເສດຕົກລົງປ້ອງກັນລາວ ເພື່ອຕໍ່ຕ້ານການຮຸກຮານຂອງຂະບວນຄອມມິວນິສທີ່ຄືບໜ້າເຂົ້າມາໃກ້ກັບຊາຍແດນລາວທາງພາກຕາເວັນຕົກຂອງຕົງແກງ. ກຳລັງທັບຝຣັ່ງເສດບັນຊາໂດຍນາຍພົນນາວາຣ໌ ([https://fr.wikipedia.org/wiki/Henri_Navarre Général Navarre]) ທີ່ມີໜ້າທີ່ສະກັດກັ້ນການແຊກຊືມຂອງສັຕຣູວຽດມິນເຂົ້າໄປຍັງລາວ ຈຶ່ງຕົກລົງປັກຫຼັກຢູ່ໃນເຂດຍຸດທະສາດສຳຄັນ ທີ່ມີເດີ່ນເຮືອບິນເສື່ອມໂຍງຕໍ່ຫຼວງພະບາງໄປຍັງທົ່ງຫົ້ງຂອງດຽນບຽນຟູ.
 
ວັນທີ 7 ພຶສພາ 1954 ຝຣັ່ງຖືກປະລາໄຊທາງທະຫານຢ່າງຕັບໃໜ້ ແລະຄ້າຍໃຕ້ດິນຂອງຝຣັ່ງທີ່ດຽນບຽນຟູຕົກຢູ່ໃນກຳມືຂອງກອງທັບປະຊາຊົນວຽດນາມຂອງນາຍພົນໂວຫງຽນຢ໋ຽບ ([//th.wikipedia.org/wiki/หวอ_เงวียน_ซ้าป Võ Nguyên Giáp]). ຍ້ອນມີການປະລາໄຊເຊັ່ນນີ້ ກໍໄດ້ມີການຈັດກອງປະຊຸມຢູ່ເຊີແນ໋ວວ໌ (ປະເທດສະຫວິດ) ໃນວັນທີ 20 ກໍຣະກະດາ 1954 ເພື່ອຢຸດການວິວາດລະຫວ່າງກອງທັບຝຣັ່ງແລະກອງທັບປະຊາຊົນວຽດນາມ ຊຶ່ງເປັນການລົງທ້າຍໃນລະຍະເວລາ 8 ປີແຫ່ງສົງຄາມໃນອິນໂດຈີນ. ໃນໂອກາດດຽວກັນນັ້ນ ກໍມີການຮັບຮູ້ໃນການເປັນເອກຣາດຂອງລາວແລະຂເມນຢ່າງຖາວອນ.
 
ຢູ່ກອງປະຊຸມເຊີແນ໋ວວ໌ ຄນະຮ່ວມປະຊຸມຂອງພຣະຣາຊອານາຈັກລາວປະກອບດ້ວຍທ່ານຜຸຍ ຊນະນິກອນ (ຣັຖມົນຕຣີກະຊວງການຕ່າງປະເທດ ຊຶ່ງເປັນຫົວໜ້າຄນະ) ທ່ານກຸ ວໍຣະວົງສ໌ (ຣັຖມົນຕຣີກະຊວງປ້ອງກັນປະເທດ ຊຶ່ງເປັນຮອງຫົວໜ້າຄນະ) ແລະຍັງມີຜູ້ແທນລາສດອນອີກ 8 ທ່ານ.<ref name="WB-SIW114">{{cite book |language=en |author=Wilfred Burchett |title=The Second Indochina War|page=114}}</ref><ref name="EP1954">{{cite web|language=fr|url=http://lgpg.free.fr/|title=Histoire du pays - 16. Événements politiques marquants, page 06 : 1954|accessdate= 13 November 2015}}</ref> ຄນະປະເທດລາວຊຶ່ງນຳໂດຍເຈົ້າສຸພານຸວົງແລະຖືໜັງສືວຽດນາມເໜືອຄນະປະເທດລາວຊຶ່ງນຳໂດຍເຈົ້າສຸພານຸວົງ ແລະຖືໜັງສືຜ່ານແດນວຽດນາມເໜືອ ກໍຖືກບັນຈຸເຂົ້າໃນຄນະຮ່ວມປະຊຸມຂອງວຽດມິນ.<ref>{{cite web|language=en|url=http://countrystudies.us/laos/19.htm|title=The First Coalition |work= U.S. Library of Congress|accessdate= 23 November 2015}}</ref>
 
ຖະແຫຼງການສຸດທ້າຍຂອງກອງປະຊຸມສັນຍາເຊີແນ໋ວວ໌ 1954 ຣະບຸໄວ້ສຳລັບຣາຊອານາຈັກລາວວ່າ:
ແຖວ 238:
[[File:Gen. Phoumi Nosavan at Laotian Army Day Celebration.jpg|thumb|upright=0.9|left|''ນາຍພົນພູມີ ໜໍ່ສວັນ'' 1960.]]
 
ໃນການປະທະຣະຫວ່າງຣັຖບານຝຣັ່ງແລະຣັຖບານລາວອິດສຣະໃນປີໃນການປະທະລະຫວ່າງຣັຖບານຝຣັ່ງແລະຣັຖບານລາວອິດສຣະໃນປີ 1946 ທ່ານພູມີ ໜໍ່ສວັນ ໄດ້ເຂົ້າຮ່ວມຕໍ່ສູ້ໃນກອງທັບຂອງເຈົ້າເພັຊຣາດ ແລະຕິດຕາມເຈົ້າເພັຊຣາດລີ້ພັຍການເມືອງໄປຢູ່ໄທຍ໌ຫຼັງການປະລາໄຊ. ທ່ານຕັດສິນໃຈກັບຄືນມາລາວໃນປີ 1949 ແລ້ວສມັກເຂົ້າກອງທັບແຫ່ງຊາດລາວ ຊຶ່ງຫາກໍ່ຕັ້ງຂຶ້ນໃໝ່ໃນເດືອນມີນາ 1949.
 
ຕົ້ນປີ 1950 ໃນລະຍະທີ່ບຸນກອງແລະພັກພວກກໍ່ການວຸ້ນວາຍ ແລະທຳການໂຄສະນາຕ້ານຣັຖບານຢ່າງດຸເດືອດ ທ່ານກຸ ວໍຣະວົງສ໌ ໄດ້ຕັ້ງ “ໜ່ວຍສ້າງຄວາມສງົບຢູ່ພາກໃຕ້ຂອງລາວ” (Mission de pacification du Sud-Laos) ເພື່ອຕ້ານການແຊກຊຶມພາຍໃນປະເທດ ແລະປາບການປຸ້ນຈີ້ຕາມຊາຍແດນ. ອົງການດັ່ງກ່າວ ທີ່ມີເສນາທິການຢູ່ປາກເຊນັ້ນ ມີພາລະເຕົ້າໂຮມທະຫານບ້ານ ອາສາສມັກ ແລະພວກສະມາຊິກເກົ່າຂອງຂະບວນການລາວອິດສຣະ ເພື່ອປະກອບເປັນຈຸ ປາບການແຊກຊືມແລະໂຈຣະກັມ. ເນື່ອງຈາກມີວຽກປະຈຳກະຊວງຢູ່ວຽງຈັນ ທ່ານກຸ ວໍຣະວົງສ໌ ໄດ້ມອບການບັນຊາໃຫ້ນາຍຮ້ອຍໂທພູມີ ໜໍ່ສວັນ ຍາຕແລະນ້ອງເຂີຽທີ່ຍັງໜຸ່ມນ້ອຍຢູ່. ເມື່ອຮູ້ວ່າ ພັກພວກຂອງບຸນກອງລືຊື່ຢູ່ໃນແຂວງ ຮ້ອຍໂທພູມີ ໜໍ່ສວັນ ກໍທຳການຕິດຕໍ່ກັບພວກດັ່ງກ່າວແລະສເນີການເຈຣະຈາກັນ ເພື່ອໃຫ້ພວກກໍ່ຄວາມວຸ້ນວາຍໃນທ້ອງຖິ່ນປົງອາວຸດ ແລະເຂົ້າມາຮ່ວມໃນພາລະກິຈຂອງຊາດ. ແຕ່ວ່າ ຍ້ອນຄວາມຊື່ແລະຂາດປະສົບການຂອງຮ້ອຍໂທໜຸ່ມພູມີ ໜໍ່ສວັນ ພວກໂຈຣະກັມພາກັນສວຍໂອກາດສືບຂ່າວ ແລະທຳການຕ້ານຣັຖບານຢ່າງບໍ່ຢຸດບໍ່ຢັ້ງອີກຕໍ່ໄປເປັນຫຼາຍເດືອນ ໂດຍໃຊ້ໃບອະນຸຍາດຜ່ານສະດວກ ອຸປະກອນ ແລະກ້ອນທຶນ ທີ່ທ່ານພູມີປະກອບໃຫ້. ເຖິງແມ່ນວ່າ “ໜ່ວຍສ້າງຄວາມສງົບຢູ່ພາກໃຕ້ຂອງລາວ” ຈະບໍ່ໄດ້ຮັບຜົນສຳເລັດ ແລະເກືອບພາໃຫ້ຊີວິດການເມືອງຂອງທ່ານຫຼົ້ມຈົມກໍຕາມ ທ່ານກຸ ວໍຣະວົງສ໌ ກໍຍັງໃຫ້ຄວາມໄວ້ວາງໃຈຕໍ່ທ່ານພູມີ ໜໍ່ສວັນ ຈົນທ່ານໄດ້ເປັນຫົວໜ້າເສນາທິການກອງທັບແຫ່ງຊາດລາວໃນປີ 1955.<ref name="JD-HPN77-80">{{cite book |language=fr |author=Jean Deuve |title=Histoire de la police nationale du Laos|pages=77–80}}</ref>