ກຸ ວໍຣະວົງສ໌: Difference between revisions

Content deleted Content added
No edit summary
ແຖວ 235:
== '''ຮູບຫລໍ່''' ==
=== ຫລໍ່ຮູບຢູ່ບາງກອກ ===
 
[[File:Gen. Phoumi Nosavan at Laotian Army Day Celebration.jpg|thumb|upright=0.9|left|''ນາຍພົນພູມີ ໜໍ່ສວັນ'' 1960.]]
 
ໃນການປະທະຣະຫວ່າງຣັຖບານຝຣັ່ງແລະຣັຖບານລາວອິດສຣະໃນປີ 1946 ທ່ານພູມີ ໜໍ່ສວັນ ໄດ້ເຂົ້າຮ່ວມຕໍ່ສູ້ໃນກອງທັບຂອງເຈົ້າເພັຊຣາດ ແລະຕິດຕາມເຈົ້າເພັຊຣາດລີ້ພັຍການເມືອງໄປຢູ່ໄທຍ໌ຫຼັງການປະລາໄຊ. ທ່ານຕັດສິນໃຈກັບຄືນມາລາວໃນປີ 1949 ແລ້ວສມັກເຂົ້າກອງທັບແຫ່ງຊາດລາວ ຊຶ່ງຫາກໍ່ຕັ້ງຂຶ້ນໃໝ່ໃນເດືອນມີນາ 1949.
 
[[File:Gen. Phoumi Nosavan at Laotian Army Day Celebration.jpg|thumb|upright=0.9|''ນາຍພົນພູມີ ໜໍ່ສວັນ'' 1960.]]
 
ຕົ້ນປີ 1950 ໃນລະຍະທີ່ບຸນກອງແລະພັກພວກກໍ່ການວຸ້ນວາຍ ແລະທຳການໂຄສະນາຕ້ານຣັຖບານຢ່າງດຸເດືອດ ທ່ານກຸ ວໍຣະວົງສ໌ ໄດ້ຕັ້ງ “ໜ່ວຍສ້າງຄວາມສງົບຢູ່ພາກໃຕ້ຂອງລາວ” (Mission de pacification du Sud-Laos) ເພື່ອຕ້ານການແຊກຊຶມພາຍໃນປະເທດ ແລະປາບການປຸ້ນຈີ້ຕາມຊາຍແດນ. ອົງການດັ່ງກ່າວ ທີ່ມີເສນາທິການຢູ່ປາກເຊນັ້ນ ມີພາລະເຕົ້າໂຮມທະຫານບ້ານ ອາສາສມັກ ແລະພວກສະມາຊິກເກົ່າຂອງຂະບວນການລາວອິດສຣະ ເພື່ອປະກອບເປັນຈຸ ປາບການແຊກຊືມແລະໂຈຣະກັມ. ເນື່ອງຈາກມີວຽກປະຈຳກະຊວງຢູ່ວຽງຈັນ ທ່ານກຸ ວໍຣະວົງສ໌ ໄດ້ມອບການບັນຊາໃຫ້ນາຍຮ້ອຍໂທພູມີ ໜໍ່ສວັນ ຍາຕແລະນ້ອງເຂີຽທີ່ຍັງໜຸ່ມນ້ອຍຢູ່. ເມື່ອຮູ້ວ່າ ພັກພວກຂອງບຸນກອງລືຊື່ຢູ່ໃນແຂວງ ຮ້ອຍໂທພູມີ ໜໍ່ສວັນ ກໍທຳການຕິດຕໍ່ກັບພວກດັ່ງກ່າວແລະສເນີການເຈຣະຈາກັນ ເພື່ອໃຫ້ພວກກໍ່ຄວາມວຸ້ນວາຍໃນທ້ອງຖິ່ນປົງອາວຸດ ແລະເຂົ້າມາຮ່ວມໃນພາລະກິຈຂອງຊາດ. ແຕ່ວ່າ ຍ້ອນຄວາມຊື່ແລະຂາດປະສົບການຂອງຮ້ອຍໂທໜຸ່ມພູມີ ໜໍ່ສວັນ ພວກໂຈຣະກັມພາກັນສວຍໂອກາດສືບຂ່າວ ແລະທຳການຕ້ານຣັຖບານຢ່າງບໍ່ຢຸດບໍ່ຢັ້ງອີກຕໍ່ໄປເປັນຫຼາຍເດືອນ ໂດຍໃຊ້ໃບອະນຸຍາດຜ່ານສະດວກ ອຸປະກອນ ແລະກ້ອນທຶນ ທີ່ທ່ານພູມີປະກອບໃຫ້. ເຖິງແມ່ນວ່າ “ໜ່ວຍສ້າງຄວາມສງົບຢູ່ພາກໃຕ້ຂອງລາວ” ຈະບໍ່ໄດ້ຮັບຜົນສຳເລັດ ແລະເກືອບພາໃຫ້ຊີວິດການເມືອງຂອງທ່ານຫຼົ້ມຈົມກໍຕາມ ທ່ານກຸ ວໍຣະວົງສ໌ ກໍຍັງໃຫ້ຄວາມໄວ້ວາງໃຈຕໍ່ທ່ານພູມີ ໜໍ່ສວັນ ຈົນທ່ານໄດ້ເປັນຫົວໜ້າເສນາທິການກອງທັບແຫ່ງຊາດລາວໃນປີ 1955.<ref name="JD-HPN77-80">{{cite book |language=fr |author=Jean Deuve |title=Histoire de la police nationale du Laos|pages=77–80}}</ref>
 
[[File:Stade Kou Voravong.jpg|thumb|upright=1|ປະຕູເຂົ້າສວນສາທາລະນະເພື່ອສຸຂະພາບ ກຸ ວໍຣະວົງສ໌]]
 
ຫຼັງຈາກການມໍຣະນະພາບຂອງທ່ານກຸ ວໍຣະວົງສ໌ ນາຍພົນພູມີ ໜໍ່ສວັນກໍໄດ້ນຳພາຄອບຄົວຊອກຄົ້ນຫາຄວາມຈິງໃນການຄາດທະກັມ. ໃນການໂຄສະນາເລືອກຕັ້ງຜູ້ແທນລາສດອນໃນປີ 1960 ນາຍພົນພູມີ ໜໍ່ສວັນ ຮ່ວມກັນກັບທ່ານອຸ ວໍຣະວົງສ໌ ແລະທ່ານບຸນທົງ ວໍຣະວົງສ໌ ທີ່ເປັນນ້ອງແມ່ດຽວຂອງທ່ານກຸ ວໍຣະວົງສ໌ ໄດ້ປະຕິຍານຕໍ່ປະຊາຊົນຊາວສວັນນະເຂດວ່າ ໃນກໍຣະນີທີ່ໄດ້ຮັບການເລືອກຕັ້ງ ພວກທ່ານຈະສະແດງຄວາມໄວ້ອາໄລຫາທ່ານກຸ ວໍຣະວົງສ໌ ບຸຣຸດຂອງປະເທດ ທີ່ຖືກຄາດທະກັມໃນເວລາທີ່ທ່ານພວມມີຄວາມກ້າວໜ້າ. ທ່ານອຸ ວໍຣະວົງສ໌ ແລະທ່ານບຸນທົງ ວໍຣະວົງສ໌ ກໍໄດ້ຖືກເລືອກຕັ້ງເປັນຜູ້ແທນລາສດອນແຂວງສວັນນະເຂດໃນປີນັ້ນ.