ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 213:
==== ການລາອອກຂອງຄນະຣັຖບານ ====
 
ຫຼັງຈາກການຄາດທະກັມຂອງທ່ານກຸ ວໍຣະວົງສ໌ ໃນມື້ຕິດຕໍ່ມາ ທ່ານຜຸຍ ຊນະນິກອນ ກໍຍື່ນໄບລາອອກຈາກຕຳແໜ່ງຣັຖມົນຕຣີ. ແຕ່ວ່າ ທາງຣັຖບານຍັງບໍ່ເປີດເຜີຽໃຫ້ປະຊາຊົນໄດ້ຮູ້ຈັກເທື່ອ ຍ້ອນຢ້ານວ່າ ການລາອອກຂອງທ່ານຜຸຍ ຊນະນິກອນ ຈະມີວິກິຈການໆເມືອງກໍ່ກວນຮ້າຍແຮງເກິດຂື້ນໃນທົ່ວປະເທດລາວ ອີງໃສ່ບັນຍາກາດທີ່ກຳລັງເຄັ່ງຕຶງ ພາຍຫຼັງກອງປະຊຸມເຊີແນ໋ວວ໌. ພາຍໄຕ້ການສນັບສນູນຂອງປະເທດຝຣັ່ງ ຣັຖບານຊຸດນັ້ນ ຊື່ງນຳໂດຍເຈົ້າສຸວັນນະພູມມາ ກໍໃຊ້ຄວາມພະຍາຍາມປະຕິບັດຕາມຂໍ້ຣະບຸຂອງສັນຍາເຊີແນ່ວວ໌ທີ່ໄດ້ເຊັນມາ ໂດຍສະເພາະໃນດ້ານການຮັກສາຄວາມເປັນກາງທາງການເມືອງ ແລະການເອົາຄນະປະເທດລາວເຂົ້າຮ່ວມໃນວົງຄະນາຍາຕ. ແຕ່ວ່າ ຄືດັ່ງທີ່ຄາດຄະເນໄວ້ແລ້ວ ວິກິຈການຮ້າຍແຮງດັ່ງກ່າວກໍລະເບີດຂຶ້ນ ຫຼັງຈາກເປີດເຜີຽການລາອອກຂອງທ່ານຜຸຍ ຊນະນິກອນ. ເປັນຕົ້ນເຫດໃຫ້ຣັຖບານທັງໝົດຂອງເຈົ້າສຸວັນນະພູມມາ ຊື່ງມີຈຸດອ່ອນຢູ່ແລ້ວ ໃນການທະເລາະວິວາດແລະການຄາດທະກັມຂອງທ່ານກຸ ວໍຣະວົງສ໌ ຈຳຕ້ອງລົ້ມທະລາຍລົງ.<ref name="HT106-107">{{cite book |language=en |author1=Hugh Toye |title=LAOS - Buffer State or Battleground - The Problem of Neutrality |pages=106–107 |url=http://renincorp.org/bookshelf/laos-buffer-state-or-battle.pdf |access-date=3 October 2015 }}</ref>
 
ການເຈຣະຈາເພື່ອປະກອບຣັຖບານພຣະຣາຊອານາຈັກລາວຊຸດທີ 5<ref name="UL" /> ແສນຈະຍຸ້ງຍາກ ແລະກິນເວລາຍາວນານ. ໃຊ້ເວລາກວ່າໜຶ່ງເດືອນໃນບັນຍາກາດເຄັ່ງຕຶງແລະຮຸນແຮງ ໃນການອະພີປາຍທີ່ບໍ່ສິ້ນສຸດຈັກເທື່ອ ແລະບາງພວກກໍສວຍໂອກາດຍົກການຄາດທະກັມທ່ານກຸ ວໍຣະວົງສ໌ ຂຶ້ນມາ ເພື່ອເປັນການຂົ່ມຂູ່ຝ່າຍກົງກັນຂ້າມ. ຝ່າຍນຳຈະຕ້ອງໄດ້ຮັບຄະແນນສຽງ 2 ສ່ວນ 3 ເພື່ອຜ່ານສະພາ ແຕ່ວ່າແຕ່ລະຝ່າຍການເມືອງທີ່ຕໍ່ສູ້ກັນ ບໍ່ສາມາດຮວບໂຮມຄະແນນສຽງໄດ້ພໍ. ສະນັ້ນ ຈື່ງມີການປະນິປະນອມກັນ ໂດຍເລືອກຕັ້ງສະມາຊິກຂອງອະດີດຣັຖບານກາງ (ທ່າອ່ຽງຝຣັ່ງແລະສນັບສນູນການປະຕິບັດສັນຍາເຊີແນ໋ວວ໌ຢ່າງເຂັ້ມງວດ) ທີ່ໄດ້ຮັບແບ່ງຕັ່ງຣັຖມົນຕຣີເຄິ່ງນຶ່ງ ແລະ ສະມາຊິກກ້າວໜ້າຝ່າຍຄ້ານ (ທ່າອ່ຽງອາເມຣິກັນແລະຕ້ານເຊັນສັນຍາເຊີແນ໋ວວ໌) ອີກເຄິ່ງໜຶ່ງ ທັ້ງໆເປັນທີ່ຮູ້ກັນດີວ່າ ແຕ່ລະຝ່າຍຈະບໍ່ລົງຮອຍຍອມໃຫ້ກັນ. ສ່ວນນາຍົກຣັຖມົນຕຣີນັ້ນ ເພິ່ນເລືອກທ່ານກະຕ່າຍ ໂດນສະໂສຣິດ ສະມາຊິກກ້າວໜ້າ ແທນທີ່ຈະແມ່ນເຈົ້າສຸວັນນະພູມມາ ຄູ່ຕໍ່ສູ້ຜູ້ເປັນກາງ ທີ່ອາເມຣິກັນເຫັນວ່າວ່າມີອຸດົມຄະຕິອ່ຽງຊ້າຍ"ຫຼາຍໂພດ". ໃນຣະຍະຫຼັງນີ້ ປາກົດວ່າອາເມຣິກັນໄດ້ເຂົ້າມາທຳໜ້າທີ່ແທນຝຣັ່ງ ໃນວົງການເມືອງຂອງລາວ ຢ່າງເຕັມທີ່ແລ້ວ.
 
==== ບົດບາດຂອງອາເມຣິກັນ ແລະສົງຄາມປິດລັບ ====