ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 178:
==== ສະຖານະການແລະຂໍ້ມູນ ====
 
ການຄາດຕະກັມເກີດຂື້ນເວລາ 22 ໂມງ 15 ຢູ່ເຮືອນຂອງທ່ານຜຸຍ ຊນະນິກອນ ຊຶ່ງເປັນເຮືອນປະຈຳຕໍ່າແໜ່ງ ມີຮົ້ວຕິດກັນກັບເຮືອນຄອບຄົວວໍຣະວົງສ໌. ຜູ້ທຳຮ້າຍໄດ້ແກ່ງລູກລະເບີດ 3 ລູກເຂົ້າທາງປ່ອງຢ້ຽມຫ້ອງກິນເຂົ້າ ຢູ່ຊັ້ນລ່າງເຮືອນ ໄດ້ຍິງລູກກະສຸນປືນນ້ອຍ 3 ຫຼື 4 ນັດ ແລ້ວກໍຫຼົບໜີໄປ. ທ່ານກຸ ວໍຣະວົງສ໌ ທີ່ນັ່ງຕັ່ງປິ່ນຫຼັງໃສ່ຝາປ່ອງຢ້ຽມ ຖືກກະສຸນເຂົ້າໃນໝາກໄຂ່ຫຼັງ ຊອດອອກມາທາງສະບື ຜ່ານຕັດເສັ້ນເລືອດໃຫຍ່ ແລະຊອດຕັບແລະລຳໃສ້. ການມໍຣະນະກັມຂອງທ່ານກຸ ວໍຣະວົງສ໌ ກໍໄດ້ປະກາດຫຼັງເອົາເຂົ້າໄປໂຮງໝໍມະໂຫສົດບໍ່ທັນພໍຄາວ ໃນເວລາປະມານ 30 ນາທີ. ມີຜູ້ຄົນປະມານ 10 ກວ່າຄົນທີ່ໄດ້ຮັບບາດເຈັບ ແຕ່ວ່າບໍ່ສາຫັດ ໃນການລະເບີດແຕກນັ້ນ.<ref name="WB-SIW115">{{cite book |language=en |author=Wilfred Burchett|title=The Second Indochina War - Cambodia and Laos |page=115}}</ref><ref name="JD-Chinaïmo77">{{cite book |language=fr |author1=Jean Deuve |title=Le complot de Chinaïmo|page=77}}</ref>
 
ເວລາເຈົ້າໜ້າທີ່ຕຳຫຼວດມາຮອດສະຖານທີ່ຄາດຕະກັມໃນຣະຍະ 15 ນາທີຕໍ່ມາ ກໍ່ມີການອົນລະວົນສັບສົນກັນຢ່າງໜັກໜ່ວງ ເວທີຂອງອາຊຍະກັມຖືກຢຽບຍ່ຳໃນການສົນລະວົນ ແລະກໍບໍ່ມີສິ່ງໃດທີ່ພໍຈະເກັບກຳມາປະກອບຂໍ້ມູນໄດ້. ອີງຕາມບົດສອບສວນຈາກພະຍານຫລາຍຄົນ ມີຊາຍ 2 ຄົນເຂົ້າມາຊ້ອນໂຕໃນສວນຫຼັງບ້ານ ພວກເຂົາໄດ້ຫຼົບໜີໄປທາງບຶງເມືອງນ້ອຍ (ບ້ານນ້ອຍຊຽງດາ) ຕັ້ງຢູ່ປະມານ 20 ກລມ ຫ່າງຈາກນະຄອນວຽງຈັນ. ພວກຄົນຮ້າຍສອງຄົນທີ່ບັນດາພະຍານຮູ້ຈັກແນ່ຊັດວ່າເປັນຜູ້ກໍ່ກວນນັ້ນ ມີຊື່ວ່ານາຍອຸດົມ ລູກສຸຮິນ ແລະນາຍມີ ຊຶ່ງເຈົ້າໜ້າທີ່ຕຳຫຼວດກໍຮູ້ຈັກເປັນທາງການ ຈື່ງພາກັນອອກຕິດຕາມໄປລ່າຈັບກຸມ. ເຖິງແມ້ວ່າອຸດົມ ລູກສຸຣິນ ຈະຖືກຍິງບາດເຈັບທີ່ຕີນແລະແຂນກໍ່ຕາມ ເຂົາທັງສອງກໍ່ຍັງສາມາດເອົາຕົວຫຼົບໜີໄດ້. ແລະຍ້ອນດ້ວຍໄດ້ຮັບຄວາມຊ່ອຍເຫຼືອຈາກຜູ້ສົມຮູ້ຮວມຄິດໃນທ້ອງຖິ່ນ ພວກເຂົາຈື່ງສາມາດຫລົບໜີຂ້າມໄປເມືອງໜອງຄາຍ ທາງຟາກຝັ່ງຂວາຂອງຊາຍແດນແມ່ນໍ້າຂອງໄດ້ສຳເຣັດ.<ref name="JD-Chinaïmo80">{{cite book |language=fr |author1=Jean Deuve |title=Le complot de Chinaïmo|page=80}}</ref>
 
ຕາມການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ ແມ່ນລູກກະສຸນລູກໜຶ່ງທີ່ອຸດົມລູກສຸຣິນຍິງເຂົ້າໄປຖືກທ່ານກຸ ວໍຣະວົງສ໌ ທີ່ເຮັດໃຫ້ເພິ່ນບາດເຈັບ ຈົນເຖິງແກ່ຄວາມຕາຍ. ນາຍອຸດົມເປັນນັກປຸ້ນຈີ້ທີ່ລືຊື່ ໄດ້ກໍ່ການຄາດທະກັມ ທີ່ເຂົາຮັບສາລະພາບມາແລ້ວເຖິງ 15 ຄັ້ງ ຖືກຈຳຄຸກໃນວຽງຈັນແຕ່ 1950 ແລະແຫກຄຸກໃນເດືອນກໍຣະກະດາ 1954. ຫລັງຈາກນັ້ນກໍສົມຮູ້ຮ່ວມຄິດກັນກັບນາຍມີ ໄປສັງກັດຢູ່ນຳກຸ່ມນັກປຸ້ນຈີ້ ທີ່ມີຜູ້ນຳໜ້າຊື່ວ່ານາຍບຸນກອງ ມະນີວົງ ຊຶ່ງເປັນນັກຮົບເກົ່າຂອງລາວອິດສຣະ ທີ່ມີຄວາມຈົງຮັກພັກດີຕໍ່ເຈົ້າເພັຊຣາດ ແລະປັກຫຼັກຢູ່ພາກອີສານ ທາງພາກຕາເວັນອອກສຽງເໜືອຂອງປະເທດໄທຍ໌.<ref name="JD-Chinaïmo22">{{cite book |language=fr |author1=Jean Deuve |title=Le complot de Chinaïmo|page=22}}</ref>
 
ໃນບັນດາພັກພວກທີ່ປໍລະປັກຕໍ່ປະເທດຝຣັ່ງ ແລະກໍ່ຄວາມວຸ້ນວາຍໃຫ້ຣັຖບານພຣະຣາຊອານາຈັກລາວນັ້ນ ສ່ວນໜຶ່ງແມ່ນທະຫານທີ່ໄດ້ແຫກຈາກຄ້າຍທີ່ພວກເຂົາປະຈຳຢູ່ ແລະສ່ວນຫລາຍກໍ່ມາຈາກຄ້າຍຈິນາຍໂມ້ ຊຶ່ງຕັ້ງຢູ່ໃນເຂດກຳແພງນະຄອນວຽງຈັນ. ສະມາຊິກຂອງພວກປໍຣະປັກນີ້ ເພິ່ງພາອາໄສ ແລະໄດ້ຮັບການລ້ຽງເກືອຈາກຕຳຫຼວດໄທຍ໌ ຊຶ່ງຢູ່ໃຕ້ການບັງຄັບບັນຊາຂອງພັນເອກປຣະເສິດ ທີ່ໜອງຄາຍ ເມືອງຊາຍແດນໄກຈາກວຽງຈັນປະມານ 20 ກລມ. ມັນເປັນປາກົດການທີ່ຟ້ອງໃຫ້ເຫັນວ່າ ຕຳຫຼວດໄທຍ໌ກຸ່ມໜື່ງສນັບສນູນການກໍ່ກະບົດຢູ່ຄ້າຍຈິນາຍໂມ້ ແລະຮ່ວມມືກັບກຸ່ມຂອງນາຍບຸນກອງ ມະນີວົງ ທີ່ຫວັງໂຄ່ນລົ້ມຣັຖບານເຈົ້າສຸວັນນະພູມາ ແລະມອບອຳນາດໃຫ້ເຈົ້າເພັຊຣາດ ຊຶ່ງລີ້ໄພການເມືອງຢູ່ບາງກອກມາແຕ່ປີ 1946. ເມື່ອວິເຄາະເບິ່ງແລ້ວ ກໍ່ເຫັນວ່າເຈົ້າໜ້າທີ່ໄທຍ໌ກໍມີສ່ວນບໍ່ແຈ້ງຂາວໃນເຫດການດັ່ງກ່າວນີ້. ໃນຕອນເລີ້ມຕົ້ນພວກເຂົາເຈົ້າພາກັນປົກປ້ອງຜູ້ຕ້ອງຫາຂອງພັກພວກບຸນກອງ ກ່ອນທີ່ຈະບາງແຜນສັງຫານຫຼາຍຄົນໃນກຸ່ມນັ້ນ.<ref name="JD-Chinaïmo92">{{cite book |language=fr |author=Jean Deuve |title=Le complot de Chinaïmo|page=92}}</ref> ເຈົ້າໜ້າທີ່ໄທຍ໌ປະຕິເສດທຸກຄັ້ງທີ່ຣັຖບານລາວຂໍຮັບເອົາໂຕ ນາຍອຸດົມ ລູກສຸຣິນ ໄປຂຶ້ນສານຢູ່ວຽງຈັນ. ດ້ວຍສະຖານະການດັ່ງກ່າວນີ້ ນາຍອຸດົມ ລູກສຸຣິນ ຈຶ່ງພຽງແຕ່ຖືກຕັດສິນປະຫານຊີວິດໂດຍມີການຝາກໂທດ ໃນ​ກໍ​ລະ​ນີ​ຂອງການຄາດທະກັມທ່ານກຸ ວໍຣະວົງສ໌ ຈາກສານວຽງຈັນ ໃນປີ 1959. ເວລານັ້ນ ນາຍອຸດົມ ລູກສຸຣິນ ເຮັດວຽກເປັນນາຍຮ້ອຍເອກໃນກົມຕຳຫຼວດໄທຍ໌.<ref name="JD-Chinaïmo108">{{cite book |language=fr |author=Jean Deuve |title=Le complot de Chinaïmo|page=108}}</ref>
 
==== ການສັນນິຖານ ====