ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 178:
==== ສະຖານະການແລະຂໍ້ມູນ ====
 
ການຄາດຕະກັມເກີດຂື້ນເວລາ 22 ໂມງ 15 ຢູ່ເຮືອນຂອງທ່ານຜຸຍ ຊນະນິກອນ ຊຶ່ງເປັນເຮືອນປະຈຳຕໍ່າແໜ່ງ ມີຮົ້ວຕິດກັນກັບເຮືອນຄອບຄົວວໍຣະວົງສ໌. ຜູ້ທຳຮ້າຍໄດ້ແກ່ງລູກລະເບີດ 3 ລູກເຂົ້າທາງປ່ອງຢ້ຽມຫ້ອງກິນເຂົ້າ ຢູ່ຊັ້ນລ່າງເຮືອນ ໄດ້ຍິງລູກກະສຸນປືນນ້ອຍ 3 ຫຼື 4 ນັດ ແລ້ວກໍຫຼົບໜີໄປ. ທ່ານກຸ ວໍຣະວົງສ໌ ນັ່ງຕັ່ງປິ່ນຫຼັງໃສ່ຝາປ່ອງຢ້ຽມທີ່ນັ່ງຕັ່ງປິ່ນຫຼັງໃສ່ຝາປ່ອງຢ້ຽມ ກໍຖືກກະສຸນເຂົ້າໃນໝາກໄຂ່ຫຼັງຖືກກະສຸນເຂົ້າໃນໝາກໄຂ່ຫຼັງ ຊອດອອກມາທາງສະບື ຜ່ານຕັດເສັ້ນເລືອດໃຫຍ່ແລະຊອດຕັບແລະລຳໃສ້ຜ່ານຕັດເສັ້ນເລືອດໃຫຍ່ ແລະຊອດຕັບແລະລຳໃສ້. ການມໍຣະນະກັມຂອງທ່ານກຸ ວໍຣະວົງສ໌ ກໍໄດ້ປະກາດຫຼັງເອົາເຂົ້າໄປໂຮງໝໍມະໂຫສົດບໍ່ທັນພໍຄາວ ໃນເວລາປະມານ 30 ນາທີ. ມີຜູ້ຄົນປະມານ 10 ກວ່າຄົນທີ່ຖືກບາດເຈັບກວ່າຄົນທີ່ໄດ້ຮັບບາດເຈັບ ແຕ່ວ່າບໍ່ສາຫັດ ໃນການລະເບີດແຕກນັ້ນ.
 
ເວລາເຈົ້າໜ້າທີ່ຕຳຫຼວດມາຮອດສະຖານທີ່ຄາດຕະກັມໃນຣະຍະ 15 ນາທີຕໍ່ມາ ກໍ່ມີການອົນລະວົນສັບສົນກັນຢ່າງໜັກໜ່ວງ ເວທີຂອງອາຊຍະກັມຖືກຢຽບຍ່ຳໃນການສົນລະວົນ ແລະກໍບໍ່ມີສິ່ງໃດທີ່ພໍຈະເກັບກຳມາປະກອບຂໍ້ມູນໄດ້. ອີງຕາມບົດສອບສວນຈາກພະຍານຫລາຍຄົນ ມີຊາຍ 2 ຄົນເຂົ້າມາຊ້ອນໂຕໃນສວນຫຼັງບ້ານ ພວກເຂົາໄດ້ຫຼົບໜີໄປທາງບຶງເມືອງນ້ອຍ (ບ້ານນ້ອຍຊຽງດາ) ຕັ້ງຢູ່ປະມານ 20 ກລມ ຫ່າງຈາກນະຄອນວຽງຈັນ. ພວກຄົນຮ້າຍສອງຄົນທີ່ບັນດາພະຍານຮູ້ຈັກແນ່ຊັດວ່າເປັນຜູ້ກໍ່ກວນນັ້ນ ມີຊື່ວ່ານາຍອຸດົມ ລູກສຸຮິນ ແລະນາຍມີ ຊຶ່ງເຈົ້າໜ້າທີ່ຕຳຫຼວດກໍຮູ້ຈັກເປັນທາງການ ຈື່ງພາກັນອອກຕິດຕາມໄປລ່າຈັບກຸມ. ເຖິງແມ້ວ່າອຸດົມ ລູກສຸຣິນ ຈະຖືກຍິງບາດເຈັບທີ່ຕີນແລະແຂນກໍ່ຕາມ ເຂົາທັງສອງກໍ່ຍັງສາມາດເອົາຕົວຫຼົບໜີໄດ້. ແລະຍ້ອນດ້ວຍໄດ້ຮັບຄວາມຊ່ອຍເຫຼືອຈາກຜູ້ສົມຮູ້ຮວມຄິດໃນທ້ອງຖິ່ນ ພວກເຂົາສາມາດຫລົບໜີຂ້າມໄປເມືອງໜອງຄາຍພວກເຂົາຈື່ງສາມາດຫລົບໜີຂ້າມໄປເມືອງໜອງຄາຍ ທາງຟາກຝັ່ງຂວາຂອງຊາຍແດນແມ່ນໍ້າຂອງໄດ້ສຳເຣັດ.
 
ຕາມທີ່ເຈົ້າໜ້າທີ່ຕຳຫຼວດໄດ້ສືບສວນຕາມການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ ແມ່ນລູກກະສຸນລູກໜຶ່ງທີ່ອຸດົມລູກສຸຣິນຍິງເຂົ້າໄປຖືກທ່ານກຸ ວໍຣະວົງສ໌ ທີ່ເຮັດໃຫ້ເພິ່ນບາດເຈັບ ຈົນເຖິງແກ່ຄວາມຕາຍ. ນາຍອຸດົມເປັນນັກປຸ້ນຈີ້ທີ່ລືຊື່ ໄດ້ກໍ່ການຄາດທະກັມ ທີ່ເຂົາຮັບສາລະພາບເຖິງທີ່ເຂົາຮັບສາລະພາບມາແລ້ວເຖິງ 15 ຄັ້ງ ຖືກຈຳຄຸກໃນວຽງຈັນແຕ່ 1950 ແລະແຫກຄຸກໃນເດືອນກໍຣະກະດາ 1954. ຫລັງຈາກນັ້ນກໍສົມຮູ້ຮ່ວມຄິດກັນກັບນາຍມີ ໄປສັງກັດຢູ່ນຳກຸ່ມນັກປຸ້ນຈີ້ ທີ່ມີຜູ້ນຳໜ້າຊື່ວ່ານາຍບຸນກອງ ມະນີວົງ ຊຶ່ງເປັນນັກຮົບເກົ່າຂອງລາວອິດສຣະ ທີ່ມີຄວາມຈົງຮັກພັກດີຕໍ່ເຈົ້າເພັຊຣາດ ແລະປັກຫຼັກຢູ່ພາກອີສານ ທາງພາກຕາເວັນອອກສຽງເໜືອຂອງປະເທດໄທຍ໌.
 
ໃນບັນດາພັກພວກທີ່ປໍລະປັກຕໍ່ປະເທດຝຣັ່ງ ແລະກໍ່ຄວາມວຸ້ນວາຍໃຫ້ຣັຖບານພຣະຣາຊອານາຈັກລາວນັ້ນ ມີສ່ວນໜຶ່ງແມ່ນທະຫານທີ່ໄດ້ແຫກຈາກຄ້າຍທີ່ພວກເຂົາປະຈຳຢູ່ ແລະສ່ວນຫລາຍກໍ່ມາຈາກຄ້າຍຈິນາຍໂມ້ ຊຶ່ງຕັ້ງຢູ່ໃນເຂດກຳແພງນະຄອນວຽງຈັນ. ສະມາຊິກຂອງພວກປໍຣະປັກນີ້ ເພິ່ງພາອາໄສ ແລະໄດ້ຮັບການລ້ຽງເກືອຈາກຕຳຫຼວດໄທຍ໌ ຊຶ່ງຢູ່ໃຕ້ການບັງຄັບບັນຊາຂອງພັນເອກປຣະເສິດ ທີ່ໜອງຄາຍ ເມືອງຊາຍແດນໄກຈາກວຽງຈັນປະມານ 20 ກລມ. ມັນເປັນປາກົດການທີ່ຟ້ອງໃຫ້ເຫັນວ່າ ຕຳຫຼວດໄທຍ໌ກຸ່ມໜື່ງສນັບສນູນການກໍ່ກະບົດຢູ່ຄ້າຍຈິນາຍໂມ້ ແລະຮ່ວມມືກັບກຸ່ມຂອງນາຍບຸນກອງ ມະນີວົງ ທີ່ຫວັງໂຄ່ນລົ້ມຣັຖບານເຈົ້າສຸວັນນະພູມາ ແລະມອບອຳນາດໃຫ້ເຈົ້າເພັຊຣາດ ຜູ້ລີ້ໄພການເມືອງຢູ່ບາງກອກມາແຕ່ປີ 1946. ເມື່ອວິເຄາະເບິ່ງແລ້ວ ກໍ່ເຫັນວ່າເຈົ້າໜ້າທີ່ໄທຍ໌ກໍມີສ່ວນບໍ່ແຈ້ງຂາວໃນເຫດການດັ່ງກ່າວນີ້. ໃນຕອນເລີ້ມຕົ້ນພວກເຂົາເຈົ້າພາກັນປົກປ້ອງຜູ້ຕ້ອງຫາຂອງພັກພວກບຸນກອງ ກ່ອນທີ່ຈະບາງແຜນສັງຫານຫຼາຍຄົນໃນກຸ່ມນັ້ນ. ເຈົ້າໜ້າທີ່ໄທຍ໌ປະຕິເສດທຸກຄັ້ງທີ່ຣັຖບານລາວຂໍຮັບເອົາໂຕ ນາຍອຸດົມ ລູກສຸຣິນໄປຂຶ້ນສານຢູ່ວຽງຈັນ. ດ້ວຍສະຖານະການດັ່ງກ່າວນີ້ ນາຍອຸດົມ ລູກສຸຣິນຈຶ່ງໄດ້ຖືກຕັດສິນປະຫານຊີວິດໂດຍມີການຝາກໂທດໃນ​ກໍ​ລະ​ນີ​ຂອງການຄາດທະກັມທ່ານກຸ ວໍຣະວົງສ໌ ຈາກສານວຽງຈັນ ໃນປີ 1959. ເວລານັ້ນນາຍອຸດົມ ລູກສຸຣິນ ເຮັດວຽກເປັນນາຍຮ້ອຍເອກໃນກົມຕຳຫຼວດໄທຍ໌.