ກຸ ວໍຣະວົງສ໌: Difference between revisions

Content deleted Content added
ແຖວ 158:
#ຮັບຮູ້ເອກຣາດອະທິປະໄຕທັງໝົດຂອງຣາຊອານາຈັກລາວ
#ຮັບຮູ້ຣັຖບານພຣະຣາຊອານາຈັກລາວຂອງວຽງຈັນເປັນຣັຖບານຖືກຕ້ອງຕາມກົດໝາຍ
#ຮັບຮູ້ “ກອງກຳລັງສູ້ຮົບຝ່າຍປະເທດລາວ” ທີ່ກຳໜົດວ່າຕ້ອນໂຮມກັນຢູ່ແຂວງຊຳເໜືອແລະແຂວງຜົ້ງສາລີ ເພື່ອລໍການສັງກັດເຂົ້າໃນກອງທັບແຫ່ງຊາດ. ມີການຕົກລົງທາງການເມືອງດ້ວຍການເລືອກຜູ້ແທນລາສດອນຢ່າງມີອິດສະຣະ ຊຶ່ງຄາດຄະເນວ່າຈະຈັດຂຶ້ນໃນປີ 1955 ແລະຈະໄດ້ຮັບການຄວບຄຸມໂດຍກຳມະການສາກົນ ([//en.wikipedia.org/wiki/International_Control_Commission ເຊອີເຊ - CIC])
#ຖອນທະຫານຝຣັ່ງແລະວຽດມິນອອກຈາກເຂດນໍ້າແດນດິນລາວ ຈົ່ງໄວ້ແຕ່ນາຍຄູຝຶກການທະຫານຝຣັ່ງໃຫ້ກອງທັບແຫ່ງຊາດລາວ
#ມີມາຕການຄວາມເປັນກາງທີ່ຫ້າມລາວມີມາຕການຄວາມເປັນກາງ ທີ່ຫ້າມລາວ: ນຶ່ງ ສັງກັດບໍ່ໃຫ້ຮ່ວມອົງການທາງທະຫານໃດໆ ແລະສອງ ຫ້າມບໍ່ໃຫ້ເອົາທະຫານແລະອາວຸດເຂົ້າໄປໃນປະເທດຂອງຕົນ
 
[[ຮູບ:Ap540721012_geneva_conference_1954.jpg|thumb|upright=1.1|ກອງປະຊຸມເຊີແນ໋ວວ໌ ຫລັງຈາກການເຊັນສັນຍາວັນທີ 21 ກໍຣະກະດາ 1954. ແຕ່ຊ້າຍໄປຂວາ: ຄນະຮ່ວມປະຊຸມໂຊວຽດ ແລະອັງກິດ. - ໂຕະຕໍ່ໄປ: ລາວ ຝຣັ່ງ ວຽດນາມ - ຂເມນ: (ປິ່ນຫລັງໃສ່ກ້ອງ) ແລະ ທາງເບື້ອງຊ້າຍ ຄນະຮ່ວມປະຊຸມອາເມລິກັນ]]
 
ໃນຂນະທີ່ຂໍ້ຄວາມປີກຍ່ອຍຂອງການຢຸດຍິງໃນວຽດນາມໄດ້ມີການຕົກລົງຮຽບຮ້ອຽກັນແລ້ວ ສັນຍາຕົກລົງນໍ້າເບີ 3 ທີ່ໝາຍເຖິງການຮັບຮູ້ “ໜ່ວຍກຳລັງຮົບປະເທດລາວ” ຢ່າງເປັນທາງການນັ້ນ ກໍພາໃຫ້ຄນະກອງປະຊຸມຂອງພຣະຣາຊອານາຈັກລາວມີການແບ່ງແຕກແຍກກັນ ແລະການເຈຣະຈາກໍ່ແກ່ຍາວຈົນຮອດຄໍ່າຄືນວັນທີ 20 ກໍຣະກະດາ. ແຕ່ວ່າໃນທີ່ສຸດ ຫຼັງຈາກທ່ຽງຄືນໄປບໍ່ນານ ໂດຍປາສຈາກຄຳເຫັນຂອງຫົວໜ້າຄນະເຂົ້າປະຊຸມ ທ່ານກຸ ວໍຣະວົງສ໌ ຕັດສິນໃຈລົງລາຍເຊັນສັນຍາ ຊຶ່ງນັບວ່າເປັນການປິດການປະກາດສຸດທ້າຍຂອງກອງປະຊຸມເຊີແນ໋ວວ໌ໃນວັນທີ 21 ກໍຣະກະດາ 1954.<ref name="WB-WarCrime">International War Crimes Tribunal records, #4285. Division of Rare and Manuscript Collections, Cornell University Library.[http://raetowest.org/vietnam-war-crimes/russell-vietnam-war-crimes-tribunal-1967.html#v1211-Wilfred-Burchett]</ref>