ພາສາທືກເຈ: Difference between revisions

Content deleted Content added
No edit summary
No edit summary
 
ແຖວ 1:
{{ຂະຫຍາຍ}}
{{ຕ້ອງການອ້າງອິງ}}
 
'''ພາສາທືກເຈ''' (Türkçe) ຫຼື '''ພາສາຕວກກີ''' ແມ່ນ[[ພາສາກຸ່ມທືກ]] ມີຜູ້ເວົ້າ 65 – 73 ລ້ານຄົນທົ່ວໂລກ ເຊິ່ງຖືເປັນພາສາກຸ່ມທືກທີ່ມີຜູ້ເວົ້າຫຼາຍທີ່ສຸດ. ຜູ້ເວົ້າສ່ວນຫຼາຍຢູ່ໃນ[[ຕວກກີ]] ແລະມີກະຈາຍຢູ່ໃນ[[ຊີບ]] [[ບູນກາລີ]] [[ກະແລັດ]] ແລະ[[ເອີລົບຕາເວັນອອກ]] ແລະມີຜູ້ເວົ້າອີກຫຼາຍສິບລ້ານຄົນທີ່ອົບພະຍົບໄປຢູ່ໃນ[[ເອີລົບຕາເວັນຕົກ]]ໂດຍສະເພາະ[[ເຢຍລະມັນ]]. ຕົ້ນກຳເໜີດຂອງພາສາພົບໃນ[[ອາຊີກາງ]] ເຊິ່ງມີການຂຽນຄັ້ງທຳອິດເມື່ອປະມານ 1,200 ປີມາແລ້ວ. [[ພາສາທືກເຈໂອສະມັນ]]ໄດ້ແພ່ຂະຫຍາຍໄປທາງຕາເວັນຕົກ ອັນມີຜົນມາຈາກການຂະຫຍາຍໂຕຂອງ[[ຈັກກະວັດໂອສະມັນ]]. ໃນປີຄ.ສ. 1928 ຫຼັງການປະຕິຮູບຂອງອາທາທືກ ເຊິ່ງແມ່ນປີທຳອິດຂອງຍຸດສາທາລະນະລັດໃໝ່ ມີການປັບປຸງພາສາ ໂດຍແທນທີ່[[ອັກສອນອາລັບ]]ໃນຍຸກໂອສະມັນດ້ວຍ[[ອັກສອນລາແຕັງ]]ທີ່ເພີ່ມເຄື່ອງໝາຍການອອກສຽງ. ມີການຕັ້ງສະມາຄົມພາສາທືກເຈເພື່ອຫຼຸດການໃຊ້ຄຳຢືມຈາກ[[ພາສາຟາລະຊີ]]ກັບ[[ພາສາອາລັບ]] ຫັນມາໃຊ້ຄຳດັ້ງເດີມຂອງພາສາກຸ່ມທືກຕາງ.
 
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພາສາທືກເຈ"