ປະເທດລາວ: Difference between revisions

Content deleted Content added
ແຖວ 140:
== ປະຫວັດສາດ ==
''ເບິ່ງບົດຄວາມທີ່ວ່າ '''[[ປະຫວັດສາດລາວ]]''' ແລະ '''[[ອານາຈັກລາວລ້ານຊ້າງ]]'''''
=== ຍຸກຣາຊະອານາຈັກ ===
=== ສະໄໝສັກດີນາ ===
==== ລາຊະການເຈົ້າສຸລິຍະວົງສາ ====
 
ສະ​ໄໝ​ລາຊະກາ​ນຂອງ[[ເຈົ້າ​]], ປີ ຄ.ສ 1631 ​[[ເຈົ້າ​ສຸລິຍະ​ວົງສາ]] ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​[[ອານາຈັກ​ລ້າ​ນຊ້າງ]] ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳຮະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.
 
ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫຼັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາສະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ພະລາຊະໂອລົດ​ຂອງ​ພະອົງເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ ເມຍ​ທະຫາ​ນອົງຄະລັກ​ ຂອງ​ພະອົງ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ການສຶກສາຂະຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍ ມາ​ເປັ​ນ[[ພາສາ​ລາວ]].
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ປະເທດລາວ"