ເສດຖະສາດມະຫາພາກ: Difference between revisions

Content deleted Content added
No edit summary
No edit summary
 
ແຖວ 1:
'''ເສດຖະສາດມະຫາພາກ''' (ຄຳເຄົ້າ: ເສຣສຖສາສຕຣ໌ມກາພາຄເສຣສຖສາສຕຣ໌ມຫພາຄ<ref>ສົມຈິຕ ພັນລັກ. (2012) ''ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ''. ສົມມະນາ ການພິມ ສປປ ລາວ.</ref>) ແມ່ນ ຂະແໜງໜຶ່ງໃນ [[ເສດຖະສາດ]] ທີ່ ສຶກສາກ່ຽວກັບ ການເຄື່ອນໄຫວແບບສັງລວມ ເຊັ່ນ ການສັງລວມການຕັດສິນໃຈ ທາງດ້ານເສດຖະກິດ ຂອງ ບຸກຄົນ. ສິ່ງດັ່ງກ່າວ ແມ່ນ ການຈຳແນກ ເສດຖະສາດມະຫາພາກ ກັບ [[ເສດຖະສາດຈຸນລະພາກ]] ທີ່ສຶກສາ ກ່ຽວກັບ ການເຄື່ອນໄຫວທາງດ້ານເສດຖະກິດ ຂອງ ຜູ້ຊົມໃຊ້ລາຍບຸກຄົນ, ວິສາຫະກິດ ແລະ ຂະແໜງອຸດສາຫະກຳ.
 
ເສດຖະສາດມະຫາພາກ ສາມາດຖືກນຳໃຊ້ ວິເຄາະວ່າ ຈະສາມາດບັນລຸເປົ້າໝາຍ ທາງນະໂຍບາຍ ຂອງ ລັດຖະບານ ເຊັ່ນ ການຂະຫຍາຍຕົວຂອງເສດຖະກິດ, ສະຖຽນລະພາບຂອງລາຄາ, ການຈ້າງງານແບບສົມບູນ ແລະ ການບັນລຸຄວາມສົມດຸນ ຂອງ ດຸນການຊຳລະ ຄືແນວໃດ.