ໝາກນັດ: Difference between revisions

Content deleted Content added
ໜ້າໃໝ່: '''ໝາກນັດ''' (ຊື່ທາງວິທະຍາສາດ: Ananas comosus) ເປັນພືດລົ້ມລຸກຊະນິດໜຶ່ງອັນມີ...
 
No edit summary
ແຖວ 1:
'''ໝາກນັດ''' (ຊື່ທາງວິທະຍາສາດ: Ananas comosus) ເປັນພືດລົ້ມລຸກຊະນິດໜຶ່ງອັນມີຕົ້ນກຳເນີດມາຈາກບໍລິເວນທະວີບອະເມລິກາໃຕ້. ລຳຕົ້ນມີຂະໜາດສູງປະມານ 80-100 ຊອງຕິແມັດ. ການປູກສາມາດປູກໄດ້ງ່າຍໂດຍການຝັງກົບໜໍ່ຫຼືສ່ວນຍອດຂອງລູກອັນເອີ້ນວ່າ ຈຸກ. ເປືອກຂອງໝາກນັດພາຍນອກມີລັກສະໜະຄ້າຍຄືຕາລ້ອມລອບລູກເປືອກຂອງໝາກນັດພາຍນອກມີລັກສະໜະຄ້າຍຄືຕາລ້ອມຮອບລູກ.
 
== ໜ້າຕາຂອງໝາກນັດ ==
ໝາກນັດແມ່ນໄມ້ລົ້ມລຸກອາຍຸຫຼາຍປີ. ສູງ 90-100 ຊມ, ມີລຳຕົ້ນຢູ່ໃຕ້ດິນ, ໃບດ່ຽວລຽງສະຫຼັບຊ້ອນກັນຖີ່ຫຼາຍຮອບຕົ້ນ, ກວ້າງ 6.5 ຊມ, ຍາວໄດ້ເຖິງ 1 ແມັດ, ບໍ່ມີກ້ານໃບ, ດອກຊໍ່ອອກແຕ່ກາງຕົ້ນ, ມີດອກຍ່ອຍຈຳນວນຫຼາຍ, ລູກເປັນລູກຮວມຮູບຊົງກະບອກ, ແລະ ມີໃບເປັນກະຈຸກຢູ່ປາຍ.
 
ໝາກນັດແມ່ນພືດໃບລ້ຽງດ່ຽວອັນສາມາດທົນຕໍ່ສະພາບແວດລ້ອມຕ່າງໆ ໄດ້ດີ. ແມ່ນ[[ພືດເສດຖະກິດ]]ອັນສຳຄັນ. ເມື່ອຈະເລີນເປັນຜົນແລ້ວຊິຈະເລີນຕໍ່ໄປໂດຍຕາຢູ່ລຳຕົ້ນຊິເຕີບໂຕເປັນຕົ້ນໃໝ່ໄດ້ຕື່ມ, ແລະ ສາມາດດັດແປງເປັນ[[ໄມ້ປະດັບ]]ໄດ້ອີກນຳ.
 
ໝາດນັດແບ່ງອອກຕາມລັກສະນະຄວາມເປັນຢູ່ໄດ້ 3 ແບບໃຫຍ່ໆ ຄື ພວກທີ່ມີລະບົບ[[ຮາກ]]ຫາກິນຢູ່ໃນດິນ, ຫຼືເອີ້ນວ່າ[[ໄມ້ດິນ]], ພວກກິນຢູ່ຕາມຄາຄົບໄມ້ຫຼືລຳຕົ້ນໄມ້ໃຫຍ່ ໄດ້ແກ່ [[ໄມ້ອາກາດ]]ຕ່າງ ໆ ອັນບໍ່ແຍ່ງຂອງກິນຈາກກົກໄມ້ທີ່ມັນເກາະກິນຢູ່. ພວກນີ້ສ່ວນຫຼາຍຈະເປັນໄມ້ປະດັບ, ແລະພວກທີ່ຈະເລີນເຕີບໂຕເທິງຜາຫີນຫຼືໂຂດຫີນ. ສ່ວນໝາກນັດທີ່ເຮົາໃຊ້ກິນຈັດເປັນໄມ້ດິນ ແຕ່ຍັງມີໜ້າຕາບາງປະການຂອງໄມ້ອາກາດເອົາໄວ້ ແມ່ນ ສາມາດເກັບນ້ຳໄວ້ຕາມຊອກໃບໄດ້ໜ້ອຍມີ'''ເຊລລ໌ພິເສດ'''ສຳລັບເກັບນ້ຳເອົາໄວ້ໃນໃບ. ເຮັດໃຫ້ທົນທານໃນຊ່ວງແລ້ງໄດ້.
 
[[ໝວດ:ໝາກໄມ້]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ໝາກນັດ"