ກຸ່ມບ້ານປາກທວາຍ: Difference between revisions

Content deleted Content added
ໜ້າໃໝ່: 1 ແນະນໍາ ກຸ່ມບ້ານປາກທວາຍເປັນກຸ່ມບ້ານທີ3ຂອງເມືອງທ່າພະບາດ ມີທັງໝ…
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 09:50, 4 ມິຖຸນາ 2009

1 ແນະນໍາ

ກຸ່ມບ້ານປາກທວາຍເປັນກຸ່ມບ້ານທີ3ຂອງເມືອງທ່າພະບາດ ມີທັງໝົດ7ບ້ານ, ມີ1020 ຫຼັງຄາ ເຮືອນ, 1106 ຄອບຄົວ, ມີພົນລະເມືອງ5324ຄົນ, ຍິງ2645ຄົນ. ມີຄອບຄົວທີ່ພົ້ນນັບແຕ່ປີ2006 ແມ່ນ 901 ຄອບຄົວ ຊື່ງບັນລຸ 81.46%, ຍັງເຫຼືອ205 ຄອບຄົວ ຫຼື 18.54%

2 ເນື້ອໃນ

2.1. ການປູກຝັງ.

• ກຸ່ມບ້ານປາກທວາຍມີເນື້ອທີ່ອຸດົມສົມບູນ ຊື່ງເໝາະສົມແກ່ການປູກຝັງສະນັ້ນເຂດນີ້ ຈຶ່ງມີ ເນື້ອທີ່ ນາທັງໝົດ 1406.74 ເຮັກຕາ, ໃນນັ້ນມີນາແຊງແມ່ນ 153.79 ເຮັກຕາ. ນອກນັ້ນປະຊາຊົນ ເຂດນີ້ ຍັງມີການປູກພືດເສດຖະກິດອື່ນອີກນັ້ນກໍຄື: ຕົ້ນຢາສູບກວມເອົາ ເນື້ອທີ່ປະມານ 21.08 ເຮັກຕາ ຊື່ງຈະແມ່ນບໍລິສັດ ອາແດງເປັນຜູ້ຮັບຊື້ ຊື່ງ ລາຄາ2009ນີ້ໄດ້ລາຄາດີກວ່າປີກາຍ ຄື: ປີ2009ລາຄາສູງສຸດແມ່ນ22ພັນກີບແລະຕໍ່າສຸດແມ່ນ7ພັນກີບ; ສ່ວນປີກ່ອນ ລາຄາສູງສຸດແມ່ນ 22ພັນກີບແລະລາຄາຕໍ່າສຸດແມ່ນ4ພັນກີບ, ຢາງພາລາ 93.41 ເຮັກຕາ. ໄມ້ເກດສະໜາ 41.02 ເຮັກຕາ, ຊື່ງເນື້ອທີ່ການປູກຝັງເຫຼົ່ານີ້ລ້ວນແຕ່ ແມ່ນຂອງປະຊາຊົນ,ຊື່ງດໍາເນີນການຜະລິດເປັນສິນ ຄ້າແບບຄອບຄົວເສດຖະກິດຄອບຄົວ.

• ນອກຈາກການຜະລິດແບບຄອບຄົວແລ້ວໃນພື້ນທີ່ກຸ່ມບ້ານປາກທວາຍແລ້ວ, ກໍຍັງມີບັນດາບໍລິ ສັດຕ່າງໆເຂົ້າມາລົງທຶນກ່ຽວກັບການປູກຕົ້ນໄມ້, ໂດຍສະເພາະແມ່ນບໍລິສັດໂອຈິ, ຊື່ໄດ້ມີເນື້ອທີ່ສໍາ ປະທານປູກຕົ້ນວິກເປັນຈໍານວນຫຼາຍສິບເຮັກຕາ.

2.2. ການລ້ຽງສັດ.

• ເວົ້າເຖິງການລ້ຽງສັດເຂດກຸ່ມບ້ານປາກທວາຍແມ່ນບໍ່ພົ້ນເດັ່ນປານໃດ, ຊື່ງມີງົວ 3024 ໂຕ, ຄວາຍ 721 ໂຕ.

• ພ້ອມນັ້ນໃນເຂດກຸ່ມບ້ານ, ປະຊາຊົນກໍໄດ້ມີການຄ້າຂາຍປາຕາກແຫ້ງຕາມແຄມທາງ, ທີ່ຫຼາຍທ່ານໄດ້ຂີ່ກາຍໄປທຽວມາກໍໄດ້ຕິດໄມ້ຕິດມືໄປພ້ອມ.

2.3. ແຫຼ່ງທ່ອງທ່ຽວ.

• ໃນເຂດກຸ່ມບ້ານປາກທວາຍບໍ່ຄ່ອຍຈະມີແຫຼ່ງທ່ອງທ່ຽວພໍປານໃດ, ແຕ່ກໍມີບ່ອນໜື່ງຄື: ວັດປ່າເວີ່ນທາດ ທີ່ມີອາຍຸເກົ່າແກ່.

2.4. ອຸດສາຫະກໍາ, ຫັດຖະກໍາ.

• ທາງດ້ານວຽກງານນີ້ທາງກຸ່ມບ້ານຍັງບໍ່ທັນປະກົດມີ.

3 ສະຫຼຸບ

3.1. ທ່າແຮງ

ທາງດ້ານທ່າແຮງຂອງກຸ່ມບ້ານ,ສ່ວນໃຫຍ່ບັນດາພໍ່ແມ່ປະຊາຊົນຈະພ້ອມກັນເຮັດ ການປູກຝັງໃຫ້ກາຍເປັນສິນຄ້າບໍ່ວ່າຈະເປັນປູກພືດສວນ, ຕົ້ນຢາສູບ ຊື່ງແມ່ນພືດທີ່ ປະຊາຊົນໃນເຂດນີ້ນິຍົມປູກ, ປູກເຂົ້າ, ແລະບັນດາຕົ້ນໄມ້ອຸດສາຫະກໍາ ຄື: ຕົ້ນວິກ, ຕົ້ນເກດສະໜາ, ຕົ້ນຢາງພາລາ.

3.2. ຂໍ້ຈໍາກັດ

ເວົ້າເຖິງຂໍ້ຈໍາກັດແມ່ນເນື້ອທີ່ການຜະລິດເກືອບ80% ຖືກນໍ້າຖ້ວມໃນລະດູຝົນຂອງແຕ່ລະປີ, ສັດຕູພືດ, ແລະປະຊາຊົນຍັງຂາດທຶນຮອນ, ບົດຮຽນວິຊາການຍັງບໍ່ທັນສູງ ສ່ວນໃຫຍ່ແມ່ນຍັງອາ ໃສທໍາມະຊາດໃນການຜະລິດທໍາມາຫາກິນ.