ກຸ່ມບ້ານພະບາດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
3 ແນະນໍາ
[http://maps.google.com/?ie=UTF8&ll=18.356155,103.211575&spn=0.11747,0.22316&z=13&lci=org.wikipedia.en'''ເບີ່ງແຜນທີ່ Google map''' ]
ໃນແຂວງບໍລິຄໍາໄຊມີກຸ່ມບ້ານພະບາດເປັນກຸ່ມບ້ານໜື່ງທີ່ນອນໃນເຂດເມືອງທ່າພະບາດໄກ ຈາກເມືອງປາກຊັນປະມານ55km, ແລະຫ່າງຈາກນະຄອນຫຼວງວຽງຈັນ63km.
ກຸ່ມບ້ານແຫ່ງນີ້ປະກອບດ້ວຍ 13 ໝູ່ບ້ານ,ມີ4ບ້ານ ທີ່ຕິດກັບແມ່ນໍ້າຂອງ ແລະ 9 ບ້ານທີ່ຕິດກັບເສັ້ນທາງເລກທີ13ໄຕ້ ຊື່ງມີພື້ນຖານທາງດ້ານເສດຖະກິດກ່ຽວກັບ ການຜະລິດກະ ສິກໍາປູກຝັງ - ລ້ຽງສັດ. ແລະຢູ່ໃນກຸ່ມບ້ານຍັງມີຄອບຄົວທີ່ທຸກຍາກ 908 ຄອບຄົວ,ໃນກຸ່ມບ້ານ ສະເລ່ຍ ເຂົ້າກິນຕໍ່ ຫົວຄົນຕໍ່ປີແມ່ນ 869 ກິໂລກລາມ.
 
[[ຮູບ:Phabath_640x480.JPG‎ ]]
'''ກ. ສັງລວມ'''
----
 
ໃນແຂວງບໍລິຄໍາໄຊມີກຸ່ມບ້ານທ່າບົກແມ່ນກຸ່ມບ້ານໜື່ງທີ່ນອນໃນເຂດເມືອງທ່າພະບາດຊື່ງແມ່ນກຸ່ມບ້ານທີ2ທີ່ນອນຢູ່ລະຫວ່າງກາງຂອງເມືອງທ່າພະບາດ.
 
[[ຮູບ:Bolikhamxay_Thabok_ThaBokKumban.JPG]]
 
'''ຂ. ທີ່ຕັ້ງ'''
----
 
 
ກຸ່ມບ້ານແຫ່ງບ້ານນີ້ປະກອບດ້ວຍ13ໝູ່ບ້ານ, ຢູ່ທັງ2ຟາກເສັ້ນທາງ13ໃຕ້. ການຜະລິດກະສິກໍາຢູ່ໃນກຸ່ມບ້ານແຫ່ງນີ້ນັ້ນສ່ວນຫຼາຍກໍແມ່ນການປູກຝັງແລະການລ້ຽງສັດ, ລະຫັດເຂດແມ່ນ 1102
 
 
 
 
 
'''ຄ. ການປູກຝັງ'''
----
 
 
ໃນເຂດບ້ານຫ້ວຍເລິກຈະໄດ້ພົບກັບເຂດ ປູກຕົ້ນໄມ້ອຸດສາຫະກໍາ, ບໍ່ວ່າຈະເປັນຂອງປະຊາຊົນ ທ້ອງຖິ່ນ, ແລະອັນທີ່ພົ້ນເດັ່ນກໍແມ່ນພື້ນທີ່ປູກຕົ້ນວິກແລະຕົ້ນກະຖິນນະລົງຂອງບໍລິສັດ OJI (ໂອຈິ) ທີ່ກວມເອົາຫຼາຍຮ້ອຍເຮັກຕ້າຈົນສຸດສາຍຕາ, ຖ້າເບີ່ງໄນອີກແງ່ກໍ່ຄື ພື້ນທີ່ປູກຝັງນັ້ນແມ່ນຢູ່ຖືກ ອ້ອມຮອບໄປດ້ວຍປ່າ.
 
ສວນປູກຕົ້ນວິກຂອງບໍລິສັດ ໂອຈິ
 
[[ຮູບ:Bolikhamxay_Thabok_Eucalyptus1.JPG]]
[[ຮູບ:Bolikhamxay_Thabok_Eucalyptus2.JPG]]
 
 
ສວນປູກຕົ້ນກັນຖິນນະຣົງຂອງບໍລິສັດ ໂອຈິ
 
[[ຮູບ:Bolikhamxay_Thabok_Kathinnarong1.JPG]]
[[ຮູບ:Bolikhamxay_Thabok_Kathinnarong2.JPG]]
 
ໃນເຂດກຸ່ມບ້ານແຫ່ງນີ້ແມ່ນມີບ້ານໜື່ງທີ່ຕັ້ງຢູ່ກາງດອນຂອງແມ່ນໍ້າຂອງ, ຊື່ວ່າບ້ານ ດອນຄອນລາດ ຊື່ງສ່ວນ ໃຫຍ່ຈະປູກບັນດາຜັກ, ໝາກເລັ່ນ, ໝາກອຶ, ໝາກແຕງ,ໝາກຖົ່ວຍາວ ແລ້ວສົ່ງອອກຂາຍໄປທີ່ຕະຫຼາດ ໄກ້ຄຽງ, ແລະກໍມີຜູ້ມາຮັບຊື້ຢູ່ກັບສວນເລີຍນັ້ນກໍມີ
 
[[ຮູບ:Bolikhamxay_Thabok_Pumpkins.JPG]]
 
ຜະລິດຕະຜົນຂອງບ້ານດອນຄອນລາດ
 
'''ງ. ການລ້ຽງສັດ'''
----
ໃນເຂດກຸ່ມບ້ານທ່າບົກນີ້ມີຄອບຄົວເຮັດການລ້ຽງສັດແບບປະສົມປະສານ, ຄືການລ້ຽງເປັດກາບ,ເປັດກືກ,ຊື່ງມີຈໍານວນຫຼາຍພັນໂຕ ບໍ່ວ່າຈະເປັນການລ້ຽງເພື່ອໄຂ່ ຫຼືຊີ້ນ.
 
 
[[ຮູບ:Bolikhamxay_Thabok_Ducks.JPG]]
[[ຮູບ:Bolikhamxay_Thabok_Ducks2.JPG]]
 
ນອກນັ້ນກໍຍັງມີການລ້ຽງອ່ຽນ ໂດຍໄດ້ມີການເຮັດບໍ່ພິເສດ, ໃນເບື້ອງໂຕ້ນເພີ່ນໄດ້ປ່ອຍອ່ຽນ ຈໍານວນ70ໂລ, ແຕ່ເພີ່ນບໍ່ທັນມີໃນການຕິດຕາມການລ້ຽງອ່ຽນນີ້ໄດ້ເທື່ອ.
 
[[ຮູບ:Bolikhamxay_Thabok_Eels_tank.JPG]]
 
ອັນເດັ່ນກວ່າໝູ່ແມ່ນການລ້ຽງໂຕຈີ່ລໍ່, ທີ່ສາມາດສົ່ງອອກຂາຍໃຫ້ແກ່ພື້ນທີ່ໃກ້ຄຽງແລະນະຄອນ ຫຼວງອີກດ້ວຍຊື່ງມີຈໍານວນ150ແທ່ງ, ມີປະມານ3000ໂຕຕໍ່ແທ່ງ, ພາຍໃນ3ເດືອນຈະໄດ້ຮັບຜົນຜະ ລິດ2ກິໂລ, ຖ້າສົ່ງຂາຍໄປທີ່ນະຄອນຫຼວງວຽງຈັນກໍຈະໄດ້ປະມານ40ພັນກີບຕໍ່ກິໂລ, ຖ້າສົ່ງຂາຍ ພາຍໃນເຂດໄກ້ຄຽງກໍຈະໄດ້ປະມານ35ພັນກີບຕໍ່ກິໂລ.
 
[[ຮູບ:Bolikhamxay_Thabok_Crickets.JPG]]
 
ເວົ້ເຖິງການລ້ຽງງົວຄວາຍ, ປະຊາຊົນເຂດນີ້ກໍຖືວ່າຫຼາຍພໍສົມຄວນ ແລະອີກຄອບຄົວໜື່ງກໍມີທຸລະກິດຄອບຄົວໃນການລ້ຽງປາກະຊັງ, ດ້ວຍຄວາມໃຈມັກແລະອົດ ທົນຈື່ງເຮັດໃຫ້ເພີ່ນປະສົບຜົນສໍາເລັດພໍສົມຄວນ, ໂດຍຜະລິດຕະຜົນຈະສົ່ງໃຫ້ຕະຫຼາດພາຍໃນ ເປັນສ່ວນໃຫຍ່.
 
[[ຮູບ:Bolikhamxay_Thabok_Fishes.JPG]]
 
ຕໍ່ຈາກນັ້ນເຮົາກໍຈະໄດ້ພົບກັບບຸກຄົນຜູ້ເປັນຕົວເດັ່ນໃນແຖບນີ້ພໍ່ພົມມາ, ຊື່ງເປັນຊາວກະສິກອນ ທີ່ໄດ້ຜັນເອົາພື້ນທີ່ອ້ອມແອ້ມເຮືອນຂອງຕົນໃຫ້ກາຍເປັນພື້ນທີ່ການການຜະລິດກະສິກໍາແບບລວມສູນຊື່ງໃນນັ້ນມີ: ລ້ຽງກົບ-ເພາະພໍ່ພັນແມ່ພັນກົບ, ເພາະພັນປາ.
 
ນອກນັ້ນອັນທີ່ເດັນກວ່າໝູ່ແມ່ນການລ້ຽງຂີ້ກະເດືອນພັນໂຮນລັງ, ຊື່ງເປັນແຫຼ່ງອາຫານອັນສົມ ບູນໃຫ້ແກ່ສັດປະເພດອື່ນໆ.ອ້ອມແອ້ມເຮືອນຂອງເພິ່ນແມ່ນໄດ້ມີການລ້ຽງປາຫຼາຍປະເພດຢູ່ໃນໜອງດຽວກັນ.
 
ເພິ່ນຍັງເປັນຄົນມີຄວາມມານະອົດທົນ,ມັກໃນວຽກງານການຜະລິດກະສິກໍາ, ແລະຍັງເປັນ ຄົນມັກເຜີຍແຜ່ຄວາມຮູ້ທີ່ຕົນມີສູ່ຜູ້ອື່ນທີ່ຕອງການບໍ່ວ່າຈະທາງດ້ານຄວາມຮູ້, ແລະເຕັກນິກ ແລະອື່ນໆດ້ວຍຄວາມເຕັມໃຈແລະຍິນດີ.
ຄອກເພາະພັນ ພໍ່ພັນແມ່ພັນກົບ
 
[[ຮູບ:Bolikhamxay_Thabok_Phomma1.JPG]]
 
ຄອກລ້ຽງຂີ້ກະເດືອນພັນໂຮນລັງ
 
[[ຮູບ:Bolikhamxay_Thabok_Phomma2.JPG]]
 
ທຸກຢ່າງເພີ່ນເກັບກຳແລະເຮັດວຽກຢ່າງເປັນລະບົບ
 
[[ຮູບ:Bolikhamxay_Thabok_Phomma3.JPG]]
 
'''ຈ. ການທ່ອງທ່ຽວ'''
----
 
 
ຕາມເສັ້ນທາງເຂົ້າໄປສູ່ເຂດເຂື່ອນນໍ້າເລີກ, ກໍ່ຈະມີສະຖານທີ່ທ່ອງທ່ຽວຕ່າງໆຄື, ຕາດເລີກ,ຕາດຊາຍ ແລະຕາດມັງກອນ.
 
'''ສ. ການອຸດສາຫະກໍາແລະຫັດຖະກໍາ'''
 
----
 
ກໍຄືກັບບັນດາກຸ່ມບ້ານທີ່ໄກ້ຄຽງ, ການຜະລິດຫັດຖະກໍາສ່ວນໃຫຍ່ຈະແມ່ນການສານ ກະຕິບເຂົ້າ.
 
'''ຊ. ທ່າແຮງ'''
----
 
4 ເນື້ອໃນ
4.1. ການປູກຝັງ.
ໃນກຸ່ມບ້ານປະຊາຊົນໄດ້ມີການອອກແຮງລົງທຶນເຂົ້າໃນວຽກງານຜະລິດກະສິກໍາໃຫ້ ເປັນສິນຄ້າ
• ບໍ່ວ່າຈະເປັນສວນປູກມັນຕົ້ນຊື່ງແມ່ນເສດຖະກິດຄອບຄົວກວມເອົາ ເນື້ອທີ່7ເຮັກຕາ.
• ແລະກໍຍັງມີສວນປູກຕົ້ນປາມອີກ ເນື້ອທີ່ປະມານ100ເຮັກຕ້າ .
• ໄມ້ເກດສະໜາທີ່ປະຊາຊົນເຂດນີ້ ນິຍົມປູກ, ແຕ່ກວມເອົາເນື້ອທີ່ພຽງເລກໜ້ອຍຂອງ ການລົງທຶນແບບຄອບຄົວ.
ນອກຈາກການລົງທຶນແບບຄອບຄົວແລ້ວ, ກໍ່ຍັງມີການລົງທຶນຈາກບັນດາບໍລິສັດ ຕ່າງໆ ຊື່ງໄດ້ທໍາການ ສໍາປະທານບຸກເບີກພື້ນທີ່ເພື່ອທໍາການປູກຕົ້ນໄມ້ອຸດສາຫະກໍາ
• ຊື່ງມີໄມ້ເກດສະໜາຂອງບໍລິສັດໃນກຸ່ມບໍລິສັດໂຄລາວກວມເອົາເນື້ອທີ່50ເຮັກຕາ, ນອກຈາກ ນັ້ນໃນການບົວລະບັດ ຮັກສາກໍມີການຈ້າງແຮງງານທ້ອງຖິ່ນ ບໍ່ວ່າຈະແມ່ນການໃຫ້ນໍ້າ, ການໃສ່ຢາຂ້າແມງໄມ້ແລະອື່ນໆຊື່ງຄ່າແຮງງານແມ່ນປະມານ 4ແສນ ກີບຕໍ່ຄົນຕໍ່ເດືອນ,
• ຍັງມີການລົງທຶນຂອງກຸ່ມບໍລິສັດທີ່ທາງພວກເຮົາຍັງບໍ່ທັນໄດ້ຂໍ້ມູນກ່ຽວກັບການປູກຕົ້ນຢາງພາ ລາຊື່ງກວມເອົາເນື້ອທີ່951ເຮັກຕາ.
• ແລະອັນທີ່ເປັນພື້ນຖານການຜະລິດກະສິກໍາຂອງປະຊາຊົນເຂດນີ້ຕົ້ນຕໍ ຄືການປູກເຂົ້າ, ເຊີ່ງ ເນື້ອທີ່ນາປີມີ1.776 ເຮັກຕາແລະ ນາແຊງ 337 ເຮັກຕາ.
4.2. ການລ້ຽງສັດ.
• ເວົ້າເຖີງການລ້ຽງສັດຂອງປະຊະຊົນໃນເຂດນີ້ສ່ວນຫຼາຍແມ່ນລ້ຽງແບບກຸ້ມຢູ່ກຸ້ມກິນ, ຊື່ງກໍ່ມີຫຼາຍ ປະເພດບໍ່ວ່າຈະເປັນ ສັດປີກ , ສັດບົກ,ສັດ4ຕີນ, ແລະສັດນໍ້າອີກດ້ວຍ,ອີງຕາມ ສະຖິຕິປີ2008 ຢູ່ໃນກຸ່ມບ້ານມີຄວາຍປະມານ 1.472 ໂຕ, ງົວ4.875ໂຕ, ໝູ1.474ໂຕ, ແບ້ 650ໂຕ, ໝາ 740 ໂຕ, ສັດປີກ 27.351 ໂຕ ແລະໜອງ ປາຈໍານວນ 421 ໜອງ, ຊື່ງໄດ້ມີການປ່ອຍປາຈໍານວນ 650.000 ໂຕ. ແລະໃນນັ້ນ ກໍຍັງມີຄອບຄົວທີ່ເຮັດ ທຸລະກິດ ລ້ຽງໄກ່ພັນໄຂ່ຈໍານວນ 4 ພັນໂຕຊື່ງສາມາດອອກໄຂ່ໄດ້ 2100 ໜ່ວຍຕໍ່ວັນ, ບັນດາໄຂ່ເຫຼົ່ານີ້ໄດ້ມີຜູ້ມາຮັບໄປຊື້ກັບທີ່ແລະ ແຈກຢາຍສູ່ທ້ອງຕະຫຼາດ
4.3. ແຫຼ່ງທ່ອງທ່ຽວ.
• ນອກຈາກນັ້ນກຸ່ມບ້ານພະບາດກໍ່ມີຫຼາຍແຫຼ່ງທ່ອງທ່ຽວທີ່ເປັນເອກະລັກຄື: ວັດທ່າພະບາດໂພນ ສັນ, ແຫຼ່ງທ່ອງທ່ຽວຊົມຊ້າງປ່າ, ຖໍ້າພະ, ແລະອື່ນໆ.
4.4. ອຸດສາຫະກໍາ, ຫັດຖະກໍາ.
• ເວົ້າເຖີງອຸດສາຫະກໍາໃນເຂດນີ້ທາງພວກເຮົາຍັງບໍ່ທັນປະກົດມີຂໍ້ມູນໃດ, ແຕ່ວຽກງານຫັດຖະ ກໍາແລ້ວ, ຖືວ່າແມ່ນເກືອບທຸກໆບ້ານທຸກໆຄອບຄົວໄດ້ມີສ່ວນປະກອບເຂົ້າໃນວຽກງານການ ຜະລິດເຄື່ອງສານຄື: ກະຕິບເຂົ້າ, ຊື່ງສໍາລັບຜູ້ທີ່ຊໍານານກໍສະສາມາດເຮັດໄດ້20ໜ່ວຍຕໍ່12ຊົ່ວ ໂມງ ຊຶ່ງເຂົາເຈົ້າຈະຂາຍໃນລາຄາ ປະມານ3000 ກີບ ຕໍ່ອັນແລ້ວແຕ່ຂະໜາດ, ໃນການແຈກຢາຍ ນັ້ນສ່ວນໃຫຍ່ກໍ່ຈະມີຄົນກາງມາຮັບເອົາກັບທີ່.
5 ສະຫຼຸບ
5.1. ທ່າແຮງ
ອີງຕາມການໃຫ້ສໍາພາດຂອງຫົວໜ້າກຸ່ມບ້ານພະບາດ, ທ່າແຮງໃນກຸ່ມບ້ານ ແມ່ນການຈັກສານໄມ້ປ່ອງເຮັດກະຕິບເຂົ້າ ເຊິ່ງສະເລ່ຍລາຍຮັບໄດ້ປະມານ 4 ແສນ ກີບ ຕໍ່ເດືອນຕໍ່ຄົນ. ສະນັ້ນ, ຈື່ງມີແຜນການໃນການຊຸກຍູ້ການຜະລິດດັ່ງກ່າວ ເພື່ອໃຫ້ ເປັນຜະລິດຕະພັນອັນພົ້ນເດັ່ນຂອງກຸ່ມບ້ານ, ນອກຈາກນີ້ກໍຍັງແມ່ນການປູກຕົ້ນໄມ້ ອຸດສາຫະກໍາອື່ນໆ, ການຜະລິດເຂົ້າກໍ່ຍັງແມ່ນພື້ນຖານການຜະລິດກະສິກໍາ ຂອງກຸ່ມບ້ານນີ້.
 
'''ຍ5.2. ຂໍ້ຈໍາກັດ'''
ສ່ວນໃຫຍ່ແມ່ນການເຂົ້າເຖີງແຫຼ່ງທຶນໃນການພັດທະນາກະສິກໍາ , ປະຊາຊົນຍັງບໍ່ທັນກໍາ ໄດ້ເຖີງແນວທາງຂອງທະນາຄານ, ການປູກຕົ້ນໄມ້ອຸດສາຫະ ກໍາ,ສວນຫຼາຍແມ່ນເຮັດໂດຍ ອີງໃສ່ກະແສເປັນສ່ວນໃຫຍ່, ຊື່ງບໍ່ໄດ້ມີການຈັດ ສັນວາງແຜນຢ່າງຄັກແນ່ເຮັດໃຫ້ການເກີດມີເຫດ ການບໍ່ມີຕະຫຼາດຮອງຮັບໃນເວລາເກັບກ່ຽວ.
----
 
ສ່ວນໃຫຍ່ແມ່ນການເຂົ້າເຖີງແຫຼ່ງທຶນໃນການພັດທະນາກະສິກໍາ , ປະຊາຊົນຍັງບໍ່ທັນກໍາ ໄດ້ເຖີງແນວທາງຂອງທະນາຄານ, ການປູກຕົ້ນໄມ້ອຸດສາຫະ ກໍາ,ສວນຫຼາຍແມ່ນເຮັດໂດຍ ອີງໃສ່ກະແສເປັນສ່ວນໃຫຍ່, ຊື່ງບໍ່ໄດ້ມີການຈັດ ສັນວາງແຜນຢ່າງຄັກແນ່ເຮັດໃຫ້ການເກີດມີເຫດ ການບໍ່ມີຕະຫຼາດຮອງຮັບໃນເວລາເກັບກ່ຽວ. ແລະປັດຈຸບັນ ທີ່ບ້ານນໍ້າເລີກ; ຕາມເສັ້ນທາງເຂົ້າສູ່ ເຂື່ອນຊື່ງສ່ວນໃຫຍ່ເປັນເສັ້ນທາງທຽວ ຂອງລົດບໍລິສັດຂຸດຄົ້ນຄໍາພູເບ້ຍ, ຊື່ງສ່ວນໃຫຍ່ແມ່ນການ ແລ່ນລົດທີ່ບໍ່ຈົງຈຽມເຮັດໃຫ້ເກີດມົນລະພາວະ ແຕ່ລະວັນບໍ່ວ່າຈະແມ່ນທາງສຽງເນືອງນັນໃນເວລາ ກາງຄືນ ຫຼື ຂີ້ຝຸ່ນ ຕາມເສັ້ນທາງດິນແດງ, ຊື່ງໄດ້ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນທີ່ດໍາລົງໃນຂົງເຂດນັ້ນ.