ພາສາໂຮປີ (ພາສາໂຮປີ: Hopílavayi) ແມ່ນພາສາຢູໂທ-ອາສະເທັກພາສາໜຶ່ງ ອັນເວົ້າໂດຍຄົນໂຮປີ (ຄົນກຸ່ມປວບໂລ) ຈາກລັດອາລິໂຊນາທາງຕະເວັນອອກສຽງເໜືອ ຂອງສະຫະລັດອາເມລິກາ, ແຕ່ວ່າມີບາງຄົນທີ່ເວົ້າພາສາອັງກິດເປັນຫຼັກ. ຕັ້ງແຕ່ສະຕະວັດທີ່ 20 ເປັນຕົ້ນມາ ເລີ່ມມີຄົນເວົ້າພາສານີ້ໜ້ອຍລົງຂຶ້ນເລື້ອຍໆ, ໃນປີ 1990, ໄດ້ມີການຄຳນວນມາວ່າ ມີຄົນເວົ້າພາສານີ້ເປັນພາສາແມ່ປະມານ 5,000 ຄົນ (ປະມານ 75 ເປີຊອງຂອງປະຊາກອນຊາວໂຮປີທັງໝົດ), ຢ່າງໃດກໍດີ ມີຄົນພຽງແຕ່ 40 ຄົນເທົ່ານັ້ນ ທີ່ເວົ້າພາສານີ້ໄດ້ເປັນພາສາແມ່.