ພັກກ້າວໄກ (ໄທ: พรรคก้าวไกล; ພຣຣຄກ້າວໄກລ; ຫຍໍ້: ກ.ກ.) ແມ່ນພັກການເມືອງໄທທີ່ຈົດທະບຽນສ້າງຕັ້ງເມື່ອວັນມີ 1 ພຶດສະພາ ຄ.ສ. 2014 ດ້ວຍຊື່ ພັກຮ່ວມພັດທະນາຊາດໄທ (ໄທ: พรรคร่วมพัฒนาชาติไทย) ຕໍ່ມາໄດ້ມີການປ່ຽນຊື່ເປັນ ພັກເຜິ້ງຫຼວງ (ໄທ: พรรคผึ้งหลวง) ໃນປີ 2019 ແລະປີ 2020 ໄດ້ປ່ຽນມາໃຊ້ຊື່ປັດຈຸບັນຫຼັງຈາກທີ່ພັກອະນາຄົດໃໝ່ເຖີກຍຸບແລະສະມາຊິກສ່ວນໃຫຍ່ໄດ້ຍ້າຍມາພັກກ້າວໄກ.

ພັກກ້າວໄກ
พรรคก้าวไกล
ປະທານພັກ ໄຊທະວັດ ຕຸລາທົນ
ເລຂາທິການພັກ ອະພິຊາດ ສິຣິສຸນທອນ
ຜູ້ນຳພັກ ພິທາ ລິ້ມຈະເຣີນຣັດ
ໂຄສົກພັກ ພະຣິດ ວັດຊະຣະສິນທຸ
ຜູ້ສ້າງຕັ້ງ ສັກຊາຍ ພົມໂທ
ສ້າງຕັ້ງ 1 ພຶດສະພາ ຄ.ສ. 2014
ສຳນັກງານໃຫຍ່ 167 ອາຄານອະນາຄົດໃໝ່ ຊອຍຣາມຄຳແຫງ 42 ແຂວງຫົວໝາກ ເຂດບາງກະປິ ບາງກອກ ປະເທດໄທ
ຈຳນວນສະມາຊິກ (2023) 85.976 ຄົນ
ແນວຄິດ ປະຊາທິບປະໄຕສັງຄົມນິຍົມ
ພິພັດທະນາການນິຍົມ
ຕ່ອຕ້ານທະຫານນິຍົມ
ຈຸດຍືນ ກາງຊ້າຍ
ກຸ່ມລະດັບພູມິພາກ ເຄືອຊ່າຍປະຊາທິບປະໄຕສັງຄົມນິຍົມໃນອາຊີ
ສີພັກ      ສີແສດ
ເວັບໄຊຕ໌ moveforwardparty.org

ປະຫວັດ ດັດແກ້

ພັກຮ່ວມພັດທະນາຊາດໄທ (ຄັ້ງທຳອິດ) ດັດແກ້

ໄດ້ຈົດທະບຽນສ້າງຕັ້ງເມື່ອວັນມີ 1 ພຶດສະພາ ຄ.ສ. 2014 ໂດຍມີທ່ານ ສັກຊາຍ ພົມໂທ ເປັນຫົວໜ້າພັກ ແລະທ່ານນາງ ສົມພອນ ສີມະຫາພົມ ເປັນເລຂາທິການພັກ ມີສຳນັກງານໃຫຍ່ຢູ່ທີ່ 29/2 ໝູ່ 14 ຕຳບົນໜອງນາຄຳ ອຳເພີເມືອງອຸດອນທານີ ຈັງຫວັດອຸດອນທານີ ພ້ອມຄຳຂວັນວ່າ "ຮ່ວມພັດທະນາ ພາຊາດພົ້ນວິກິດ ພິຊິດໄພຄອຣ໌ຣັປຊັ່ນ ຍຶດມັ່ນຄວາມເປັນໄທ" (ໄທ: ร่วมพัฒนา พาชาติพ้นวิกฤต พิชิตภัยคอร์รัปชั่น ยึดมั่นความเป็นไทย).

ຕໍ່ມາວັນທີ 15 ທັນວາ ຄ.ສ. 2017 ທ່ານສັກຊາຍໄດ້ຍື່ນໜັງສືລາອອກຈາກຕຳແໜ່ງຫົວໜ້າພັກ ມີການແຕ່ງຕັ້ງທ່ານ ສະຣາວຸດ ສິງຫະກາງພົນ ຮອງຫົວໜ້າພັກ ເປັນຮັກສາການຫົວໜ້າພັກ ໃນວັນທີ 9 ພະຈິກ ຄ.ສ. 2018 ທາງພັກໄດ້ມີມະຕິເລືອກທ່ານ ທະນະພົນ ພົນຍ່ຽມ ແລະທ່ານ ອັງກູນ ໄຜ່ແກ້ວ ເປັນຫົວໜ້າແລະເລຂາທິການພັກຄົນໃໝ່ ຍ້າຍສຳນັກງານໃຫຍ່ມາທີ່ 31/107 ໝູ່ 6 ຊອຍຊິນນະເຂດ 2 ແຍກ 15 ແຂວງທຸ່ງສອງຫ້ອງ ເຂດຫຼັກສີ່ ບາງກອກ ແລະປ່ຽນຄຳຂວັນເປັນ "ຮ່ວມພັດທະນາ ນຳປະຊາໃຫ້ຫຼຸດພົ້ນ ທຳຄ່າຂອງຄົນໃຫ້ເທົ່າທຽມ"' (ໄທ: ร่วมพัฒนา นำประชาให้หลุดพ้น ทำค่าของคนให้เท่าเทียม).

ພັກເຜິ້ງຫຼວງ ດັດແກ້

ຕໍ່ມາທ່ານທະນະພົນໄດ້ລາອອກຈາກຕຳແໜ່ງ ທາງພັກໄດ້ຈັດປະຊຸມໃຫຍ່ໃນວັນທີ 19 ມັງກອນ ຄ.ສ. 2019 ມີມະຕິໃຫ້ປ່ຽນຊື່ພັກ ແຕ່ງຕັ້ງທ່ານ ກ້ອງພົບ ວັງສຸນທອນ ແລະທ່ານ ນະວິຣຸນ ຊົນລະຫານ ເປັນຫົວໜ້າແລະເລຂາທິການຄົນໃໝ່ ໄດ້ຍ້ານສຳນັກງານໃຫຍ່ໄປທີ່ 168/9 ໝູ່ 12 ຕຳບົນນາງົ່ວ ອຳເພີເມືອງເພັດຊະບູນ ຈັງຫວັດເພັດຊະບູນ ແລະປ່ຽນຄຳຂວັນເປັນ "ພິກປະຫວັດສາດ ພິກງົບປະມານ 90% ສູ່ໝູ່ບ້ານ/ຊຸມຊົນ"' (ໄທ: พลิกประวัติศาสตร์ พลิกงบพัฒนา 90% สู่หมู่บ้าน/ชุมชน).

ຕໍ່ມາທ່ານວິຣຸນໄດ້ລາອອກຈາກຕຳແໜ່ງເລຂາທິການພັກ ທາງພັກຈຶງຈັດປະຊຸມວິສາມັນໃນວັນທີ 7 ຕຸລາ ຄ.ສ. 2019 ມີມະຕິເລືອກໃຫ້ທ່ານ ເຈດສະດາ ພົມດີ ເປັນເລຂາທິການຄົນໃໝ່.

ພັກຮ່ວມພັດທະນາຊາດໄທ (ຄັ້ງທີ 2) ດັດແກ້

ວັນທີ 7 ທັນວາ ຄ.ສ. 2019 ໄດ້ມີການປະຊຸມໃຫຍ່ ມີມະຕິໃຫ້ປ່ຽນຊື່ພັກກັບເປັນຊື່ເດີມ ແລະເລືອກໃຫ້ທ່ານ ທະນະພົນ ພົນຍ່ຽມ ແລະທ່ານ ອັງກູນ ໄຜ່ແກ້ວ ກັບມາເປັນຫົວໜ້າແລະເລຂາທິການສະໄໝທີ 2 ແລະຍ້າຍທີທຳການກັບໄປຢູ່ບ່ອນທີ່ເດີມທີ່ເຂດຫຼັກສີ່.

ພັກກ້າວໄກ ດັດແກ້

ຕໍ່ມາວັນທີ 19 ມັງກອນ ຄ.ສ. 2020 ກອງປະຊຸມພັກໄດ້ມີມະຕິປ່ຽນຊື່ພັກ ແລະເລືອກທ່ານ ຣາເຊນ ຕິຍະວັດຊະຣະພົງ ແລະທ່ານ ປີໃໝ່ ຣັດຖະວົງສາ ເປັນຫົວໜ້າແລະເລຂາທິການຄົນໃໝ່ ແຕ່ວັນທີ 18 ກຸມພາ ຄ.ສ. 2020 ທ່ານຣາເຊນໄດ້ເສຍຊີວິດຢ່າງກະທັນຫັນ ທຳໃຫ້ທ່ານປີໃໝ່ເລຂາທິການພັກຕ້ອງເປັນຮັກສາການຫົວໜ້າພັກ.

ຕໍ່ມາວັນທີ 21 ກຸມພາ ຄ.ສ. 2020 ທ່ານ ພິທາ ລິ້ມຈະເຣີນຣັດ ໄດ້ຖະແຫຼງຂ່າວນຳ ສ.ສ. ທັ້ງ 55 ທ່ານ ຂອງອະດີດພັກອະນາຄົດໃໝ່ທີ່ເຖີກສານລັດຖະທຳມະນູນສັ່ງຍຸບພັກ ເຂົ້າສັງກັດພັກກ້າວໄກ ໂດຍກອງປະຊຸມມີມະຕິໃຫ້ທ່ານພິທາເປັນຫົວໜ້າພັກ ແລະທ່ານ ໄຊທະວັດ ຕຸລາທົນ ອດີດຮອງເລຂາທິການພັກອະນາຄົດໃໝ່ ເປັນເລຂາທິການພັກ ເຊິ່ງທ່ານພິທາຍືນຍັນວ່າຈະສານຕໍ່ອຸດົມການຂອງພັກອະນາຄົດໃໝ່ທຸກປະການ.

ບຸກຄະລາກອນ ດັດແກ້

ຫົວໜ້າ ດັດແກ້

ລຳດັບ ຮູບ ຊື່ ເລີ່ມຕົ້ນ ສິ້ນສຸດ
ພັກຮ່ວມພັດທະນາຊາດໄທ
1   ສັກຊາຍ ພົມໂທ 1 ພຶດສະພາ ຄ.ສ. 2014 15 ທັນວາ ຄ.ສ. 2017
-   ສະຣາວຸດ ສິງຫະກາງພົນ 15 ທັນວາ ຄ.ສ. 2017 9 ພະຈິກ ຄ.ສ. 2018
2   ທະນະພົນ ພົນຍ່ຽມ 9 ພະຈິກ ຄ.ສ. 2018 19 ມັງກອນ ຄ.ສ. 2019
ພັກເຜຶ້ງຫຼວງ
3   ກ້ອງພົບ ວັງສຸນທອນ 19 ມັງກອນ ຄ.ສ. 2019 7 ທັນວາ ຄ.ສ. 2019
ພັກຮ່ວມພັດທະນາຊາດໄທ
(2)   ທະນະພົນ ພົນຍ່ຽມ 7 ທັນວາ ຄ.ສ. 2019 19 ມັງກອນ ຄ.ສ. 2020
ພັກກ້າວໄກ
4   ຣາເຊນ ຕິຍະວັດຊະຣະພົງ 19 ມັງກອນ ຄ.ສ. 2020 18 ກຸມພາ ຄ.ສ. 2020
-   ປີໃຫມ່ ຣັດຖະວົງສາ 18 ກຸມພາ ຄ.ສ. 2020 14 ມີນາ ຄ.ສ. 2020
5   ພິທາ ລິ້ມຈະເຣີນຣັດ 14 ມີນາ ຄ.ສ. 2020 23 ກັນຍາ ຄ.ສ. 2023
6   ໄຊທະວັດ ຕຸລາທົນ 23 ກັນຍາ ຄ.ສ. 2023 ປັດຈຸບັນ

ເລຂາທິການ ດັດແກ້

ລຳດັບ ຮູບ ຊື່ ເລີ່ມຕົ້ນ ສິ້ນສຸດ
ພັກຮ່ວມພັດທະນາຊາດໄທ
1   ສົມພອນ ສີມະຫາພົມ 1 ພຶດສະພາ ຄ.ສ. 2014 9 ພະຈິກ ຄ.ສ. 2017
2   ອັງກູນ ໄຜ່ແກ້ວ 9 ພະຈິກ ຄ.ສ. 2017 19 ມັງກອນ ຄ.ສ. 2019
ພັກເຜຶ້ງຫຼວງ
3   ວິຣຸນ ຊົນລະຫານ 19 ມັງກອນ ຄ.ສ. 2019 8 ກໍລະກົດ ຄ.ສ. 2020
-   ນະຣຶມົນ ພານໂຄກສູງ 8 ກໍລະກົດ ຄ.ສ. 2019 7 ຕຸລາ ຄ.ສ. 2019
4   ເຈດສະດາ ພົມດີ 7 ຕຸລາ ຄ.ສ. 2019 7 ທັນວາ ຄ.ສ. 2019
ພັກຮ່ວມພັດທະນາຊາດໄທ
(2)   ອັງກູນ ໄຜ່ແກ້ວ 7 ທັນວາ ຄ.ສ. 2019 19 ມັງກອນ ຄ.ສ. 2020
ພັກກ້າວໄກ
5   ປີໃໝ່ ຣັດຖະວົງສາ 19 ມັງກອນ ຄ.ສ. 2020 14 ມີນາ ຄ.ສ. 2020
6   ໄຊທະວັດ ຕຸລາທົນ 14 ມີນາ ຄ.ສ. 2020 23 ກັນຍາ ຄ.ສ. 2023
7   ອະພິຊາດ ສິຣິສຸນທອນ 23 ກັນຍາ ຄ.ສ. 2023 ປັດຈຸບັນ

ການເລືອກຕັ້ງ ດັດແກ້

ການເລືອກຕັ້ງທົ່ວໄປ ດັດແກ້

ສະພາຜູ້ແທນລາຊະດອນ ດັດແກ້

ການເລືອກຕັ້ງ ຈຳນວນທີ່ນັ່ງ ຄະແນນສຽງທັ້ງໝົດ ສັດສ່ວນຄະແນນສຽງ ທີ່ນັ່ງປ່ຽນ ສະຖານະພາບພັກ ຜູ້ນຳເລືອກຕັ້ງ
2019 0/500 12.576 0% 0 ບໍ່ມີທີ່ນັ່ງ ກ້ອງພົບ ວັງສຸນທອນ
2023 151/500 14.438.851 36,54%  151 ຝ່າຍຄ້ານ ພິທາ ລິ້ມຈະເຣີນຣັດ

ການເລືອກຕັ້ງນະຄອນຫຼວງບາງກອກ ດັດແກ້

ຜູ້ວ່າລາຊະການນະຄອນຫຼວງບາງກອກ ດັດແກ້

ການເລືອກຕັ້ງ ຜູ້ສະໝັກ ຄະແນນສຽງທັ້ງໝົດ ສັດສ່ວນຄະແນນສຽງ ຜົນການເລືອກຕັ້ວ
2022 ວິໂຣດ ລັກຂະນາອະດິສອນ 253.851 9,49% ພ່າຍແພ້

ສະພານະຄອນຫຼວງບາງກອກ ດັດແກ້

ການເລືອກຕັ້ງ ຈຳນວນທີ່ນັ່ງ ຄະແນນສຽງທັ້ງໝົດ ສັດສ່ວນຄະແນນສຽງ ທີ່ນັ່ງປ່ຽນ ຜົນການເລືອກຕັ້ງ
2022 14/50 485.830 20,85% 14 ສຽງຂ້າງມາກຮ່ວມກັບພັກເພື່ອໄທ