ໂຮງຮຽນມັດທະຍົມສຶກສາສຶກສາສົມບູນປາກລາຍ

I.ປະຫວັດຄວາມເປັນມາຂອງໂຮງຮຽນມັດທະຍົມສຶກສາສົມບູນປາກລາຍ ເມືອງປາກລາຍ ແຂວງໄຊຍະບູລີ

II.ສະພາບຈຸດພິເສດແລະທີ່ຕັ້ງ:

      ໂຮງຮຽນມັດທະຍົມສຶກສາຕອນປາຍເມືອງປາກລາຍຕັ້ງຢູ່ຈຸດໃຈກາງຂອງເທດສະບານເມືອງ ປາກລາຍ,ຢູ່ທາງຕາເວັນຕົກຊ່ຽງໃຕ້ຂອງແຂວງໄຊຍະບູລີ,ຊື່ງມີໄລຍະທາງຈາກເທດສະບານແຂວງປະ ມານ 152ກິໂລແມັດ,ທິດເໜືອຕິດກັບສາຍນໍ້າລາຍ,ທິດຕາເວັນອອກຕິດກັບບ້ານນາສະຫວ່າງ,ທິດໃຕ້ແລະທິດຕາເວັນຕົກຕິດກັບບ້ານຫ້ວຍຊາຍຄຳ,ມີເນື້ອທີ່ທັງໝົດ 3887ຕາແມັດ,ໄດ້ສ້າງຕັ້ງຂື້ນມາແຕ່ສົກຮຽນ 1978-1979 ໃນເມື່ອກ່ອນໂຮງຮຽນແຫ່ງນີ້ມີຊື່ວ່າ " ໂຮງຮຽນອຸດົມປາກລາຍ "  ຊຶ່ງເປັນໂຮງຮຽນແຫ່ງທີ່ IIຂອງແຂວງໄຊຍະບູລີ,ໄດ້ຮອງຮັບເອົານັກຮຽນມາສຶກສາຮ່ຳຮຽນໃນ 3 ເມືອງພາກໃຕ້ຄື: ເມືອງປາກລາຍ,ເມືອງແກ່ນທ້າວແລະເມືອງບໍ່ແຕນ.ໃນເມື່ອກ່ອນພາຍຫຼັງພັກແລະລັດຖະບານໄດ້ມີການປະຕິຮູບລະບົບການສຶກສາແບບໃໝ່ຈື່ງໄດ້ມີການປ່ຽນແປງຊື່ຈາກໂຮງຮຽນອຸດົມປາກລາຍມາເປັນ “ໂຮງຮຽນມັດທະຍົມສຶກສາຕອນປາຍ “ ແຕ່ສົກຮຽນ 2010 – 21011 ມາເຖິງປະຈຸບັນ.

III.ປະຫັວດການເຄື່ອນໄຫວຂອງອາດີດຜູ້ອຳນວຍການໂຮງຮຽນມາເຖິງປະຈຸບັນ:

- ສົກຮຽນ 1978 – 1979 ໂດຍແມ່ນທ່ານ ອ.ຈ ວາງເດືອນ ເປັນຜູ້ອຳນວຍການ ໂຮງຮຽນ ເປັນໄລຍະເວລາ 1 ປີ,ມີຄູອາຈານ,ພະນັກງານທັງໝົດ  9 ຄົນ, ຍິງ 3 ຄົນ, ຊັ້ນສູງ 1 ຄົນ, ຊັ້ນກາງ 5 ຄົນ,ພະນັກງານບໍລິຫານ  3 ຄົນ, ມີ 1 ຂັ້ນຮຽນ, ມີ 1 ຫ້ອງຮຽນ, ມີນັກຮຽນທັງໝົດ 38 ຄົນ,ຍິງ 2 ຄົນ ສະເລ່ຍຜົນການສອບເສງ 87,30  %

- ສົກຮຽນ  1979 – 1980 ຫາສົກຮຽນ 1981 – 1982 ໂດຍແມ່ນ ອ.ຈ  ວິຈິດ ແສນພັນສິລິ ເປັນຜູ້ອຳນວຍການໂຮງຮຽນເປັນໄລຍະເວລາ 3 ປີ,ມີຄູ-ອາຈານ,ພະນັກງານທັງໝົດ 21 ຄົນ,ຍິງ 7 ຄົນ,ຊັ້ນມະຫາ 3 ຄົນ, ຊັ້ນສູງ 4 ຄົນ, ຊັ້ນກາງ 10 ຄົນ, ພະນັກງານບໍລິຫານ 4 ຄົນ, ມີ 3 ຂັ້ນຮຽນ,ມີ 6 ຫ້ອງຮຽນ, ມີນັກຮຽນທັງໝົດ 192 ຄົນ, ຍິງ 59 ຄົນ, ສະເລ່ຍຜົນການສອບເສັງ 89,60 % - ສົກຮຽນ 1982 – 1983 ໂດຍແມ່ນທ່ານ ອ.ຈ ບົວສອນ ວັດທະນາກອນ ເປັນຜູ້ອຳນວຍການໂຮງຮຽນ ເປັນໄລຍະ 1 ປີ ມີຄູ-ອາຈານ, ພະນັກງານທັງໝົດ 24 ຄົນ, ຍິງ 5 ຄົນ, ຊັ້ນມະຫາ 3 ຄົນ, ຊັ້ນສູງ 3 ຄົນ,ຊັ້ນກາງ 13 ຄົນ,ພະນັກງານບໍລິຫານ 4 ຄົນ , ມີ  3 ຂັ້ນຮຽນ ມີ 4 ຫ້ອງຮຽນ, ມີນັກຮຽນທັງໝົດ  156 ຄົນ, ຍິງ  39 ຄົນ,ສະເລ່ຍຜົນການສອບເສັງ 85,60 %

     - ສົກຮຽນ 1983 – 1984 ໂດຍແມ່ນທ່ານ ອ.ຈ  ສົມໝາຍ ແສນພັນສິລິ ເປັນຜູ້ອຳນວຍການໂຮງຮຽນເປັນໄລຍະເວລາ 1 ປີ.ມີຄູ-ອາຈານ,ພະນັກງານທັງໝົດ 28 ຄົນ,ຍິງ 10 ຄົນ,ຊັ້ນມະຫາ 5 ຄົນ,ຊັ້ນສູງ 5 ຄົນ,ຊັ້ນກາງ 12 ຄົນ,ພະນັກງານບໍລິຫານ 6 ຄົນ ມີ 4 ຫ້ອງຮຽນ,ມີນັກຮຽນ,ທັງໝົດ 138 ຄົນ,ຍິງ  43 ຄົນ,ສະເລ່ຍຜົນການສອບເສັງ 89,76 %

- ສົກຮຽນ 1984 – 1985 ຫາ ສົກຮຽນ 1989 – 1990 ໂດຍແມ່ນທ່ານ ອ.ຈ ຈັນເພັງ ສິດທິວົງ ເປັນຜູ້ອຳນວຍການໂຮງຮຽນ ເປັນໄລຍະເວລາ 6 ປີມີຄູ-ອາຈານ,ພະນັກງານທັງໝົດ 25 ຄົນ,ຍິງ 7 ຄົນ,ຊັ້ນມະຫາ 15 ຄົນ,ຊັ້ນສູງ 7 ຄົນ, ຊັ້ນກາງ 1 ຄົນ,ພະນັກງານບໍລິຫານ 2 ຄົນ.ມີ 9 ຫ້ອງຮຽນມີນັກຮຽນທັງໝົດ 324 ຄົນ, ຍິງ 98 ຄົນ, ສະເລ່ຍຜົນການສອບເສັງ 78,78 %

- ສົກຮຽນ 1990 – 1991 ໂດຍແມ່ນ ທ່ານ ອຈ  ຜາຍ ສະຫວັດດີເປັນຜູ້ອຳນວຍການໂຮງຮຽນເປັນໄລຍະເວລາ 1 ປີ,ມີ ຄູ-ອາຈານພະນັກງານທັງໝົດ25 ຄົນ,ຍິງ 6 ຄົນ, ຊັ້ນມະຫາ 12  ຄົນ,ຊັ້ນສູງ 8 ຄົນ,ຊັ້ນກາງ 2 ຄົນ,ມີ 10 ຫ້ອງຮຽນ,ມີນັກຮຽນທັງໝົດ 343 ຄົນ, ຍິງ 111 ຄົນ, ສະເລ່ຍຜົນການສອບເສັງ 83,56 %

- ສົກຮຽນ 1990 – 1992 ຫາສົກຮຽນ 1993 – 1994ໂດຍແມ່ນ ທ່ານ ອຈ  ສວຍ ທຸມມະລາດ,ເປັນຜູ້ອຳນວຍການໂຮງຮຽເປັນໄລຍະເວລາ 3 ປີ, ມີ ຄູ-ອາຈານພະນັກງານທັງໝົດ 33 ຄົນ, ຍິງ 9ຄົນ, ຊັ້ນມະຫາ 18 ຄົນ, ຊັ້ນສູງ10 ຄົນ, ຊັ້ນກາງ 2 ຄົນ, ພະນັກງານບໍລິຫານ 3  ຄົນ, ມີ 10 ຫ້ອງຮຽນ, ມີນັກຮຽນທັງໝົດ 387 ຄົນ, ຍິງ 104 ຄົນ, ສະເລ່ຍຜົນການສອບເສັງ 84,06 %

   - ສົກຮຽນ 1994 – 1995 ຫາສົກຮຽນ 1995 – 1996 ໂດຍແມ່ນ ທ່ານ ອຈ ສົມ ສີໄກສອນ ເປັນຜູ້ອຳນວຍການໂຮງຮຽນເປັນໄລຍະເວລາ 2 ປີ,ມີຄູ-ອາຈານພະນັກງານທັງໝົດ 32 ຄົນ, ຍິງ 9 ຄົນ, ຊັ້ນມະຫາ 20 ຄົນ, ຊັ້ນສູງ 8 ຄົນ, ຊັ້ນກາງ 2 ຄົນ, ພະນັກງານບໍລິຫານ 2 ຄົນ, ມີ 14 ຫ້ອງຮຽນ, ມີນັກຮຽນທັງໝົດ 564 ຄົນ, ຍິງ 143 ຄົນ, ສະເລ່ຍຜົນການສອບເສັງ 87,90 %

-ສົກຮຽນ 1996 – 1997 ໂດຍແມ່ນ ທ່ານ ອຈ ສວຍ ທຸມມະລາດເປັນຜູ້ອຳນວຍການໂຮງຮຽນ  ( ຮອບທີ່ II )  ຜູ້ກ່ຽວໄດ້ເສຍຊີວິດ

- ສົກຮຽນ 1997 – 1998 ໂດຍແມ່ນທ່ານ ອຈ ດາວວົງ ລິດທິພົງ ວ່າການຜູ້ອຳນວຍການໂຮງຮຽນ ເປັນເວລາ 3 ປີ,ມາຮອດ ສົກຮຽນ 2000 – 2020  ໄດ້ຖືກແຕ່ງຕັ້ງເປັນຜູ້ອຳນວຍການໂຮງຮຽນ ປີ 2021 ແມ່ນທ່ານ ອາຈານສົມໝາຍ ແສງຈັນ ເປັນອໍານວຍການໂຮງຮຽນ ມສ ປາກລາຍ ປະຈຸບັນ.

ລະບົບການຈັດຕັ້ງ

III.- ລະບົບກົງຈັກການຈັດຕັ້ງຂອງໂຮງຮຽນ:

  ອົງປະກອບບຸກຄະລາກອນໃນປະຈຸບັນ:

       ປະກອບມີຄະນະອຳນວຍການ 3 ທ່ານ,ຍິງ 0 ທ່ານ,ມີ 4 ໜ່ວຍງານແລະມີ 12 ຈຸງານ ແລະ ບັນດາອົງການຈັດຕັ້ງມະຫາຊົນ.

1.   ອ.ຈ ສົມໝາຍ ແສງຈັນ        ຜູ້ອຳນວຍການຮັບຜິດຊອບຊີ້ນຳລວມ.

2.  ອ.ຈ ຄໍາໝອນ ຫຼວງແກ້ວ          ຮອງອຳນວຍການຮັບຜິດຊອບວິຊາການ.

3.  ອ.ຈ ພົງປະເສີດ ສຸລິສັກ        ຮອງອຳນວຍການຮັບຜິດຊອບກິດຈະກຳນັກຮຽນ.

ຄະນະຮັບຜິດຊອບໜ່ວຍງານ

1.   ອ.ຈ ສຸກນິມິດ ທຸມມະລາດ   ຫົວໜ້າໜ່ວຍງານວິຊາການ

2.  ອ.ຈ .........................      ຫົວໜ້າໜ່ວຍງານບໍລິຫານ

3.  ອ.ຈ ຄຳຫຼວນ ກອງມະນີ      ຫົວໜ້າໜ່ວຍງານເຕັກໂນໂລຊີ-ຂໍ້ມູນຂ່າວສານ

4.  ອ.ຈ ....................       ຫົວໜ້າໜ່ວຍງານກິດຈະກຳນັກຮຽນ.

ຄະນະຮັບຜິດຊອບຈຸງານ:

1.   ອຈ ສຸກນິມິດ   ທຸມມະລາດ ຈຸງານ ຄະນິດສາດ-ຟີຊິກສາດ.

2.  ອຈ ທອງດ່ວນ  ໄຊອຸດົມ      ຈຸງານ ພາສາລາວ-ວັນນະຄະດີ-ພາສາ

3.  ອຈ ນາງ ວິລະວັນ ພູທອນ     ຈຸງານ ເຄມີສາດ-ຊີວະສາດ.

4.  ອຈ ນາງ ດາວອນ ສຸນາເຄນ   ຈຸງານ ພູມສາດ-ປະຫັວດສາດ-ສຶກສາພົນລະເມືອງ

5.  ອຈ ກອງຄຳ ພົງສະຫວັດ      ຈຸງານ ຫ້ອງທົດລອງ-ຫ້ອງສະມຸດ-ຫ້ອງອ່ານ.

6.  ນາງ ຈີນດາວັນ ພູວົງສີ         ຈຸງານ ເຕັກໂນ-ຄອມພີວເຕີ

7.  ອຈ ນາງ ປິ່ນແກ້ວ ແກ້ວສີລາ  ຈຸງານ ບໍລິຫານ-ການເງິນ

8.  ອຈ ນາງ ສົມສະໜິດ ວິໄລສັກ        ຈູງານ ຈັດຕັ້ງ-ອົງການມະຫາຊົນ

9.  ອຈ ສົມສີ ສີໄກສອນ          ຈຸງານ ປ້ອງກັນຕົນເອງ.

10.   ອຈ ບຸນເລີດ ພິລາຜົນ          ຈຸງານ ສະໂມສອນ

11.  ອຈ ສົງຄົມ ແພງສີເມືອງ      ຈຸງານ ຫໍພັກ-ສະຫວັດດີການ.

12.  ອຈ ບຸນລອດ ວິໄລພອນ       ຈຸງານ ທະບຽນນັກຮຽນ

ລະບົບການເມືອງ:

-     ພັກ:             ສະຫາຍ ສົມໝາຍ ແສງຈັນ              ເລຂາໜ່ວຍພັກ.

-     ຊາວໜຸ່ມ:          ສະຫາຍ ບຸນເລີດ ພິລາຜົນ             ເລຂາ ໜ່ວຍຊາວໜຸ່ມ

-     ກຳມະບານ:   ສະຫາຍ ກອງຄຳ ພົງສະຫວັດ             ປະທານໜ່ວຍກຳມະບານ

-     ແມ່ຍິງ:        ສະຫາຍ ນາງ ສຸດາວັນ ພູນສະຫວັດ       ປະທານໜ່ວຍແມ່ຍິງ.

ການເຄື່ອນໄຫວດຳເນີນວຽກງານແຕ່ລະດ້ານ:

      ຕະຫຼອດໄລຍະ30ກ່ວາປີມານີ້ຄະນະການນຳພາແຕ່ລະສະໄໝຈົນມາເຖິງປັດຈຸບັນໄດ້ຊຸມສະຕິປັນຍາຄວາມຮູ້,ຄວາມສາມາດ,ຫົວຄິດປະດິດສ້າງ,ແບບແຜນການນຳພາຄຸ້ມຄອງນັບທັງເຫື່ອແຮງກໍາ

ລັງວັງຊາບວກກັບກຳລັງທ່າແຮງບົ່ມຊ້ອນເຂົ້າໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ-ສິດໜ້າທີ່-ພັນທະປະກອບສ່ວນພັດທະນາວຽກງານການສຶກສາຢ່າງຮອບດ້ານຕາມ 3 ລັກສະນະແລະ 5ຫຼັກມູນຂອງການສຶກສາໃນຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າແລະສາມາດບັນລຸຜົນສຳເລັດອັນໃຫ່ຍຫຼວງໃນແຕ່ລະດ້ານດັ່ງນີ້:

1.- ດ້ານຄຸ້ມຄອງການເມືອງ-ແນວຄິດ:

 ເພີ້ມທະວີບົດບາດການນຳພາຂອງພັກ-ອຳນາດການປົກຄອງຂອງລັດດ້ວຍການສຶກສາອົບຮົມວຽກງານ ການເມືອງແນວຄິດເພື່ອຍົກສູງທາງດ້ານທິດສະດີການເມືອງ,ໂດຍສະເພາະການເຊື່ອມຊືມກຳແໜ້ນ ແນວທາງນະໂຍບາຍມະຕິ,ຄຳສັ່ງ,ຂໍ້ກຳນົດ,ລະບຽບການກົດໝາຍຕ່າງໆ.ມູນເຊື້ອຂອງພັກ,ມູນເຊື້ອຂອງຊາດ,ມູນເຊື້ອຂອງຜູ້ນຳແລະອື່ນໆເພື່ອສ້າງໃຫ້ພະນັກງານ,ລັດຖະກອນ,ຄູ-ອາຈານ ແລະ ບັນດາ ນັກຮຽນມີແນວຄິດຫຼັກໝັ້ນອຸ່ນອ່ຽນ,ທຸ່ນທ່ຽງເຊື່ອໜັ້ນຕໍ່ການນຳພາຂອງພັກ,ອຳນາດການປົກຄອງ,ມີອຸດົມການປະຕິວັດອັນໜັກແໜ້ນ,ມີຄວາມຈົ່ງຮັກພັກດີຕໍ່ພັກຕໍ່ຊາດ,ມີຄວາມສັດຊື່ບໍລິສຸດຂາວສະອາດ ແລະມີຄວາມສາມັກຄີຢ່າງແໜ້ນແຟ້ນ ແລະສ້າງເງື່ອນໄຂກາລະໂອກາດໃຫ້ໄດ້ຮັບຮູ້ຂໍ້ມູນຂ່າວສານທ່ວງ ທັນກັບສະພາບການ,ທາງດ້ານວິທະຍາສາດເຕັກໂນໂລຊີ,ພາສາຕ່າງປະເທດ ແລະວິຊາສະເພາະຢ່າງ ກ້ວາງຂວາງ,ມີສະຕິຕໍ່ການຈັດຕັ້ງມີລະບຽບວິໄນຢ່າງເຂັ້ມງວດ,ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ມອບໝາຍຢ່າງມີປະສິດທິພາບ.

2.- ດ້ານການຈັດຕັ້ງ:

  ມີຄະນະອຳນວຍການໂຮງຮຽນ 3 ທ່ານ,ຍິງ 0 ທ່ານ,ມີຄູ-ອາຈານທັງໝົດ 43 ຄົນ,ຍິງ 20 ຄົນ, ພະນັກງານສັງກັດລັດ 35 ຄົນ,ຍິງ 15 ຄົນ,ພະນັກງານວິຊາການ 39 ຄົນ,ຍິງ 19 ຄົນ,ພະນັກງານ ບໍລິຫານຫ້ອງ 4 ຄົນ, ຍິງ 1 ຄົນ,ອາສາສະໝັກ 8 ຄົນ,ຍິງ 5 ຄົນ,ຊັ້ນປະລິນຕີ 30 ຄົນ,ຍິງ 16 ຄົນ,ຊັ້ນສູງ 12 ຄົນ,ຍິງ 4 ຄົນ. ຊັ້ນຕົ້ນ 1 ຄົນ,ຍິງ 1 ຄົນ.

   ມີຫ້ອງຮຽນທັງໝົດ 17 ຫ້ອງ,ມີນັກຮຽນທັງໝົດ 694 ຄົນ.ຍິງ 384 ຄົນ.

-     ຂັ້ນ ມ.5 ມີ 6 ຫ້ອງຮຽນມີນັກຮຽນທັງໝົດ 214 ຄົນ,ຍິງ 104 ຄົນ.

-     ຂັ້ນ ມ.6 ມີ 6 ຫ້ອງຮຽນມີນັກຮຽນທັງໝົດ 257 ຄົນ,ຍິງ 141 ຄົນ

-     ຂັ້ນ ມ.7 ມີ 5 ຫ້ອງຮຽນມີນັກຮຽນທັງໝົດ 223 ຄົນ,ຍິງ 103 ຄົນ.

 3.- ດ້ານການສຶກສາ:

ການສຶກສາແມ່ນຂະບວນວິວັດແຫ່ງການຮຽນການສອນທາງດ້ານວິທະຍາສາດທຳມະຊາດ,ສັງຄົມແລະການຄົ້ນຄ້ວາທິດສະດີພຶດຕິກຳເພື່ອສ້າງຄົນໃຫ້ມີການຂະຫຍາຍຕົວຮອບດ້ານ,ມີຄຸນສົມບັດສິນທຳປະຕິວັດ,ມີຄວາມຮູ້ຄວາມສາມາດ,ມີວິຊາຊີບ,ມີສຸຂະພາບພະລານໄມ,ມີຄວາມສີວິໄລທາງດ້ານຈິດໃຈ,ມີສິ ລະປະ,ມີລະບຽບວິໄນ,ມີນ້ຳໃຈຮັກປະເທດຊາດຮັກລະບອບປະຊາທິປະໄຕປະຊາຊົນເພື່ອຕອບສະ ໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດປົກປັກຮັກສາແລະສ້າງສາປະເທດຊາດ.

 ການສຶກສາມີບົດບາດສຳຄັນແລະເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ,ໂດຍສະເພາະ ການຈັດຕັ້ງປະຕິບັດຜັນຂະຫຍາຍແຜນຍຸດທະສາດການປ່ຽນແປງໃໝ່ການສຶກສາຂອງພັກຢ່າງຮອບດ້ານຕາມ 3 ລັກສະນະແລະ 5ຫຼັກມູນຂອງການສຶກສາ.ຜ່ານການຈັດຕັ້ງປະຕິບັດໃນຊວງໄລຍະຜ່ານມາ ໄດ້ປະຕິບັດໂຄງການຫຼັກສູດ,ປັບປຸງການແຕ່ງບົດສອນ,ມີການນິເທດພາຍໃນແລະພາຍນອກ,ການປະຕິບັດຊົ່ວໂມງຂື້ນຫ້ອງສິດສອນ,ມີການກວດກາປະເມີນຜົນຜົນການສິດສອນຂອງຄູແລະການຮຽນຂອງ ນັກຮຽນເປັນປົກກະຕິ.ໄດ້ຍົກບົດຍາດການສອນການຮຽນໄດ້ມີທ່ວງທ່າກ້າວຂື້ນນັບທາງດ້ານປະລິມາດແລະຄຸນນະພາບເປັນລຳດັບນຳສົ່ງຄູອາຈານໄປຍົກລະດັບແລະບຳລຸງວິຊາສະເພາະແລະນັກຮຽນທີ່ສອບ ເສັງຈົບຊັ້ນມັດທະຍົມປາຍໄປຮຽນຕໍ່ວິຊາຊີບ,ທັງພາຍໃນແລະຕ່າງປະເທດຈຳນວນບໍ່ໜ້ອຍ,ເປັນຕົວ ແທນເຂົ້າຮ່ວມສອບເສັງນັກຮຽນເກ່ງລະດັບຂັ້ນແຂວງແລະສູນກາງຈຳນວນໜື່ງ.  

4.- ວຽກງານເຕັກໂນໂລຊີ:

ຊຶ່ງແມ່ນໜ່ວຍງານໜື່ງທີ່ໄດ້ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທາງດ້ານວິທະຍາສາດເຕັກນິກ, ເຊິ່ງຕິດພັນກັບວຽກງານວິຊາການແລະການບໍລິຫານວຽກງານຕ່າງໆເພື່ອໃຫ້ແທດເໝາະແລະສອດຄ່ອງກັບສະພາບການຕົວຈິງ,ເປັນຕົ້ນໄດ້ນຳໃຊ້ລະບົບຄອມພີວເຕີ,ນຳໃຊ້ເຄື່ອງໂປຼເຈັກເຕີ,ກ້ອງຖ່າຍ,ເຄື່ອງ ສຽງສົ່ງເສີມເຂົ້າໃນພິທີການຕ່າງໆ.ໄດ້ນຳໃຊ້ຫ້ອງທົດລອງເຄມີ-ຊີວະສາດ-ຟີຊິກສາດຕະຫຼອດນຳໃຊ້ຫ້ອງຄອມພີວເຕີໃນການສິດສອນ-ສົ່ງຄວາມຮູ້ພື້ນຖານວິທະຍາສາດເຕັກນິກໃຫ້ແກ່ນ້ອງນັກຮຽນໄດ້ນຳພາຄຸ້ມຄອງນັກຮຽນພາຍໃນຫໍພັກ ຊາຍ-ຍິງແລະການຈັດສັນການຂື້ນທະບຽນບັນຊີອຸປະກອນເຄື່ອງໃຊ້ຕ່າງໆ,ອຸປະກອນສື່ສານການສອນ-ການຮຽນອຸປະກອນຕູ້,ໂຕະ,ຕັ່ງ,ກະດານ,ຫ້ອງຮຽນແລະອາຄານເປັນຕົ້ນ. 

5.- ດ້ານການຄຸ້ມຄອງບໍລິຫານ:

   ວຽກງານຄຸ້ມຄອງບໍລິຫານເປັນວຽກງານໜື່ງທີ່ເປັນເສນາທິການໃຫ້ແກ່ຄະນະອຳນວຍການໂຮງຮຽນເປັນເຈົ້າການໃນການຄຸ້ມຄອງວຽກງານດ້ານຕ່າງໆໂດຍສະເພາະການຄຸ້ມຄອງພະນັກງານລັດຖະກອນ, ຄູອາຈານແລະບັນດານັກຮຽນ,ນັບທັງການຄຸ້ມຄອງອາຄານສະຖານທີ່,ອຸປະກອນເຄື່ອງໃຊ້ຕະຫຼອດເຖິງອຸປະກອນການຮຽນ-ການສອນຄຸ້ມຄອງບັນດາມະຕິເອກະສານຕ່າງໆຄຸ້ມຄອງລາຍຮັບລາຍຈ່າຍຈາກງົບ ປະມານແຫ່ງລັດແລະງົບປະມານຮັບ-ຈ່າຍຂອງໂຮງຮຽນແລະສັງຄົມ,ກະຕຸກຊູກຍູ້-ກວດກາຕິດຕາມ ວຽກງານດ້ານຕ່າງໆເພື່ອຮັບສະຫຼຸບສັງລວມແລະຖອດຖອນບົດຮຽນເພື່ອລາຍງານສ່ອງແສງໃຫ້ການ ຈັດຕັ້ງທາງສາຍຕັ້ງແລະສາຍຂວາງເປັນປົກກະຕິ. 

6.- ວຽກງານອາຄານສະຖານທີ່:

  ເປັນວຽກໜື່ງທີ່ໄດ້ຮັບການພັດທະນາຂື້ນຢ່າງຕໍ່ເນື່ອງຈາກພື້ນຖານການກໍ່ຕັ້ງໂຮງຮຽນແຫ່ງນີ້ໃນເບື້ອງ ຕົ້ນຍັງມີລັກສະນະແບບປະຖົມປະຖານ ( ໄມ້ມ໊ອກປອກລື້ມ ) ມາເຖິງສົກຮຽນ 1985 – 1986 ໄດ້ສ້າງຕັ້ງຫ້ອງຮຽນເຄິ່ງຖາວອນ 1 ຫຼັງ.ປີ 1990 – 1991 ສ້າງຫ້ອງຮຽນເຄິ່ງຖາວອນ 1 ຫຼັງ,ປີ 1995 – 1996 ສ້າງຫ້ອງຄູ 1 ຫຼັງ.ປີ 1999 – 2000 ສ້າງຫ້ອງຮຽນ 1 ຫຼັງ,ໃນປີ 2003-2004 ໄດ້ສ້າງອາ ຄານຕຶກ 2 ຊັ້ນ ມາດຕະຖານ 1 ຫຼັງ,ມີ 12 ຫ້ອງຮຽນ,ໂດຍໄດ້ທຶນສະໜັບສະໜູນຈາກລັດຖະບານ ສປປ ລາວ ຍາດແຍ່ງຂໍທຶນສະໜັບສະໜູນຈາກໂຄງການ ຢູນີເຊບສ້າງຫ້ອງສະໝຸດແລະທຶນສະໜັບ ສະໜູນຈາກໂຄງການມູນນິທິເກື້ອຝັນເດັກສ້າງຫໍພັກຊາຍ-ຍິງຈຳນວນ 2ຫຼັງ,ໄດ້ປົວແປງອາຄານຮຽນ ບ່ອນທີ່ຊຸດໂຊມ,ສະຖານທີ່ເດີ່ນບໍລິເວນໂຮງຮຽນ,ສ້ອມແປງເດີ່ນກິລາ,ຫ້ອງນ້ຳກໍາແພງໂຮງຮຽນ, ຫ້ອງປະຊຸມໃຫ່ຍ,ຕິດຕັ້ງພັດລົມ,ໄຟຟ້າແລະນ້ຳປະປາບໍລິເວນອາຄານທັງໝົດໄດ້ສຳເລັດ.           

7.- ວຽກງານກິດຈະກໍານັກຮຽນ

ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານໃນໂຮງຮຽນມັດທະຍົມສຶກສາໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ທັງມີຄຸນນະພາບ ແລະ ເປັນລະບົບຕາມ 3 ລັກສະນະ, 5ຫຼັກມູນການສຶກສາ ແລະຂໍ້ແຂ່ງຂັນ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ. ເພື່ອສ້າງເປັນຕົວແບບດ້ານພະລະສຶກສາ ແລະ ສີລະປະສຶກສາ ໄດ້ຮັບການສຶກສາຄົ້ນຄວ້າຮໍ່າຮຽນຄົບຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາວາງອອກ. ພ້ອມທັງມີການເຄື່ອນໄຫວກິດຈະກໍາເສີມຫຼັກສູດດ້ານຕ່າງໆ ເພື່ອສ້າງໃຫ້ນັກຮຽນ ໄດ້ມີຄວາມຮູ້, ຄວາມສາມາດ, ມີສີໄມ້ລາຍມື, ມີເຕັກນິກພອນສະຫວັນ,ມີພາລະກໍາລັງດ້ານສຸຂະ ພາບແຂງແຮງດີ ແລະ ເພື່ອເປັນການເສີມສ້າງທັກສະຂອງນັກຮຽນໄດ້ເຂົ້າສູ່ການແຂ່ງຂັນວຽກ ງານກິດຈະກໍາດ້ານຕ່າງໆ ໃນລະດັບຂັ້ນເມືອງ-ຂັ້ນແຂວງ ແລະ ລະດັບຊາດ, ນອກຈາກນີ້ເພື່ອເປັນ ການປຸກລະດົມສຶກສາອົບຮົມໃຫ້ເຂົາເຈົ້າໄດ້ຮ່າງໄກຈາກຢາເສບຕິດເທື່ອລະກ້າວ.

8.- ວຽກງານປ້ອງກັນ

ມີຄະນະປ້ອງກັນ 3 ສະຫາຍ. ມີສະມາຊິກປ້ອງກັນ 40 ນ້ອງ.ເປັນເຈົ້າການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ການປ້ອງກັນເວນຍາມເປັນປົກ ກະຕິ ໄດ້ເອົາໃຈໃສ່ກວດກາຕິດຕາມສະພາບຕໍ່ບຸກຄົນ, ຮຸ່ນຄົນທີ່ມີພຶດຕິກໍາການເຄື່ອນໄຫວບໍ່ຖືກຕ້ອງ ທີ່ລ່ວງລະເມີດຕໍ່ລະບຽບ-ກົດໝາຍ. ເປັນເຈົ້າການສຶກສາອົບຮົມຕໍ່ກຸ່ມເປົ້າໝາຍ, ເລີກຮື້ແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມຢ່າງທັນການ. ໂດຍສະເພາະ ປ.ກ.ສ. ກຸ່ມບ້ານ ຢ່າງເປັນເຈົ້າການ. ເຂົ້າຮ່ວມຮຽນ ການເມືອງ-ການທະຫານໃຫ້ແກ່ນັກຮຽນ ຂັ້ນ ມ.7 ຮັກສາໄດ້ຄວາມສະຫງົບສຸກ ແລະຄວາມປອດໄພ ໂດຍພື້ນຖານ.

9.- ວຽກງານພະລະສຶກສາ

ມີຄະນະຮັບຜິດຊອບ 2 ສະຫາຍ, ມີນັກກິລາທັງໝົດ 78 ນ້ອງ, ຍິງ 25 ນ້ອງ. ມີປະເພດກິລາທັງຊາຍ-ຍິງ 7 ທິມ.ຕັ້ງໜ້ານໍາພາເຝິກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນກິລາມັດທະຍົມປາຍ, ກິລາປະຈໍາລະດູ ການ-ກິລາປະຈໍາປີຂອງໂຮງຮຽນ ແລະ ກິລາມິດຕະພາບຕ່າງໆ, ສາມາດປະສົບຜົນສໍາເລັດ ຄອງຊະນະ ເລີດໄດ້ຫຼາຍລາຍການ, ໄດ້ເປັນຕົວແທນຕາງໜ້າຂອງເມືອງໄປຮ່ວມແຂ່ງຂັນທາງພາຍໃນ ແລະ ປະເທດໃກ້ຄຽງຈໍານວນໜຶ່ງ.

10.- ວຽກງານສີລະປະສຶກສາ

ມີຄະນະຮັບຜິດຊອບ 2 ສະຫາຍ, ຍິງ 1 ສະຫາຍ, ມີນັກສິລະປີນ 35 ນ້ອງ, ຍິງ 20 ນ້ອງ.ໄດ້ນໍາພາເຝິກຊ້ອມບົດຟ້ອນ, ບົດຮ້ອງ ເພື່ອເຂົ້າຮ່ວມງານປະກວດສີລະປະວັນນະຄະດີຂັ້ນ ໂຮງຮຽນ ແລະ ສະແດງຮັບໃຊ້ງານບຸນສໍາຄັນຂອງຊາດ. ງານລ້ຽງສໍາຄັນຕ່າງໆຂອງລັດ ແລະ ໄດ້ຮັບຄັດເລືອກຕາງໜ້າຂອງເມືອງໄປຮ່ວມພິທີການຕ່າງໆ.

11.- ວຽກງານຂ່າວສານ

ເປັນເຈົ້າການໂຄສະນາສຶກສາອົບຮົມໃຫ້ນັກຮຽນໄດ້ມີໂອກາດຕິດຕາມສະພາບການເຄື່ອນໄຫວຢູ່ພາຍໃນ ແລະ ພາຍນອກໄດ້ຮັບຮູ້ ການສື່ສານມວນຊົນຈາກການຟັງຂ່າວທາງໂທລະພາບ,ວິທະຍຸ ກະຈາຍສຽງທາງຫໍຂ່າວ ແລະ ອື່ນໆ ທີ່ຈໍາເປັນ.

12.- ວຽກງານອະນາໄມ-ແຮງງານ

ນໍາພາສ້າງຂະບວນປະຈໍາແຕ່ລະອາທິດເປັນຕົ້ນການອະນາໄມອອກແຮງງານຕາມສະຖານທີ່ ອາຄານຮຽນຫ້ອງຮຽນແລະສວນສາທາລະນະ,ເປັນເຈົ້າການປົກປັກຮັກສາສະພາບແວດລ້ອມໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ ແລະມີຄວາມສະອາດສວຍງານ ເປັນຕົ້ນ ປົກປັກຮັກສາຕົ້ນໄມ້ໃຫ້ຮົ່ມ, ຕົ້ນໄມ້ ກິນໝາກ, ຕົ້ນໄມ້ປະດັບ ແລະ ສ້າງສວນດອກໄມ້ຕາມສະຖານທີ່ອາຄານຮຽນ ແລະມີການປະ ດັບ ຫ້ອງຮຽນ,ຫ້ອງປະຈໍາການຄູ-ອາຈານ ສະໂມສອນ ແລະ ຕາມສະຖານທີ່ຕ່າງໆ.

13.- ວຽກງານພົວພັນຊຸມຊົນ

ປະສານພົວພັນຄະນະສະມາຄົມພໍ່ແມ່ນັກຮຽນແລະຂໍທິດຊີ້ນໍາຈາກຄະນະພັກຂັ້ນເທິງເພື່ອມາ ຈັດຕັ້ງວາງແຜນການເຄື່ອນໄຫວ ເປັນຕົ້ນ ການປຸກລະດົມອໍານາດການປົກຄອງຂັ້ນຕ່າງໆ, ພໍ່-ແມ່ຜູ້ປົກ ຄອງນັກຮຽນໃນການ ສຶກສາອົບຮົມລະດົມນ້ອງນຸ່ງ, ລູກຫຼານນັກຮຽນ ໄດ້ເຂົ້າຮໍ່າຮຽນຕາມແຜນຍຸດ ທະສາດການສຶກສາຂອງພັກ ກໍຄືກົດໝາຍການສຶກສາ(ສະບັບປັບປຸງ)

ນອກຈາກນີ້ຍັງໄດ້ຍາດແຍ່ງທຶນຮອນ ເພື່ອມາພັດທະນາວຽກງານການສຶກສາ. ໂດຍສະເພາະຈາກການນໍາ ຂອງເມືອງ,ໂຄງການຕ່າງໆ, ບໍລິສັດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ຜູ້ປົກຄອງພໍ່-ແມ່ນັກຮຽນ ແລະ ອາດີດ ນັກຮຽນ ເປັນວັດຖຸ ແລະ ເງິນສົດຫຼາຍສິບລ້ານກີບ.

14.- ວຽກງານອົງການຈັດຕັ້ງມະຫາຊົນ

ບັນດາອົງການຈັດຕັ້ງມະຫາຊົນແມ່ນອົງການຈັດຕັ້ງໜຶ່ງໃນລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນລາວ ເຊິ່ງເປັນຕົວແທນໃຫ້ພາກສ່ວນຕ່າງໆໃນການຈັດຕັ້ງປະຕິບັດພາລະບົດບາດ ສິດ-ໜ້າທີ່-ພັນທະ ແລະ ນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ບັນດານິຕິກໍາຕ່າງໆ ເປັນຕົ້ນ ມະຕິຄໍາສັ່ງ,ລະບຽບການ, ກົດໝາຍ, ມູນເຊື້ອຂອງຊາດ, ມູນເຊື້ອຂອງພັກ, ມູນເຊື້ອຂອງຜູ້ນໍາ, ມູນເຊື້ອຂອງກອງທັບ ແລະ ວັນສໍາຄັນຕ່າງໆ ນອກຈາກນີ້ຍັງໄດ້ນໍາເອົາກົດລະບຽບຂອງອົງການ ມະຫາຊົນມາຈັດຕັ້ງເຊື່ອມຊຶມເຜີຍແຜ່ໃຫ້ແກ່ສະມາຊິກຂອງຕົນ.ນໍາພາເຄື່ອນໄຫວສ້າງຂະບວນການ ດ້ານຕ່າງໆຢ່າງເປັນຂະບວນຟົດຟື້ນ. ນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງຕົນເປັນແຕ່ລະໄລຍະສາມາດ ຮັບຮອງ ເປັນອົງການຈັດຕັ້ງມະຫາຊົນແບບຢ່າງ ແລະ ນໍາພາເຕົ້າໂຮມຄວາມສາມັກຄີຢ່າງແໜ້ນແກ່ນ.

15.- ສະຫະພັນກໍາມະບານ

ປະກອບມີຄະນະໜ່ວຍ 3 ສະຫາຍ, ຍິງ 1 ສະຫາຍ. ມີສະມາຊິກທັງໝົດ 42 ສະຫາຍ, ຍິງ 19 ສະຫາຍ.ເປັນອົງການໃນການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນຊາວນາ. ໂດຍສະເພາະການປົກປ້ອງສິດຜົນປະໂຫຍດຂອງພະນັກງານລັດຖະກອນ.ເຊື່ອມຊຶມກົດລະບຽບຂອງກໍາມະກອນໃຫ້ແກ່ ສະມາຊິກແລະບັນດານິຕິກໍາຕ່າງໆ. ຮູ້ທັນເອົາແນວທາງຂອງພັກມາຈັດຕັ້ງ ຜັນຂະຫຍາຍ ໂດຍສະເພາະການ ປະຕິບັດຄໍາຂວັນ 2 ດີ 5 ເປັນເຈົ້າ, ນໍາພາເຕົ້າໂຮມຄວາມສາມັກຄີ,ມີຄວາມຮັບ ຜິດຊອບຕໍ່ໜ້າທີ່ວຽກງານ ວິຊາສະເພາະ ມີການ ດໍາລົງຊີວິດປອດໃສຂາວສະອາດ ແລະ ວຽກງານທີ່ ມອບໝາຍ,ໄດ້ຮັບການຢັ້ງຢືນປະກາດເປັນ ໜ່ວຍກໍາມະບານຮາກຖານ 2 ດີ 5 ເປັນເຈົ້າ, ຄັ້ງວັນທີ່ 29 ພຶດສະພາ 2015.

16.- ຊາວໜຸ່ມ

ປະກອບມີຄະນະຊາວໜຸ່ມ 3 ສະຫາຍ, ຍິງ 1 ສະຫາຍ. ມີສະມາຊິກທັງໝົດ 421 ສະຫາຍ, ຍິງ 242 ສະຫາຍ. ໃນນັ້ນເປັນພະນັກງານຄູ-ອາຈານ 30 ສະຫາຍ, ຍິງ 13 ສະຫາຍ.ອົງການຈັດຕັ້ງຊາວໜຸ່ມເຊິ່ງເປັນກໍາລັງແຮງໃຫ້ແກ່ພັກເປັນເຈົ້າການນໍາເອົາແນວທາງນະໂຍ ບາຍແລະນິຕິກໍາຕ່າງໆມາຈັດຕັ້ງຜັນຂະຫຍາຍໂດຍສະເພາະມະຕິກອງປະຊຸມໃຫຍ່ຂອງຊາວໜຸ່ມ ປະຊາຊົນປະຕິວັດລາວຂັ້ນສູນກາງ,ຂັ້ນແຂວງ,ຂັ້ນເມືອງແລະມະຕິກອງປະຊຸມໃຫຍ່ຂອງໜ່ວຍ ຮາກຖານ ຂອງຕົນນໍາພາສ້າງຂະບວນການດ້ານຕ່າງໆ,ເສີມສ້າງພາລະບົດບາດອິດທິພົນການຈັດຕັ້ງ ຂອງຕົນໃຫ້ມີ ຄວາມຍືນຍົງເຂັ້ມແຂງ ແລະໜັກແໜ້ນ. ເອົາໃຈໃສ່ໃນການສຶກສາອົບຮົມໄວໜຸ່ມ, ຊາວໜຸ່ມໃຫ້ມີສະຕິຕໍ່ການຈັດຕັ້ງ,ນັບຖືລະບຽບວິໄນ,ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຊາວໜຸ່ມແບບຢ່າງທີ່ດີ,ກາຍເປັນໜໍ່ແໜງຜູ້ສືບທອດພາລະກິດຂອງການປະຕິວັດ ໃນການປົກປັກ ຮັກສາ ແລະ ພັດທະນາໃຫ້ ຈະເລີນຮຸ່ງເຮືອງ,ໄດ້ຮັບການປະກາດເປັນໜ່ວຍຊາວໜຸ່ມ 4 ບຸກ.

17.- ສະຫະພັນແມ່ຍິງ

ປະກອບມີຄະນະໜ່ວຍ 3 ສະຫາຍ. ມີສະມາຊິກທັງໝົດ 347 ສະຫາຍ. ໃນນັ້ນເປັນພະນັກງານຄູ-ອາຈານ 19 ສະຫາຍ. ອົງການຈັດຕັ້ງສະຫະພັນແມ່ຍິງ ເປັນອົງການຈັດຕັ້ງ ໜຶ່ງທີ່ມີພາລະບົດບາດເທົ່າທຽມກັບອົງການຈັດຕັ້ງອື່ນໆ.ມີໜ້າທີ່ປົກປ້ອງສິດຜົນປະໂຫຍດຂອງເອື້ອຍນ້ອງແມ່ຍິງ.ມີໜ້າທີ່ນໍາພາຈັດຕັ້ງມະຕິແນວທາງນະໂຍບາຍຂອງພັກ.ມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆ, ເສີມຂະຫຍາຍພາລະບົດບາດຂອງເອື້ອຍນ້ອງແມ່ຍິງເທົ່າທຽມກັບເພດຊາຍ,ນໍາພາສ້າງຂະບວນການ ດ້ານຕ່າງໆ.ເອົາໃຈໃສ່ສຶກສາອົບຮົມສະມາຊິກແລະມະຫາຊົນໃຫ້ກາຍເປັນເອື້ອຍນ້ອງແມ່ຍິງທີ່ດີຂອງສັງຄົມ.ຕັ້ງໜ້າດໍາເນີນຊີວິດການເມືອງແນວຄິດໃນການສໍາຫຼວດກວດກາໃຫ້ເປັນປົກກະຕິ.ໄດ້ຮັບການປະກາດໜ່ວຍສະຫະພັນແມ່ຍິງ 3 ດີ. ໃນຄັ້ງວັນທີ່ 8 ມີນາ 2016 ຢ່າງເປັນທາງການ.

ແກ້ໄຂແລະດັດແກ້ ເມື່ອ ວັນຈັນ ເດືອນ ກຸມພາ ປີ 2021

ເວລາ 14:00 ນາທີ ໂດຍ: ທ້າວນິພົນ ຈັນທະວົງ