ປະຫວັດຄວາມເປັນມາຂອງພາສາ PHP ດັດແກ້

  • PHP ເລີ່ມສ້າງຂຶ້ນໃນກາງປີ 1994 ຜູ້ພັດທະນາແມ່ນ Rasmus Lerdorf
  • PHP ຫຍໍ້ມາຈາກ Professional Home Page
  • Version ທຳອິດເປັນທີ່ຮູ້ຈັກກັນໃນຊື່ Personal Homepage Tools ໃນປີ 1994

ລະບົບປະຕິບັດການ CentOS ແມ່ນຫຍັງ? ດັດແກ້

CentOS ແມ່ນຫຍໍ້ມາຈາກ (Community enterprise Operating System) ເຊີ່ງເປັນລະບົບປະຕິບັດການລະບົບໜື່ງທີ່ນອນຢູ່ຕະກຸນລະບົບປະຕິບັດການ Linux, ເຊີ່ງ CentOS ແມ່ນໄດ້ຖຶກພັດທະນາມາຈາກຕົ້ນສະບັບຂອງລະບົບປະຕິບັດການ Linux ໂດຍທີ່ CentOS ໄດ້ນຳເອົາຊອ໌ດສະໂຄ້ດ (Source Code)  ຂອງ Linux ມາກໍ່ການຄອມໄພ໌ໃໝ່,  ເຊີ່ງໄດ້ມີການພັດທະນາເປັນຊອັບແວຼ໌ໂອເພັນຊອ໌ດ ( Open source Software)  ຄື ຊອັບແວຼ໌ທີ່ເປີດເຜີຍຫລັກການ ຫລື ແຫລ່ງທີ່ມາຂອງເທັກໂນໂລຍີຂອງຊອັບແວຼ໌ນັ້ນໆ  ໃຫ້ບຸກຄົນພາຍນອກໄດ້ໃຊ້   ພາຍໃຕ້ເງື່ອນໄຂບາງປະການທີ່ເປີດໂອກາດໃຫ້ຜູ້ໃຊ້ກໍ່ການແກ້ໄຂ, ດັດແປງ ແລະ ເຜີຍແຜ່ຊອ໌ດໂຄ້ດໄດ້  ພາຍໃຕ້ເງື່ອນໄຂຂໍ້ຕົກລົງທີ່ຖືກຕ້ອງຕາມກົດໝາຍ ຫຼື ລິຂະສິດແບບ  GNU  (General  Public  License)ໃນປະຈຸບັນ CentOS Linux  ກໍ່ຖືກນໍາມາໃຊ້ໃນການເຮັດວຽກ Web Hosting  ກັນຢ່າງກວ້າງຂວາງເນື່ອງຈາກເປັນລະບົບປະຕິບັດການທີ່ມີຕົ້ນແບບມາຈາກ Linux ທີ່ມີຄວາມແຂງແກ່ງສູງ.

ຄວາມສຳຄັນຂອງລະບົບປະຕິບັດການ CentOS ດັດແກ້

CentOS  ກໍ່ແມ່ນໂປຼແກຼມໜື່ງທີ່ຢູ່ກຸ່ມຊອັບແວຼ໌ລະບົບ (System  Software)  ເຊີ່ງເປັນໂປຼແກຼມຊອັບແວຼ໌ປະເພດລະບົບປະຕິບັດການ OS   (Operating System) ເຊີ່ງເປັນໂປຼແກຼມທີ່ມີຄວາມສຳຄັນຕໍ່ການທຳງານຂອງຄອມພິວເຕີຫຼາຍ  ເພາະວ່າໂປຼແກຼມປະເພດອື່ນໆ ພາຍໃນເຄື່ອງຄອມພິວເຕີຈະສາມາດທຳງານໃນຄອມພິວເຕີໄດ້ກໍ່ຕ້ອງຂື້ນຢູ່ກັບການຄວບຄຸມ  ແລະ  ການຈັດການຂອງລະບົບປະຕິບັດການ  OS  ເພາະສະນັ້ນລະບົບປະຕິບັດການ  OS  ຈື່ງປຽບສະເໝືອນວ່າເປັນຜູ້ບໍລິຫານຈັດການລະບົບຕ່າງໆ  ພາຍໃນເຄື່ອຄອມພິວເຕີ  ຖ້າຫາກວ່າບໍ່ມີໂປຼແກຼມລະບົບປະຕິບັດການ OS ລະບົບຄອມພິວເຕີກໍ່ບໍ່ສາມາດທຳງານຕໍ່ໄປໄດ້  ເພາະວ່າການທີ່ຄອມພິວເຕີຈະສາມາດທຳງານໄດ້ນັ້ນແມ່ນຕ້ອງໄດ້ອາໃສລະບົບປະຕິບັດການ   OS  ມາຊ່ວຍເປັນສື່ຕົວກາງລະຫວ່າງອຸປະກອນຮຼາດແວຼ໌ (Hardware) ຊອັບແວຼ໌ (Software) ແລະ ຜູ້ໃຊ້ງານ (User)  ລະບົບຂອງຄອມພິວເຕີຈື່ງສາມາດທຳງານໄດ້.

ປະຫວັດຄວາມເປັນມາຂອງລະບົບປະຕິບັດການ CentOS ດັດແກ້

CentOS ແມ່ນມີເຄົ້າກຳເນີດມາຈາກລະບົບປຕິບັດການ Linux  ໂດຍທີມງານຜູ້ຊ່ຽວຊານ Enterprise Linux ເຈົ້າໜຶ່ງໃນອະເໝລິກາເໜືອໄດ້ພັດທະນາລະບົບປະຕິບັດການ CentOS ຂື້ນມາ ເຊີ່ງປະກອບດ້ວຍຜູ້ຊ່ຽວຊານ ແລະ ຄວາມສະໜັບສະໜູນຈາກຊຸມຊົນຕ່າງໆ ຫລາຍດ້ານເຊັ່ນ: ຜູ້ດູແລລະບົບ, ຜູ້ດູແລເຄືອຄ່າຍ, ຜູ້ຊົມໃຊ້ລະບົບໃນອົງກອນຕ່າງໆ, ຜູ້ຈັດການ ແລະ  ຜູ້ຊຽວຊານກຽ່ວກັບ Linux ໂດຍທີມງານໄດ້ມີການນໍາເອົາຊອ໌ດສະໂຄ້ດ (Source Code) ຂອງ Linux ມາກເຮັດການຄອມໄພ໌ໃໝ່, ເຊີ່ງໄດ້ມີການພັດທະນາເປັນຊອັບແວຼ໌ໂອເພັນຊອ໌ດ ( Open source Software) ຄື: ຊອັບແວຼ໌ທີ່ເປີດເຜີຍຫລັກການ ຫລື ແຫລ່ງທີ່ມາຂອງເທັກໂນໂລຍີຂອງຊອັບແວຼ໌ນັ້ນ  ໃຫ້ບຸກຄົນພາຍນອກໄດ້ໃຊ້ ພາຍໃຕ້ເງື່ອນໄຂບາງປະການທີ່ເປີດໂອກາດໃຫ້ຜູ້ໃຊ້ກໍ່ການແກ້ໄຂ  ດັດແປງ ແລະ ເຜີຍແຜ່ຊອ໌ດໂຄ້ດໄດ້  ພາຍໃຕ້ເງື່ອນໄຂຂໍ້ຕົກລົງທີ່ຖືກຕ້ອງຕາມກົດໝາຍ ໂດຍທາງທີມງານໄດ້ພັດທະນາລະບົບປະຕິບັດການ  CentOS ໃຫ້ເປັນລະບົບປະຕິບັດການທີ່ສາມາດໃຊ້ງານໄດ້ໃນລະດັບອົງກອນໃຫຍ່ໆ ແລະ ມີຈຸດເນັ້ນໜັກໃນເລື່ອງຂອງຄວາມໝັ້ນຄົງຂອງລະບົບ CentOS  ແຕກຕ່າງຈາກ Linux  ຕົວອື່ນໆ ກໍ່ຄືມັກຈະມີການປຽ່ນແປງລັກສະນະໜ້າຕາໃໝ່ລົງໄປເລື້ອຍໆ ດັ່ງນັ້ນການທີ່  CentOS  ມີຈຸດເນັ້ນໜັກໃນເລື່ອງຂອງຄວາມໜັ້ນຄົງຂອງລະບົບຈຶ່ງເຮັດໃຫ້ຜູ້ໃຊ້ງານມຸ້ງຄວາມສົນໃຈຢາກຫັນມາໃຊ້ງານລະບົບປະຕິບັດການ  CentOS  ໂດຍຫລຸດຜ່ອນຄວາມກັງວົນໃນສ່ວນຂອງລະບົບປະຕິບັດການ (Operation System) ລົງໄປ ແລະ ກໍ່ເປັນທີ່ນິຍົມໃຊ້ກັນຢ່າງແຜ່ຫລາຍໃນອົງກອນຕ່າງໆ ໃນປະຈຸບັນ.

ຄຸນປະໂຫຍດຂອງລະບົບປະຕິບັດການ CentOS ມີດັ່ງນີ້. ດັດແກ້

ຄຸນປະໂຫຍດຂອງລະບົບປະຕິບັດການ CentOS ມີດັ່ງນີ້.

ເປັນໂປຼແກຼມຄວບຄຸມການເຮັດວຽກງານ ຫຼື ຄວບຄຸມການລັນ (Run) ຂອງໂປຼແກຼມປະຍຸກຕ໌ເຊີ່ງເຮັດຫນ້າທີ່ເປັນສື່ກາງລະຫວ່າງໂປຼແກຼມປະຍຸກຕ໌ກັບອຸປະກອນຮຼາດແວຼ໌ (Hardware)  ແລະ ຜູ້ໃຊ້ງານ (User)    ພ້ອມທັງມີໜ້າທີ່ຄວບຄຸມການທຳງານຂອງເຄື່ອງຄອມພິວເຕີ  ແລະ  ອຸປະກອນຕ່າງໆ ພາຍໃນເຄື່ອງຄອມພິວເຕີເພື່ອໃຫ້ຜູ້ໃຊ້ງານສາມາດປະຕິບັດໜ້າທີ່ວຽກງານໄດ້ພາຍໃນເຄື່ອງ

ຄອມພິວເຕີຢ່າງສອດຄ່ອງກັນ

ນອກຈາກນັ້ນກໍ່ຍັງອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ງານ  (User)  ໄດ້ໃຊ້ງານເຄື່ອງຄອມພິວເຕີງ່າຍຂື້ນພ້ອມທັງສະດວກວ່ອງໄວຕໍ່ການເຮັດວຽກງານໃນລະດັບອົງກອນ  ແລະ  ລະດັບຜູ້ໃຊ້

ງານທົວໆ ໄປ ແລະ ຊ່ວຍໃຫ້ຜູ້ໃຊ້ງານໃຊ້ເຄື່ອງຄອມພິວເຕີໄດ້ຢ່າງມີປະສິດທິພາບ ແລະ ການຈັດການກຽ່ວກັບຊັບຍາກອນຂອງລະບົບກໍ່ມີປະສິດທິພາບສູງ ແລະ  ຊ່ວຍໃຫ້ຜູ້ໃຊ້ງານມີຄວາມໜັ້ນໃຈ

ໃນການຊົມໃຊ້ລະບົບປະຕິບັດການ CentOS ເພາະວ່າເປັນລະບົບປະຕິບັດການທີມີສະພາວະການເຮັດວຽກທີ່ໝັ້ນຄົງພາຍໃນລະບົບ (Stable System)  

ຄຸນນະສົມບັດຂອງລະບົບປະຕິບັດການ CentOS ດັດແກ້

ຄຸນນະສົມບັດຂອງລະບົບປະຕິບັດການ CentOS

   ລະບົບປະຕິບັດການ CentOS ແມ່ນມີຄຸນປະໂຫຍດ ແລະ ຄຸນນະສົມບັດດັ່ງນີ້.

  •    ມີ (Multi-tasking) ຄື: ສາມາດເຮັດວຽກຫລາຍໆ ຢ່າງພ້ອມກັນໄດ້ໃນເວລາດຽວກັນ ເຮັດໃຫ້ບໍ່ຕ້ອງເສຍເວລາໃນການລໍຄອຍ,  ໂດຍແບ່ງການເຮັດວຽກງານອອກເປັນຕໍ່ໜ້າ (Foreground)

ແລະ ລັບຫລັງ (Background) ມີ (Multi-user) ຄື: ສາມາດຮອງຮັບຜູ້ໃຊ້ໄດ້ຫລາຍກວ່າ 1 ຄົນໃນເວລາດຽວກັນ ຫຼື ເວົ້າງ່າຍໆ ກໍ່ຄືໃຊ້ງານໄດ້ຫລາຍຄົນພ້ອມກັນນັ້ນເອງເປັນລະບົບປະຕິບັດການທີມີ

ທັງສອງທາງເລືອກໃຫ້ໃຊ້ງານຄື: ລະບົບ 32 ບິດ (Bit) ແລະ ລະບົບ 64 ບິດ (Bit)

  • ເປັນລະບົບປະຕິບັດການແບບຫລາຍງານ ແລະ ຫຼາຍຜູ້ໃຊ້ (Multitasking & Multiuser) ທີ່ສົມບູນແບບເຮັດໃຫ້ສາມາດມີຜູ້ໃຊ້ງານພ້ອມໆ   ກັນໄດ້ຫລາຍໆ ຄົນ ແລະ ແຕ່ລະຄົນກໍ່ສາມາດລັນໂປຼແກຼມໄດ້ຫລາຍໆ ໂປແກມພ້ອມໆ ກັນ
  • ສະໜັບສະໜູນການສະຫລັບພື້ນທີ່ (Swap Space) ຫລາຍເຖິງ 2 GB ເຮັດໃຫ້ມີໜ່ວຍຄວາມຈຳໃຊ້ງານຫລາຍຂຶ້ນ ແລະ ກໍ່ສາມາດລັນໂປຼແກຼມປະຍຸກຕ໌ (Application Program) ຂະໜາດໃຫຍ່ໄດ້
  • ມີຄວາມສາມາດດ້ານເນັດເວິກ (Network) ຫລາຍຮູບແບບ
  • ມີປະສິດທິພາບສູງໃນການໃຊ້ຮຼາດແວຼ໌ (Hardware) ແລະ ມີລະບົບທີ່ໝັ້ນຄົງ
  • ເຮັດວຽກຮ່ວມກັບ DOS ແລະ Windows ໄດ້
  • ເຮັດວຽກໄດ້ເທິງ PC (Personal Computer) ທົ່ວໆໄປ
  • ເປັນລະບົບປະຕິບັດການທີ່ປອດໄພບໍ່ມີໄວລັດແນ່ນອນ ເພາະວ່າ  CentOS  ອັບເດດຕົວເອງຕະຫລອດເວລາ
  • ສາມາດເປີດເຄື່ອງໄດ້ເປັນເດືອນໆ ໂດຍບໍ່ຄ້າງ ຫລື Restart ຕົວເອງ
  • ສາມາດຕິດຕັ້ງລົງໃສ່ໃນເຄື່ອງຄອມພິວເຕີລຸ້ນເກົ່າໆ ໄດ້ ໂດຍບໍ່ຕ້ອງມີການ Upgrade
  • ຕິດຕັ້ງ (Install) ງ່າຍ ແລະ ໄວ ຕິດຕັ້ງເທື່ອດຽວໄດ້ທັງລະບົບປະຕິບັດການ (OS) ແລະ ໂປຼແກຼມ  (Application)  ພື້ນຖານທີ່ຈຳເປັນ  ນອກຈາກນັ້ນຍັງສາມາດຕິດຕັ້ງແບບຄູ່ກັບ Windows ຄືໃຊ້ໄດ້ທັງສອງລະບົບໃນຄອມພິວເຕີເຄື່ອງດຽວກັນໄດ້   ສຳລັບການທົດລອງໃຊ້ຊ່ວງແລກກໍ່ສາມາດຫລິ້ນ CentOS ຈາກ CD ຫລື USB Drive ໄດ້ໂດຍບໍ່ຕ້ອງຕິດຕັ້ງ