ປະ​ຫວັດຜາ​ຊ້າງ ​ແລະ ບາງບ້ານ​ອ້ອມ​ຮອບ

ຜາຊ້າງ ຫຼືເປັນທີ່ຮູ້ຈັກກັນໃນນາມພູຊ້າງໄຊຍະບູລີເປັນສັນຍະລັກຂອງທ້ອງຖິ່ນໄຊຍະ

ບູລີ, ຖ້າເບິ່ງຈາກທາງທິດເໜືອຈະມີຮູບຮ່າງຄ້າຍຄືໂຕຊ້າງນອນໝູບ.ຜາຊ້າງມີການຕັ້ງຊື່ຕາມ ລັກສະນະທີ່ຄ້າຍຄືໂຕຊ້າງ .ແຕ່ຕາມຕຳນານທ້ອງຖິ່ນຍັງມີເລື່ອງເລົ່າຕໍ່ກັນມາວ່າ:

ຄັ້ງໜຶ່ງນານ​ມາ​ແລ້ວ ​ຕັ້ງ​ແຕ່​ສະ​ໄໝ​ເມືອງ​ໄຊ​ຍະ​ບູລີ​ຍັງ​ເປັນ​ປ່າຊ້າ​ງດົງ​ເສືອ​ພຸ້ນມີ​ຊ້າງ​ໂຕໜຶ່ງທີ່​ໃຫ່ຍ ແລະ ​ມີ​ງາ​ຂາວ​ງາມ​ ແລະ​ ຢູ່​ບ້ານ​ປ່າ​ແຫ່ງໜຶ່ງ​ໃນ​ບໍລິ​ເວນ​ດຽວກັນ​ນັ້ນ​ຍັງ​ມີ ນາຍພານ​ຜູ້ໜຶ່ງ​ເຊິ່ງມີ​ຊື່ສຽງ​ໂດ່​ງດັງ​ທີ່​ສຸດ​ໃນ​ການ​ລ່າ​ສັດ ​ຊື່ວ່າ:ເກດ​ຕະບຸດ. ມື້ໜຶ່ງນາຍພານ​ເກດ​ຕະບຸດໄດ້​ເຂົ້າ​ປ່າ​ເພື່ອ​ລ່າ​ສັດ​ຕາມ​ປົກກະຕິ. ລາວໄດ້​ພົບ​ຮອຍ​ຕີນ​ຊ້າງ​ໂຕໜຶ່ງ ​ແລ້ວຕັດ​ສິນ​ໃຈ​ນຳ​ຮອຍ​ຊ້າງນັ້ນ​ໄປ ​ແລະ​ໃນ​ທີ່​ສຸດ​ລາວ​ກໍ່​ນຳທັນ ແລະ ເຫັນ​ຊ້າງ​​ໂຕ​ນັ້ນ.ລາວ​ຄິດໄດ້ທັນທີ ວ່າ “ງາ​ຊ້າງ​ຄູ່​ນີ້​ຄົງ​ຈະ​ຂາຍ​ໄດ້ຫຼາຍໝັນ” ດ້ວຍ​ຄວາມ​ພິສະຫວາດ​ໃນ¤¾​ຊ້າງ​ທີ່​​ຂາວ​ງາມ ລາວຈຶ່ງ​ຢຸດ​ ແລະ ກຽມໝື້ໃສ່​ປືນ.​ໃສ່ໝື້ແລ້ວກໍອັດ​ມອນ ​ແລະ ຮ່າຍ​ລູກປືນ​ໃສ່ ອັດ​ທ້າຍ​ດ້ວຍ​ມອນ​ໄຍ ໝາກພ້າວ​ແຫ້ງແລະ​ຕຳ​ໃຫ້​ແໜ້ນ ຮຽບຮ້ອຍ​ແລ້ວ ກໍຍົກປືນຂຶ້ນຫົວ,​ອະທິດ​ຖານ​ວ່າ “ຂໍ​ໃຫ້​ໂຊກ​ ໃຫ້ໝານ​ເດີ ”.​ ເກດ​ຕະບຸດ​ຍົກ​ປືນ​ຂື້ນ​ແນ​ໃສ່ຂາ​ຊ້າງ​ ; ສຽງປືນ​ຂອງ​ນາຍພານ​ເກດ​ຕະບຸດ ​ດັງ ​ລະ​ເບີດ​ຂື້ນ ຕູ໋ມ !​ ຢ່າງແຮງດັງ​ກຶກກ້ອງໄປທົ່ວປ່າດົງ,ລູກປືນ​ໄດ້​ຖືກ​ຂາ​ຊ້າງ. ຊ້າງ​ແຜດ​ສຽງຮ້ອງດ້ວຍຄວາມເຈັບປວດ.ມອນປືນຂອງເກດຕະບຸດໄດ້ປິວຟົ້ງໄປຕົກຢູ່ນາແຫ່ງໜຶ່ງໃກ້ໜ້າເຮືອນ ຂອງປະຊາຊົນ​ຄອບຄົວໜຶ່ງ.ດ້ວຍ​ຄວາມ​ຕົກ​ຕະລຶງ ​ແລະ ​ແປກ​ປະຫຼາດ​ໃຈ​ຕໍ່​ເຫດການ​ດັ່ງກ່າວ. ແຕ່ນັ້ນມາຄົນທັງຫຼາຍຈຶ່ງພາກັນໃສ່ຊື່ນາທົ່ງນັ້ນວ່າ:ນາມອນ. ຕໍ່ມາໄດ້ມີການຕັ້ງເປັນ ບ້ານຂຶ້ນຈຶ່ງໃສ່ຊື່ບ້ານນັ້ນວ່າ : ບ້ານນາມອນ.ສ່ວນຊ້າງໂຕນັ້ນ.ເຖິງຈະຖືກບາດເຈັບຢ່າງໜັກແຕ່ ມັນກໍ່ພະຍາ ຍາມໜີຕາຍຢ່າງ​ສຸດ​ຂີດ. ມັນ​ໄດ້​ເຂົ້າ​ໄປ​ບ້ານ​ແຫ່ງໜຶ່ງ ​ໃຜເຫັນກໍ່​ພາກັນ​ຫຸ້ມ​ມາ​ເບິ່ງ​ດ້ວຍ​ຄວາມ​ປະຫຼາດ​ໃຈ, ​ເຂົາ​ເຈົ້າ​ເຂົ້າໃຈ​ວ່າ​ແມ່ນ​ລາງ​ຮ້າຍ​ທີ່ເຫັນຊ້າງເຈັບໂຊມາແຕ່ທາງໄກ. ຕໍ່ມາຈຶ່ງ​ພາ​ກັນ​ເອີ້ນ​ບ້ານ​ນັ້ນ​ວ່າບ້ານ​ນາ​ໂຊ.ອອກຈາກ​ບ້ານ​ນາ​ໂຊ ຊ້າງ​ໂຕ​ນັ້ນ​ຍ່າງ​ໄປ​ບໍ່​ໄຫວ​ມັນ​ຈຶ່ງ​ຄານ​ໄປ​ຢ່າງ​ລຳບາກ​,ຜ່ານ​ກາຍ​ໄປ​ບ້ານໜຶ່ງອີກຕັ້ງ​ແຕ່​ນັ້ນ​ມາ​ບ້ານ​ນັ້ນ​ຈຶ່ງ​ມີ​ຊື່​ວ່າ​ບ້ານ​ນາຄາ​ນ ຈົນເຖິງປັດຈຸບັນ. ສ່ວນ​ນາຍພານ​ເກດ​ຕະບຸດກໍໄດ້​ຕິດຕາມ​ຊ້າງໂຕ​ນັ້ນ​ໄປ ໝົດມື້ໝົດຄືນ​ຈົນ​​ໄປ​ຮອດແຄມນ້ຳໃຫຍ່ສາຍໜຶ່ງ ເຊິ່ງເປັນເວລາທ້ອງຟ້າພວມຮຸ່ງແຈ້ງພໍດີ. ແຕ່ນັ້ນມານ້ຳດັ່ງກ່າວກໍ  ເອີ້ນວ່າ​ນໍ້າ​ຮຸ່ງ​ ຈົນເຖິງປັດຈຸບັນ.ຈາກ​ນັ້ນ​ລາວ​ກໍຂ້າມ​ນໍ້າ​ໄປ ​ແລະ​ ພັກຜ່ອນ​ຕາກ​ເຄື່ອງ​ທີ່​ປຽກຊຸ່ມ​ຢູ່​ນາບ່ອນໜຶ່ງ​ເຊິ່ງ​ຕໍ່ມາມີການຕັ້ງເປັນບ້ານ ຈຶ່ງໄດ້​​ຊື່​ບ້ານ​ນັ້ນ​ວ່າ​ບ້ານ​ນາ​ຕາກ. ຢູ່​ບ້ານ​ນາ​ຕາກ​ນີ້​ເອງ​ລາວ​ໄດ້​ຈ້າງ​ຄົນ​ຜູ້ໜຶ່ງ​ເພື່ອ​ຊ່ວຍ​ນຳ​ຊ້າງໂຕນັ້ນ ແລະໄດ້ນຳຮອຍຕີນຊ້າງ​ກາຍ​ໄປນາ​ບ່ອນ ໜຶ່ງອີກລາວໄດ້ເຕະສະດຸດຕໍຈົນລົ້ມນາດັ່ງກ່າວຈຶ່ງເອີ້ນຊື່ວ່ານຳຕໍຕໍ່ມາກໍໄດ້ກາຍເປັນຊື່ ບ້ານ ເຊັ່ນກັນ.ສ່ວນຊ້າງ​ໂຕ​ນັ້ນ​ເມື່ອ​ ມາ​ຮອດ​ບ້ານ​ແຫ່ງໜຶ່ງກໍເຄື່ອນ​ໄຫວ​ໄປ​ບໍ່​ໄດ້​ ຈຶ່ງ​ຊໍ່າ​ໄປ​ຊໍ່າມາ​ຢູ່​ບ່ອນ​ບ້ານ​ແຫ່ງ​ນັ້ນ​ຈຶ່ງ​ໄດ້​​ຊື່​ວ່າ​ບ້ານ​ນາ​ຊໍ່ານັບ​ຕັ້ງ​ແຕ່​ນັ້ນ​ມາ. ໃນ​ທີ່​ສຸດ​ນາຍພານ​ ແລະ ​ແຫຼ້ງ​ກໍໄດ້​ມາ​ພົບ​ຊ້າງ ນອນ​ຕາຍ​ ຢູ່​ແຄມ​ຜາ​ແຫ່ງໜຶ່ງ, ຜາທີ່ຊ້າງຕາຍຢູ່ນັ້ນຈຶ່ງມີ​ຊື່​ວ່າ​   ຜາ​ຊ້າງ ຈົນເຖິງ

ປັດຈຸບັນ.ນາຍພານ​ແລະ​ແຫຼ້ງ​ຈຶ່ງໄດ້​ພາກັນ​ຕັດ​ງາ ​ແລະ ​ຄົວຊ້າງ​.ເຂົາເຈົ້າໄດ້ໂຍນ​ກະດູກ​ ແລະ ສິ່ງທີ່​ບໍ່​ຕ້ອງການ​ລົງ​ໃນ​ນໍ້າ​ຮຸ່ງ ຈົນກາຍ​ເປັນ​ທີ່​ມາ​ຂອງ​ຊື່​​ຕ່າງໆເຊັ່ນ : ຫາດ​ຂາ​ຊ້າງ,ຫາດ​ຄໍ​ຊ້າງ ​ແລະ ​ຕັ້ງ​ແຕ່​ນັ້ນ​ມາ​ຢູ່​ໃກ້​ກັບ​ຜາ​ທີ່​ນາຍພານ ​ແລະ​ແຫຼ້ງຄົວ​ຊ້າງນັ້ນ​ໄດ້​ມີ​ຊື່​ຂອງ ​ຜາ​​ເກີດ​ຂຶ້ນ​ຕື່ມ ອີກເຊັ່ນ:ຜາ​ແຫຼ້ງ,ຜາ​ຕັ້ງ​,ຜາເສືອ,ພູຊະນາມ(ພູຊ້າງເນົ່າ )ເປັນຕົ້ນ.