ຜະລິດພັນມວນຮວມພາຍໃນປະເທດ

ຜະລິດຕະພັນມວນລວມພາຍໃນປະເທດ ຫຼື ຜະລິດຕະພັນໃນປະເທດເບື້ອງຕົ້ນ (ອັງກິດ: gross domestic product: GDP) ໝາຍເຖິງ ມູນຄ່າຕະຫຼາດຂອງສິນຄ້າ ແລະ ບໍລິການຂັ້ນສຸດທ້າຍທີ່ຖືກຜະລິດໃນປະເທດໃນຊ່ວງເວລາໜຶ່ງໆ ໂດຍບໍ່ໄດ້ຄຳນຶງວ່າຜົນຜະລິດນັ້ນຈະຜະລິດຂື່ນມາດ້ວຍຊັບພະຍາກອນຂອງຊາດໃດ ເຊ່ິງຖືກຄົ້ນຄິດໂດຍ Simon Kuznets ນັກເສດຖະສາດ ຊາວຣັດເຊຍ ຜະລິດຕະພັນມວນລວມໃນປະເທດສາມາດໃຊ້ເປັນຕົວບົ່ງຊີ້ເຖິງມາດຖານຄຸນນະພາບຊີວິດຂອງປະຊາກອນໃນປະເທດນັ້ນໆ.

ຈີດີພີ ເປັນດັດຊະນີຊີ້ວັດຜະລິດຕະພັນມວນລວມຂອງປະເທດ ແຕ່ບໍ່ສາມາດຊີ້ວັດຄຸນນະພາບຊີວິດໄດ້.

ການວັດຜະລິດຕະພັນມວນລວມໃນປະເທດ

ດັດແກ້

ການວັດຜະລິດຕະພັນມວນລວມໃນປະເທດສາມາດວັດໄດ້ 2 ວິທີໄດ້ແກ່

1. ການວັດລາຍຈ່າຍ (Expenditure Approach) ທີ່ຈ່າຍໃຫ້ສິນຄ້າແລະບໍລິການຂັ້ນສຸດທ້າຍ GDP = ລາຍຈ່າຍເພື່ອບໍລິໂພກ + ລາຍຈ່າຍເພື່ອການລົງທຶນ + ລາຍຈ່າຍຂອງລັດຖະບານ + ລາຍຈ່າຍສຸດທິຂອງຕ່າງປະເທດທີ່ຊື້ສິນຄ້າຜະລິດໃນປະເທດ ຫຼື GDP = Consumption + Investment + Government spending + (exports – imports)

2. ການວັດລາຍໄດ້ (Resource Cost - Income Approach) ທີ່ໄດ້ຈາກການຂາຍສິນຄ້າແລະບໍລິການຂັ້ນສຸດທ້າຍ

GDP = ຄ່າຈ້າງແລະເງິນເດືອນລູກຈ້າງ + ລາຍໄດ້ເຈົ້າຂອງທຸລະກິດສ່ວນຕົວ + ກຳໄລຂອງບໍລິສັດ (ລາຍໄດ້ຜູ້ຖືຮຸ້ນ) + ດອດເບ້ຍ(ລາຍໄດ້ເຈົ້າໜີ້) + ຄ່າເຊົ່າ (ລາຍໄດ້ເຈົ້າຂອງຊັບສິນ) + ພາສີທຸລະກິດທາງອ້ອມ + ຄ່າເສື່ອມລາຄາ + ລາຍໄດ້ສຸດທິຂອງຄົນຕ່າງປະເທດໃນປະເທດ

ໝາຍເຫດ: ພາສີທາງອ້ອມແມ່ນພາສີທີ່ເອີ້ນຈາກສິນຄ້າຫຼືບໍລິການໂດຍຜູ້ມີໜ້າທີ່ຊຳລະພາສີໂດຍກົງ (ຜູ້ເສຍພາສີຄົນແຮກ) ສາມາດຍູ້ພາລະພາສີໄປໃຫ້ບຸກຄົນອື່ນໄດ້ ເຊ່ັນ: ພາສີສຸນລະກາກອນ ພາສີມູນຄ່າເພິ່ມ

ເນື່ອງຈາກວິທີການວັດ GDP ດ້ວຍລາຍຈ່າຍເປັນວິທີພື້້ນຖານທີ່ສຸດໃນການວັດແລະເຂົ້າໃຈ GDP ດັ່ງນັ້ນ ຈະອະທິບາຍຕົວແປໃນການທີ່ຄຳນວນສະເໝີການທີ່ຄຳນວນ GDP ດ້ວຍການວັດລາຍຈ່າຍເທົ່ານັ້ນ ດັ່ງຕໍ່ໄປນີ້:

GDP = C + I + G + NE

Consumption (C) ໝາຍເຖິງ ການບໍລິໂພກພາກເອກະຊົນ (Private consumption) ເຊ່ິງລວມຄ່າໃຊ້ຈ່າຍເກືອບທັງໝົດເຊັ່ນ: ອາຫານ ຄ່າຢາ ຄ່າເຊົ່າ ແຕ່ບໍ່ໄດ້ລວມການຊື້ເຮືອກຫຼັງໃໝ່

Investment (I) ໝາຍເຖິງ ການລົງທືນຂອງທຸລະກິດໃນສິນຄ້າທຶນເຊັ່ນ: ການກໍ່ສ້າງບໍ່ແຮ່ໃໝ່ ການຊື້ຊອຟແວຣ໌ ການຊື້ອຸປະກອນເຄື່ອງຈັກສານສຳລັບໂຮງງານ ເປັນຕົ້ນ ການໃຊ້ຈ່າຍໂດຍຄົວເຮືອນເພື່ອຊື້ເຮືອນຫຼັງໃໝ່ ຖືກລວມໄວ້ໃນການລົງທຶນເຊັ່ນກັນ ແຕ່ວ່າ ການຊື້ຜະລິດຕະພັນທາງການເງິນເຊັ່ນ ການຊື້ຮຸ້ນສາມັນຫຼືຮຸ້ນກູ້ ບໍ່ຖືກຈັດວ່າເປັນການລົງທຶນ ແຕ່ເປັນການອອມ (Saving) ຈຶ່ງບໍ່ຖືກລວມໃນ GDP ເພາະເປັນພຽງການສັບປ່ຽນເອກະສານທາງກົດໝາຍເທົ່ານັ້ນ ເຊິ່ງເງິນນັ້ນບໍ່ໄດ້ຖືກແປງໃຫ້ກາຍເປັນສິນຄ້າຫຼືບໍລິການ ຈຶ່ງບໍ່ເປັນສ່ວນໜຶ່ງຂອງເສດຖະກິດທີ່ແທ້ຈິງ ແລະ ຖືກຈັດໃຫ້ເປັນ ລາຍຈ່າຍປະເພດເງິນໂອນ (Transfer payment)

ໝາຍເຫດ : ຄ່າໃຊ້ຈ່າຍດອກເບ້ຍສຸດທິຂອງພາກການເງິນເທົ່ານັ້ນທີ່ຖືກມອງວ່າເປັນການຜະລິດ ແລະ ສ້າງມູນຄ່າເພິ່ມ ຈຶ່ງຖືກລວມໄວ້ໃນ GDP

Government Spending (G) ໝາຍເຖິງ ຄ່າໃຊ້ຈາຍທັງໝົດຂອງລັດຖະບານທີ່ໃຊ້ຊື້ສິນຄ້າແລະບໍລິການຂັ້ນສຸດທ້າຍ ເຊິ່ງລວມເຖິງເງິນເດືອນຂອງລັດຖະກອນ ການຊື້ອາວຸດທາງທະຫານ ແລະຄ່າໃຊ້ຈ່າຍລົງທຶນຂອງລັດ ແຕ່ບໍ່ລວມລາຍຈ່າຍປະເພດໂອນເງິນເຊັ່ນ: ສະຫວັດດິການສັງຄົມ ຫຼື ຜົນປະໂຫຍດຈາກການວ່າງງານ.

Net Exports (NE) ໝາຍເຖິງ ການສົ່ງອອກສຸດທິ ຫຼືການສົ່ງອອກ (X) ລົບດ້ວຍການນຳເຂົ້ນ(M) ນັ້ນເອງ ທີ່ຕ້ອງລົບການນຳເຂົ້າເພາະຕົວເລກຂອງການບໍລິໂພກສິນຄ້າແລະບໍລິການທີ່ຖືກນຳເຂົ້າມາບໍລິໂພກຈະຖືກລວມໄວ້ໃນ C, I, ແລະ G ແລ້ວ

ສິ່ງທີ່ບໍ່ນັບລວມ GDP

ດັດແກ້
  1. ບໍ່ນັບສິນຄ້າກ່ອນສິນຄ້າຂັ້ນສຸດທ້າຍ (intermediate goods) ເພາະຈະເຮັດໃຫ້ເກີດການນັບຊ້ຳ
  2. ບໍ່ນັບການຊື້ຂາຍສິນຄ້າມືສອງ ເພາະບໍ່ໄດ້ເປັນການເພິ່ມຜົນຜະລິດປັດຈຸບັນ ແຕ່ນັບຄ່າຄອມມິດຊັນຈາກການຂາຍ ເພາະເປັນການໃຫ້ບໍລິການໃນຊ່ວງເວລາປັດຈຸບັນ
  3. ບໍ່ນັບລາຍການໆເງິນ ແລະ ການໂອນເງິນ ເຊັ່ນ: ການຊື້ຂາຍຮຸ້ນ ພໍ່ໂອນໃຫ້ລູກ ເພາະບໍ່ເປັນການຜະລິດ

ຂໍ້ຈຳກັດຂອງ GDP

ດັດແກ້
  1. ບໍ່ນັບການຜະລິດທີ່ບໍ່ກໍ່ເກີດການແລກປ່ຽນໃນຕະຫຼາດ ເຊັ່ນ: ໃນອະດີດເຮັດກິນເອງຢູ່ເຮືອນ ຈຶ່ງບໍ່ຖືກນັບລວມ ແຕ່ປັດຈຸບັນເນື່ອງຈາກ ຮູບແບບການໃຊ້ຊີວິດປ່ຽນໄປເຮັດໃຫ້ຕ້ອງໄປກິນເຂົ້ນຢູ່ຮ້ານອາຫານ ຈຶ່ງຖືກນັບລວມ ເຊ່ິງເຮັດໃຫ້ການປຽບທຽບ GDP ຕັ້ງແຕ່ອະດີດເຖິງປັດຈຸບັນໃຫ້ມີຄວາມໝາຍຫຼຸດລົງ
  2. ບໍ່ລວມຜົນຜະລິດທີ່ບໍ່ຖືກລາຍງານ (underground economy) ເຊັ່ນ ການຄ້າາຂາຍທີ່ເປັນເງິນສົດໂດຍບໍ່ມີການແຈ້ງໃຫ້ທາງການຮັບຊາບ ເຊັ່ນ ບ໋ອຍຮັບທິບເງິນສົດ ຄົນງານເຮັດວຽກໂດຍຮັບເງິນສົດເພື່ອຫຼີກລ້ຽງພາສີ
  3. ບໍ່ລວມການພັກຜ່ອນແລະຕົ້ນທຶນມະນຸດ GDP ສົນໃຈແຕ່ຜົນຜະລິດ ບໍ່ໃສ່ໃຈວ່າຄົນເຮັດວຽກໜັກໜາປານໃດໃນການສ້າງຜົນຜະລິດ
  4. ບໍ່ຄຳນຶງເຖິງການປ່ຽນແປງດ້ານຄຸນນະພາບສິນຄ້າແລະການເກີດຂື້ນຂອງຜະລິດຕະພັນໃໝ່ໆ
  5. ບໍ່ຄຳນຶງເຖິງຜົນກະທົບດ້ານລົບທີ່ເກີດຈາກການຜະລິດ ບໍລິໂພກ ແລະການກະທຳດ້ານລົບຂອງຄົນແລະທຳມະຊາດ