ປະໂລເຕອິນ (ອັງກິດ: protein, ຝຣັ່ງ: protéine) ແມ່ນສານປະກອບຊີວະເຄມີ ເຊິ່ງປະກອບດ້ວຍໂປລີແປບຕິດນຶ່ງສາຍຫຼືຫຼາຍກວ່າ ທີ່ພັບກັນເປັນຮູບຊົງກົມຫຼືເສັ້ນໃຍ ໂດຍເຮັດໜ້າທີ່ອຳນວຍຂະບວນການທາງຊີວະວິທຍາ. ໂປລີແປບຕິດເປັນໂປລີມໍສາຍດ່ຽວທີ່ເປັນເສັ້ນກົງຂອງກົດອາມີເນທີ່ເຊື່ອມເຂົ້າກັນດ້ວຍພັນທະແປບຕິດລະຫວ່າງໝູ່ກາບົກຊີລິກແລະໝູ່ອາມີເນຂອງກົດອາມີເນເຫຼືອຄ້າງ (residue) ທີ່ຢູ່ຕິດກັນ. ລຳດັບກົດອາມີເນໃນປະໂລເຕອິນກຳໜົດໂດຍລຳດັບຂອງແຊນ ເຊິ່ງເຂົ້າລະຫັດໃນລະຫັດພັນທຸກຳ. ໂດຍທົ່ວໄປ ລະຫັດພັນທຸກຳປະກອບດ້ວຍກົດອາມີເນມາຕະຖານ 20 ຊະນິດ.

ອ້າງອີງ ດັດແກ້

ບັນນານຸກົມ
  • Lehninger, A.L., Nelson, D.L., and Cox, M.M. 1993. Principle of Biochemistry. 2nd ed. New York.: Worth
  • Branden C, Tooze J. (1999). Introduction to Protein Structure. New York: Garland Pub. ISBN 0-8153-2305-0.
  • Murray RF, Harper HW, Granner DK, Mayes PA, Rodwell VW. (2006). Harper's Illustrated Biochemistry. New York: Lange Medical Books/McGraw-Hill. ISBN 0-07-146197-3.
  • Van Holde KE, Mathews CK. (1996). Biochemistry. Menlo Park, Calif: Benjamin/Cummings Pub. Co., Inc. ISBN 0-8053-3931-0.

ອ່ານຕື່ມ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້

ຖານຂໍ້ມູນແລະໂຄງການ ດັດແກ້

ເວັບໄຊທາງການສຶກສາ ດັດແກ້