ປະຖົມມະການ
ປະຖົມມະການ (ອັງກິດ: Book of Genesis; ເຮບະເລີ: בראשית; ແອຣາເມອິກ: ܣܦܪܐ ܕܒܪܝܬܐ; ກະເລັກ: Γένεση) ມາຈາກພາສາກະເລັກວ່າ “ການເກີດ” ຫຼື “ທີ່ມາ” ແມ່ນປຶ້ມກ່າວເຖິງຈຸດເລີ່ມຕົ້ນໂລກມະນຸດ ແລະອິສະລາເອນ ແມ່ນໂຕແທນຊົນຊາດທີ່ພະເຈົ້າໄດ້ເລືອກໄວ້ (ມີຄວາມໄນທາງເທວະວິທະຍາ). ຊື່ "ປະຖົມມະການ" ແປມາຈາກຄຳທຳອິດຂອງຄຳພີເອບະເລີຄຳວ່າ בראשית (B'reshit or Bərêšîth) ແປວ່າ "ໃນປະຖົມມະການ..." (in the begining...)[1]
ຜູ້ຂຽນແກ້ໄຂ
ປະຖົມມະການແມ່ນປຶ້ມທຳອິດຂອງຄຳພີໄບເບິນພາກພັນທະສັນຍາເດີມ (ໂຕລາ) ແລະແມ່ນເຫຼັ້ມທຳອິດໃນໝວດເບນຈະບັນ. ຊາວຈູເຊື່ອວ່າໂມເສດເປັນຜູ້ຂຽນ. ເນື້ອຫາກ່າວເຖິງປະຫວັດການສ້າງໂລກຂອງພະຢາເວ ເຖິງລຳດັບລູກຫຼານຂອງວົງວານອິສະລາເອນ ແລະການເຂົ້າສູ່ເອຢິບ. ປະກອບດ້ວຍເລື່ອງທີ່ຮູ້ຈັກກັນແຜ່ຫຼາຍດີ ເຊັ່ນ ອາດຳກັບເອວາ ເຮືອໂນອາ ຫໍບາເບນ ຯລຯ. ສຳລັບສາສະໜາຢູດາ ຄວາມສຳຄັນທາງຄະລິດຕະສາສະນະວິທະຍາເນັ້ນ ພັນທະສັນຍາ (Covenants) ລະຫວ່າງພະເຈົ້າກັບຊາດທີ່ໄດ້ຮັບເລືອກ (Chosen People) ແມ່ນຊາວຈູ ກ່ຽວກັບດິນແດນແຫ່ງພັນທະສັນຍາ (Promised Land) ທີ່ພະເຈົ້າຊົງປະທານ. ສຳລັບສາສະໜາຄະລິດ ຕີຄວາມໝາຍມາສູ່ຄວາມເຊື່ອວ່າ ພະເຢຊູປຽບໄດ້ກັບອາດຳຄົນໃໝ່ ແລະພັນທະສັນຍາໃໝ່ເປັນ “ບົດສັງລວມພັນທະສັນຍາເດີມ”
ໂຄງສ້າງຂອງ ປະຖົມມະການ ປະກອບດ້ວຍປະຫວັດສາດຊ່ວງຕົ້ນ (primeval history) (ປະຖົມມະການ 1-11) ກັບ ລຳດັບພົງສາວະລີ (biblical Patriarchs). ຂະນະທີ່ ໂຄງເລື່ອງກ່ຽວກັບໂຢເຊຟ (ບຸດຢາໂຄບ) ແມ່ນເລື່ອງເລົ່າຕ່າງຫາກ ຜູ້ຊ່ຽວຊານເຊື່ອວ່າປະຖົມມະການຂຽນໂດຍຜູ້ບໍ່ອອກນາມແລະມີການແກ້ໄຂລະຫວ່າງສະຕະວັດທີ 10 ຫາ 5 ກ່ອນຄະລິດຕະການ ໂດຍປະມານພັດທະນາການຂອງຄະນະຜູ້ຊ່ຽວຊານພະຄະລິດຕະທຳພິຈາລະນາຊ່ວງເວລາໃນປະຖົມມະການແລະເບນຈະບັນ ໂດຍມີຂຶ້ນຕັ້ງແຕ່ກາງຄະລິດຕະສະຕະວັດທີ 20.[2]
ອ້າງອີງແກ້ໄຂ
- ↑ biblestudytools.net
- ↑ "Source Analysis", Barry Bandstra, ວິທະຍາໄລ Hope, ມິຊິແກນ