ວົງປະກາຍ ແສນບຸດຕະລາດ

ວົງປະກາຍ ແສນບຸດຕະລາດ

ວົງປະກາຍ ແສນບຸດຕະລາດ ກຳລັງແຮ່ເຂີຍ
ເກີດ 11 ສິງຫາ
ຊົງຊາດລາວ ນະຄອນຫຼວງວຽງຈັນ ປະເທດລາວ
ຄູ່ສົມລົດ ນ້ອຍ (ພ.ສ. 2018 – ປັດຈຸບັນ)
ອາຊີບ ນັກຮ້ອງ ນັກທຸລະກິດ
ຜົນງານເດັ່ນ ເພງ ເຊົາຫຼາຍໃຈໄດ້ບໍ່
ຄ່າຍ "Climax multimedia sole co., ltd", "BN Entertainment", "Neokin delivery", "Bura cafe"

ປະຫວັດຍໍ້ ດັດແກ້

Buratino

ຊື່: ″ວົງປະກາຍ ແສນບຸດຕະລາດ″

ຊື່ຫລິ້ນທີ່ຄອບຄົວຕັ້ງໃຫ້ແຕ່ນ້ອຍ: ບູ່ຣາຕິໂນ້ (Buratino)

ຄົນຢູ່ບ້ານຈະເອີ້ນວ່າ: ໂນ້ ຫລື ຕີ່ໂນ້ ແຕ່ລາວມັກໃຫ້ທຸກຄົນເອີ້ນລາວວ່າ: ບູ່ ຫລື ບູ່ຣາ ເນື່ອງຈາກ ບູ່ຣາ ບໍ່ໄດ້ຊໍ້າໃຜໃນ ປະເທດລາວ!

ວັນເດືອນປີເກີດ: 11 ສິງຫາ

ລາສີ: ສິງ

ສະຖານະ: ແຕ່ງງານແລ້ວ

ອາຊີບ: ນັກທຸລະກິດ/ອະດີດສິລະປິນແຖວຫນ້າໃນ ສປປ ລາວ.

ພາສາທີ່ເວົ້າໄດ້: ລາວ, ໄທ, ອັງກິດ, ຍີ່ປຸ່ນ, ຈີນ (ຂັ້ນເລີ້ມຕົ້ນ)

ສີທີ່ມັກ: ດຳ, ຂາວ, ເທົາ, ຫມາກຄໍ້, ຟ້າ, ແດງ

ອາຫານທີ່ມັກ: ອາຫານຫລວງພະບາງ ເຊັ່ນ: ຈືນໄຄ່ແຜ່ນ, ໄສ້ອົ່ວເມືອງຫລວງ, ຈືນອົ່ວຫນໍ່ໄມ້, ຈືນອົ່ວຫົວສິງໄຄ ແລະ ອາຫານລົດຈືດທຸກຢ່າງ

ອາຫານທີ່ບໍ່ມັກ: ອາຫານລົດຈັດ ເຊັ່ນ: ເຜັດຈັດ, ສົ້ມຈັດ, ເຄັມ

ເປັນຄົນບໍ່ກິນສັດໃຫຍ່ ເຊັ່ນ: ງົວ, ຄວາຍ

ງານອະລິເລກ: ພົບປະຫມູ່ເພື່ອນ ແລະ ຜູ່ຄົນໃຫມ່ໆ, ໄປເຮັດບຸນຕາມສະຖານທີ່ຕ່າງໆ, ໄປທ່ຽວບ່ອນທຳມະຊາດ

ຄອບຄົວ ດັດແກ້

ບູ່ຣາຕິໂນ້ ເກີດທີ່ບ້ານ ຂຸນຕາທ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນຄອບຄົວປັນຍາຊົນ ທີ່ມີພໍ່ແມ່ເປັນລັດຖະກອນ ເຊິ່ງປະຈຸບັນ ພໍ່ເປັນການນຳລະດັບສູງທີ່ກະຊວງແຫ່ງຫນຶ່ງ, ແມ່ເປັນແມ່ເຮືອນ. ມີອ້າຍນ້ອງນຳກັນ 4 ຄົນ ບູ່ຣາຕິໂນ້ເປັນອ້າຍກົກ, ມີນ້ອງຊາຍ 2 ຄົນ ທັງສອງກຳລັງສຶກສາປະລິນຍາເອກ ທີ່ ສ.ປ ຈີນ ແລະ ນ້ອງສາວຫລ້າກຳລັງສຶກສາປະລິນຍາໂທ ທີ່ ປະເທດອອສເຕເລຍ

ວຽກໃນວົງການບັນເທິງ ດັດແກ້

ບູ່ຣາຕິໂນ້ ກ້າວສູ່ເສັ້ນທາງບັນເທິງລາວໂດຍ ອາລູນ້າ ໂດຍທັງສອງພົບກັນທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນໃນປີ 2006 ຂະນະທີ່ອາລູນ້າໄປສະແດງທີ່ປະເທດດັ່ງກ່າວ. ໃນເບື້ອງຕົ້ນ ອາລູນ້າ ແນະນຳໃຫ້ຮູ້ຈັກ ແຊມ ອິນທາລະພິທັກ ແລະ ແຊມໄດ້ຜະລິດໃຫ້ 1 ເພງ ເປັນເພງພາສາອັງກິດ ຕໍ່ມາບູ່ຣາມາຂຽນເພງ ຄຳສັນຍາ ຄັບເວີໃສ່ ເປັນເພງລາວທີ່ທຸກຄົນໄດ້ຟັງກັນ ແລະ ກໍ່ເປັນເພງທຳອິດທີ່ເປີດຕົວ ບູ່ຣາຕິໂນ້ ໃນປີ 2008 ພາຍໃຕ້ສັງກັດ ລາວອາຣ໌ທມີເດຍ ຄ້າຍເພງອັນດັບ 1 ໃນຍຸກນັ້ນ.

ໃນທ້າຍປີ 2009 ສປປ ລາວ ໄດ້ເປັນເຈົ້າພາບ ຈັດມະຫາກິລາໃນພາກພື້ນອາຊຽນ ຫລື SEA Games, ບູ່ຣາ ກໍ່ໄດ້ປ່ອຍເພງ Vientiane Games ເຊິ່ງສະຖານີໂທລະພາບຫລາຍຊ່ອງກໍ່ໄດ້ເປີດເພງນີ້ ເຮັດໃຫ້ບູ່ຣາດັງຊົ່ວຂ້າມຄືນ, ໂດຍສະເພາະໄດ້ມີສະຖານີໂທລະພາບຫລາຍຊ່ອງຂອງໄທທີ່ລາຍງານຂ່າວກິລາຊີເກມໄດ້ເລືອກເອົາເພງນີ້ໄດ້ເປັນເພງຫົວລາຍການສະກຸບຂ່າວດັ່ງກ່າວ.

ຫລັງຈາກແລ້ວກິລາຊີເກມບໍ່ເທົ່າໃດອາທິດ, ບູ່ຣາໄດ້ປ່ອຍເພງ “ຂາດເຈົ້າບໍ່ໄດ້“ ອອກມາ ແລະ ກາຍເປັນເພງທີ່ຕິດສົບຕິດປາກຜູ້ຟັງນ້ອຍໃຫຍ່ ໃນຍຸກນັ້ນ ເອີ້ນໄດ້ວ່າເປັນເພງດັງແຫ່ງປີ 2010 ໂດຍມີສະຖິຕິຄື: ເພງ ຂາດເຈົ້າບໍ່ໄດ້ ຄອງອັນດັບ 1 ໃນລາຍການວິທະຍຸ ຫລາຍໆລາຍການ ຫລາຍໆສະຖານີ ເປັນເວລາຕິດຕໍ່ກັນຫລາຍກວ່າ 20 ອາທິດ ແລະ ຍັງເປັນເພງທີ່ຖືກດາວໂຫລດເພງລໍສາຍ (ring back tone) ເຄືອຂ່າຍ Unitel ອັນດັບ 1 ຂອງປີ 2010.

ກາງປີ 2010 ຂະນະທີ່ເພງຂາດເຈົ້າບໍ່ໄດ້ ຍັງບໍ່ທັນໄດ້ເຊົາດັງ ບູ່ຣາ ໄດ້ປ່ອຍເພງ “ເຊົາຫລາຍໃຈໄດ້ບໍ່“ ແຮ່ງມາເພີ່ມທະວີຄວາມດັງໃຫ້ແຮງຂື້ນຕື່ມອີກ, ໂດຍເພງນີ້ ນອກຈາກຄອງອັນດັບ 1 ເປັນເພງທີ່ ຄົນຂໍຟັງຫລາຍທີ່ສຸດໃນຫລາຍໆຄື້ນວິທະຍຸທົ່ວປະເທດແລ້ວ ຍັງເປັນເພງດັງແຫ່ງປີ ທີ່ມີຄົນດາວໂຫລດເພງລໍສາຍຫລາຍທີ່ສຸດ ອັນດັບ 1 ຂອງປີ 2010 ແລະ 2011 ຕິດຕໍ່ກັນ ໃນເຄືອຂ່າຍລາວໂທລະຄົມ ເຊິ່ງເປັນເຄືອຂ່າຍໂທລະຄົມອັນດັບ 1 ໃນຍຸກນັ້ນ.

ຄວາມດັງຂອງ 2 ເພງດັ່ງກ່າວ ເຮັດໃຫ້ບູ່ຣາ ໄດ້ຮັບລາງວັນນາກຄຳ ຫລື Lao Entertainment Awards ໃນປີ 2011 ສາຂາ ນັກຮ້ອງຊາຍຍອດນິຍົມແຫ່ງປີ ເຊິ່ງຈັດເປັນປີທຳອິດ.

ນອກຈາກນັ້ນ, ບູ່ຣາໄດ້ປ່ອຍອອກມາຫລາຍເພງ ທີ່ມາແຮງບໍ່ຢອກເລີຍ ເຊັ່ນ: ເພງ ຂໍເວລາພິສູດ (ຕົວເອງ) ໄດ້ບໍ່, ຈຸດຫມາຍປາຍທາງ, ຮອຍຊໍ້າແຟນເກົ່າ ແລະ ທັງຍັງໄດ້ຮັບລາງວັນດວງຈຳປາ ຫລື Lao Music Awards ປີ 2012 ແລະ 2014 ສາຂາ ນັກຮ້ອງເພງປ໊ອບຊາຍຍອດນິຍົມແຫ່ງປີ ທັງ 2 ປີຕິດຕໍ່ ກ່ອນຈະຄ່ອຍຫາຍໄປເຮັດວຽກເບື້ອງຫລັງຂອງທຸລະກິດບັນເທິງ ແລະ ອີກຫລາຍໆທຸລະກິດ.

ດ້ານທຸລະກິດ ດັດແກ້

ບູ່ຣາຕິໂນ້ເປັນປະທານບໍລິສັດ ຄລາຍແມັກຊ໌ມັລຕິມີເດຍ ທີ່ໃຫ້ບໍລິການດ້ານທີ່ປືກສາດ້ານຕະຫລາດ, ຜະລິດໂຄສະນາທາງໂທລະພາບ, ຜະລິດຄອນເທັນສຳລັບສື່ດິຈີຕອລ, ອອກແບບສິ່ງພິມ, ຮັບຈັດງານອີເວນທຸກລະດັບ, ມີຄ້າຍເພງ ແລະ ສະຖານີວິທະຍຸເປັນຂອງຕົນເອງ. ພ້ອມນີ້, ຍັງເປັນຜູ້ຢູ່ເບື້ອງຫລັງ ຜະລິດຄລິບໄວລໍ້ດັງໆ, ຊີລີ້ໄວລຸ້ນຫລາຍເລື່ອງ ແລະ ລະຄອນຕະຫລົກຊິດຄອມຟອມໃຫຍ່ ເລື່ອງທຳອິດຂອງລາວ.

ນອກຈາກນັ້ນແລ້ວ, ຍັງມີຮ້ານກາເຟທີ່ໂດ່ງດັງສຸດໆໃນວຽງຈັນ ຊື່ຮ້ານ ກາເຟບູ່ຣາຕິໂນ້ ທີ່ເນັ້ນອອກແບບແຕກຕ່າງ, ທັນສະໄຫມ, ມີເມນູອາຫານ ແລະ ເຄື່ອງດື່ມທິ່ແປກໃຫມ່ ເນັ້ນສະອາດ ແຊບ ແລະ ງາມ. ມີທຸລະກິດສົ່ງອາຫານເຖິງທີ່ ຊື່ແບຣນ ແນວກິນເດລິເວີລີ້ ແລະ ຍັງເປັນຜູ້ຮ່ວມກໍ່ຕັ້ງບໍລິສັດ LM Education ສົ່ງນັກສຶກສາໄປຕ່າງປະເທດນຳອີກ