ນາງອາເຣຍໂຕະຂ້າງໆ ເວົ້າລັດເຊຍຫວານໃສ່ສະໃຈຈະວາຍ

 ນາງອາເຣຍໂຕະຂ້າງໆ ເວົ້າລັດເຊຍຫວານໃສ່ສະໃຈຈະວາຍ (ຍີ່ປຸ່ນ: 時々ボソッとロシア語でデレる隣のアーリャさん; ໄທ: คุณอาเรียโต๊ะข้างๆ พูดรัสเซียหวานใส่ซะหัวใจจะวาย), ຫຼື ຫຍໍ້ວ່າ ໂຣຊິເດເຣະ(ロシデレ), ແມ່ນໜັງສືນິຍາຍໄລໂນເວວຍີ່ປຸ່ນແນວຮັກຕະຫຼົກທີ່ຂຽນໂດຍຊັນຊັນຊັນ ແລະ ແຕ້ມໂດຍໂມໂມໂກະ. ເດີີມທີແມ່ນເລື່ອງສັ້ນ2ຕອນທີ່ລົງໃນເວັບໄຊໂຊ່ເຊສຶກະ ນິ ນາໂຣ່ະຕັ້ງແຕ່ວັນທີ6, ເດືອນພຶດສະພາ ເຖິງທີ27, ເດືອນພຶດສະພາ ປີ2020, ຕໍ່ມາ ຄາໂດກາວະ ໂຊເຕັງໄດ້ຊື້ຕໍ່ມາວ່າງຈຳໜ່າຍ, ປັດຈຸບັນມີໄລໂນເວວ7ເຫຼັ້ມ, ໜັງສືກາຕູນພາບ3ເຫຼັ້ມ ແລະ ເລື່ອງສັ້ນອີກ1ເຫຼັ້ມຕັ້ງແຕ່ເດືອນກຸມພາປີ2021ພາຍໃຕ້ການຕີພິມຂອງຄາໂດກາວະ ສະນິກເກີ ບູນໂກະ. ສະບັບໜັງສືກາຕູນພາບ(ມັງງະ)ຖືກດັດແປງໂດຍເທນາມາຈິ ຊາໂຮະ ເລີ່ມການດັດແປງໃນເວັບໄຊເມື່ອເດືອນຕຸລາປີ2022 ແລະ ຕີພິມໂດຍໂຄດັນຊະເມື່ອວັນທີ27, ເດືອນກຸມພາປີ2022. ການດັດແປງເປັນອະນິເມະສາຍໂທລະທັດຜະລິດໂດຍໂດງາ ໂກໂບ ແລະ ມີແຜນຈະສາຍໃນເດືອນເມສາປີ2024. ປັດຈຸບັນມີລິຂະສິດໄທໂດຍຟີນິກຊ, ສ່ວນລາວບໍ່ຕ້ອງຫວັງ ເພາະກ່ອນຈະຫາບໍລິສັດຊື້ ກໍຖືກຄຸມກຳເນີດໂດຍກະຊວງວັດທະນະທຳ.

ນາງອາເຣຍໂຕະຂ້າງໆ ເວົ້າລັດເຊຍຫວານໃສ່ສະໃຈຈະວາຍ
ຊື່ ນາງອາເຣຍໂຕະຂ້າງໆ ເວົ້າລັດເຊຍຫວານໃສ່ສະໃຈຈະວາຍ
ໂຣມາຈິ 時々ボソッとロシア語でデレる隣のアーリャさん
ຊື່​ພາ​ສາ​ອັງ​ກິດ​ Alya Sometimes Hides Her Feelings in Russian
ປະເພດ ຮັກ-ຕະຫຼົກ
ກາ​ຕູນ​ຍີ່​ປຸ່ນ​

ໂຄງເລື່ອງ ດັດແກ້

ອາຣິສະ ມິຄະອິວລອບນາ ຄຸໂຈ, ຊື່ຫຼິ້ນ ອາເຣຍ, ລາວແມ່ນນັກຮຽນສາວຊາວລັດເຊຍຜູ້ມີຜົມສີເງິນພ້ອມດ້ວຍຮຸ່ນທີ່ງົດງາມຈົນບໍ່ວ່າຜູ້ກໍຕ້ອງຫຼຽວເບິ່ງ, ງາມດັ່ງນາງຟ້າແລ້ວຍັງຮຽນ ແລະ ຫຼິ້ນກິລາເກັ່ງ. ຄຸເຊ ມາຊາຈິກະ, ນັກຮຽນຊາຍຜູ້ເອື່ອຍເສື່ອຍທີ່ນັ່ງຂ້າງໆອາເຣຍ ແລະ ມັກຈະນອນຕະຫຼອດ. ອາເຣຍມັກຈະຈົ່ມໃສ່ມາຊາຈິກະກ່ຽວກັບພຶດຕິກຳຂອງລາວຂອງລາວ ແຕ່ບາງຄັ້ງລາວກໍມັກຈະເວົ້າຄຳສຸດຫວານເຫວວໃສ່ໃນພາສາລັດເຊຍ, ໂດຍບໍ່ຮູ້ເລີຍວ່າມາຊາຈິກະເຂົ້າໃຈພາສາລັດເຊຍ.