ຊ່ວຍເຫຼືອ:ລິ້ງຂ້າມພາສາ

ລິ້ງຂ້າມພາສາ ຫຼື ລິງກ໌ຂ້າມພາສາ ເປັນການສ້າງລິ້ງເຊື່ອມຕໍ່ບົດຄວາມໃນວິກິພີເດຍຂອງວິກິພີເດຍພາສາໜຶ່ງໄປຍັງບົດຄວາມພາສາອື່ນທີ່ມີເນື້ອຫາດຽວກັນ ລ້ງຂ້າມພາສາໂດຍປົກກະຕິແລ້ວຈະສະແດງສ່ວນລຸ່ມສຸດຂອງເມນູດ້ານຊ້າຍມື

ເມື່ອໃດທີ່ຄວນໃສ່ ດັດແກ້

ເມື່ອໃດກໍ່ຕາມບົດຄວາມຈາກວິກິພີເດຍສອງພາສາກ່າວເຖິງເລື່ອງດຽວກັນ ລິ້ງຂ້າມພາສາຈະເປັນໂຕເຊື່ອມຕໍ່ໃຫ້ຜູ້ອ່ານຂ້າມມາອ່ານພາສາອື່ນໄດ້ ເຊິ່ງມີປະໂຫຍດໃຫ້ຜູ້ໃຊ້ວິກິພີເດຍລາວສາມາດເຂົ້າໄປອ່ານບົດຄວາມເລື່ອງດຽວກັນໃນພາສາອື່ນ (ເຊິ່ງສ່ວນໃຫຍ່ເປັນພາສາອັງກິດ) ແລະ ຍັງເຮັດໃຫ້ຜູ້ໃຊ້ພາສາອື່ນເຂົ້າມາອ່ານບົດຄວາມໃນພາສາລາວເຊັ່ນດຽວກັນ

ສິ່ງທີ່ຄວນລະວັງຄືຈະບໍ່ມີການນຳລິ້ງພາສາໃສ່ ຖ້າບົດຄວາມປາຍທາງໃນພາສານັ້ນຍັງບໍ່ມີການສ້າງ ເຊິ່ງບາງຄົນເຂົ້າໃຈຜິດວ່າຖ້າມີການສ້າງລິ້ງພາສາ ແລະ ບົດຄວາມຈະຖືກສ້າງເອງອັດຕະໂນມັດໂດຍກ່ອນທີ່ຈະນຳລິ້ງຂ້າມພາສາມາໃສ່ ໃຫ້ກວດສອບເບິ່ງກ່ອນທຸກຄັ້ງວ່າມີບົດຄວາມນັ້ນມີຢູ່ຈິງ ເພື່ອຄວາມສະດວກ ທ່ານສາມາດໃສ່ພຽງລິ້ງຂ້າມພາສາໄປວິກິພີເດຍອັງກິດ ຈາກນັ້ນຈະມີບັອດເຮັດໜ້າທີ່ອັບເດດລິ້ງຂ້າມພາສາໃຫ້ຕາມຫຼັງ ລວມເຖິງໃສ່ລິ້ງຂ້າມພາສາໃສບົດຄວາມທີ່ວິກີພີເດຍອັງກິດກັບມາທີ່ບົດຄວາມໃນວີກີພີເດຍລາວ

 
ລິ້ງໄປແກ້ໄຂໃນໜ້າຂອງວິກິດາຕ້າ

ວິທີການໃຊ້ງານ ດັດແກ້

ໜ້າຕ່າງໆ ໃນວິກິພີເດຍມີລາຍຊື່ໜ້າໃນພາສາຕ່າງໆ ຕົວຢ່າງເຊັ່ນສິກິພີເດຍ ມີໜ້າບົດຄວາມໄອແລນ ທີ່ໃຊ້ຊື່ວ່າ "Éire" ດັ່ງໃນໜ້າວິກິພີເດຍພາສາອັງກິດໃນບົດຄວາມໄອແລນຈະມີລິ້ງຂອງພາສາໄອຣິຊດ້ວຍໂດຍປົກກະຕິແລ້ວໜ້າພາສາຕ່າງໆ ຈະຢູ່ໃນຖັນເບື້ອງຊ້າຍຂອງໜ້າຈໍ

ວິກິດາຕ້າ ດັດແກ້

ເບິ່ງໜ້າຫຼັກທີ່: ວິກິພີເດຍ:ວິກິດາຕ້າ

ວິກິດາຕ້າ ເປັນໂຄງການເພື່ອສ້າງຖານຂໍ້ມູນທີ່ຮ່ວມແກ້ໄຂກັນໄດ້

ການເພີ່ມລິ້ງ ດັດແກ້

ໃນບົດຄວາມຂອງວີກີພີເດຍ ດ້ານຊ້າຍມື ຫົວຂໍ້ "ພາສາອື່ນ" ມີປຸ່ມ "ແກ້ໄຂລິງກ໌" (Edit Links) ໃຫ້ຄລິກເຂົ້າໄປ ຈະນຳໄປສູ່ໜ້າໃໝ່

  • ເລື່ອນລົງມາຈະເຫັນຫົວຂໍ້ 'ວິກິພີເດຍ' ກົດ 'ແກ້ໄຂ' ດ້ານເທິງຂອງກ່ອງ
  • ກົດບ່ອນຊ່ອງວ່າງດ້ານລຸ່ມສຸດຂອງລາຍຊື່ ທີ່ມີຕົວອັກສອນຈາງໆ ວ່າ 'ວິກິ' ຖ້າຈະເພີ່ມບົດຄວາມພາສາລາວ ໃຫ້ໃສ່ໂຄ້ດ lo
  • ບ່ອນຊ່ອງວ່າງຖັດໄປດ້ານຂວາ ທີ່ມີຕົວອັກສອນຈາງໆ ວ່າ 'ໜ້າ' ໃຫ້ພິມຊື່ບົດຄວາມໃນພາສາລາວທີ່ຕ້ອງການເຊື່ອມໂຍງ
  • ກົດ 'ບັນທຶກ' ບ່ອນດ້ານເທິງຂອງກ່ອງ

ຖ້າຫາກຂຶ້ນຂໍ້ຄວາມວ່າ "Site link ... is already used by item Q...." ນັ້ນໝາຍຄວາມວ່າມີໜ້າຊ້ຳໃນວິກິດາຕ້າ

ຮູບແບບການລຽງ ດັດແກ້

ໃນວິກິພີເດຍພາສາລາວຈະລຽງລິ້ງຂ້າມພາສາຕາມປົກກະຕິໂດຍລຽງລະຫັດພາສາເລີ່ມຕົ້ນຈາກ a → z ເຊິ່ງໃນວິກິພີເດຍແຕ່ລະພາສາຈະມີຮູບແບບທີ່ແຕກຕ່າງຂຶ້ນຢູ່ກັບການກຳນົດຂອງພາສານັ້ນ ໂດຍບາງພາສາຈະລຽງໃຫ້ ວິກິພີເດຍພາສາອັງກິດຂຶ້ນມາເປັນອັບດັບໜຶ່ງສະເໝີ

ເບິ່ງເພີ່ມເຕີມ ດັດແກ້