ຊຸມຊົນແອອັດ
ຊຸມຊົນແອອັດ ຫຼື ສະລຳ (ອັງກິດ: slum) ຕາມຄຳຈຳກັດຄວາມຂອງສະຫະປະຊາຊາດ ໝາຍເຖິງພື້ນທີ່ເສື່ອມໂຊມສ່ວນໜຶ່ງຂອງເມືອງທີ່ມີລັກສະນະສະເພາະຄື ບ້ານເຮືອນທີ່ສ້າງຂຶ້ນຕ່ຳກວ່າມາດຕະຖານ ຄວາມສົກກະປົກຮຸງຮັງ ແລະການຂາດຮັກສາຄວາມປອດໄພທີ່ມັ່ນຄົງ ຈາກຂໍ້ມູນຂອງສະຫະປະຊາຊາດ ພົບວ່າອັດຕາສ່ວນຂອງຜູ້ຢູ່ອາໄສໃນຊຸມຊົນແອອັດໃນເຂດເມືອງໃນຊ່ວງ ຄ.ສ. 1992 - 2005 ລົດລົງຮ້ອຍລະ 47 ເປັນຮ້ອຍລະ 37 ຢ່າງໃດກະຕາມ ເນື່ອງດ້ວຍປະຊາກອນໂລກທີ່ເພີ່ມຂຶ້ນ ໂດຍສະເພາະຢ່າງຍິ່ງປະຊາກອນໃນເຂດເມືອງ ຜູ້ຢູ່ອາໄສໃນຊຸມຊົນແອອັດໃນເຂດເມືອງຈຶ່ງເພີ່ມຂຶ້ນຕາມ ຈຳນວນຜູ້ອາໄສໃນຊຸມຊົນແອອັດທົ່ວໂລກມີປະມານໜຶ່ງພັນລ້ານຄົນ ແລະຈະເພີ່ມຂຶ້ນເປັນສອງພັນລ້ານຄົນໃນປີ ຄ.ສ. 2030
ລັກສະນະສະເພາະຂອງຊຸມຊົນແອອັດອາດຈະແຕກຕ່າງກັນໄປໃນແຕ່ລະພູມິພາກ ສິ່ງທີ່ມັກຄືກັນຄືຜູ້ຢູ່ອາໄສມີຖານະຢາກຈົນຫຼາຍຫຼືດ້ອຍໂອກາດທາງສັງຄົມ ສິ່ງກໍ່ສ້າງໃນຊຸມຊົນແອອັດມີຫຼາກຫຼາຍຕັ້ງແຕ່ກະທ່ອມຫຼືເພິງຢ່າງງ່າຍ ໆ ໄປຈົນເຖິງໂຄງສ້າງຖາວອນທີ່ອະນຸລັກໄວ້ຢ່າງດີຊຸມຊົນແອອັດສ່ວນຫຼາຍຂາດແຄນນ້ຳສະອາດ ໄຟພ້າ ສຸຂາພິບານ ແລະສາທາລະນູປະໂພກອື່ນ ໆ
![](http://upload.wikimedia.org/wikipedia/commons/thumb/7/76/Kibera.jpg/220px-Kibera.jpg)
![](http://upload.wikimedia.org/wikipedia/commons/thumb/d/d0/Principaux_Bidonvilles.png/220px-Principaux_Bidonvilles.png)