ກະເທີນ
ໃນພາສາລາວ, ຄຳທີ່ໃຊ້ບົ່ງບອກ ເຖິງຄຸນລັກສະນະ ຂອງຄຳນາມ, ແທນນາມ, ກຳມະ ຫລື ແມ່ນແຕ່ຄຸນນາມ ຫລື ຄຳວິເສດດ້ວຍກັນນັ້ນມີຫລາຍ ແລະ ຖ້າລວມເອົາຄຳ ໃນພາສາຖິ່ນ ຍິ່ງມາກມາຍກາຍກອງ. ມື້ນີ້ ຈຶ່ງຂໍນຳບາງຄຳ ມາສະເໜີ ຄືຄຳ: "ກະເທີນ".
ຄຳນີ້ມີລັກສະນະ ກວ້າງຂວາງຫລາຍ, ທ້ອງຖິ່ນໃດກໍ່ໃຊ້ ເຊິ່ງຖືເປັນຄຳກາງ ທີ່ຄົນລາວທຸກພາກໃຊ້, ເຮັດໜ້າເປັນຄຳຄຸນນາມ ຫລື ວິເສດ ກໍ່ວ່າ. ໃຊ້ຂະຫຍາຍນາມ, ແທນນາມກຳມະ ແລະ ຄຸນນາມດ້ວຍກັນ, ແຕ່ສ່ວນຫລາຍມັກໃຊ້ ຂະຫຍາຍຄຸນນາມດ້ວຍກັນ. ຄຳ "ກະເທີນ" ເປັນຄຳບອກຄຸນລັກສະນະ ການກະທຳທີ່ຜູ້ກະທຳ ບໍ່ທັນໄດ້ຕັ້ງໃຈແທ້, ຖ້າໃຊ້ຂະຫຍາຍຄຸນນາມ ດ້ວຍກັນກໍ່ມີຄວາມໝາຍຄ້າຍຄືກັນ ແບບເຄິ່ງໆກາງໆ, ແຕ່ໃຊ້ຕ່າງຈາກຄຳ "ກະຈາ". ໃນພົດຈະນານຸກົມ ພາສາລາວຂອງທ່ານ ດຣ ທອງຄໍາ ອ່ອນມະນີສອນ, ພິມປີ 2008 ບັນຈຸຄຳ "ກະເທີນ" ໄວ້ໃນໜ້າທີ່ 17 ເປັນຄຳວິເສດ ມີຕົວຢ່າງ ເປັນຜະຫຍາພາສິດວ່າ: "ຕົກກະເທີນວ່າໄດ້ປໍ້າ ຊິນຳຮອນຄູ່ຊູ່ງ່າ ພ້າບໍ່ບ່ານ ຂວານບໍ່ເປ້ຈຳບ້ອງ ແມ່ນບໍ່ເຊົາ".
ຄຳ "ກະເທີນ" ໃນພາສາລາວເຮົາທຸກຖິ່ນໃຊ້ສື່ຄວາມໝາຍຄືກັນ, ຖ້າໃຊ້ຂະຫຍາຍຄຸນນາມດ້ວຍກັນ ຫລື ກຳມະກໍ່ມີດັ່ງວ່າ: ເຖົ້າກະເທີນ (ເຖົ້າພໍກະເທີນກໍ່ວ່າ), ຮູ້ກະເທີນ ຫລື ຮູ້ພໍກະເທີນ, ຮຽນພໍກະເທີນ, ມີພໍກະເທີນ ແລະ ອື່ນໆ (ແຕ່ບໍ່ນິຍົມໃຊ້: ຫົວ/ໄຫ້ກະເທີນ) ເຊິ່ງລ້ວນແຕ່ໃຊ້ບົ່ງບອກ ຄຸນລັກສະນະ ຂອງນາມໃດໜຶ່ງເຊັ່ນ: ຂ້ອຍຮູ້ພາສາອັງກິດ ພໍກະເທີນ, ແຕ່ຖ້າສື່ບອກ ໃນລັກສະນະບໍ່ຕັ້ງໃຈກໍ່ມີ: ກະເທີນວ່າໄດ້ມາແລ້ວ ກໍ່ເຮັດໃຫ້ແລ້ວສາວຽກນີ້ ດັ່ງນີ້ເປັນຕົ້ນ. ສ່ວນຄຳ "ກະຈາ" ແຕ່ເດີມດາຄົງ ສື່ຄວາມໝາຍຂະຫຍາຍນາມ ທີ່ເປັນໝາກໄມ້ ຄືໝາກພ້າວ ທີ່ກາຍອ່ອນ ເກືອບແກ່ ເອີ້ນ ໝາກພ້າວກະຈາ ແລະ ຄຳນີ້ກໍ່ຖືກນຳມາໃຊ້ ກັບການນຳໃຊ້ພາສາ ເຊັ່ນ: …ໃຊ້ພາສາແບບຊອດກະຈາ ເຊິ່ງໝາຍເຖິງການໃຊ້ຄຳສັບ ຫລື ພາສາແບບເຄິ່ງໆກາງໆ ຈະເປັນພາສາຕົນກໍ່ບໍ່ແມ່ນ, ວ່າເປັນພາສາອື່ນກໍ່ຄືບໍ່ແມ່ນ…ປະມານນັ້ນ. ສ່ວນທີ່ສັງຄົມ ມັກໃຊ້ຕື່ມໜ້າຄຳ "ກະຈາ" ຄື "ຊອດ" (ຖ້າເຮັດໜ້າທີ່ເປັນຄຸນນາມ ຫລື ວິເສດ) ກໍ່ມີຄວາມໝາຍຄ້າຍຄືກັນ ເຊິ່ງມັກໃຊ້ກັບຄົນ ແລະ ສັດ ທີ່ມີເຊື້ອສາຍປະສົມ: ລູກຊອດ, ຫມູຊອດ…ດັ່ງນີ້ເປັນຕົ້ນ.