SPV media ຄືກຸ່ມທີ່ມັກ,​ ຮັກ ແລະ ຫຼົງໄຫຼໃນການສ້າງວີດີໂອ, ແລະ ເຮັດຮູບເງົາ. ສ້າງຕັ້ງຂື້ນທຳອິດໃນປີ 2011 ໂດຍ Oley SPV ທີ່ຈັບກຸ່ມຂື້ນມາເຮັດໂປຣເຈັກວີດີໂອຕ່າງໆ. ຄັ້ງທຳອິດພວກເຂົາໄດ້ສ້າງສາລະຄະດີໃຫ້ ຄະນະວິທະຍາສາດທຳມະຊາດ ສຳເລັດ ໃນເວລາທີ່ພວກເຂົາໄດ້ຮຽນທີ່ນັ້ນ. ຫຼັງຈາກນັ້ນ, ພວກເຂົາກໍ່ໄດ້ແຍກກັນໄປ, ແລະ ດ້ວຍຄວາມຝັນຍັງບໍ່ທັນດັບ, ທາງ Oley SPV ກໍ່ໄດ້ລວມກຸ່ມອີກຄັ້ງ ໂດຍການເປີດຮັບຜູ້ທີ່ສົນໃຈດ້ານດຽວກັນມາຮ່ວມກຸ່ມເຮັດອີກຄັ້ງ ແລະ ມີຜົນງານການເຮັດເລື່ອງສັ້ນເລື່ອງທຳອິດອອກມາໃນປີ 2014.

ຫຼັງຈາກນັ້ນ,​ ພວກເຂົາກໍ່ໄດ້ເຕີບໂຕຂື້ນເລື້ອຍໆ ແລະ ເຮັດຮູບເງົາສັ້ນອອກມາອີກຫຼາຍເລື່ອງ,​ ນອກນີ້ຍັງມີລາຍການພຣີວິວໜັງສັ້ນຕ່າງໆຢ່າງຫຼວງຫຼາຍ.


ປີ 2019 ພວກເຂົາໄດ້ຈົດທະບຽນເວັບໄຊຢ່າງເປັນທາງການຄື:​ www.spvmedia.com Archived 2019-06-21 at the Wayback Machine ເຊິ່ງໃນເວັບຈະລວມມີບັນດາສາລະໜ້າຮູ້, ເຄັດລັບຕ່າງໆ,​ ຂ່າວເລື່ອງໄອທີ ແລະ ການສະເໜີລາຍການຕ່າງໆຈາກຊ່ອງຂອງພວກເຂົາ ເປັນຕົ້ນແມ່ນການ ພຣີວິວໜັງ, ເຄັດລັບໜ້າຮູ້, ສາລະເລື່ອງໄອທີ, ໜັງສັ້ນ, ແລະ ບົດຄວາມຈາກເພຈທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ.


ຊ່ອງທາງໃນການຕິດຕໍ່:

  1. ເພຈ SPV media
  2. ເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
  3. Youtube SPVmedia
  4. Website: www.spvmedia.com[dead link]