ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ

(ປ່ຽນເສັ້ນທາງມາຈາກ Lncci)

LNCCI ຫຍໍ້ມາຈາກ Lao National Chamber of Commerce and Industry ຫຼືພາສາລາວທີ່ວ່າ: ສຄອ ແຫ່ງຊາດລາວ ຄື: ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ

ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ (ສຄອ ແຫ່ງຊາດ) ຖືກສ້າງຕັ້ງຂື້ນໃນປີ 1989 ເພື່ອເປັນຕົວແທນໃຫ້ແກ່ພາກທຸລະ

 ກິດ. ສຄອ ແຫ່ງຊາດລາວ ຍັງເປັນຂົວຕໍ່ລະຫວ່າງ ອົງການລັດ ແລະ ຫົວຫນ່ວຍທຸລະກິດ, ເປັນຕົວແທນໃຫ້ແກ່ ຜູ້ໃຊ້ແຮງງານ, ກຸ່ມ 
 ທຸລະກິດ, ວິສາຫະກິດຕ່າງໆ ທີ່ສ້າງຕັ້ງ ແລະ ເຄື່ອນໃຫວ ຢູ່ໃນ ສປປ ລາວ. ປະຈຸບັນ, ສຄອ ແຫ່ງ ຊາດ ເປັນຕົວແທນ ໃຫ້ແກ່  
 1000 ກວ່າບໍລິສັດ ໂດຍຮວມມີ ສະມາຊິກຂອງ ສຄອ ແຂວງ ແລະ ສະມາຄົມ ແລະ ກຸ່ມ ທຸລະກິດ. ອັນນີ້ໄດ້ເຮັດໃຫ້ ສຄອ ແຫ່ງຊາດ ກາຍເປັນຕົວ ແທນທີ່ກ້ວາງຂວາງ ແກ່ທຸກພາກສ່ວນທຸລະກິດໃນ ສປປ ລາວ.

 ຫນ້າທີ່ 
 ເພື່ອໃຫ້ສົມກັບວ່າເປັນຂົວຕໍ່ລະຫວ່າງ ພາກລັດ ແລະ ທຸລະກິດ, ສຄອ ແຫ່ງຊາດ ລາວ ມີຫນ້າທີ່ ນຳສະເຫນີບັນຫາຕ່າງໆ ຂອງສະມາຊິກ ແລະ ພາກທຸລະກິດ ໃຫ້ ພາກລັດຮັບຮູ້, ແລະ ພິຈາລະນາທິດທາງແກ້ໄຂ. ການນຳສະເຫນີບັນຫາຕ່າງໆນັ້ນ ຈະຊ່ວຍໃຫ້ ນະໂຍບາຍ ແລະ ກົົດຫມາຍທີ່ພົວພັນກັບທຸລະກິດໄດ້ຮັບການປ່ຽນແປງ ແລະ ປັບປຸງ ເພື່ອອຳນວຍ ຄວາມສະດວກ ໃຫ້ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ໃນ ສປປລາວ.

ສຄອ ແຫ່ງຊາດ ລາວ ຍັງເປັນຕົວແທນໃຫ້ແກ່ພາກທຸລະກິດໃນການເຈລະຈາ ດ້ານທຸລະກິດ, ການຄ້າ ແລະ ແຮງງານ ໃນລະດັບພາກພື້ນ ແລະ ສາກົນ ເພື່ອຂົນຂວາຍ ແລະ ຂະຫຍາຍ ການຄ້າ ແລະ ການລົງທືນ.

ນອກຈາກນັ້ນ, ສຄອ ແຫ່ງຊາດຍັງສ້າງຄວາມເຂັ້ມແຂງໃຫ້ ການບໍລິການ ແລະ ການບໍ ລິຫານ ແກ່ບັນດາ ສຄອ ແຂວງ, ສຄອ ນະຄອນຫລວງ, ແລະ ບັນດາສະມາຄົມ ແລະ ກຸ່ມທຸລະກິດ ເພື່ອໃຫ້ອົງການຈັດຕັ້ງເຫລົ່ານັ້ນ ສາມາດຕອບສະຫນອງ ການບໍລິການຕໍ່ບັນ ດາຫົວຫນ່ວຍທຸລະກິດ. ສຄອ ແຫ່ງຊາດ ໄດ້ສ້າງໂອກາດພົບປະ, ແລກປ່ຽນຄຳຄິດ ຄຳເຫັນ ເພື່ອພັດທະນາທັກສະໃຫມ່ໆ ໃນການດຳເນີນ ທຸລະກິດໃຫ້ທັນຍຸກທັນສະໄຫມ ແລະ ໃຫ້ ເສດຖະກິດຂອງ ສປປລາວ ມີຄວາມສາມາດກຽມພ້ອມເຂົ້າໃນການເຊື່ອມໂຍງເສດຖະ ກິດໃນ ພາກພື້ນ ແລະ ສາກົນ.

ສຄອ ແຫ່ງຊາດ ມີຫນ້າທີ່ ເອື້ອອຳນວຍ ແລະ ຊ່ວຍສ້າງຄວາມເຂັ້ມແຂງ ໃຫ້ແກ່ ຜູ້ປະ ກອບການ ເພື່ອສ້າງບັນຍາກາດອັນດີໃຫ້ ແກ່ການດຳເນີນທຸລະກິດ ໃນ ສປປ ລາວ.

Web ດັດແກ້