ຄຳຮ໋ອກ ວາລະກອນ

(ປ່ຽນເສັ້ນທາງມາຈາກ Khamhawk WALAKOHN)
Khamhawk WALAKOHN
(ຄຳຮ໋ອກ ວາລະກອນ)
ເກີດ12/2/1998
ສັນຊາດລາວ
ຊື່ອື່ນສ.ວາລະກອນ
ການສຶກສາປຕ. ຄູພາສາອັງກິດ (16th March 2020)
ອາຊີບກຳລັງຫາ
ບ້ານເກີດເມືອງບາຈຽງ ຈະເລີສຸກ, ຈຳປາສັກ
ເວັບໄຊ
Khamhawk.blogspot.com

ປະຫວັດຫຍໍ້ ດັດແກ້

ຄຳຮ໋ອກ ວາລະກອນ (ພາສາອັງກິດ Khamhawk WALAKOHN) ເກີດເມື່ອວັນທີ 12 ກຸມພາ 1998, ທີ່ບ້ານ ຕາກີດ(ຫຼັກ 25) ເມືອງ ບາຈຽງ ຈະເລີນສຸກ ແຂວງຈຳປາສັກ. ເປັນບຸດຂອງທ້າວ ສຸດໃຈ ແລະ ນາງ ສຸກສະຫວັນ; ມີອ້າຍນ້ອງຮ່ວມກັນ 4 ຄົນ ອ້າຍ 2 ຄົນ ຍິງ 1 ຄົນ, ຄຳຮ໋ອກ ເປັນບຸດຜູ້ທີ່ 4, ກຳເນີດໃນຊົນຊັ້ນຊາວສວນ.

ການສຶກສາ ແລະ ການເຄື່ອນໄຫວ ດັດແກ້

          ເມື່ອປີ 2004 - 2005, ຄໍາຮ໋ອກ ວາລະກອນ ໄດ້ເຂົ້າໂຮງຮຽນປະຖົມທີ່ ໝວດປະຖົມຕາກີດ  ແລະ ໄດ້ຮຽນຈົບຊັ້ນປະຖົມ ປ.5 ສົກປີ 2008 – 2009. ປີ 2009 – 2010 ເຂົ້າສຶກສາຂັ້ນມັດທະຍົມຕອນຕົ້ນທີ່  ບ້ານ ຫ້ວຍແຮ່ ເມືອງ ບາຈຽງຈະເລີນສຸກ ກໍ່ຄື ມສ ໄຊສຳພັນ ແລະ ຈົບຊັ້ນມັດທະຍົມຕອນຕົ້ນ ມ.4 ສົກປີ 2012   ຫາ 2013. ຫຼັງຈາກຈົບຊັ້ນ ມ.4 ແລ້ວ ຄໍາຮ໋ອກ ວາລະກອນ ໄດ້ບັນປະສາເປັນສາມະເນນໃນວັນທີ 25 ກໍລະກົດ ຄ.ສ 2013; ຄໍາຮ໋ອກ ວາລະກອນ ໄດ້ເຂົ້າສຶກສາຕໍ່ຊັ້ນມັດທະຍົມຕອນປາຍ ທີ່ໂຮງຮຽນມັກທະຍົມຕອນປາຍສົງ ທ່າຫີນ ເມືອງ ປາກເຊ ເມື່ອປີ 2013 – 2014 ແລະ ຈົບຊັ້ນມັດທະຍົມຕອນປາຍ ມ.7 ເມື່ອສົກປີ 2015 – 2016.

-       ປີ ຄ.ສ 2014 ຮຽນຈົບພຣະປະຣິຍັດຕິທັມ ນັກທັມຊັ້ຕຣີ ພາກບັງຄັບ 3 ເດືອນ.

-       ປີ ຄ.ສ 2015 ຮຽນຈົບພຣະປະຣິຍັດຕິທັມ ນັກທັມຊັ້ນໂທ ພາກບັງຄັບ 3 ເດືອນ.

-       ປີ ຄ.ສ 2016 ຮຽນຈົບພຣະປະຣິຍັດຕິທັມ ນັກທັມຊັ້ນເອກ ພາກບັງຄັບ 3 ເດືອນ.

ສົກປີ 2016 – 2017, ຄໍາຮ໋ອກ ວາລະກອນ ໄດ້ເຂົ້າສຶກສາຕໍ່ຊັ້ນວິທະຍາໄລສ້າງຄູສົງ, ສາຍຄູພາສາອັງກິດປະລິນຍາຕີ  ທີ່ ວັດຫຼວງ ປາກເຊ; ນອກຈາກເປັນນັກສຶກສາຄູແລ້ວ, ຄຳຮ໋ອກ ວາລະກອນ[dead link] ຍັງເປັນນັກປະພັນ, ທັງ ເປັນນັກກະວີອີກດ້ວຍ. ບົດກະວີທີ່ພົ້ນເດັ່ນມີຄື: ບົດກອນ ຊ້ຳໃຈທີ່ຄິວລົດເມ, ບົດກອນ ມະຣະມໍລະນາ( ໃສ່ນາມປາກກາວ່າ: ສ.ວາລະກອນ), ບົດກອນ: ບຸນບ້ານປີນີ້ ແລະ ມີອີກຫຼາຍຜົນງານການຂຽນ; ນາມປາກກາທີ່ ຫຼື   ປາຍ ປາກກາທີ່ສັງຄົມຮັບຮູ້ ແລະ ຮູ້ຈັກກັນຫຼາຍແມ່ນ ສ.ວາລະກອນ; ຄຳຮ໋ອກ ວາລະກອນ ມີປາຍປາກກາ ຫຼືນາມປາກ ຫຼາຍຊື່ເຊິ່ງມີຄື: ສ.ວາລະກອນ, ສ.ຕາກີດວັງຍາວ, ສຸດໃຈ ນາມບິດາ, ຈອມໂຈນຫ້າເກົ້າຫ້າໜຶ່ງ, ຮ.ຮຸ້ງກາງດົງ, ຄ.ວາລາ, ດອກຮັກຫຼັງບ້ານ. ຜົນງານການຂຽນແມ່ນສ່ວນຫຼາຍລ້ວນແຕ່ໄດ້ອອກອາກາດທາງສະຖານີວິທະຍຸກະຈ່າຍສຽງແຫ່ງຊາດ.

ເຖິງຊີວິດນີ້, ເກີດມາເປັນຄົນ ມືນຕາເບິ່ງໂລກ ເຫັນແຈ້ງເຫັນທ່ອງເໜືອໃຕ້ ກໍ່ບຸນເທົ່າໃດແລ້ວ; ເຖິງວ່າ  ຊີວິດຈະບາງເລື່ອງ ແລະ ບາງລາວທີ່ສົມຫວັງ ແລະ ບໍ່ສົມຫວັງກໍ່ຕາມທ້ອນ, ຢ່າງໜ້ອຍ ເຮົາກໍ່ໄດ້ສູ້ ແລະປະເຊີນໜ້າ ກ້າສະບາຍດີ ແລະ ກ້າທີ່ຈະທັກທາຍນຳມັນ ກໍ່ຖືວ່າເຂັ້ມແຂງແລ້ວ. --- - ຈົບສ້າງຄຸ ປະລິນຍາຕີ ສາຍຄູພາສາອັງກິດ ທີ່ ວິທະຍາໄລຄູສົງ ຈຳປາສັກ ວັນທີ 16 ເດືອນ 3 ປີ ພ.ສ 2563 ຄ.ສ 2020 ຄະແນນສະເລ່ຍ 3.57(B+)