ຄຳວ່າ ‘Skills’ ແມ່ນຄຳທີ່ຫຼາຍຄົນຮູ້ດີມັນແປວ່າ ‘ທັກສະ’ ແຕ່ຖ້າເປັນ ‘Hard skills’ ແລະ ‘Soft Skills’ ເດ, ມັນບໍ່ໄດ້ແປວ່າ ‘ທັກສະແຂງ’ ແລະ ‘ທັກສະອ່ອນ’ ເດີ ຮາຮາ.. ແຕ່ມັນແມ່ນ: ‘ທັກສະດ້ານຄວາມຮູ້’ ແລະ ‘ທັກສະດ້ານອາລົມ’ ເຊິ່ງເປັນສິ່ງທີ່ສຳຄັນຫຼາຍຕໍ່ກັບການດຳລົງຊີວິດ ແລະ ເປັນສິ່ງທີ່ຕະຫຼາດແຮງງານໂລກຕ້ອງການຫຼາຍເດີ.

ມີຄົນເຄີຍເວົ້າວ່າ:

‘Hard Skills’ ເຮັດໃຫ້ເຈົ້າໄດ້ເຂົ້າສຳພາດວຽກ ແຕ່ການທີ່ເຈົ້າຈະໄດ້ເຮັດວຽກນັ້ນ ແລະ ໄດ້ເຮັດວຽກຈົນຮອດເຂົ້າບຳນານ ຈຳເປັນຕ້ອງມີ ‘Soft Skills’

ເວລາເຮົາຮຽນໜັງສືເມື່ອຈົບຫຼັກສູດການຳໄປປະກອບອາຊີບເຊັ່ນ: ສະຖາປັດ = ສາມາດອອກເບບຕຶກ ອາຄານ, ໂປຣແກຣມເມີ = ກາສາມາດຂຽນ code ໄດ້ປະມານນີ້ລ້ວນແຕ່ແມ່ນ ‘Hard Skills’ (ຄວາມສາມາດດ້ານອາຊີບ)

ແລະອີກດ້ານໜື່ແມ່ນເອີ້ນວ່າ ‘Soft Skills’ (ຄວາມສາມາດດ້ານສັງຄົມ) ຕົວຢ່າເຊັ່ນ: ການໃຊ້ພາສາ, ການຕິດຕໍ່ສືສານ, ການເບິ່ງໂລກໃນແງ່ດີ, ການສະແດງອອກທາງສັງຄົມ ເປັນຕົ້ນ.

‘Hard Skills’ ແມ່ນໂຕເປີດໂອກາດໃຫ້ກັບເຈົ້າແຕ່ ‘Soft Skills’ ແມ່ນໂຕທີ່ວັດວ່າເຈົ້າສາມາດເຮັດໂອກາດນັ້ນເປັນຈິ່ງໄດ້ຫຼືບໍ ??

Soft Skill ມີ 6 ທັກສະ ດັ່ງນີ້: ດັດແກ້

  1. ທັກສະໃນການສືສານລະຫວ່າງບຸກຄົນ (Interpersonal skill)ແມ່ນ ການສຶສານລະຫວ່າງຕົວບຸກຄົນໃນສັງຄົມ ຫຼື ອົງກອນເພື່ອໃຫ້ເກີ່ດຄວາມເຂົ້າໃຈທີ່ຖຶກຕ້ອງ
  2. ຈິດວິທະຍາຂອງຄວາມເປັນທີມ (Team spirit)ແມ່ນ ການເຮັດວຽກເປັນທີມ ເຮັດຫຍັງຢ່າງພ້ອມພຽງກັນ
  3. ມາລະຍາດທາງສັງຄົມ (Social grace)ແມ່ນ ການສ້າງຄວາມປະທັບໃຈໃນເບື້ອງຕົ້ນມີມາລະຍາດໃນການເຂົ້າສັງຄົມ ຮູ້ຈັກໃນໃຊ້ຄຳເວົ້າ ສິ່ງໄດ້ຄວນເວົ້າ ແລະ ສິ່ງໄດ້ບໍ່ຄວນເວົ້າ
  4. ກົດລະບຽນຂອງອົງກອນ (Business etiquette)ແມ່ນ ກົດລະບຽນຂອງກອນນັ້ນໆ
  5. ທັກສະໃນການຕໍ່ລອງເຈລະຈາ (Negotiation skills)ແມ່ນ ການເຈລະຈາເພື່ອໃຫ້ເກີດຜົນປະໂຫຍດສູງສຸດຂອງທັງສອງຝ່າຍ
  6. ຄຸນສົມບັດດ້ານພຶດຕິກຳ (Behavioral skills)ແມ່ນ ທັດສະນະຄະຕິ, ແຮງຈູງໃຈ, ການບໍລິຫານເວລາ ເປັນຕົ້ນ

ຝືກໂຕເອງແນວໃດໃຫ້ມີ Soft skill ດັດແກ້

  1. ເປັນສ່ວນໜື່ງຂອງທີມ
  2. ຖາມຄົນໃກ້ຕົວກ່ຽວກັບພຶດທິກຳທີ່ດີ ແລະ ພຶດຕິກຳທີ່ຕ້ອງປັບປ່ຽນຕົວເອງ
  3. ສາມາດບໍລິຫານເວລາໄດ້ດີບໍ
  4. ມາລະຍາດໃນການວິພາກວິຈານເປັນແນວໃດ
  5. ໃຊ້ຊີວິດຢ່າງມີສະຕິ

ດັ່ງນັ້ນເຮົາຄວນເຝິ່ກທັງ 2 ທັກສະໄປນຳກັນ ເລືອກສິ່ງທີ່ຖະນັດ ແລະ ເຮັດໄດ້ດີທີ່ສຸດ ເພື່ອຄວາມພ້ອມ ແລະ ສ້າງໂອກາດສຳລັບການເຮັດວຽກໃນອານາຄົດ