ການເຄື່ອນໄຫວຂອງປ່າໄມ້

(ປ່ຽນເສັ້ນທາງມາຈາກ Forest dynamics definition)

ການການເຄື່ອນໄຫວຂອງປ່າໄມ້ ແມ່ນເວົ້າເລື່ອງຄຸນລັກສະນະຂອງປ່າໄມ້ ມີການເຕີບໃຫຍ່, ຕາຍໄປ ແລະ ອື່ນໆ.

ຈາກຄວາມຮູ້ແຈ້ງຕໍ່ກັບການເຄື່ອນໄຫວຂອງລະບົບປ່າໄມ້ ປ່າໄມ້ທີ່ມີອາຍຸຍາວ ແມ່ນຫນຶ່ງໃນຂັ້ນຕອນ ທີ່ນຳຮອຍຂັ້ນຕອນຂອງການເລີ່ມຕົ້ນເກີດມີຕົ້ນໄມ້ຂະຫນາດຕຳ່ສຸດ(Understory Reinitiation stage).[10] ການທົບທວນຂະຫນາດດັ່ງກ່າວ ຊ່ວຍໃຫ້ເກີດຄວາມເຂົ້າໃນ ກ່ຽວກັບ:

  • Bulleted list item
   Stand-replacing: ສິ່ງກີດຂວາງ ໄປກະທົບປ່າໄມ້ ແລະ ທຳລາຍຕົ້ນໄມ້ທີ່ມີຊິວິດ.
  • Bulleted list item
   Stand-initiation: ເກີດຫມີປະຊາກອນຕົ້ນໄມ້ເກີດໃຫມ່.
  • Bulleted list item
   Stem-exclusion: ຕົ້ນໄມ້ສູງ ແລະ ແຕກກິ່ງກ້ານສາຂາອອກ ເຮັດໃຫ້ບັງແສງຕົ້ນໄມ້ຂ້າງຄຽງ. ເມື່ອເປັນແນວນັ້ນ, ຈະເຮັດໃຫ້ຕົ້ນໄມ້ດັ່ງກ່າວ ຄ່ອຍໆທຳລາຍຕົ້ນໄມ້ອື່ນໆທີ່ຖືກບັງແສງ ເຮັດໃຫ້ຄວາມຫນາແຫນ້ນຂອງປ່າໄມ້ຫລຸດລົງ. ເມື່ອເປັນແບບນີ້ ຈະເຮັດໃຫ້ຕົ້ນໄມ້ສູງດັ່ງກ່າວ ມີຂະຫນາດໃຫຍ່. ສຸດທ້າຍ ຈະເຮັດໃຫ້ຕົ້ນໄມ້ອື່ນໆໄດ້ຮັບແສງນ້ອຍ ເກີດມີຊັ້ນເນື້ອໄມ້ທີ່ນ້ອຍກວ່າ. ເມື່ອເປັນແນວນັ້ນ, ຈະເຮັດໃຫ້ຕົ້ນໄມ້ຂະຫນາດຕຳ່ສຸດຕາຍ ແລະ ເຮັດໃຫ້ຕົ້ນໄມ້ທີ່ມີຮົ່ມໃຫຍ່ຍັງຄົງຊີບຢູ່.
  • Bulleted list item
   ຕົ້ນໄມ້ຂະຫນາດຕ່ຳສຸດເກີດຂຶ້ນໃຫມ່ (Understory reinitiation): ຕົ້ນໄມ້ທີ່ຕາຍໄປແລ້ວ ຖືກລົມພັດມາ ແລະ ເຊື້ອພະຍາດ, ເກີດມີຊ່ອງຫວ່າງຂອງຮົ່ມຕົ້ນໄມ້ໃຫຍ່ ເຮັດໃຫ້ແສງສະຫວ່າງສ່ອງຜ່ານເຂົ້າສູ່ຊັ້ນປ່າທີ່ຢູ່ພື້ນ ເຮັດໃຫ້ຕົ້ນໄມ້ໃຫຍ່ ສ້າງຕົ້ນໄມ້ຂະຫນາດຕຳ່ສຸດ.
  • Bulleted list item
   ຕົ້ນໄມ້ອາຍຸແກ່(Old-growth): ເປັນຕົ້ນໄມ້ທີ່ມີຮົ່ມໃຫຍ່ ມີອາຍຸແກ່ ແລະ ຕາຍ ເຊິ່ງຈະເກີດມີຊ່ອງຫວ່າງໃຫ້ແສງລອດຜ່ານໄດ້. ເມື່ອແສງລອດຜ່ານໄດ້ໃນໄລຍະເວລາທີ່ແຕກຕ່າງກັນ ກ່ໍຈະເກີດມີ ຕົ້ນໄມ້ທີ່ຈະເລີບເຕີບໂຕ ມີຂະຫນາດຕ່າງກັນໄປນຳ, ຕົ້ນໄມ້ຂະຫນາດຕຳ່ສຸດ ຈະເຕີບໃຫຍ່ແຕກຕ່າງກັນ. ນອກຈາກນັ້ນ, ແສງທີ່ລອດຜ່ານຕົ້ນໄມ້ໃຫຍ່ ໄປສູ່ຕົ້ນໄມ້ຂະຫນາດຕ່ຳສຸດ ແມ່ນຂຶ້ນກັບທີ່ຕັ້ງຂອງຕົ້ນໄມ້ນ້ອຍ ສຳພັນກັບຊ່ອງຫວ່າງທີ່ແສງລອດຜ່ານໄດ້ ຈຶ່ງເຮັດໃຫ້ຕົ້ນໄມ້ຂະຫນາດຕ່ຳສຸດ ແຕ່ລະຕົ້ນ ມີການຈະເລີນເຕີບໃຫຍ່ ໄວຊ້າຕ່າງກັນ ເຮັດໃຫ້ມີຂະຫນາດຕ່າງກັນນຳ. ສຸດທ້າຍຕົ້ນໄມ້ຂະຫນາດຕ່ຳສຸດທີ່ເກີດຂຶ້ນ ກ່ໍຈະສູງກາຍເປັນຕົ້ນໃຫມ່ສູງໃຫ້ຮົ່ມໃຫຍ່ ແລ້ວ ໄປເພີ່ມສ່ອງແສງລອດ. ຂະບວນການດັ່ງກ່າວນີ້, ແມ່ນຂັ້ນຕອນ ຂອງຕົ້ນໄມ້ອາຍຸແກ່. ແນວໃດກໍ່ຕາມ, ບໍ່ຫມາຍຄວາມວ່າຕົ້ນໄມ້ຈະອາຍຸແກ່ຕະຫລອດໄປ. ໂດຍທົ່ວໄປລ້ວ ສາມາດກຳນົດອານາຄົດຂອງຕົ້ນໄມ້ອາຍຸແກ່ ອອກເປັນ 3 ປະເພດຄື: (1)ປ່າໄມ້ຈະກະທົບຕົ້ນໄມ້ນ້ອຍ ເຊິ່ງສ່ວນໃຫຍ່ພວກມັນຈະຕາຍ. (2)ສຸດທ້າຍ, ບັນດາຕົ້ນໄມ້ຈະສ້າງເງື່ອນໄຂບໍ່ເຫມາະສົມໃຫ້ແກ່ຕົ້ນໄມ່ທີ່ຈະມາເກີດໃຫມ່. ໃນກໍລະນີດັ່ງກ່າວ, ຕົ້ນໄມ້ອາຍຸແກ່ ຈະຕາຍ ແລະ ມີຂະຫນາດນ້ອຍ ກາຍເປັນພື້ນທີ່ປ່າ. (3) ການເກີດໃຫມ່ຂອງຕົ້ນໄມ້ຂະຫນາດຕ່ຳສຸດ ຈະມີແນວພັນຫລາກຫລາຍ ກວ່າຕົ້ນໄມ້ຂະຫນາດໃຫຍ່ທີ່ໃຫ້ຮົ່ມ ເຊິ່ງເປັນເຫດເຮັດໃຫ້ກັບສູ່ຂັ້ນຕອນຕົ້ນໄມ້ມີກ້ານຫລາຍເກີນໄປ(Stem-Exclusion stage) ແລະ ມີຊະນິດພືດແຕກຕ່າງກັນ. ຕົ້ນໄມ້ອາຍຸແກ່ ສາມາດຄົງທີ່ ແຕ່ອາຍຸຂອງມັນຂຶ້ນກັບ ອົງປະກອບຕົ້ນໄມ້ທີ່ມີຢູ່ໃນປ່າ ແລະ ອຸຫະພູມໃນເຂດນັ້ນ. ຕົວຢ່າງ: ເກີດມີໄຟໄຫມ້ປ່າ ເລື້ອຍໆ. 

ແປ ແລະ ຮຽບຮຽງໂດຍ: ທອງສັມລິດ ອ່ອນມະນີສອນ