ໝູ່ບ້ານກະຕັງ

ໝູ່ບ້ານກະຕັງ: ຕັ້ງຢູ່ໃນເຂດເມືອງຕຸ້ມລານ ທາງເໜືອຂອງແຂວງ ຕ້ອງເໝົາລົດຕຸ໊ກໆ ໄປຕາມທາງຫລວງໝາຍເລກ 23 ໄປທາງເຫນືອຂອງສາລະວັນ ປະມານ 40 ກິໂລແມັດ ລາຄາຄ່ອນຂ້າງແພງເພາະໄປລຳບາກ ຫລື ຈະນັ່ງລົດໂດຍສານທ່າແຕງ ສາລະວັນ ນັ່ງໄປເຖິງຫມູ່ບ້ານໄດ້ ຫມູ່ບ້ານກະຕັງເປັນທີ່ຕັ້ງຖິ່ນຖານຂອງຊົນເຜົ່າກະຕັງທີ່ຢູ່ລວມກັນກວ່າ 30 ຄອບຄົວ ໃນເຂດເຮືອນຫລັງຍາວປະມານ 100 ແມັດ ຊົນເຜົ່ານີ້ມີຊື່ສຽງໃນດ້ານຕຳແຜ່ນ ເປັນຜ້າໜ້າແຄບແຕ່ສີສັນສວຍງາມຫລາຍ ສາມາດໄປພັກແບບໂຮມສະເຕໄດ້ ໄປສຶກສາວັດທະນະທຳຂະໜົບທຳນຽມປະເພນີດັ້ງເດີມຂອງຊາວລາວ ແລະ ຊາວເຂົາເຜົ່າຕ່າງໆ ຕົກແລງຊາວບ້ານຈະລວມຕົວກັນກໍ່ກອງໄຟ ມີການເຕັ້ນລຳ ຂອງຍິງຊົນເຜົ່າ ຄ້າຍກັບສະແດງຮັບຂວັນສະມາຊິກໃໝ່ ເປັນການຕ້ອນຮັບນັກທ່ອງທ່ຽວທີ່ມາບ່ອນນີ້.