ໂຮ່ຈີມິນ ຫຼື ໂຮ່ຈີ້ມິງ (ຫວຽດນາມ: Hồ Chí Minh ອັກສອນຈີນ: ຫູ ຈື ໝິງ 胡志明 (19 ພຶດສະພາ 1890 - 2 ກັນຍາ 1969)[1] ຊື່ເກີດ ຫງວຽນ ຊິງກຸງ (ຫວຽດນາມ: Nguyễn Sinh Cung)[2][lower-alpha 1][4] ຍັງມີຊື່ອື່ນອີກເຊັ່ນ: ຫງວຽນ ເຕີ້ດແທັ່ງ (ຫວຽດນາມ: Nguyễn Tất Thành)ຊ່ວງໄປຮຽນ, ຫງວຽນ ອາຍ ກວັກ (ຫວຽດນາມ: Nguyễn Ái Quốc) ຊ່ວງເຄື່ອນໄຫວຢູ່ປາຣີ ຝຣັ່ງ, ບ້າກໂຮ່ (ຫວຽດນາມ: Bác Hồ ແປ: ລຸງໂຮ່) ຄໍາວ່າ: ບ້າກ (ຫວຽດນາມ: Bác ແປ: ລຸງ) ແມ່ນນັກປະຕິວັດ ແລະ ນັກການເມືອງຊາວຫວຽດນາມ

ໂຮ່ຈີ່ມິນ

ປະທານໂຮ່ຈີມິນ (ຊື່ທ່ານ ຕອນຍັງນ້ອຍແມ່ນ: ຫງວຽນຊິງກຸງ, ເຊິ່ງມີອີກຊື່ໜຶ່ງໃນໃບແຈ້ງເຂົ້າຮຽນແມ່ນ: ງວຽນເຕິດແທັງ; ແຕ່ໃນຕະຫຼອດຫຼາຍປີທີ່ທຳການປະຕິວັດກ່ອນໜ້ານີ້ ເພິ່ນໃຊ້ຊື່ວ່າ: ຫງວຽນອາຍກວັກ), ເກີດເມື່ອວັນທີ 19-5-1890, ຢູ່ບ້ານກິມລຽນ, ຕາແສງນາມລຽນ (ດຽວນີ້ແມ່ນກິມລຽນ), ເມືອງນາມດານ, ແຂວງເງະອານ ແລະ ເສຍຊີວິດເມື່ອວັນທີ 2-9-1969 ທີ່ນະຄອນຫຼວງຮ່າໂນ້ຍ.

ເພິ່ນກຳເນີດໃນຄອບຄົວທີ່ມີພໍ່ເປັນປັນຍາຊົນຜູ້ຮັກຊາດ ແຕ່ໂດຍພື້ນຖານ ແລ້ວກໍ່ແມ່ນຊົນຊັ້ນຊາວນາຜູ້ຮັກການອອກແຮງງານນັ້ນເອງ ສ່ວນແມ່ຂອງເພິ່ນກໍ່ເຊັ່ນດຽວກັນເປັນຊາວນາ, ອ້າຍ ແລະ ເອື້ອຍ ຂອງເພິ່ນກໍ່ເຂົ້າຮ່ວມຂະບວນການຮັກຊາດຕໍ່ຕ້ານຈັກກະພັດຝຣັ່ງຈົນ ເຂົ້າຄຸກເຂົ້າຕະລາງຍ້ອນ.

         ໃນວັນທີ 3-6-1911 ເພິ່ນຂຶ້ນເຮືອ Latouche-Tréville ຂອງຝຣັ່ງ ໂດຍຮັບຈ້າງເປັນຄົນງານພາຍໃນເຮືອນັ້ນ ແລ້ວວັນທີ 5-6-1911 ເດີນທາງໄປຕ່າງປະເທດທໍາມາຫາລ້ຽງຕົນເອງດ້ວຍຫຼາກຫຼາຍອາຊີບ ແລະ ເພິ່ນໄດ້ເຂົ້າຮ່ວມຂະບວນການປະຕິວັດຂອງປະຊາຊົນຫຼາຍຊາດ ແນ່ນອນວ່າເພິ່ນບໍ່ຍອມຢຸດຢັ້ງໃນການຕໍ່ສູ້ເພື່ອໃຫ້ໄດ້ມາເຊິ່ງ ເອກະລາດອິດສະລະພາບໃຫ້ແກ່ຊົນຊາດຂອງຕົນ. ປະທານໂຮ່ຈີມິນ ຖືໄດ້ວ່າ ເປັນຄົນຫວຽດນາມຜູ້ທຳອິດທີ່ສະໜັບສະໜູນມະຫາປະຕິວັດ ເດືອນຕຸລາ ລັດເຊຍ ແລະ ຊອກຄົ້ນ ລັດທິມາກ-ເລນິນ ຫົນທາງແຫ່ງການປົດປ່ອຍຂອງຊົນຊັ້ນກຳມະຊີບ ແລະ ປະຊາຊົນບັນດາປະເທດແອກເມືອງຂຶ້ນ. ປີ 1920 ເພິ່ນເຂົ້າຮ່ວມກໍ່ຕັ້ງພັກກອມມູນິດຝຣັ່ງ ທີ່ກອງປະຊຸມຕວາ. ປີ 1921 ເພິ່ນເຂົ້າຮ່ວມໃນການກໍ່ຕັ້ງສະຫະພັນບັນດາປະເທດຫົວເມືອງຂຶ້ນຝຣັ່ງ; ພິມຈຳໜ່າຍໜັງສືພິມຄົນທຸກຍາກຢູ່ຝຣັ່ງ(1922). ປີ 1923 ເພິ່ນຖືກຄັດເລືອກເຂົ້າໃນຄະນະບໍລິຫານງານສາກົນຊາວນາ. ພໍມາຮອດປີ 1924 ເພິ່ນເຂົ້າຮ່ວມກອງປະຊຸມຄັ້ງທີ V ຂອງສາກົນ ກອມມູນິດ ແລະ ຖືກແຕ່ງຕັ້ງເປັນຄະນະກຳມະການປະຈຳພາກຕາເວັນອອກ ຮັບຜິດຊອບສາກົນກອມມູນິດໂດຍກົງກ່ຽວກັບວຽກງານກົມພາກໃຕ້. ປີ1925 ເພິ່ນເຂົ້າຮ່ວມກໍ່ຕັ້ງສະຫະພັນບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດອາຊີ ແລະໄດ້ພິມຈຳໜ່າຍປຶ້ມທີ່ມີຊື່ສຽງໂດ່ງດັງ 2 ເຫຼັ້ມ: ໂທດກຳຂອງລະບອບລ່າເມືອງຂຶ້ນຝຣັ່ງ (1925) ແລະ ຫົນທາງປະຕິວັດ (1927). ປີ 1925 ເພິ່ນໄດ້ກໍ່ຕັ້ງສະມາຄົມ ຊາວໜຸ່ມປະຕິວັດຫວຽດນາມຂຶ້ນມາຢູ່ທີ່ກວາງໂຈວ (ຈີນ) ແລະ ໄດ້ສ້າງຕັ້ງ "ຄະນະກອມມູນິດ" ເພື່ອເປັນເສົາຄໍ້າໃຫ້ແກ່ສະມາຄົມດັ່ງກ່າວ ພ້ອມກັນນັ້ນ ເພິ່ນຍັງໄດ້ເຝິກຝົນກໍ່ສ້າງພະນັກງານກອມມູນິດ ເພື່ອນຳພາຂະບວນການຂອງສະມາຄົມ ແລະ ເຜີຍແຜ່ລັດທິມາກ-ເລນິນ ເຂົ້າໃນຫວຽດນາມ. ວັນທີ 3-2-1930 ເພິ່ນໄດ້ ເປັນປະທານກອງປະຊຸມກໍ່ຕັ້ງພັກ ຢູ່ທີ່ ເກົາລູນ ( ຫາກອອກສຽງພາສາຈີນກາງແມ່ນ ຈິວຫຼົງ ແຕ່ເມື່ອອອກສຽງຫວຽດແມ່ນກິວລອງ) ໃນຮອງກົງ ທີ່ຂຶ້ນກັບພວກລ່າເມືອງຂຶ້ນອັງກິດ, ກອງປະຊຸມໄດ້ຜ່ານນະໂຍບາຍການເມືອງໂດຍສັງເຂບ ແນວທາງການເຄື່ອນໄຫວໂດຍສັງເຂບ, ກົດລະບຽບຂອງພັກ ເຊິ່ງແມ່ນເພິ່ນເອງເປັນຜູ້ຮ່າງຂຶ້ນມາ. ເພິ່ນອ່ານຖະແຫຼງການ ເນື່ອງໃນໂອກາດສ້າງຕັ້ງພັກກອມມູນິດຫວຽດນາມ (ພາຍຫຼັງປ່ຽນມາເປັນ ພັກກອມມູນິດ ອິນດູຈີນ, ພັກແຮງງານຫວຽດນາມ ແລະ ດຽວນີ້ ແມ່ນພັກກອມມູນິດຫວຽດນາມ). ແຕ່ປີ 1930 - 1940 ປະທານໂຮ່ຈີມິນ ໄດ້ສືບຕໍ່ເຄື່ອນໄຫວ ເພື່ອພາລະກິດປົດປ່ອຍຊາດຫວຽດນາມ ແລະ ບັນດາປະເທດທີ່ຖືກກົດຂີ່ຂູດຮີດໃນເງື່ອນໄຂທີ່ຫຍຸ້ງຍາກສັບສົນທີ່ສຸດ. ປີ 1941 ເພິ່ນກັບຄືນມາປະເທດຈັດກອງປະຊຸມຄັ້ງທີ VIII ຂອງຄະນະບໍລິຫານງານສູນກາງນພັກກອມມູນິດອິນດູຈີນ ກຳນົດທິດທາງນະໂຍບາຍເພື່ອປົດປ່ອຍຊາດ, ກໍ່ຕັ້ງອົງກອນຫວຽດນາມເອກະລາດ ຮ່ວມກັບກຸ່ມປະເທດພັນທະມິດ (ຂຽນຫຍໍ້ວ່າ: ຫວຽດມິງ), ຈັດຕັ້ງກຳລັງປະກອບອາວຸດເພື່ອປົດປ່ອຍຊາດ ເຕົ້າໂຮມກຳລັງຢູ່ຕາມຮາກຖານ ນຳພາປະຊາຊົນລຸກຮືຂຶ້ນຕາມເຂດຕ່າງໆ ແລະ ກະກຽມການລຸກຮື້ຂຶ້ນຢຶດອຳນາດໃນທົ່ວປະເທດ.

         ພາຍຫຼັງການປະຕິວັດເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະ, ວັນທີ 2-9-1945 ທີ່ສະໜາມຫຼວງບາດິງ  ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຈັດຕັ້ງການເລືອກຕັ້ງທົ່ວປະເທດຢ່າງເສລີມີປະຊາທິປະໄຕຂຶ້ນໃນທົ່ວປະເທດ, ເລືອກຕັ້ງສະມາຊິກສະພາແຫ່ງຊາດໂດຍຜ່ານລັດຖະທຳມະນູນປະຊາທິປະໄຕທຳອິດ ຂອງຫວຽດນາມ. ສະພາແຫ່ງຊາດສະໄໝທີ I ໄດ້ ເລືອກເອົາ ໂຮ່ຈີມິນ ເປັນປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປີ1946). ຮ່ວມກັບສູນກາງພັກ ປະທານໂຮ່ຈີມິນໄດ້ນຳພາທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຫວຽດນາມ ທຳລາຍແຜນການອັນໂຫດຫ້ຽມສາມານຂອງພວກຈັກກະພັດຝຣັ່ງ ແລະ ຮັກສາອຳນາດການປົກຄອງປະຕິວັດທີ່ຍັງໜຸ່ມນ້ອຍຂອງຫວຽດນາມໄວ້ໄດ້.

         ວັນທີ 19-12-1946 ຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດທົ່ວປະເທດ ພ້ອມກັນຕອບຕ້ານຄືນການຮຸກຮານ ເທື່ອທີສອງຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ, ປົກປ້ອງເອກະລາດ ອະທິປະໄຕ ຂອງປະເທດໄວ້, ປົກປ້ອງ ແລະ ຂະຫຍາຍບັນດາໝາກຜົນຂອງການປະຕິວັດເດືອນສິງຫາໄວ້ໃຫ້ແໜ້ນໜຽວ.

         ທີ່ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ(ປີ1951) ເພິ່ນໄດ້ຖືກເລືອກຕັ້ງໃຫ້ ເປັນປະທານຄະນະບໍລິຫານງານສູນກາງພັກ, ພາຍໃຕ້ການນຳພາຂອງສູນກາງພັກ, ນຳໜ້າແມ່ນປະທານໂຮ່ຈີມິນ, ການຕໍ່ສູ້ຂອງປະຊາຊົນຫວຽດນາມ ຕໍ່ຕ້ານຄືນພວກລ່າເມືອງຂຶ້ນຝຣັ່ງ ຜູ້ຮຸກຮານໄດ້ຮັບຜົນສຳເລັດຢ່າງສົມບູນ ແລະສິ້ນສຸດດ້ວຍໄຊຊະນະ ບັ້ນຮົບດຽນບຽນຟູທີ່ສັ່ນສະເທືອນໂລກ(ປີ1954). ພາຍຫຼັງທີ່ພາກເໜືອໄດ້ ຮັບການປົດປ່ອຍຢ່າງສົມບູນ(ປີ1955), ສູນກາງພັກ ແລະ ປະທານ ໂຮ່ຈີມິນ ໄດ້ວາງສອງແນວທາງຍຸດທະສາດ ຂອງການປະຕິວັດຫວຽດນາມອອກມາຄື: ດຳເນີນການປະຕິວັດສັງຄົມນິຍົມຢູ່ພາກເໜືອ, ພ້ອມກັນນັ້ນກໍ່ດຳເນີນການຕໍ່ສູ້ປົດປ່ອຍພາກໃຕ້, ລວມປະເທດເປັນເອກະພາບໜຶ່ງດຽວ ສຳເລັດການປະຕິວັດຊາດປະຊາທິປະໄຕ ປະຊາຊົນໃນຂອບເຂດທົ່ວປະເທດ. ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ(ປີ1960) ມີມະຕິເປັນເອກະສັນ ຮັບຮອງເອົາປະທານໂຮ່ຈີມິນ ເປັນປະທານຄະນະບໍລິຫານງານສູນກາງພັກແຮງງານຫວຽດນາມ, ສະພາແຫ່ງຊາດ ສະໄໝ II, III ໄດ້ເລືອກເອົາເພິ່ນເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຮ່ວມກັບຄະນະບໍລິຫານງານສູນກາງພັກ, ປະທານໂຮ່ຈີມິນໄດ້ນຳພາຂະບວນການຕໍ່ສູ້ ຂອງປະຊາຊົນຜູ້ອົງອາດກ້າຫານຕໍ່ຕ້ານຄືນການຮຸກຮານຂອງຈັກກະພັດອະເມຣິກາ ເຊິ່ງເປັນປະເທດມະຫາອຳນາດເບີໜຶ່ງ ຂອງໂລກໃນເວລານັ້ນ, ໃນຂະນະດຽວກັນກໍ່ໄດ້ນຳພາປະຊາຊົນ ກໍ່ສ້າງສັງຄົມໃໝ່ ສັງຄົມນິຍົມ ສັງຄົມຄົນບໍ່ຂູດຮີດຄົນຢູ່ຫວຽດນາມເພື່ອເປັນການໝູນໃຊ້ທິດສະດີ ມາກ-ເລນິນ ຢ່າງມີຫົວຄິດປະດິດສ້າງ ເຂົ້າໃນສະພາບການຕົວຈິງຂອງປະເທດ ຫວຽດນາມ, ນຳເອົາແນວທາງອັນຖືກຕ້ອງສອດຄ່ອງກັບການປະຕິວັດ ຫວຽດນາມ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່. ເພິ່ນເປັນຜູ້ສ້າງຕັ້ງປັບປຸງ ພັກມາກຊິດ-ເລນິນນິດ ຢູ່ຫວຽດນາມ, ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ ຫວຽດນາມ, ສ້າງກຳລັງປະກອບອາວຸດປະຊາຊົນຫວຽດນາມ ແລະ ກໍ່ ສ້າງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ປະກອບສ່ວນເຂົ້າໃນຂະບວນການຮັດແໜ້ນນ້ຳໃຈສາມັກຄີສາກົນ ເພິ່ນແມ່ນແວ່ນແຍງອັນໃສແຈ້ງແຫ່ງນ້ຳໃຈຂອງໝູ່ຄະນະ ເພິ່ນເປັນອາຈານຜູ້ຍິ່ງໃຫຍ່ ຂອງການປະຕິວັດຫວຽດນາມ, ຜູ້ນຳທີ່ແສນເຄົາລົບຮັກຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າ. ນອກນັ້ນເພິ່ນຍັງເປັນນັກຮົບຜູ້ດີເດັ່ນ ເປັນນັກເຄື່ອນໄຫວທີ່ເຕັມປ່ຽມດ້ວຍບົດຮຽນອັນອຸດົມສົມບູນ ຂອງຂະບວນການກອມມູນິດສາກົນ ແລະ ຂອງຂະບວນການປົດປ່ອຍບັນດາປະຊາຊາດທີ່ຖືກກົດຂີ່ຂູດຮີດ. ນີ້ເປັນພຽງສ່ວນນ້ອຍໆສ່ວນໜຶ່ງໃນຊີວິດການເຄື່ອນໄຫວອັນຫຍຸ້ງຍາກສັບສົນ ແຕ່ເຕັມໄປດ້ວຍສີສັນຂອງປະທານໂຮ່ຈີມິນ ນັກປະຕິວັດ ຜູ້ຍິ່ງໃຫຍ່ຂອງໂລກ.

ອ້າງອິງ

ດັດແກ້
  1. "Ho Chi Minh". Random House Webster's Unabridged Dictionary.
  2. Trần Quốc Vượng. "Lời truyền miệng dân gian về Hồ Chí Minh". BBC Vietnamese. Retrieved 10 December 2013.
  3. Vũ Ngự Chiêu (October 23, 2011). "Vài vấn nạn lịch sử thế kỷ XX: Hồ Chí Minh—Nhà ngoại giao, 1945–1946". Hợp Lưu Magazine (in ຫວຽດນາມ). Retrieved 10 December 2013. Note: See the document in French, from Centre des archives d'Outre-mer [CAOM] (Aix)/Gouvernement General de l'Indochine [GGI]/Fonds Residence Superieure d'Annam [RSA]/carton R1, and the note in English at the end of the cited article{{cite web}}: CS1 maint: postscript (link)
  4. Nguyễn Vĩnh Châu. "Phỏng vấn sử gia Vũ Ngự Chiêu về những nghiên cứu lịch sử liên quan đến Hồ Chí Minh". Hợp Lưu Magazine. Retrieved 10 December 2013.
  1. His birth name appeared in a letter from the director of Collège Quốc học, dated 7 August 1908.[3]