ແກງຫນໍ່ໄມ້

ສ່ວນປະກອບ ດັດແກ້

ໜໍ່ໄມ້, ຊີ້ນໝູ, ໝາກອຶ,ໝາກບວບ, ຍອດໝາກອຶ, ເຂົ້າເບືອ, ເຫັດຂາວ ຫຼື ເຫັດຫູໜູ, ປາແດກ, ຢານາງ, ຜັກຂະແຍງ, ໝາກເຜັດ, ໝາກແຄ້ງຟ້າ(ບາງທ້ອງຖິ່ນກໍ່ບໍ່ໃສ່). ການກະກຽມ: ໜໍ່ໄມ້ຊອຍເປັນຕ່ອນພໍດີ, ໝ່າເຂົ້າເບືອແລ້ວຕຳໃສ່ກັບໝາກເຜັດ, ຢານາງຄັ້ນນ້ຳໄວ້, ໝາກອຶຕັດເປັນຕ່ອນພໍດີຄຳ, ສ້ອມຍອດໝາກອຶເອົາເຍືອກອອກ.

ວິທີເຮັດ ດັດແກ້

ກ່ອນອື່ນຄ້າງໝໍ້ນ້ຳລ້າແລ້ວຕົ້ມໜໍ່ໄມ່ທີ່ຕຽມມາໃຫ້ຈືດຫລັງຈາກນັ້ນກໍ່ປ່ຽນນ້ຳອອກແລ້ວເອົານ້ຳຢານາງໃສ່ຫຼັງຈາກຟົດແລ້ວເອົາເຂົ້າເບືອທີ່ຕຳໃສ່ໝາກເຜັດລົງ, ຫຼັງຈາກນັ້ນເອົາໝາກອຶ,ໝາກບວບ ແລະ ໝາກແຄ້ງຟ້າ(ບາງທ້ອງຖຶ່ນກໍ່ບໍ່ໃສ່ໝາກແຄ້ງ)ແລ້ວ ຕາມດ້ວຍເຫັດ, ໝາກເຜັດເປັນໜ່ວຍ, ພໍໃກ້ຈະສຸກກໍ່ເອົາຍອດໝາກອຶລົງກັບປາແດກແລ້ວປຸງຕາມລົດຊາດທີ່ມັກ ສຸດທ້າຍກໍ່ເອົາຜັກຂະແຍງລົງ ຫຼື ຜັກຂະກໍ່ໄດ້. ໝາຍເຫດ:ແກງໜໍ່ໄມ່ທາງພາກເໜືອກັບພາກໃຕ້ຈະບໍ່ຕືກັນ.