ເຮືອນມໍລະດົກຊຽງມ່ວນ

ເຮືອນມໍລະດົກຊຽງມ່ວນ "ເຮືອນໄມ້ເກົ່າແກ່ທີ່ສຸດໃນຫລວງພະບາງ" ເຮືອນມໍລະດົກຊຽງມ່ວນ ເປັນອາຄານອະນຸລັກ ຂອງອົງການອູຍເນດສະໂກ ກ່າວກັນວ່າ ດັ້ງເດີມເປັນຂອງພະຍາໝື່ນນາ ຂຸນນາງໃນຣາຊະສຳນັກລ້ານຊ້າງ ໃນສະໄໝໜຶ່ງຂຸນນາງ ແລະ ຄະຫະບໍດີ ເມືອງຫລວງພະບາງ ນິຍົມປູກເຮືອນຕຶກແບບຝຣ່ັງ ເຮັດໃຫ້ອາຄານໄມ້ແບບເດີມຖືກຮື້ໄປຫລາຍ ທີ່ເຫລືອສະພາບສົມບູນຢູ່ກໍສະເພາະເຮືອນຫລັງນີ້ເທົ່ານັ້ນ ນັບເປັນສັນຍະລັກຂອງການເປັນມໍລະດົກໂລກທີ່ອົງການອູຍເນດສະໂກໄດ້ອະນຸລັກໄວ້ເປັນແບບ ຢ່າງຂອງເຮືອນລາວຍຸກບູຮານ.