ເສື່ອ
ໃນກຸ່ມຄຳທີ່ເປັນຄຳນາມ ບອກເຖິງຊື່ເອີ້ນວັດຖຸ ທີ່ຄົນເຮົາປະດິດຂຶ້ນ ແລະ ໃຊ້ປູນອນໃນພາສາລາວຫລັກໆ ແຕ່ເດີມດາມາມີຄຳ: ສາດ, ເສື່ອ ເຊິ່ງເປັນຄຳໂດດພະຍາງດຽວ, ໃຊ້ແລ້ວກໍ່ໄດ້ຄວາມໝາຍ ຄົບຖ້ວນໃນຕົວຂອງມັນ ໂດຍບໍ່ຈຳເປັນອະທິບາຍຕື່ມກໍ່ໄດ້.
ຄຳ “ເສື່ອ”, ພົດຈະນານຸກົມພາ ສາລາວຂອງ ດຣ. ທອງຄຳ ອ່ອນມະນີສອນ ພິມ ປີ 2008 ລະບຸວ່າ ເປັນຄຳນາມ, ໝາຍເຖິງ ເຄື່ອງປູນອນ, ຫຍິບດ້ວຍ ຜ້າແພແລ້ວ ຍັດດ້ວຍນຸ່ນ, ມີຄຳກອນພື້ນທ້າວ ຮຸ່ງ ທ້າວ ເຈືອງ ເປັນຕົວຢ່າງວ່າ: “…ຄີງແພງນອນເສື່ອ ພຽງທຽມທ້າວ”.
ແຕ່ໃດມາການໃຊ້ຄຳວ່າ ເສື່ອ ໃນພາສາລາວ, ເຖິງວ່າບໍ່ມີຄຳວ່າ ປູນອນ ຫລື ນອນ ມາປະກອບຕໍ່ທ້າຍ ກໍ່ໄດ້ຄວາມໝາຍ ຫລື ສາມາດສື່ ຄວາມໝາຍ ໄດ້ໂດຍບໍ່ຕ້ອງ ອະທິບາຍ, ຍ້ອນຄຳ “ເສື່ອ” ໂດຍພື້ນຖານແລ້ວ ແມ່ນໃຊ້ປູນອນ ໂດຍສັງເກດຈາກຮູບຊົງ ນ້ອຍໃຫຍ່ແລ້ວແຕ່ ຜູ້ເຮັດຕ້ອງການ, ແຕ່ຈຸດລວມທີ່ຄືກັນນັ້ນ ແມ່ນຄວາມ ຍາວທີ່ຕ້ອງຖື ເອົາຄວາມຍາວຂອງລຳຕົວ ຫລື ຮ່າງຂອງຄົນເຮົາ ເປັນພື້ນຖານ ໃນການເຮັດເສື່ອ. ຕັ້ງແຕ່ເດີມດາມາ ແມ່ນເຮັດຂຶ້ນມາ ເພື່ອປູນອນ, ແຕ່ປັດຈຸບັນ ກໍ່ມີບາງຄັ້ງຄາວ ທີ່ເສື່ອຖືກນຳໄປໃຊ້ປູນັ່ງ ເພື່ອໃຫ້ນັ່ງໄດ້ ຫລາຍລຽນກັນ (ບາງເທື່ອເຫັນໃຊ້ປູ ໃຫ້ພະສົງນັ່ງ ໃນເວລານິມົນເພິ່ນ ໄປບຸນເຮືອນ...) ໃນກໍລະນີທີ່ບໍ່ມີແນວປູນັ່ງ ຫລື ສະໜາ (ບາງທ້ອງ ຖິ່ນ ກໍ່ວ່າຜ້ານັ່ງ).
ປັດຈຸບັນເຮົາເຫັນ ການໂrສະນາຂາຍ ເສື່ອບາງກໍລະນີພິມຄຳ: ເສື່ອນອນ, ຄຳຕໍ່ທ້າຍຄິດວ່າ ຜູ້ທີ່ສື່ຄວາມໝາຍ ຕ້ອງການໃຫ້ແຈ້ງຂຶ້ນ ຫລືບໍ່, ແຕ່ໃນຄວາມໝາຍຂອງ ພາສາລາວແລ້ວໃຊ້ຄຳ: ເສື່ອ ຄົນລາວເຂົ້າໃຈດີວ່າ ເປັນເຄື່ອງໃຊ້ປູນອນ. ສົມທຽບຄຳນີ້ ໃນກຸ່ມພາສາລາວ-ໄຕ, ໃນພາສາໄທຄຳນີ້ ມີຄວາມໝາຍກົງກັບຄຳ “ສາດ” ໃນ ພາສາລາວ.
ສ່ວນຄຳ “ສາດ” ໃນພົດຈະນານຸກົມ ພາສາລາວ ຂອງທ່ານ ດຣ ທອງຄຳ ອ່ອນມະນີສອນ ໄດ້ລະບຸຄວາມໝາຍໄວ້ 3 ກໍລະນີຄື: ເປັນຄຳນາມ 1 : ເຄື່ອງປູນອນ ແລະ ນັ່ງ ເປັນຜືນ, ຕໍ່າ ຫລື ສານດ້ວຍຜື, ປໍກ້ວຍ, ຫຍ້າຕອກ, ຫວາຍ; ເປັນ ຄຳນາມ 2: ໝາຍເຖິງ ຕຳລາວິຊາການ, ຄວາມຮູ້ວິຊາການ (ໃນຄວາມໝາຍນີ້ ມາຈາກເຄົ້າພາສາ ສັນສະກິດ); ໃນກໍລະນີ ເປັນຄຳກຳ ມະໝາຍເຖິງອາການ ຫລື ການກະທຳຂອງຄົນ ໃຊ້ມືຈັບໂອ, ຊາມ, ຫມໍ້…ທີ່ມີນ້ຳແກວ່ງແຂນ ໄປໜ້າຢ່າງແຮງ ເພື່ອໃຫ້ນ້ຳອອກ ຈາກໃນໂອ, ຊາມ, ໝໍ້ໃຫ້ກະຈາຍອອກ ດັ່ງນີ້ເປັນຕົ້ນ.