ເສດຖະກິດລາວ ມີຂະໜາດນ້ອຍຫຼາຍໃນພູມມິພາກອາຊີ. ເສດຖະກິດສ່ວນຫຼາຍເຕີບໂຕດ້ວຍພາກອຸດສາຫະກຳປະມານ 70% ອີກ 30% ເປັນພາກບໍລິການ.
ໃນປີ 2013 ປະເທດລາວປະສົບບັນຫາເງີນເຟີ້ຢ່າງຮຸນແຮງ ໂດຍເງີນເຟີ້ທີບໂຕຂື້ນໄປເຖີງ 9.5%, ສາເຫດຫຼັກໆ ມາຈາກການນຳເຂົ້າທີ່ຫຼາຍເກີນໄປ
ເຮັດໃຫ້ລັດຖະບານຂາດດຸນການຄ້າ, ແຖມລັດຖະບານຍັງປະສົບບັນຫາໜີ້ສິນຕໍ່ GDP ຫຼາຍເກີນກວ່າທີ່ຜົນຜະລິດຈ່າຍໄດ້ເຖິງ 30% ຕໍ່ GDP

ໃນປີ 2010 ລັດຖະບານໄດ້ມີມາດຕະການແກ້ໄຂເງີນເຟີ້ດ້ວຍການພິມເງີນໃບລະ 100,000 ກີບອອກສູ່ລະບົບ, ແຕ່ປັນຫາຍັງຄົງມີຢູ່ ສໍແວວ
ອີກວ່າມັນສິເພີ່ມທະວີຂື້ນ, ເຮັດໃຫ້ຕະຫຼາດຮຸ້ນລາວມີການເຄື່ອນໄຫວໃນກອບແຂບແລະຕົກລົງມີກວ່າ 30% ພາຍໃນປີກາຍນີ້

ອີກສາເຫດທີ່ເຮັດໃຫ້ເສດຖະກິດລາວປະສົບບັນຫາເງີນເຟີ້ ເນື່ອງຈາກຄົນລາວເອງທີ່ໃຊ້ເງີນກີບໜ້ອຍຫຼາຍ ເພາະວັດທະນາທຳທີ່ຄົນລາວມັກໃຊ້ເງີນ BAHT ໃນການຊື້ສິນຄ້າ
ຫຼືໃຊ້ເງີນ USD ໃນການຊື້ລົດໃຫ່ຍ. ຜົນສຳຫຼວດບອກວ່າເນື່ອງຈາກຄົນລາວບໍ່ມັກຖືເງີນໃບໃຫ່ຍເລີຍຫັນໄປໃຊ້ເງີນຕ່າງປະເທດ ຈົນເຮັດໃຫ້ການເງີນປະເທດລາວປະສົບບັນຫານີ້