ເມືອງໃຫມ່ ໄລຍະທາງ 38 ກິໂລແມັດ ຈາກເມືອງຂວາ ເສັ້ນທາງທຸລະກັນດານຫລາຍຂຶ້ນ ເປັນເມືອງທາງຜ່ານສູ່ດ່ານຊາຍແດນປະເທດຫວຽດນາມ ຕົວເມືອງນ້ອຍໆ ແຕ່ກໍພໍຫາໂຮງແຮມພັກຄ້າງແຮມໄດ້ ແຫລ່ງທ່ອງທ່ຽວໃນເມືອງຢູ່ລະຫວ່າງ ລໍຖ້າການພັດທະນາ ທີ່ໜ້າສົນໃຈຄື: ນ້ຳຕົກຕາດຫ້ວຍຈິກ ສາມາດນຳລົດໄປໄດ້ແຕ່ທາງບໍ່ດີ ສ່ວນຖ້ຳກະເດື່ອງ, ຖ້ຳເຂາະ, ນ້ຳຕົກຕາດຜາອຸ່ມ ຄວນມີຜູ້ນຳທາງໄປນຳເພາະອາດຫລົງທາງໄດ້.