ເມືອງໂຂງ ເປັນເມືອງທີ່ຢູ່ໃຕ້ສຸດຂອງປະເທດລາວ, ເປັນເມືອງທີ່ມີເກາະດອນນ້ອຍໃຫຍ່ຈຳນວນຫຼວງຫຼາຍ ຈົນໄດ້ຮັບການຂະໜານນາມວ່າເປັນ ມະຫານາທີ ສີທັນດອນ. (4000 islands).

ໃນເມື່ອກ່ອນເມືອງໂຂງເຄີຍເປັນເມືອງເອກຂອງຂອງສັນທັນດອນ, ຫຼັງປ່ຽນແປງການປົກຄອງ, ເມືອງຂອງຈຶ່ງໄດ້ຖືກລວມເຂົ້າເປັນໜຶ່ງໃນຂອງແຂວງຈຳປາສັກ. ເມືອງໂຂງຍັງເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ, ໂດຍສະເພາະແມ່ນນ້ຳຕົກຕາດຄອນພະເພັງ, ແລະ ບ້ານຄອນດອນເດດ.