ເມືອງເງິນເປັນເມືອງໜຶ່ງຕັ້ງຢູ່ທາງທິດເໜືອຂອງແຂວງໄຊຍະບູລີ ມີຊາຍແດນທິດຕາເວັນອອກຕິດກັບເມືອງຫົງສາ, ທິດຕາເວັນຕົກ ແລະ ທິດໃຕ້ຕິດກັບປະເທດໄທ ແລະທິດເໜືອຕິດກັບເມືອງປາກແບງ. ລາຍຊື່ແຕ່ລະບ້ານໃນເມືອງເງິນມີດັ່ງນີ້: 1. ບ້ານນາຍາງ 2. ບ້ານນາງົວ 3. ບ້ານນ້ຳເງິນ 4. ບ້ານຫລວງມີໄຊ 5. ​ ບ້ານແກ້ວດອນຄູນ 7. ບ້ານຂອນ 8. ບ້ານເພຍງາມ 9. ບ້ານບີໝີ 10. ບ້ານກາງ 11. ບ້ານຫວ້ຍເຜິ້ງ 12. ບ້ານດອນສະຫວ່າງ 13. ນ້ຳທົນ 14. ບ້ານຜາແດງ 15. ບ້ານທອງ 16. ບ້ານໂຮມໄຊ 17. ບ້ານປາກແຄນ 18. ບ້ານຫ້ວຍເງີຍ 19. ບ້ານບໍ່ຫຼວງ 20. ບ້ານປາງບົງ 21. ບ້ານປູ່ງຝາດ 22. ບ້ານກິ່ວງິ້ວ ຄຳຂວັນປະຈຳເມືອງເງິນ: "ເຈີນໝົດຕຸກກົນໄປແອ່ວເມືອງລື້ ລາຍນ້ຳໄຫລລາວລື້ ເລື່ອງລື້ພະທາດໝັດຄຳ ເຊີນຊົມວັດສະຫຼີບູນຍືນ"

ວັດຕາມນ້ຳເບີຂ້າງເທິງ

1.ວັດນາຍາງ ຫຼື ວັດສີຼນາຍາງ

2.ວັດສະຫຼີນາງົວ

3.ວັດນ້ຳເງີນ

4.ວັດສະຫຼີບຸນຍືນ ຫຼື ວັດຫຼວງລື້ ແລະ ວັດສີຼດອນໄຊ

5.ວັດສີຼດອນແກ້ວ

7.ວັດຂອນສຸຂາຣາມ

8.ວັດສະຫຼີດອນແຍງ

9.ວັດບີໝີສີຼໂພໄຊ

10.-22ບໍ່ມີວັດ

+ພິເສດ

-ພຣະທາດ ໝັດຄຳ ເປັນພຣະທາດທີ່ເກົ່າແກ່ທີ່ສຸດໃນເມືອງເງິນ

-ວັດສະຫຼີບຸນຍືນ ຫຼື ວັດຫຼວງລື້ ແມ່ນວັດທີ່ເກົ່າແກ່ທີ່ສຸດໃນເມືອງເງິນ

+ການລວມບ້ານ

-ບ້ານນາຍາງ+ບ້ານດອນຄຳ=ບ້ານນາຍາງຄຳ

-ບ້ານຫຼວງ+ບ້ານດອນໄຊ=ບ້ານຫຼວງມີໄຊ

-ບ້ານດອນແກ້ວ+ບ້ານດອນຄູນ=ບ້ານແກ້ວດອນຄູນ

+ການຢ້າຍບ້ານ

-ບ້ານກີ່ວງີ້ວ ຢ້າຍຈາກຊາຍແດນຫົງສາ-ເງິນໄດ້ຈັດສັນບ້ານໂດຍ ບໍລິສັດ ໄຟຟ້າຫົງສາ ຈຳກັດ

+ປະຫວັດທາດໝັດຄຳ

ພະທາດໝັດຄຳ ເມືອງເງິນ ແຂວງໄຊຍະບູລີ.

ພະທາດໝັດຄຳ ຕັ້ງຢູ່ບ້ານແກ້ວດອນຄູນ ເຊິ່ງຫ່າງຈາກເທດສະບານເມືອງເງິນ ປະມານ 3 ກິໂລແມັດ, ມີເສັ້ນທາງຂຶ້ນຫາພະທາດ, ເຊິ່ງນັກທ່ອງທ່ຽວສາມາດ ຂີ່ລົດ ຫຼື ຍ່າງຂຶ້ນໄປກໍໄດ້.

ຕາມການບອກເລົ່າສືບຕໍ່ກັນມາວ່າ: ແຕ່ກ່ອນ ມີພວກມ່ານ (ພະມ້າ) ມາຕັ້ງບ້ານເຮືອນຢູ່ເຂດຫົວທົ່ງຂາມ (ເຂດບ້ານນ້ຳເງິນ ໃນປະຈຸບັນ) ເຊິ່ງຍັງມີຮ່ອງຮອຍທາດ ແລະ ວັດເກົ່າຫຼົງເຫຼືອຢູ່. ພວກມ່ານໄດ້ເຂົ້າໄປໃນປ່າ ແລະ ເຫັນຊ້າງໂຕໜຶ່ງ ທີ່ມີລັກສະນະຜິວພັນເປັນສີເງິນ ຍ່າງເລາະລຽບຕາມແມ່ນ້ຳສາຍໜຶ່ງ (ຕໍ່ມາແມ່ນ້ຳສາຍນັ້ນ ຈິ່ງມີຊື່ວ່າ: “ນ້ຳເງິນ”). ພໍໄປຮອດປາກນ້ຳ, ຊ້າງໂຕນັ້ນພັດຍ່າງໄປຂຶ້ນແມ່ນ້ຳສາຍໃໝ່ (ແມ່ນ້ຳສາຍດັ່ງກ່າວ ຈິ່ງຖືກເອີ້ນວ່າ: “ນ້ຳຍ່າງ”, ແລ້ວປ່ຽນມາເປັນ “ນ້ຳຍາງ” ໃນປະຈຸບັນ).

ຊ້າງໄດ້ຍ່າງຂຶ້ນຕາມແມ່ນ້ຳ ປະມານ 1,000 ວາ (ພັນວາ) ພໍຮອດຮູຖ້ຳ ຊ້າງກໍ່ໄດ້ເຂົ້າຖ້ຳໄປ ແລ້ວດິນກໍ່ໄດ້ເຈື່ອນຖົມຮູຖ້ຳແບບອັດສະຈັນ. ພວກມ່ານ ທີ່ຕິດຕາມຊ້າງໂຕນັ້ນ ກໍ່ພາກັນຂຸດດິນ ເພື່ອຊອກຫາຊ້າງ ແຕ່ກໍ່ບໍ່ເຫັນ, ກົງກັນຂ້າມ ພວກເຂົາເຫັນແຕ່ໂຕໝັດເປັນສີຄຳ ໄຕ່ອອກມາເປັນ ຈຳນວນຫຼວງຫຼາຍ. ເມື່ອເປັນດັ່ງນັ້ນ ພວກເຂົາຈິ່ງພາກັນກໍ່ທາດໃສ່ບໍລິເວນດັ່ງກ່າວ ໃນປີ ຄ.ສ 1576 ແລ້ວໃສ່ຊື່ວ່າ: ພະທາດໝັດຄຳຈົນເຖິງທຸກ ວັນນີ້.

ພະທາດໝັດຄຳ ໃນເມື່ອກ່ອນ ເວລາທີ່ຜູ້ຄົນໄປກາບໄຫວ້ບູຊາ ຈະມີໝັດຄຳຂຶ້ນມາໄຕ່ຕາມແຂງ-ຂາ ແຕ່ເວລາພວກເຮົາອອກຈາກບໍລິເວນນັ້ນ ໝັດຄຳ ກໍ່ອອກຈາກຮ່າງກາຍເຮົາໄປ ແບບອັດສະຈັນ.