ເມືອງຫນອງບົກ

ເມືອງຫນອງບົກເປັນເມືອງຕັ້ງຢູ່ທາງເຂດໄຕ້ຂອງແຂວງຄຳມ່ວນເນື້ອທີ່ສ່ວນໃຫຍ່ເປັນທົ່ງພຽງ ມີສາຍນ້ຳຂອງເປັນຊາຍແດນລາວໄທມີສາຍເຊບ້ັ້ງໄຟກັ້ນເປັນຊາຍແດນລະຫວ່າງເມືອງໄຊບູລີແຂວງສະຫວນັນະເຂດທີດເຫນືອຕີດກັບເມືອງທ່າແຂກ ເຊີ່ງເປັນເທດສະບານແຂວງ ປະຊາຊົນສ່ວນໃຫຍ່ເປັນຊາວກະສີກອນປູກຝັງເຮັດນາແບບດັ້ງເດີມເປັນຫລັກການເຮັດນາແມ່ນອາໃສທຳມະຊາດເປັນຕົ້ນຕໍລະດູແລ້ງມີບາງບ້ານສ່ວນນ້ອຍ ໄດ້ເຮັດນາແຊງຍ້ອນມີຊົນລະປະທານຢູ່ໄກ້ແຄມແມ່ນ້ຳປູກຜັກຂາຍຕາມລະດູ ມີສາຍທາງເລກທີ13ເບ ເປັນສາຍທາງຫລັກແລະເປັນເສັ້ນທາງເຊືອມຕໍ່ຫາແຂວງແລະທາງເຊືອມຕໍ່ຫາແຂວງສະຫວັນນະເຂດ ມີດ່ານແລກປ່ຽນສີນຄ້າທີ່ປາກເຊບັ້ງໄຟ ດ່ານນີ້ເປີດແຕ່ຕົ້ນປີ80 ສ່ວນຫລາຍແມ່ນປະຊາຊົນລາວເອົາສີນຄ້າໄປຂາຍແລະຊື້ສີນຄ້າຈາກອຳເພີທາດພະນົມ ເຂດນີ້ເປັນບໍລີເວນອານາຈັກເກ່ົາແກ່ຂອງອານນາຈັກສີໂຄດຕະບອງ ມີພະທາດຕູມພະວັງຕັ້ງຢູ່ບ້ານນາວາງເຊີ່ງຖືກສ້າງຂື້ນສະໄຫມດຽວກັນກັບພະທາດພະນົມ ມີເຂດຫນອງເຮືອທອງ ເຊີງເປັນບ່ອນກໍຕັ້ງອານາຈັກສີໂຄດຕະບອງແຫ່ງທຳອິດ ມີດິນຈີ່ກາຍເປັນຫີນທີ່ວັດປ່າໂຊກຄຳແສນ.

ລອງໂພດລົງຖ້າຂາດຕົກບົງຜ່ອງຂໍອະໄພນຳຫລາຍໆ ຖ້າຢ່າກເພີ່ມຂໍ້ມູນຍີນດີປະກອບສ່ວນໄດ້