ເມືອງພູກູດຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງຂອງຊຽງຂວາງ ເຊິ່ງຫ່າງຈາກເທດສະບານແຂວງ 25 ກິໂລແມັດ, ມີເນື້ອທີ່ທັງໝົດ 3,096 ກມ2 ເປັນເຂດພູພຽງ ແລະ ພູດອຍ. ທິດເໜືອຕິດກັບເມືອງວຽງ ທອງ ແຂວງຫົວພັນ, ເມືອງ ໂພນໄຊ ແຂວງຫຼວງພະບາງ, ເມືອງຄໍາ ແຂວງຊຽງຂວາງ; ທິດໃຕ້ຕິດ ກັບເມືອງຜາໄຊ; ທິດຕາເວັນອອກຕິດກັບກັບເມືອງແປກ ແຂວງຊຽງຂວາງ ແລະ ທິດຕາເວັນຕົກ ຕິດກັບ ເມືອງພູຄູນ ແຂວງຫຼວງພະບາງ. ເມືອງພູກູດແບ່ງອອກເປັນ 5 ກຸ່ມພັດທະນາ, ມີ 42 ບ້ານ, ມີ 4,331 ຄອບຄົວ; ມີພົນລະເມືອງທັງໝົດ    25,616 ຄົນ, ຍິງ 12,612 ຄົນ ປະກອບມີສາມເຜົ່າທີ່ດໍາລົງຊີວິດຢູ່ຮ່ວມກັນຄື: ເຜົ່າລາວ 16,020 ຄົນ ກວມ 62.53 %, ເຜົ່າມົ້ງ 4,536 ຄົນ ກວມ 17.70 % ແລະ ເຜົ່າກຶມມຸ 5,060 ຄົນ ກວມ 19.75 %.
ມາຮອດປະຈຸບັນພື້ນຖານໂຄງລ່າງເສດຖະກິດ - ສັງຄົມເມືອງຂອງພວກເຮົາໄດ້ຮັບການພັດທະນາໃນຫຼາຍດ້ານ ຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ  ບັນລຸ 167 ຕື້ກີບ, ສະເລ່ຍລາຍຮັບ 6,520,000 ກີບ / ຄົນ / ປີ ຫຼື ເທົ່າກັບ 815 $ / ຄົນ / ປີ  ບັນລຸ 93.3 % ຂອງແຜນການ ; ຄອບຄົວທຸກຍາກຍັງເຫຼືອ 63 ຄອບຄົວ ສາມາດແກ້ໄຂບັນລຸ 98.54 % ຂອງແຜນການ; ມີເສັ້ນທາງຄົມມະນາຄົມເຂົ້າເຖິງໝູ່ບ້ານຕ່າງໆກວມ 100 %, ມີສັນຍານໂທລະສັບກວມ 90 % ຂອງພື້ນທີ່ທັງໝົດ, ປະຊາຊົນໄດ້ຊົມໃຊ້ໄຟຟ້າຖາວອນ 70 % ຂອງຈໍານວນຄອບຄົວທັງໝົດ. ສ້າງບ້ານແມ່ຍິງສາມດີໄດ້ 31 ບ້ານ, ບ້ານຊາວໜຸ່ມສີ່ບຸກໄດ້ 28 ບ້ານ ແລະ ສ້າງບ້ານພັດທະນາໄດ້ທັງໝົດ 12 ບ້ານ ບັນລຸ 57% ຂອງແຜນການທີ່ວາງໄວ້.
 ທົ່ວເມືອງມີເນື້ອທີ່ນາທັງໝົດ 2,125 ເຮັກຕ່າ ທຽບໃສ່ມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາເພີ່ມຂຶ້ນ  214.03  ເຮັກຕ່າ; ມີເນື້ອທີ່ໄຮ່ໝູນວຽນ 749 ເຮັກຕ່າ ຖ້າທຽບໃສ່ກອງປະຊຸມໃຫຍ່ຄັ້ງຜ່ານມາຫຼຸດລົງ 770.78 ເຮັກຕ່າ, ຜະລິດເຂົ້າເປືອກໄດ້ທັງໝົດ 10,798 ໂຕ່ນ ສະເລ່ຍໃສ່ຫົວຄົນໄດ້ຮັບເຂົ້າເປືອກ  421.5 ກິໂລກຼາມ / ຕໍ່ຄົນ / ປີ ທຽບໃສ່ແຜນພັດທະນາທີ່ວາງໄວ້ບັນລຸ 84.3%.

ມາຮອດປະຈຸບັນທົ່ວ ເມືອງມີຄວາຍ 5,720 ໂຕ ເທົ່າ ກັບ 62.60 % ຂອງແຜນການ, ງົວ 19,510 ໂຕ ເທົ່າກັບ 96.81 % ຂອງແຜນການ, ມ້າ 172 ໂຕ ເທົ່າກັບ 57.33 % ຂອງແຜນການ, ມີ ແກະ ແລະ ແບ້ 308 ໂຕ ເທົ່າກັບ 24.04 % ຂອງແຜນການ, ໝູ 9,034 ໂຕ ເທົ່າກັບ 69.49 % ຂອງແຜນການ, ສັດປີກ 88,998 ໂຕ ລື່ນແຜນການວາງໄວ້ 48.33 %, ມີເນື້ອທີ່ ໜອງປາ 106.69 ຮຕ ຜະລິດປາໄດ້ 13 ໂຕ່ນຕໍ່ປີ. ໃນສົກ 2013 ນີ້ ສົ່ງສາລີອອກຂາຍໄດ້ທັງໝົດ 9,295ໂຕ່ນ ປະຕິບັດໄດ້ລື່ນຄາດໝາຍຂອງ ແຜນການວາງໄວ້ສາມເທົ່າຕົວ, ປູກມັນຕົ້ນປ້ອນໂຮງງານໄດ້ທັງໝົດ 4,180 ໂຕ່ນ, ສົ່ງເຂົ້າເປືອກອອກຂາຍໄດ້ ທັງໝົດ 550 ໂຕ່ນ ປະຕິບັດໄດ້ລື່ນຄາດໝາຍ 10 %, ໝາກເຜັດນ 361 ໂຕ່ນ ເທົ່າກັບ 72.2 % ຂອງແຜນການ, ຖົ່ວດິນ 210 ໂຕ່ນ ປະຕິບັດໄດ້ລື່ນຄາດໝາຍ 14.13 %, ໝາກງາຂາວ 104 ໂຕ່ນ ເທົ່າກັບ 94.54 ຂອງແຜນການວາງໄວ້. ຈັດສັນອາຊີບຄົງທີ່ໃຫ້ປະຊາຊົນທີ່ຍຶດຖືອາຊີບແບບເລື່ອນລອຍໄດ້ທັງໝົດ 48 ຄອບຄົວ ເທົ່າກັບ 29.72 % ຂອງແຜນການ.

   ມີໂຮງເລື່ອຍ 1 ແຫ່ງ, ໂຮງງານຜະລິດແປ້ງມັນຕົ້ນ 1 ແຫ່ງ, ໂຮງງານເຟີນີເຈີ 2 ກຸ່ມ , ມີໂຮງງານໍ້າດື່ມ 2 ແຫ່ງ, ໂຮງງານຜະລິດດິນບ໋ອກ 2 ແຫ່ງ ແລະ ໂຮງງານອົບສາລີ 1 ແຫ່ງ; ມີຕະຫຼາດ 9 ແຫ່ງ, ມີຫົວໜ່ວຍທຸລະກິດທັງໝົດ 467ຫົວໜ່ວຍ; ສິນຄ້າທີ່ເປັນທ່າແຮງງຂອງເມືອງປະກອບມີ: ສາລີ, ມັນຕົ້ນ, ເຂົ້າ, ສັດ, ພືດຜັກ, ເຄື່ອງເຟີນີເຈີ ແລະ ສິນຄ້າຫັດຖະກໍາຕ່າງໆ ເຊິ່ງລວມລາຍຮັບໃນການຜະລິດສິນຄ້າສົ່ງ ອອກໄດ້ທັງໝົດ 46,964,285,000 ກີບ.
  ຕະຫຼອດໄລຍະຜ່ານມາເມືອງຂອງພວກເຮົາໄດ້ລົງທຶນພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມທັງໝົດ 147 ໂຄງການ  ມີມູນຄ່າທັງໝົດ 855,310,531,315 ກີບ ໃນນັ້ນ ເປັນທຶນພາຍໃນ 758,447,970,333 ກີບ, ທຶນ ຕ່າງປະເທດ 96,862,560,982 ກີບ ທຽບໃສ່ແຜນພັດທະນາເສດຖະກິດ - ສັງຄົມທີ່ວາງໄວ້ສາມາດບັນລຸນລື່ນ ຄາດ
ໝາຍ 0.68 % ໃນນັ້ນເປັນໂຄງການກໍ່ສ້າງພື້ນຖານໂຄງລ່າງ 91 ໂຄງການ ແລະ ໂຄງການສົ່ງເສີມວິຊາການ 56 ໂຄງ ການ.
  ທົ່ວເມືອງມີໂຮງຮຽນ 81 ແຫ່ງ ໃນນັ້ນໂຮງຮຽນອະນຸບານມີ 2 ແຫ່ງ, ປະຖົມ 68 ແຫ່ງ, ມັດທະຍົມຕົ້ນ 8 ແຫ່ງ ແລະ ມັດທະຍົມສົມບຸນ 3 ແຫ່ງ ;ມີຄູອາຈານສອນທັງໝົດ 482 ຄົນ, ຍິງ 243 ຄົນ; ມີນັກຮຽນ 7,746 ຄົນ, ຍິງ 3,648 ຄົນ ໃນນີ້ນັກຮຽນ ຊັ້ນອະນຸບານມີ 117 ຄົນ, ຍິງ 57 ຄົນ; ຊັ້ນປະຖົມ 3 874 ຄົນ, ຍິງ 1 865 ຄົນ;  ຊັ້ນມັດທະຍົມ 3372 ຄົນ, ຍິງ 1520 ຄົນ.

- ເດັກໃນເກນອາຍຸ 3 - 5 ປີ ໄດ້ເຂົ້າຮຽນຊັ້ນອະນຸບານ ແລະ ຫ້ອງກຽມປະຖົມ 30.9 % ປະຕິບັດໄດ້ລື່ນເປົ້າ ໝາຍສະຫັດສະວັດ 3.9 %. - ອັດຕາສຸດທິເດັກໃນເກນອາຍຸ 6 – 10 ປີ ໄດ້ເຂົ້າຮຽນຊັນປະຖົມ 99.4% ປະຕິບັດໄດ້ລື່ນເປົ້າໝາຍສະຫັດສະວັດ 1.4 %. - ອັດຕາລອດເຫຼືອຂອງນັກຮຽນຊັ້ນປະຖົມຮອດຂັ້ນຮຽນ ປ.5 ປະຕິບັດໄດ້ 90.3% ຍັງບໍ່ບັນລຸ 4.7 % ຂອງເປົ້າໝາຍສະຫັດສະວັດ. - ອັດຕາເຂົ້າຮຽນລວມ ໃນຊັ້ນມັດທະຍົມຕົ້ນ ປະຕິບັດໄດ້ 96.2 % ລື່ນຄາດເປົ້າໝາຍສະຫັດສະວັດ 21.2 %. - ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນປາຍ ປະຕິບັດໄດ້ 56.6 % ຍັງບໍ່ບັນລຸ 8.9 % ຂອງເປົ້າໝາຍສະຫັດ ສະວັດ. - ສໍເລັດໃນການລົບລ້າງຈົບຊັ້ນປະຖົມບໍາລູງ ແລະ ກໍາລັງສືບຕໍ່ບໍາລຸງຊັ້ນມັດທະຍົມຕົ້ນ ໃຫ້ແກ່ປະຊາຊົນໃນກຸ່ມເປົ້າໝາຍ ຄາດໝາຍສໍາເລັດ ແລະ ປະກາດລົບລ້າງໃນປີ 2014. - ອັດຕາການຮຽນຮູ້ລະຫວ່າງຍິງຊາຍປະຕິບັດໄດ້ 0.99 % ບັນລຸ 99 % ຂອງເປົ້າໝາຍສະຫັດສະວັດ.

 ທົ່ວເມືອງໂຮງໝໍ 1 ແຫ່ງ, ມີສຸກສາລາ 8 ແຫ່ງ , ມີຕູ້ຢາປະຈໍາບ້ານ 31 ຕູ້, ມີຫ້ອງກວດພະຍາດເອກະຊົນ 3 ແຫ່ງ, ມີຮ້ານຂາຍຢາສາກົນ 6 ຮ້ານ; ມີພະນັກງານແພດ ທັງໝົດ 76 ຄົນ, ຍິງ 42 ຄົນ; ມີ ອສບ 60 ຄົນ, ມີແພດປະຈໍາບ້ານ 4 ຄົນ, ມີຄະນະກໍາມະການ 210 ຄົນ; ປະຊາຊົນໄດ້ຊົມໃຊ້ນໍ້າສະອາດກວມ 61 % ຍັງບໍ່ທັນບັນລຸ 24% ຂອງເປົ້າໝາຍສະຫັດສະວັດ, ຊົມໃຊ້ວິດຖ່າຍ 80 % ຍັງບໍ່ທັນບັນລຸ 24 % ຂອງເປົ້າໝາຍສະຫັດສະວັດ, ອັດຕາການສັກຢາກັນພະຍາດ 46.9 % ສະເລ່ຍອາຍຸຍືນສະເລ່ຍ ຍີງ 65 ປີ ແລະ ຊາຍ 63 ປີ.
   ສ້າງບ້ານວັດທະນະທໍາໄດ້ທັງໝົດ  26 ບ້ານ ທຽບໃສ່ກອງປະຊຸມຜ່ານມາເພີ່ມຂຶ້ນ 18  ບ້ານ, ສ້າງຄອບຄົວ ວັດທະນະທໍາໄດ້ 3,182  ຄອບຄົວ ທຽບໃສ່ກອງປະຊຸມຜ່ານມາເພີ່ມຂຶ້ນ   2,074 ຄອບຄົວ ທຽບໃສ່ແຜນການປະຕິ ບັດໄດ້ສອງເທົ່າຂອງແຜນການວາງໄວ້.

ທົ່ວເມືອງມີແຫຼ່ງທ່ອງທ່ຽວທັງໝົດ 25 ແຫ່ງ ໃນນັ້ນໄດ້ເປີດໃຊ້ບໍລິການແລ້ວ 4 ແຫ່ງ, ກໍາລັງປັບປຸງກໍ່ສ້າງ 2 ແຫ່ງຄື: ແຫຼ່ງທ່ອງທ່ຽວພູກູດ ແລະ ພູບັ້ງໄຟ; ຍັງບໍ່ທັນໄດ້ຮັບການປັບປຸງ 19 ແຫ່ງ; ມີຮ້ານກິນດື່ມທັງໝົດ 22 ຮ້ານ ສາມາດເປີດໃຊ້ບໍລິການໃຫ້ນັກທ່ອງ ທ່ຽວເຂົ້າມາໃຊ້ບໍລິການ 1,080 ຄົນ ສາມາດເກັບລາຍຮັບດ້ານການທ່ອງທ່ຽວໄດ້ເຖິງ 180,000,000 ກີບ.