ເມືອງບຸນໃຕ້ ຕັ້ງຢູ່ເທິງເສັ້ນທາງເລກທີ 4 ຫ່າງຈາກເມືອງຜົ້ງສາລີ ໄປປະມານ 93 ກິໂລແມັດ ຫລື 160 ກິໂລແມັດ ຖ້າມາຈາກເມືອງໄຊ ມີແຫລ່ງທ່ອງທ່ຽວໃນຕົວເມືອງຄື ຄ້າຍທະຫານຝຣັ່ງເກົ່າ ທີ່ຍັງພໍເຫັນຊາກຂອງກຳແພງຢູ່ນຳ ບໍໍ່ນ້ຳຮ້ອນບ້ານນາແຕນ ໄລຍະທາງ 28 ກິໂລແມັດ ລັດເລາະໄປຕາມຖະໜົນດິນແດງ ທາງຕະເວັນຕົກຂອງເມືອງ ປ່າສະຫງວນແຫ່ງຊາດນ້ຳລານ ມີສະພາບປ່າ ແລະ ທຳມະຊາດສົມບູນເໝາະສຳລັບນັກທ່ອງທ່ຽວທີ່ມັກຍ່າງທ່ອງທ່ຽວ, ມັກຍ່າງຊົມທຳມະຊາດ ແລະ ທ່ຽວຊົມຫມູ່ບ້ານຊົນເຜົ່າຕ່າງໆ ສາມາດພັກຄ້າງຄືນກັບຊາວບ້ານຊົນເຜົ່າ ໃນແບບ Home Stay ໄດ້ອິກດ້ວຍ.