ເມືອງບຸນເໜືອ

ເມືອງບຸນເໜືອ ຢູ່ຫ່າງຈາກເມືອງຜົ້ງສາລີໄປປະມານ 40 ກິໂລແມັດ ເປັນທີ່ຕັ້ງຂອງ ສະຫນາມບິນ ທີ່ມີບໍລິການ 2 ທ່ຽວ/ອາທິດ ຈາກນະຄອນຫລວງວຽງຈັນ ແລະ ຍັງເປັນດ່ານຊາຍແດນຈີນ ທີ່ໃກ້ກັບເມືອງເມີງກາ ຫລາຍທີ່ສຸດ ແຕ່ເປັນດ່ານທ້ອງຖິ່ນສະເພາະຄົນລາວ ແລະຄົນຈີນເທົ່ານັ້ນ ມີແຫລ່ງທ່ອງທ່ຽວຄືນ້ຳຕົກຕາດຫ້ວຍຫອຍ ແລະ ການທ່ຽວແບບຍ່າງປ່າ ຊຶ່ງນັກທ່ອງທ່ຽວສາມາດຕິດຕໍ່ໄດ້ທີ່ຫ້ອງການທ່ອງທ່ຽວຂອງເມືອງ.