ເມືອງຍອດອູ ເມືອງເໜືອສຸດຂອງປະເທດຢູ່ຕິດກັບປະເທດຈີນ ທີ່ເມືອງຈຽງຊີ ແບ່ງເປັນ ເຂດອູເຫນືອ ມີສະຖານທີ່ທ່ອງທ່ຽວໃນເມືອງເຊັ່ນ: ວັດຫລວງອູເຫນືອ ເປັນວັດເກົ່າແກ່ທີ່ສ້າງປະມານປີ ຄ.ສ 1344-1348 ໂດຍເຈົ້າພະຍາເມືອງອູ, ວັດສະເຫລີມສະຫລອງ ຕັ້ງຢູ່ບ້ານພໍ້ ທຸກວັນທີ່ 15 ຄ່ຳເດືອນ 7 ລື້ ຈະມີງານສະເຫລີມສະຫລອງ ຮອຍພະພຸດທະບາດທີ່ຍິ່ງໃຫຍ່ ພະທາດອຸງໄຫ ຕັ້ງຢູ່ເທິງໂນນພູຂອງເມືອງ ມີຂັ້ນໄດຂຶ້ນ 160 ຂັ້ນ ສ້າງຄັ້ງທຳອິດເມື່ອປີ ຄ.ສ 1343 ແລະ ຖືກໂຍກຍ້າຍມາສ້າງໃໝ່ໃນທີ່ຕັ້ງປະຈຸບັນເມື່ອ ປີ ຄ.ສ 1623.